ໂຢບ33
1“ແຕ່ບັດນີ້, ໂຢບເອີຍ, ຈົ່ງຕັ້ງໃຈຟັງຖ້ອຍຄໍາຂອງຂ້ອຍໃຫ້ດີ;ຈົ່ງເອົາໃຈໃສ່ທຸກສິ່ງທີ່ຂ້ອຍຈະເວົ້າ.2ຂ້ອຍພ້ອມແລ້ວທີ່ຈະເປີດປາກເວົ້າ;ຄຳເວົ້າຂອງຂ້ອຍກໍລໍຖ້າຢູ່ທີ່ປາຍລິ້ນຂອງຂ້ອຍແລ້ວ.3ຄຳເວົ້າຂອງຂ້ອຍມາຈາກໃຈທີ່ທ່ຽງທຳ;ຮີບສົບຂອງຂ້ອຍເວົ້າໃນສິ່ງທີ່ຂ້ອຍຮູ້ຢ່າງຈິງໃຈ.4ພຣະວິນຍານຂອງພຣະເຈົ້າໄດ້ສ້າງຂ້ອຍຂຶ້ນມາ;ລົມຫາຍໃຈຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່ໃຫ້ຊີວິດແກ່ຂ້ອຍ.5ສະນັ້ນ ຈົ່ງຕອບຂ້ອຍມາ, ຖ້າເຈົ້າຕອບໄດ້;ຈົ່ງລຸກຂຶ້ນ ແລະ ໂຕ້ແຍ້ງເລື່ອງຂອງເຈົ້າຕໍ່ໜ້າຂ້ອຍ.6ຂ້ອຍກໍເປັນຄືກັນກັບເຈົ້າທີ່ຢູ່ຕໍ່ໜ້າພຣະເຈົ້າ;ຂ້ອຍກໍເປັນປ່ຽງດິນໜຽວເຊັ່ນກັນ.7ເຈົ້າບໍ່ຕ້ອງຢ້ານຂ້ອຍ,ຫລື ຢ້ານວ່າຂ້ອຍຈະຫລິ້ນງານເຈົ້າໜັກ.8“ແຕ່ເຈົ້າໄດ້ເວົ້າໃຫ້ຂ້ອຍໄດ້ຍິນຂ້ອຍໄດ້ຍິນທຸກຄຳທີ່ເຈົ້າເວົ້ານັ້ນ9‘ຂ້ອຍບໍລິສຸດ, ຂ້ອຍບໍ່ໄດ້ເຮັດອັນໃດຜິດ;ຂ້ອຍເປັນຄົນສະອາດ ແລະ ປາດສະຈາກບາບ.10ເຖິງປານນັ້ນພຣະເຈົ້າກໍພົບຄວາມຜິດຢູ່ໃນຂ້ອຍ;ພຣະອົງຖືວ່າຂ້ອຍເປັນສັດຕູຂອງພຣະອົງ.11ພຣະອົງມັດຂາຂອງຂ້ອຍດ້ວຍໂສ້;ພຣະອົງເຝົ້າເບິ່ງທຸກຫົນທາງຂອງຂ້ອຍ’.12“ແຕ່ຂ້ອຍຂໍບອກວ່າ ເຈົ້າຜິດໃນຂໍ້ນີ້,ເພາະພຣະເຈົ້າຍິ່ງໃຫຍ່ກວ່າມະນຸດໃດໆທັງນັ້ນ.13ເປັນຫຍັງເຈົ້າຈຶ່ງຈົ່ມຕໍ່ພຣະອົງວ່າພຣະອົງບໍ່ຕອບຄໍາເວົ້າຂອງຄົນໃດທັງນັ້ນ? 14ເພາະແມ່ນວ່າພຣະເຈົ້າເວົ້າດ້ວຍວິທີໃດວິທີໜຶ່ງ, ວິທີອື່ນອີກກໍຕາມກໍບໍ່ມີຜູ້ໃດສາມາດຮັບຮູ້ໄດ້.15ໃນຄວາມຝັນ, ໃນນິມິດໃນຕອນກາງຄືນ,ເມື່ອຄົນນອນຫລັບສະໜິດຂະນະທີ່ພວກເຂົາເຊືອບຫລັບຢູ່ເທິງບ່ອນນອນຂອງຕົນ,16ພຣະອົງອາດຈະເວົ້າໃສ່ຫູຂອງພວກເຂົາແລະ ກ່າວຕັກເຕືອນພວກເຂົາດ້ວຍຄວາມຢ້ານ,17ເພື່ອປ່ຽນພວກເຂົາບໍ່ໃຫ້ເຮັດຜິດແລະ ບໍ່ໃຫ້ຍິ່ງຈອງຫອງ,18ເພື່ອປົກປ້ອງພວກເຂົາຈາກເຫວເລິກ, ເພື່ອບໍ່ໃຫ້ຊີວິດຂອງພວກເຂົາພິນາດຈິບຫາຍຈາກຄົມດາບ. 19“ຫລື ບາງຄົນຖືກຕີສອນໂດຍໃຫ້ພວກເຂົານອນຢູ່ເທິງຕຽງດ້ວຍຄວາມເຈັບປວດໃຫ້ພວກເຂົາເຈັບປວດໃນກະດູກຢູ່ເລື້ອຍໆ,20ເຮັດໃຫ້ຮ່າງກາຍຂອງພວກເຂົາເບື່ອອາຫານ.ແລະ ຈິດໃຈຂອງພວກເຂົາບໍ່ມັກອາຫານອັນແຊບທີ່ສຸດ.21ຮ່າງກາຍຂອງພວກເຂົາຈ່ອຍຜອມ,ຈົນເຫັນແຕ່ໜັງຫຸ້ມກະດູກຂອງພວກເຂົາ.22ພວກເຂົາເຂົ້າໄປໃກ້ເຫວເລິກ, ແລະ ຊີວິດຂອງພວກເຂົາເຂົ້າໃກ້ບັນດາເທວະດາແຫ່ງຄວາມຕາຍ. 23“ແຕ່ຖ້າມີເທວະດາຕົນໜຶ່ງຢູ່ທາງຂ້າງພວກເຂົາຄືເທວະດາຕົນໜຶ່ງໃນພັນຢູ່ຄຽງຂ້າງພວກເຂົາ,ຖືກສົ່ງມາບອກພວກເຂົາໃຫ້ເປັນຄົນທ່ຽງທໍາ,24ແລະ ລາວກໍເມດຕາຄົນນັ້ນ ແລະ ເວົ້າກັບພຣະເຈົ້າວ່າ,‘ຂໍໂຜດໄວ້ຊີວິດພວກເຂົາບໍ່ໃຫ້ລົງໄປທີ່ເຫວເລິກ; ຂ້ານ້ອຍໄດ້ພົບຄ່າໄຖ່ສຳລັບພວກເຂົາແລ້ວ’25ຂໍໃຫ້ເນື້ອໜັງຂອງພວກເຂົາຈະກັບຟື້ນຄືນສູ່ສະພາບດີເໝືອນດັ່ງເນື້ອໜັງຂອງເດັກນ້ອຍຂໍໃຫ້ກຳລັງວັງຊາຂອງພວກເຂົາໃນໄວໜຸ່ມຄືນມາອີກ26ຈາກນັ້ນ ຄົນນັ້ນກໍສາມາດອະທິຖານຕໍ່ພຣະເຈົ້າ ແລະ ໄດ້ຮັບຄວາມພໍໃຈຈາກພຣະອົງ,ພວກເຂົາຈະເຫັນໜ້າພຣະເຈົ້າ ແລະ ໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ;ພຣະອົງຈະໃຫ້ພວກເຂົາຄືນສູ່ສະພາບດີ.27ແລະ ພວກເຂົາຈະໄປຫາຄົນອື່ນ ແລະ ບອກວ່າ,‘ຂ້ອຍໄດ້ເຮັດບາບ, ແລະ ໄດ້ບິດເບືອນຄວາມຖືກຕ້ອງ,ແຕ່ຂ້ອຍກໍບໍ່ໄດ້ຮັບສິ່ງທີ່ຂ້ອຍສົມຄວນຈະໄດ້ຮັບ.28ພຣະເຈົ້າໄດ້ຊ່ວຍຂ້ອຍໄວ້ຈາກການລົງໄປສູ່ເຫວເລິກ,ແລະ ຂ້ອຍຈະມີຊີວິດຢູ່ຊື່ນຊົມຄວາມສະຫວ່າງແຫ່ງຊີວິດ’.29“ພຣະເຈົ້າເຮັດສິ່ງເຫລົ່ານີ້ຕໍ່ມະນຸດເຖິງສອງຄັ້ງ ຫລື ເຖິງສາມຄັ້ງ30ເພື່ອຊ່ວຍກູ້ພວກເຂົາຈາກເຫວເລິກ,ໃຫ້ຄວາມສະຫວ່າງແຫ່ງຊີວິດອາດຈະສ່ອງໃສ່ພວກເຂົາ.31“ໂຢບເອີຍ, ຈົ່ງຕັ້ງໃຈຟັງ ແລະ ຈົ່ງຟັງຂ້ອຍສາ;ຈົ່ງມິດງຽບຢູ່ ແລະ ຂ້ອຍຈະເວົ້າ.32ຖ້າເຈົ້າມີສິ່ງໃດຢາກຈະເວົ້າ, ຈົ່ງຕອບຂ້ອຍ;ຈົ່ງເວົ້າອອກມາ, ເພາະຂ້ອຍຢາກພິສູດເຈົ້າ.33ແຕ່ຖ້າບໍ່ມີ, ກໍຈົ່ງຟັງຂ້ອຍ;ຂໍຈົ່ງມິດງຽບຢູ່ ແລະ ຂ້ອຍຈະສອນປັນຍາແກ່ເຈົ້າ”.
Biblica, Inc.