ໂຢບ32
ເອລີຮູ
1ດັ່ງນັ້ນ ໝູ່ເພື່ອນທັງສາມຄົນຈຶ່ງຢຸດໂຕ້ຕອບກັບໂຢບ, ເພາະລາວເຫັນວ່າຕົນເປັນຄົນຊອບທຳ.2ແຕ່ເອລີຮູລູກຊາຍຂອງບາຣາເກນຊາວບູຊີໃນຄອບຄົວຂອງຣາມ, ຍ້ອນລາວໃຈຮ້າຍໃຫ້ໂຢບຫລາຍທີ່ອ້າງວ່າຕົນເອງເປັນຝ່າຍຖືກແທນທີ່ຈະແມ່ນພຣະເຈົ້າ.3ເອລີຮູກໍໃຈຮ້າຍໃຫ້ໝູ່ເພື່ອນທັງສາມຂອງໂຢບຄືກັນ, ເພາະພວກເຂົາບໍ່ມີຄໍາເວົ້າທີ່ຈະຕອບໂຢບ, ແລະ ຍັງໄດ້ກ່າວໂທດໂຢບ. 4ບັດນີ້ ເອລີຮູໄດ້ລໍຖ້າທີ່ຈະເວົ້າກັບໂຢບເພາະພວກເຂົາມີອາຍຸຫລາຍກວ່າລາວ.5ເມື່ອລາວເຫັນວ່າໝູ່ເພື່ອນທັງສາມຂອງໂຢບບໍ່ມີອັນໃດທີ່ຈະກ່າວເພີ່ມເຕີມອີກແລ້ວ, ເອລີຮູກໍໃຈຮ້າຍຂຶ້ນ.6ດັ່ງນັ້ນ ເອລີຮູລູກຊາຍຂອງບາຣາເກນຊາວບູຊີໄດ້ເວົ້າວ່າ:“ຂ້ອຍອາຍຸຍັງນ້ອຍຫລາຍ,ແລະ ພວກເຈົ້າກໍເປັນຜູ້ອາວຸໂສ;ນັ້ນເປັນເຫດຜົນທີ່ຂ້ອຍຢ້ານ,ບໍ່ກ້າບອກສິ່ງທີ່ຕົນເອງຮູ້ແກ່ພວກເຈົ້າ.7ຂ້ອຍຄິດວ່າ, ‘ຄວນໃຫ້ຜູ້ອາວຸໂສເວົ້າ;ຜູ້ມີປະສົບການຫລາຍປີຄວນສອນປັນຍາ’.8ແຕ່ແມ່ນຈິດວິນຍານ ຢູ່ໃນມະນຸດຄົນໜຶ່ງ,ລົມຫາຍໃຈແຫ່ງອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ໃຫ້ພວກເຂົາມີຄວາມເຂົ້າໃຈ.9ບໍ່ແມ່ນພຽງແຕ່ຜູ້ອາວຸໂສ ເທົ່ານັ້ນທີ່ມີປັນຍາ,ບໍ່ແມ່ນຄົນອາຍຸສູງເທົ່ານັ້ນທີ່ເຂົ້າໃຈວ່າສິ່ງໃດຖືກຕ້ອງ.10“ເຫດສະນັ້ນ ຂ້ອຍຈຶ່ງເວົ້າວ່າ: ຈົ່ງຟັງຂ້ອຍ;ຂ້ອຍຈະບອກພວກເຈົ້າສິ່ງທີ່ຂ້ອຍຮູ້ເໝືອນກັນ.11ຂ້ອຍໄດ້ລໍຖ້າຂະນະທີ່ພວກເຈົ້າເວົ້າຢູ່,ຂ້ອຍໄດ້ຟັງເຫດຜົນຂອງພວກເຈົ້າ;ຂະນະທີ່ພວກເຈົ້າກຳລັງຊອກຫາຖ້ອຍຄຳມາກ່າວ,12ຂ້ອຍຕັ້ງໃຈຟັງພວກເຈົ້າຢ່າງເຕັມທີ່.ແຕ່ບໍ່ມີຜູ້ໃດໃນພວກເຈົ້າພິສູດໄດ້ວ່າໂຢບຜິດ;ບໍ່ມີຜູ້ໃດໃນພວກເຈົ້າຕອບຄຳໂຕ້ແຍ້ງຂອງໂຢບໄດ້.13ຢ່າເວົ້າວ່າ, ‘ພວກເຮົາໄດ້ພົບປັນຍາແລ້ວ;ຂໍໃຫ້ພຣະເຈົ້າພິສູດວ່າລາວຜິດ, ບໍ່ແມ່ນມະນຸດ’.14ແຕ່ຄຳເວົ້າຂອງໂຢບບໍ່ໄດ້ຮວບຮວມຖ້ອຍຄໍາຂອງລາວຕໍ່ສູ້ຂ້ອຍ,ແລະ ຂ້ອຍຈະບໍ່ຕອບໂຢບດ້ວຍຄຳໂຕ້ແຍ້ງຂອງພວກເຈົ້າ.15“ພວກເຂົາທໍ້ຖອຍໃຈ ແລະ ບໍ່ມີອັນໃດຈະເວົ້າອີກແລ້ວ;ພວກເຂົາໝົດຄຳເວົ້າທີ່ຈະໂຕ້ແຍ້ງ.16ບັດນີ້ ຂ້ອຍຈະຕ້ອງລໍຖ້າອີກບໍ, ໃນເມື່ອພວກເຂົາມິດງຽບຢູ່,ໃນເມື່ອພວກເຂົາຢືນຢູ່ທີ່ນັ້ນໂດຍບໍ່ມີຄຳຕອບ?17ຂ້ອຍຈະເວົ້ານໍາເຊັ່ນກັນ;ຂ້ອຍຈະບອກສິ່ງທີ່ຂ້ອຍຮູ້ເໝືອນກັນ.18ເພາະຂ້ອຍມີຢ່າງຫລາຍທີ່ຢາກຈະເວົ້າ,ແລະ ຈິດວິນຍານພາຍໃນຂ້ອຍກະຕຸ້ນໃຫ້ຂ້ອຍເວົ້າ;19ຢູ່ພາຍໃນຂ້ອຍເປັນດັ່ງເຫລົ້າອະງຸ່ນທີ່ຖືກເກັບໄວ້,ເໝືອນດັ່ງຖົງໜັງເຫລົ້າອະງຸ່ນໃໝ່ທີ່ກຳລັງຈະແຕກ.20ຂ້ອຍຈະຕ້ອງເວົ້າ ແລະ ລະບາຍອອກມາ;ຂ້ອຍຕ້ອງເປີດປາກອອກ ແລະ ໂຕ້ຕອບ.21ຂ້ອຍຈະບໍ່ເຂົ້າຂ້າງຜູ້ໃດຫລື ຈະບໍ່ປະຈົບປະແຈງຜູ້ໃດ;22ເພາະຖ້າຂ້ອຍປະຈົບປະແຈງເກັ່ງ,ອົງພຣະຜູ້ສ້າງຂອງຂ້ອຍຈະເອົາຂ້ອຍໄປໃນໄວໆນີ້”.Biblica, Inc.