ໂຢບ31
1“ຂ້ອຍໄດ້ເຮັດຄຳໝັ້ນສັນຍາກັບຕາຂອງຕົນເອງວ່າຈະບໍ່ເບິ່ງຍິງສາວດ້ວຍໃຈຕັນຫາ.2ເພາະອັນໃດຄືສິ່ງທີ່ພຣະເຈົ້າຈາກເບື້ອງເທິງກຳນົດໃຫ້ພວກເຮົາ?ອັນໃດຄືມໍລະດົກຂອງພວກເຮົາຈາກອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຢູ່ເບື້ອງເທິງ?3ມັນກໍຄືຄວາມພິນາດສຳລັບຄົນຊົ່ວ,ແລະ ໄພພິບັດສຳລັບພວກທີ່ເຮັດຜິດບໍ່ແມ່ນບໍ?4ພຣະອົງບໍ່ໄດ້ເບິ່ງຫົນທາງຂອງຂ້ອຍແລະ ນັບທຸກບາດກ້າວຂອງຂ້ອຍບໍ?5“ຖ້າຂ້ອຍໄດ້ດຳເນີນຊີວິດໃນຄວາມຜິດຫລື ຕີນຂອງຂ້ອຍຟ້າວແລ່ນໄປສູ່ການຫລອກລວງ6ຂໍພຣະເຈົ້າຊັ່ງຂ້ອຍດ້ວຍຕາຊິງທີ່ສັດຊື່ແລະ ພຣະອົງຈະຮູ້ວ່າຂ້ອຍບໍ່ມີທີ່ຕຳໜິ7ຖ້າບາດກ້າວຂອງຂ້ອຍໄດ້ຫັນໄປຈາກທາງເດີນ,ຖ້າຕາຂອງຂ້ອຍພາຈິດໃຈຂອງຕົນມົວເມົາ,ຫລື ຖ້າມືຂອງຂ້ອຍມີມົນທິນ,8ກໍຂໍໃຫ້ຄົນອື່ນກິນສິ່ງທີ່ຂ້ອຍໄດ້ຫວ່ານ,ແລະ ຂໍໃຫ້ພືດຜົນຂອງຂ້ອຍຖືກຖອນຮາກ.9“ຖ້າຈິດໃຈຂອງຂ້ອຍໄດ້ຖືກຜູ້ຍິງລໍ້ລວງໄປ,ຫລື ຖ້າຂ້ອຍຈອບສ່ອງຢູ່ທີ່ປະຕູເພື່ອນບ້ານຂອງຂ້ອຍ,10ກໍຂໍໃຫ້ເມຍຂອງຂ້ອຍໄປໂມ້ແປ້ງໃຫ້ຊາຍຄົນອື່ນ,ແລະ ຂໍໃຫ້ຊາຍຄົນອື່ນຫລັບນອນກັບນາງ.11ເພາະນັ້ນເປັນຄວາມຊົ່ວຮ້າຍ,ເປັນບາບທີ່ຕ້ອງຖືກລົງໂທດ.12ມັນເປັນໄຟທີ່ເຜົາຜານໄປສູ່ຄວາມພິນາດ,ມັນຈະຖອນຮາກສິ່ງທີ່ຂ້ອຍປູກໄວ້.13“ຖ້າຂ້ອຍບໍ່ໃຫ້ຄວາມຍຸຕິທຳແກ່ຄົນຮັບໃຊ້ຂອງຂ້ອຍຄົນໃດ,ບໍ່ວ່າຊາຍ ຫລື ຍິງ,ເມື່ອນັ້ນພວກເຂົາກໍມີເລື່ອງມາຕໍ່ສູ້ຂ້ອຍ,14ຂ້ອຍຈະເຮັດຢ່າງໃດເມື່ອຂ້ອຍປະເຊີນໜ້າກັບພຣະເຈົ້າ?ຂ້ອຍຈະຕອບຢ່າງໃດເມື່ອພຣະອົງເອີ້ນໃຫ້ມາລາຍງານ?15ພຣະເຈົ້າຜູ້ສ້າງຂ້ອຍໄວ້ໃນມົດລູກກໍສ້າງພວກເຂົາດ້ວຍບໍ່ແມ່ນບໍ?ພຣະເຈົ້າອົງດຽວກັນນີ້ໄດ້ສ້າງພວກເຮົາທັງສອງໃນທ້ອງແມ່ຂອງພວກເຮົາບໍ່ແມ່ນບໍ?16“ຖ້າຂ້ອຍໄດ້ປະຕິເສດຄວາມຕ້ອງການຂອງຄົນທຸກຍາກຫລື ປ່ອຍໃຫ້ຕາຂອງແມ່ໝ້າຍຄ່ອຍໆຫລັບໄປ,17ຖ້າຂ້ອຍເກັບອາຫານໄວ້ໃຫ້ກັບຕົວເອງ,ບໍ່ຍອມແບ່ງປັນມັນແກ່ລູກກຳພ້າ18ທີ່ຈິງແລ້ວ ຕັ້ງແຕ່ຂ້ອຍຍັງໜຸ່ມນັ້ນ ຂ້ອຍກໍລ້ຽງດູລູກກຳພ້າດັ່ງເປັນພໍ່ຄົນໜຶ່ງ,ແລະ ຕັ້ງແຕ່ຂ້ອຍເກີດມາກໍນຳທາງໃຫ້ແມ່ໝ້າຍ19ຖ້າຂ້ອຍໄດ້ເຫັນຄົນໃດກຳລັງໜາວໃກ້ຈະຕາຍເພາະບໍ່ມີເຄື່ອງນຸ່ງ,ຫລື ເຫັນຄົນຂັດສົນບໍ່ມີເຄື່ອງນຸ່ງຫົ່ມ,20ແລ້ວຈິດໃຈຂອງພວກເຂົາບໍ່ໄດ້ອວຍພອນຂ້ອຍເພາະພວກເຂົາອົບອຸ່ນດ້ວຍຂົນແກະຈາກແກະຂອງຂ້ອຍ,21ຖ້າມືຂອງຂ້ອຍໄດ້ຍົກຂຶ້ນທໍາຮ້າຍລູກກຳພ້າ,ໂດຍຮູ້ວ່າຂ້ອຍມີອິດທິພົນໃນສານ,22ກໍຂໍໃຫ້ແຂນຂອງຂ້ອຍຫລຸດອອກຈາກບ່າ,ຂໍໃຫ້ມັນຫັກອອກຈາກຂໍ້ຕໍ່,23ເພາະຂ້ອຍຢ້ານກົວການທໍາລາຍຈາກພຣະເຈົ້າ,ແລະ ເພາະຂ້ອຍຢຳເກງສະຫງ່າລາສີຂອງພຣະອົງ.extra q2ຂ້ອຍຈຶ່ງບໍ່ກ້າເຮັດສິ່ງເຊັ່ນນີ້ໄດ້.24“ຖ້າຂ້ອຍໄດ້ໄວ້ວາງໃຈໃນຄໍາຫລື ເວົ້າກັບຄຳບໍລິສຸດວ່າ, ‘ເຈົ້າເປັນຄວາມປອດໄພຂອງຂ້ອຍ’,25ຖ້າຂ້ອຍຊື່ນຊົມຍິນດີໃນຄວາມຮັ່ງມີອັນມະຫາສານຂອງຂ້ອຍ,ໃນຊັບສົມບັດທີ່ມືຂອງຂ້ອຍຫາມາໄດ້,26ຖ້າຂ້ອຍເບິ່ງດວງຕາເວັນສ່ອງແສງສະຫວ່າງຫລື ດວງເດືອນທີ່ເຄື່ອນຍ້າຍຢ່າງສະຫງ່າງາມ,27ຈິດໃຈຂອງຂ້ອຍຖືກລໍ້ລວງຢ່າງລັບໆແລະ ຂ້ອຍໄດ້ຈູບມືໃຫ້ຄວາມເຄົາລົບແກ່ສິ່ງເຫລົ່ານັ້ນ,28ສິ່ງເຫລົ່ານີ້ກໍຈະເປັນບາບທີ່ສົມຄວນແກ່ການລົງໂທດ,ເພາະຂ້ອຍບໍ່ສັດຊື່ຕໍ່ພຣະເຈົ້າທີ່ຢູ່ເບື້ອງເທິງ.29“ຖ້າຂ້ອຍຊົມຊື່ນຍິນດີໃນເຄາະຮ້າຍຂອງສັດຕູຫລື ຍິນດີໃນຄວາມທຸກຮ້ອນທີ່ເກີດຂຶ້ນກັບລາວ30ຂ້ອຍບໍ່ເຄີຍຍອມໃຫ້ປາກຂອງຂ້ອຍເຮັດບາບໂດຍສາບແຊ່ງຊີວິດຂອງພວກເຂົາໃຫ້ມີອັນເປັນໄປ31ຖ້າຄົນໃນຄົວເຮືອນຂອງຂ້ອຍບໍ່ເຄີຍເວົ້າວ່າ,‘ຜູ້ໃດແດ່ບໍ່ໄດ້ກິນຊີ້ນທີ່ໂຢບເອົາມາຈົນອິ່ມ?’32ແຕ່ບໍ່ມີຄົນແປກໜ້າຈັກຄົນນອນຄ້າງຄືນຢູ່ຕາມຖະໜົນ,ເພາະປະຕູເຮືອນຂອງຂ້ອຍເປີດຕ້ອນຮັບຜູ້ເດີນທາງຢູ່ສະເໝີ33ຖ້າຂ້ອຍປົກປິດບາບໄວ້ດັ່ງທີ່ຄົນໄດ້ປະຕິບັດ, ໂດຍເຊື່ອງຄວາມຜິດຂອງຂ້ອຍໄວ້ໃນຈິດໃຈ34ເພາະຂ້ອຍຢ້ານຝູງຊົນແລະ ຢ້ານຖືກດູຖູກຈາກຕະກຸນຕ່າງໆຂ້ອຍກໍມິດງຽບຢູ່ ແລະ ຈະບໍ່ອອກໄປທາງນອກເຮືອນ35(“ຂ້ອຍຢາກໃຫ້ມີບາງຄົນຟັງຂ້ອຍ!ບັດນີ້ ຂ້ອຍຂໍລົງຊື່ແກ້ຂໍ້ກ່າວຫາຂອງຂ້ອຍ ຂໍອົງຜູ້ມີລິດອໍານາດຍິ່ງໃຫຍ່ຕອບຂ້ອຍ;ຂໍໃຫ້ຜູ້ກ່າວຫາຂ້ອຍຂຽນຄໍາກ່າວຫາອອກມາເປັນລາຍລັກອັກສອນ;36ແນ່ນອນ ຂ້ອຍຈະແບກຄຳກ່າວຫານັ້ນໄວ້ເທິງບ່າຂອງຂ້ອຍ,ຂ້ອຍຈະສວມມັນໄວ້ເໝືອນດັ່ງມົງກຸດ.37ຂ້ອຍຈະເລົ່າໃຫ້ພຣະອົງຟັງທຸກບາດກ້າວຂອງຂ້ອຍ;ຂ້ອຍຈະບອກເລື່ອງນັ້ນໃຫ້ພຣະອົງຟັງດັ່ງເຂົ້າພົບຜູ້ປົກຄອງຄົນໜຶ່ງ).38“ຖ້າແຜ່ນດິນຂອງຂ້ອຍຮ້ອງກ່າວໂທດຂ້ອຍແລະ ທຸກຮອຍໄຖປຽກຊຸ່ມດ້ວຍນ້ຳຕາ,39ຖ້າຂ້ອຍກິນຜົນຂອງມັນໂດຍບໍ່ຈ່າຍເງິນຫລື ທໍາລາຍຈິດໃຈຂອງຜູ້ທີ່ເຊົ່າ,40ກໍຂໍໃຫ້ກົກໜາມງອກຂຶ້ນແທນເຂົ້າຫວີດແລະ ສັດຕູພືດງອກແທນເຂົ້າບາເລ”ຄໍາເວົ້າຂອງໂຢບຈົບລົງບ່ອນນີ້.
Biblica, Inc.