ໂຢບ30
1“ແຕ່ດຽວນີ້ພວກເຂົາເຢາະເຢີ້ຍຂ້ອຍ,ພວກຜູ້ຊາຍທີ່ໜຸ່ມກວ່າຂ້ອຍ,ເຊິ່ງພໍ່ຂອງພວກເຂົາກໍຍັງດູຖູກຂ້ອຍບໍ່ໃຫ້ຢູ່ກັບໝາລ້ຽງແກະຂອງຂ້ອຍ.2ມືທີ່ເຕັມໄປດ້ວຍກໍາລັງຂອງພວກເຂົາມີປະໂຫຍດອັນໃດສຳລັບຂ້ອຍ,ໃນເມື່ອກຳລັງຂອງພວກເຂົາໄດ້ຫາຍໄປຈາກພວກເຂົາແລ້ວ?3ພວກເຂົາຈ່ອຍຜອມເພາະຄວາມອົດຢາກ ແລະ ຄວາມຫິວໂຫຍ,split next paraພວກເຂົາພະເນຈອນໄປໃນດິນແດນທີ່ແຕກແຫງຄືໃນຖິ່ນແຫ້ງແລ້ງກັນດານທີ່ເປົ່າປ່ຽວໃນຕອນກາງຄືນ.4ພວກເຂົາເກັບສະໝຸນໄພຕາມພຸ່ມໄມ້,ແລະ ເກັບຮາກຕົ້ນຊາກມາເປັນອາຫານຂອງພວກເຂົາ. 5ພວກເຂົາຖືກຂັບໄລ່ອອກຈາກສັງຄົມມະນຸດ,ຄົນຮ້ອງໃສ່ພວກເຂົາຄືກັບວ່າພວກເຂົາເປັນພວກໂຈນ.6ພວກເຂົາຖືກບັງຄັບໃຫ້ອາໄສຢູ່ຕາມແມ່ນ້ຳທີ່ແຫ້ງ,ຕາມຫລືບຫີນ ແລະ ຕາມຫລຸມຢູ່ໃນພື້ນດິນ.7ພວກເຂົາສົ່ງສຽງຮ້ອງຢູ່ກາງພຸ່ມໄມ້ແລະ ໝູບຢູ່ກ້ອງຕົ້ນໄມ້ໃຫຍ່.8ພວກເຂົາເປັນຄົນຊົ່ວຊ້າ ແລະ ບໍ່ມີຊື່ສຽງ,ພວກເຂົາຖືກຂັບໄລ່ອອກຈາກແຜ່ນດິນ.9“ແລະ ບັດນີ້ຄົນໜຸ່ມຂອງພວກເຂົາຮ້ອງເພງເຢາະເຢີ້ຍຂ້ອຍ;ຂ້ອຍຖືກຢຽດຢາມໃນທ່າມກາງພວກເຂົາ.10ພວກເຂົາກຽດຊັງຂ້ອຍ ແລະ ຢືນຢູ່ຫ່າງໆຂ້ອຍ;ພວກເຂົາຖົ່ມນ້ຳລາຍໃສ່ໜ້າຂ້ອຍຢ່າງບໍ່ລັ່ງເລ.11ບັດນີ້ພຣະເຈົ້າປົດທະນູຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍທຸກທໍລະມານ,ພວກເຂົາບໍ່ມີຄວາມເກງໃຈຕໍ່ໜ້າຂ້ອຍ.12ຂ້ອຍຖືກພວກເຂົາ ໂຈມຕີເຂົ້າມາທາງດ້ານຂວາ;ພວກເຂົາວາງບ້ວງແຮ້ວໃສ່ຕີນຂອງຂ້ອຍ,ພວກເຂົາສ້າງເຄື່ອງປ້ອງກັນລ້ອມຕໍ່ສູ້ຂ້ອຍ.13ພວກເຂົາມ້າງທາງໜີຂອງຂ້ອຍ;ພວກເຂົາທໍາລາຍຂ້ອຍໄດ້ສໍາເລັດ.ພວກເຂົາເວົ້າວ່າ, ‘ບໍ່ມີຜູ້ໃດຊ່ວຍລາວໄດ້ເລີຍ’. 14ພວກເຂົາຍ່າງເຂົ້າໄປຜ່ານຊ່ອງຫວ່າງ;ພວກເຂົາຍ່າງບຸກເຂົ້າໄປກາງຊາກຫັກເພພັງ.15ຄວາມຢ້ານປົກຄຸມຂ້ອຍ;ກຽດສັກສີຂອງຂ້ອຍຖືກພັດໄປດັ່ງຖືກລົມພັດ,ຄວາມປອດໄພຂອງຂ້ອຍຫາຍໄປດັ່ງເມກ.16“ແລະ ບັດນີ້ ຊີວິດຂອງຂ້ອຍຕົກຕ່ຳລົງ;ວັນອັນທຸກທໍລະມານເກາະຂ້ອຍໄວ້.17ກາງຄືນສຽບແທງກະດູກຂອງຂ້ອຍ;ຄວາມເຈັບປວດກັດກິນຂ້ອຍຢູ່ບໍ່ເຊົາ.18ໂດຍລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ພຣະເຈົ້າກາຍເປັນເຄື່ອງນຸ່ງ; ພຣະອົງມັດຂ້ອຍເໝືອນດັ່ງຈັບຄໍເສື້ອຂ້ອຍຂອງໄວ້ຍົກຂຶ້ນ;19ພຣະອົງໂຍນຂ້ອຍລົງໃນຂີ້ຕົມ,ແລະ ຂ້ອຍກາຍເປັນເໝືອນຂີ້ຝຸ່ນ ແລະ ຂີ້ເຖົ່າ.20“ຂ້າແດ່ພຣະເຈົ້າ, ຂ້ານ້ອຍຮ້ອງຫາພຣະອົງ, ແຕ່ພຣະອົງບໍ່ຕອບ;ຂ້ານ້ອຍຢືນຂຶ້ນ, ພຣະອົງມີແຕ່ແນມເບິ່ງຂ້ານ້ອຍເທົ່ານັ້ນ.21ພຣະອົງເຮັດກັບຕໍ່ຂ້ານ້ອຍຢ່າງໂຫດຮ້າຍ;ພຣະອົງໂຈມຕີຂ້ານ້ອຍດ້ວຍມືອັນມີລິດຂອງພຣະອົງ.22ພຣະອົງຍົກຂ້ານ້ອຍຂຶ້ນ ແລະ ໃຫ້ລົມພັດຂ້ານ້ອຍໄປ;ພຣະອົງໂຍນຂ້ານ້ອຍເຂົ້າໄປໃນພະຍຸ.23ຂ້ານ້ອຍຮູ້ວ່າພຣະອົງຈະນຳຂ້ານ້ອຍລົງໄປສູ່ຄວາມຕາຍ,ໄປສູ່ບ່ອນທີ່ກຳນົດໄວ້ສຳລັບທຸກສິ່ງທີ່ມີຊີວິດ.24“ແນ່ນອນ ບໍ່ມີຜູ້ໃດຍື່ນມືເຂົ້າມາຊ່ວຍຄົນທີ່ແຕກສະຫລາຍເມື່ອລາວຮ້ອງຂໍຄວາມຊ່ວຍເຫລືອໃນຍາມທີ່ລາວທຸກຍາກລຳບາກ.25ຂ້ອຍບໍ່ໄດ້ຮ້ອງໄຫ້ເພື່ອຄົນທີ່ຢູ່ໃນຄວາມຍາກລໍາບາກບໍ?ຈິດວິນຍານຂອງຂ້ອຍບໍ່ໄດ້ໂສກເສົ້າເພື່ອຄົນທຸກຍາກບໍ?26ແຕ່ເມື່ອຂ້ອຍຄາດຫວັງສິ່ງທີ່ດີ, ສິ່ງທີ່ຊົ່ວຮ້າຍກໍເກີດຂຶ້ນ;ເມື່ອຂ້ອຍຊອກຫາຄວາມສະຫວ່າງຄວາມມືດມົນກໍເຂົ້າມາ.27ຈິດໃຈຂອງຂ້ອຍປັ່ນປ່ວນຢູ່ພາຍໃນບໍ່ຢຸດເຊົາ;ຂ້ອຍປະເຊີນໜ້າກັບວັນແຫ່ງຄວາມທຸກທໍລະມານ.28ຜິວຂ້ອຍດໍາຄ້ຳ, ແຕ່ບໍ່ແມ່ນເພາະແສງແດດ;ຂ້ອຍຢືນຂຶ້ນໃນບ່ອນຊຸມນຸມ ແລະ ຮ້ອງຂໍຄວາມຊ່ວຍເຫລືອ.29ຂ້ອຍກາຍເປັນອ້າຍນ້ອງກັບຝູງໝາໄນ,ແລະ ເປັນໝູ່ເພື່ອນກັບນົກເຄົ້າ.30ຜິວໜັງຂອງຂ້ອຍດຳໄໝ້ ແລະ ລອກອອກ;ຮ່າງກາຍຂອງຂ້ອຍຮ້ອນດ້ວຍໄຂ້.31ສຽງພິນຂອງຂ້ອຍກໍກາຍເປັນສຽງຄວນຄາງ,ແລະ ສຽງປີ່ຂອງຂ້ອຍກາຍເປັນສຽງຮ້ອງໄຫ້.
Biblica, Inc.