ໂຢບ29
ການກ່າວແກ້ເທື່ອສຸດທ້າຍຂອງໂຢບ
1ໂຢບໄດ້ກ່າວຕໍ່ໄປວ່າ:2“ຂ້ອຍຄິດຮອດປີເດືອນທີ່ຜ່ານໄປ,ຄືວັນເວລາທີ່ພຣະເຈົ້າເຝົ້າເບິ່ງຂ້ອຍ,3ເມື່ອຕະກຽງຂອງພຣະອົງສ່ອງຢູ່ເທິງຫົວຂອງຂ້ອຍແລະ ໂດຍຄວາມສະຫວ່າງຂອງພຣະອົງຂ້ອຍເດີນຜ່ານຄວາມມືດໄປໄດ້!4ໂອ, ໃນວັນເວລາທີ່ຂ້ອຍຍັງຈະເລີນຮຸ່ງເຮືອງ,ເມື່ອມິດຕະພາບອັນສະໜິດແໜ້ນຂອງພຣະເຈົ້າໄດ້ອວຍພອນແກ່ເຮືອນຂອງຂ້ອຍ,5ເມື່ອອົງຜູ້ມີລິດອໍານາດຍິ່ງໃຫຍ່ຍັງສະຖິດຢູ່ກັບຂ້ອຍແລະ ລູກຫລານຂອງຂ້ອຍກໍຢູ່ອ້ອມຂ້ອຍ,6ເມື່ອເສັ້ນທາງຂອງຂ້ອຍກໍປຽກຊຸ່ມດ້ວຍຄວາມຈະເລີນຮຸ່ງເຮືອງ ແລະ ຜາຫີນກໍມີນ້ຳມັນໝາກກອກໄຫລອອກມາໃຫ້ຂ້ອຍ.7“ເມື່ອຂ້ອຍໄປທີ່ປະຕູເມືອງແລະ ນັ່ງລົງໃນລານທີ່ສາທາລະນະ,8ພວກຄົນໜຸ່ມເຫັນຂ້ອຍກໍຫລີກທາງໃຫ້ແລະ ຜູ້ເຖົ້າກໍລຸກຂຶ້ນຢືນຕ້ອນຮັບຂ້ອຍ;9ຜູ້ນຳກໍຢຸດຈາກການເວົ້າຈາແລະ ເອົາມືປິດປາກຂອງພວກເຂົາໄວ້;10ສຽງຂອງບັນດາຂຸນນາງກໍຢຸດລົງ,ແລະ ລີ້ນຂອງພວກເຂົາແຕະເພດານປາກຂອງພວກເຂົາ.11ທຸກຄົນທີ່ໄດ້ຍິນຂ້ອຍກໍເວົ້າຈາກັບຂ້ອຍດີໆ,ແລະ ຄົນທີ່ເຫັນຂ້ອຍກໍຍົກຍ້ອງຂ້ອຍ,12ເພາະຂ້ອຍຊ່ວຍເຫລືອຄົນທຸກທີ່ຮ້ອງຂໍຄວາມຊ່ວຍເຫລືອ,ແລະ ຊ່ວຍລູກກຳພ້າທີ່ບໍ່ມີຜູ້ໃດຊ່ວຍພວກເຂົາ.13ຄົນທີ່ກໍາລັງຈະຕາຍໄດ້ອວຍພອນຂ້ອຍ;ຂ້ອຍເຮັດໃຫ້ຫົວໃຈຂອງແມ່ໝ້າຍຮ້ອງເພງ.14ຂ້ອຍສວມຄວາມຊອບທຳເໝືອນດັ່ງເຄື່ອງນຸ່ງ;ຄວາມຍຸຕິທຳເປັນເສື້ອຄຸມ ແລະ ຜ້າປົກຫົວຂອງຂ້ອຍ.15ຂ້ອຍເປັນຕາໃຫ້ກັບຄົນຕາບອດແລະ ເປັນຕີນໃຫ້ກັບຄົນເປ້ຍ.16ຂ້ອຍເປັນພໍ່ໃຫ້ກັບຄົນຂັດສົນ;ແລະ ແກ້ຄະດີໃຫ້ກັບຄົນແປກໜ້າ.17ຂ້ອຍຫັກແຂ້ວຂອງຄົນຊົ່ວຮ້າຍແລະ ຊ່ວຍຜູ້ທີ່ເປັນເຫຍື່ອອອກມາຈາກປາກຂອງພວກເຂົາ.18“ຂ້ອຍຄິດວ່າ, ‘ຂ້ອຍຈະຕາຍຢູ່ໃນເຮືອນຂອງຂ້ອຍເອງ,ວັນເວລາຂອງຂ້ອຍມີຫລວງຫລາຍດັ່ງເມັດດິນຊາຍ.19ຮາກຂອງຂ້ອຍຈະຢັ່ງເຖິງນ້ຳ,ແລະ ນ້ຳໝອກຈະຕົກລົງໃສ່ກິ່ງກ້ານຂອງຂ້ອຍຕະຫລອດຄືນ.20ກຽດສັກສີຂອງຂ້ອຍຈະບໍ່ຈາງຫາຍໄປ;ລູກທະນູຢູ່ໃນມືຂອງຂ້ອຍຈະໃໝ່ຢູ່ສະເໝີ’.21“ຄົນຟັງຂ້ອຍຢ່າງຈົດຈໍ່,ລໍຄອຍຢ່າງສະຫງົບເພື່ອຟັງຄຳແນະນຳຂອງຂ້ອຍ,22ຫລັງຈາກທີ່ຂ້ອຍໄດ້ເວົ້າແລ້ວ, ພວກເຂົາກໍບໍ່ເວົ້າອັນໃດອີກ;ຄຳເວົ້າຂອງຂ້ອຍກໍອ່ອນໂຍນເມື່ອພວກເຂົາໄດ້ຍິນ.23ພວກເຂົາລໍຖ້າຂ້ອຍເໝືອນດັ່ງຄອຍຖ້ານໍ້າຝົນແລະ ດື່ມຄຳເວົ້າຂອງຂ້ອຍເໝືອນດັ່ງນໍ້າຝົນໃນລະດູໃບໄມ້ປົ່ງ.24ເມື່ອຂ້ອຍຍິ້ມໃສ່ພວກເຂົາ, ພວກເຂົາບໍ່ເຊື່ອໝັ້ນໃນຕົນເອງ;ໃບໜ້າຍິ້ມແຍ້ມແຈ່ມໃສຂອງຂ້ອຍມີຄຸນຄ່າຕໍ່ພວກເຂົາ. 25ຂ້ອຍເລືອກທາງໃຫ້ພວກເຂົາ ແລະ ນັ່ງເປັນຫົວໜ້າຂອງພວກເຂົາ;ຂ້ອຍຢູ່ບ່ອນນັ້ນດັ່ງເປັນກະສັດຢູ່ທ່າມກາງກອງທັບຂອງເພິ່ນ;ຂ້ອຍເປັນເໝືອນຜູ້ເລົ້າໂລມໃຈບັນດາຜູ້ທີ່ໄວ້ທຸກ.Biblica, Inc.