ໂຢບ2
ການທົດລອງໂຢບຄັ້ງທີສອງ
1ອີກມື້ໜຶ່ງເມື່ອບັນດາເທວະດາ ມາຊຸມນຸມກັນຕໍ່ໜ້າພຣະເຈົ້າຢາເວ, ແລະ ຊາຕານກໍມາກັບພວກເຂົາຕໍ່ໜ້າພຣະອົງດ້ວຍ.2ແລະ ພຣະເຈົ້າຢາເວຖາມຊາຕານວ່າ, “ເຈົ້າໄປໃສມາ?”ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ທ່ອງທ່ຽວໄປທົ່ວໂລກ, ໄປໆມາໆ”.3ແລ້ວພຣະເຈົ້າຢາເວໄດ້ເວົ້າກັບຊາຕານວ່າ; “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ່? ທົ່ວໂລກນີ້ບໍ່ມີຜູ້ໃດຄືລາວ. ລາວເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ. ລາວຍັງຄົງຮັກສາຄວາມສັດຊື່ຂອງຕົນໄວ້, ເຖິງແມ່ນວ່າເຈົ້າຍົວະເຮົາໃຫ້ທຳລາຍລາວໂດຍບໍ່ມີເຫດຜົນກໍຕາມ”.4ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ໜັງແທນໜັງ! ຄົນເຮົາຍອມເສຍທຸກສິ່ງເພື່ອແລກຊີວິດຂອງຕົນ.5ແຕ່ບັດນີ້ ຂໍໃຫ້ຢຽດມືຂອງພຣະອົງອອກ ແລະ ທຳລາຍເນື້ອໜັງ ແລະ ກະດູກຂອງລາວ ແລ້ວລາວຈະສາບແຊ່ງພຣະອົງຕໍ່ໜ້າຢ່າງແນ່ນອນ”.6ພຣະເຈົ້າຢາເວໄດ້ເວົ້າກັບຊາຕານວ່າ, “ໃຫ້ເອົາຕາມນັ້ນ, ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ເຈົ້າຈະຕ້ອງບໍ່ຂ້າລາວ”.7ຊາຕານຈຶ່ງຈາກພຣະເຈົ້າຢາເວໄປ ແລະ ໄດ້ທໍລະມານໂຢບດ້ວຍບາດແຜຕັ້ງແຕ່ຝ່າຕີນເຖິງຫົວຂອງລາວ.8ໂຢບຈຶ່ງໄດ້ເອົາເສດໝໍ້ແຕກມາ ແລະ ຂູດຮ່າງກາຍຂອງລາວຂະນະທີ່ນັ່ງຢູ່ໃນກອງຂີ້ເຖົ່າ.9ເມຍຂອງໂຢບໄດ້ເວົ້າກັບລາວວ່າ, “ເຈົ້າຍັງຈະຮັກສາຄວາມສັດຊື່ຂອງເຈົ້າຢູ່ບໍ? ຈົ່ງສາບແຊ່ງພຣະເຈົ້າ ແລະ ໄປຕາຍສາ!”10ໂຢບໄດ້ຕອບວ່າ, “ເຈົ້າກໍາລັງເວົ້າຄືກັນກັບຍິງໂງ່. ພວກເຮົາຈະຮັບເອົາແຕ່ສິ່ງດີຈາກພຣະເຈົ້າ ແລະ ບໍ່ຍອມຮັບຄວາມເດືອດຮ້ອນນໍາບໍ?”
ໃນເຫດການທັງໝົດນີ້, ໂຢບບໍ່ໄດ້ເຮັດບາບໃນສິ່ງທີ່ລາວເວົ້າເລີຍ.
ໝູ່ສາມຄົນຂອງໂຢບ
11ເມື່ອໝູ່ສາມຄົນຂອງໂຢບ ຄືເອລີຟັດຊາວເຕມານ, ບິນດາດຊາວຊູອາ ແລະ ໂຊພາຊາວນາອາມາ, ພວກເຂົາໄດ້ຂ່າວເລື່ອງຄວາມເດືອດຮ້ອນທັງໝົດທີ່ເກີດກັບໂຢບ, ພວກເຂົາກໍອອກເດີນທາງຈາກບ້ານຂອງຕົນ ແລະ ໄດ້ມາພົບກັນໂດຍຕົກລົງທີ່ຈະໄປເພື່ອຮ່ວມທຸກ ແລະ ເລົ້າໂລມໃຈໂຢບ.12ເມື່ອພວກເຂົາເຫັນໂຢບຕັ້ງແຕ່ໄກ, ພວກເຂົາກໍຈື່ລາວເກືອບບໍ່ໄດ້; ພວກເຂົາຈຶ່ງພາກັນເລີ່ມຮ້ອງໄຫ້ຂຶ້ນດັງໆ, ແລະ ພວກເຂົາກໍໄດ້ຈີກເສື້ອຜ້າ ແລະ ໂຮຍຝຸ່ນໃສ່ຫົວຂອງຕົນ.13ແລ້ວພວກເຂົາໄດ້ນັ່ງລົງພື້ນດິນກັບໂຢບເປັນເວລາເຈັດວັນ ແລະ ເຈັດຄືນ. ບໍ່ມີຜູ້ໃດເວົ້າອັນໃດກັບລາວແມ່ນແຕ່ຄຳດຽວ, ເພາະພວກເຂົາເຫັນວ່າໂຢບທຸກທໍລະມານຫລາຍ.Biblica, Inc.