ໂຢບ28
ປັນຍາຖືກຄົ້ນພົບໄດ້ຢູ່ໃສ
1“ມີເໝືອງເງິນແລະ ມີບ່ອນຫລອມຄຳ.2ເຫລັກໄດ້ມາຈາກພື້ນດິນ,ແລະ ທອງແດງຫລອມມາຈາກແຮ່ທາດ.3ມະນຸດໄລ່ຄວາມມືດອອກໄປ;ພວກເຂົາຄົ້ນຫາໃນບ່ອນທີ່ຫ່າງໄກບໍ່ຢຸດບໍ່ເຊົາ.ເພາະບໍ່ແຮ່ຢູ່ໃນບ່ອນທີ່ມືດທີ່ສຸດ4ຫ່າງໄກຈາກບ່ອນທີ່ມະນຸດອາໄສ ພວກເຂົາຂຸດທາງລອດພື້ນ,ໃນບ່ອນທີ່ຕີນຂອງມະນຸດບໍ່ໄດ້ຢຽບເຂົ້າໄປ;ພວກເຂົາຫ້ອຍ ແລະ ແກວ່ງໄກວໄປມາໃນບ່ອນຫ່າງໄກຈາກຄົນ.5ອາຫານມາຈາກແຜ່ນດິນໂລກ,ເບື້ອງລຸ່ມຖືກຫລອມເໝືອນດັ່ງໄຟເຜົາ;6ແກ້ວໄພທູນມາຈາກຫີນຂອງມັນ,ແລະ ຂີ້ຝຸ່ນດິນກໍປະກອບດ້ວຍກ້ອນຄຳ.7ບໍ່ມີນົກລ່າເຫຍື່ອໂຕໃດຮູ້ເສັ້ນທາງທີ່ເຊື່ອງຢູ່ນັ້ນ,ບໍ່ມີຕາຂອງແຫລວໂຕໃດໄດ້ເຫັນມັນ.8ສັດຮ້າຍທີ່ສະຫງ່າງາມບໍ່ຍ່າງຜ່ານໄປທີ່ນັ້ນ.ແລະ ບໍ່ມີສິງຜູ້ໂຕໃດຜ່ານໄປທີ່ນັ້ນ.9ມະນຸດທຳລາຍໂງ່ນຫີນທີ່ແຂງດ້ວຍມືຂອງຕົນແລະ ຂຸດຮາກຂອງບັນດາພູເຂົາ.10ພວກເຂົາຂຸດອຸບໂມງທະລຸຜາຫີນ;ແລະ ຕາຂອງພວກເຂົາເຫັນຂອງມີຄ່າທັງໝົດຢູ່ໃນນັ້ນ.11ພວກເຂົາຄົ້ນຫາ ແຫລ່ງກໍາເນີດຂອງແມ່ນໍ້າທັງຫລາຍແລະ ນຳສິ່ງທີ່ເຊື່ອງໄວ້ນັ້ນອອກມາສູ່ແສງແຈ້ງ.12“ແຕ່ຈະພົບປັນຍາໄດ້ຢູ່ໃສ?ຄວາມເຂົ້າໃຈຢູ່ບ່ອນໃດ?13ບໍ່ມີມະນຸດຄົນໃດເຂົ້າໃຈເຖິງຄຸນຄ່າຂອງປັນຍາ;ມັນບໍ່ສາມາດຖືກພົບໄດ້ໃນດິນແດນຂອງຄົນທີ່ມີຊີວິດ.14ຄວາມເລິກເວົ້າວ່າ, ‘ມັນບໍ່ໄດ້ຢູ່ໃນຂ້ອຍ’;ທະເລເວົ້າວ່າ, ‘ມັນບໍ່ໄດ້ຢູ່ກັບຂ້ອຍ’.15ປັນຍາບໍ່ສາມາດຊື້ດ້ວຍຄຳຊັ້ນດີ,ຫລື ສາມາດຕີລາຄາເປັນເງິນໄດ້.16ບໍ່ສາມາດຊື້ປັນຍາດ້ວຍຄຳແຫ່ງເມືອງໂອຟີ,ດ້ວຍຫີນໂກເມນ ຫລື ແກ້ວໄພທູນ.17ບໍ່ວ່າຄຳ ຫລື ແກ້ວກໍບໍ່ສາມາດປຽບທຽບກັບປັນຍາໄດ້.ຫລື ເຄື່ອງເພັດພອຍ ຫລື ຄໍາກໍບໍ່ອາດແລກປ່ຽນໄດ້,18ຫີນປະກາລັງ ແລະ ມະນີໂຊດກໍບໍ່ມີຄຸນຄ່າທີ່ຈະກ່າວເຖິງ;ຄຸນຄ່າຂອງປັນຍາສູງກວ່າທັບທິມ.19ບຸດສະລາຄຳແຫ່ງກູເຊກໍບໍ່ສາມາດປຽບທຽບກັບປັນຍາໄດ້;ບໍ່ສາມາດຊື້ປັນຍາດ້ວຍຄຳບໍລິສຸດໄດ້.20“ແລ້ວປັນຍາມາຈາກໃສ?ຄວາມເຂົ້າໃຈຢູ່ບ່ອນໃດ?21ມັນຖືກເຊື່ອງຈາກສາຍຕາຂອງທຸກສິ່ງທີ່ມີຊີວິດ,ແລະ ຖືກປິດບັງໄວ້ແມ່ນແຕ່ຈາກນົກຢູ່ໃນທ້ອງຟ້າ.22ຄວາມພິນາດຈິບຫາຍ ແລະ ຄວາມຕາຍເວົ້າວ່າ,‘ພວກເຮົາໄດ້ຍິນພຽງແຕ່ຂ່າວຊ່າລືກັນເທົ່ານັ້ນ’.23ພຣະເຈົ້າເຂົ້າໃຈທາງສູ່ປັນຍາແລະ ພຣະອົງພຽງຜູ້ດຽວເທົ່ານັ້ນທີ່ຮູ້ວ່າປັນຍາຢູ່ໃສ,24ເພາະພຣະອົງແນມເຫັນຮອດສຸດປາຍແຜ່ນດິນໂລກແລະ ເຫັນທຸກສິ່ງພາຍໃຕ້ຟ້າສະຫວັນ.25ເມື່ອພຣະເຈົ້າກຳນົດກໍາລັງຂອງລົມແລະ ຊັ່ງຕວງນ້ຳ,26ເມື່ອພຣະອົງຕັ້ງກົດເກນໃຫ້ຝົນແລະ ຈັດທາງໃຫ້ແກ່ແສງຟ້າແມບຜ່າຜ່ານ,27ແລ້ວພຣະອົງແນມເບິ່ງປັນຍາ ແລະ ໄດ້ປະເມີນຄ່າມັນ;ພຣະອົງຢືນຢັນ ແລະ ທົດສອບປັນຍາ.28ແລະ ພຣະອົງກໍກ່າວຕໍ່ມວນມະນຸດວ່າ,‘ການຢຳເກງອົງພຣະຜູ້ເປັນເຈົ້ານັ້ນຄືປັນຍາ,ແລະ ການຫລີກໜີຈາກຄວາມຊົ່ວຄືຄວາມເຂົ້າໃຈ’ ”.Biblica, Inc.