ໂຢບ27
ຄໍາເວົ້າສຸດທ້າຍຂອງໂຢບຕໍ່ໝູ່ພື່ອນຂອງລາວ
1ແລະ ໂຢບໄດ້ກ່າວຕໍ່ໄປວ່າ:2“ຕາບໃດທີ່ພຣະເຈົ້າມີຊີວິດຢູ່, ພຣະອົງໄດ້ປະຕິເສດທີ່ຈະໃຫ້ຄວາມຍຸຕິທຳແກ່ຂ້ານ້ອຍ,ອົງຜູ້ມີລິດອໍານາດຍິ່ງໃຫຍ່, ຜູ້ເຮັດໃຫ້ຊີວິດຂອງຂ້ານ້ອຍຂົມຂື່ນ,3ຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່,ລົມຫາຍໃຈຂອງພຣະເຈົ້າກໍຢູ່ໃນຮູດັງຂອງຂ້ານ້ອຍ,4ສົບຂອງຂ້ານ້ອຍຈະບໍ່ເວົ້າຄໍາຊົ່ວອັນໃດ.ແລະ ລີ້ນຂອງຂ້ານ້ອຍຈະບໍ່ກ່າວຄຳຫລອກລວງ.5ຂ້ອຍຈະບໍ່ມີທາງຍອມຮັບວ່າພວກເຈົ້າເປັນຝ່າຍຖືກ;ຈົນກວ່າຂ້ອຍຕາຍໄປ, ຂ້ອຍຈະບໍ່ຢຸດທີ່ຈະຮັກສາຄວາມສັດຊື່ຂອງຂ້ອຍ.6ຂ້ອຍຈະຮັກສາຄວາມບໍລິສຸດຂອງຂ້ອຍໄວ້ ແລະ ບໍ່ມີວັນປ່ອຍມັນໄປ;ຈິດສໍານຶກຂອງຂ້ອຍຈະບໍ່ຕຳໜິຂ້ອຍຕາບໃດທີ່ຂ້ອຍຍັງມີຊີວິດຢູ່.7“ຂໍໃຫ້ສັດຕູຂອງຂ້ອຍເປັນເໝືອນຄົນຊົ່ວ,ຂໍໃຫ້ຄົນທີ່ຕໍ່ສູ້ຂ້ອຍເປັນເໝືອນຄົນອະທຳ!8ເພາະຄົນບໍ່ເຊື່ອຖືພຣະເຈົ້າຈະມີຄວາມຫວັງອັນໃດເມື່ອພວກເຂົາຖືກຕັດຂາດ,ເມື່ອພຣະເຈົ້າເອົາຊີວິດຂອງພວກເຂົາໄປ?9ເມື່ອຄວາມທຸກລຳບາກມາເຖິງພວກເຂົາພຣະເຈົ້າຟັງສຽງຮ້ອງໄຫ້ຂອງພວກເຂົາຢູ່ບໍ?10ພວກເຂົາຈະພົບຊື່ນຊົມຍິນດີໃນອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ບໍ?ພວກເຂົາຈະຮ້ອງຫາພຣະເຈົ້າຕະຫລອດເວລາໄດ້ບໍ່?11“ຂ້ອຍຈະສັ່ງສອນພວກເຈົ້າເຖິງເລື່ອງລິດອຳນາດຂອງພຣະເຈົ້າ;ຂ້ອຍຈະບໍ່ປິດບັງວິຖີທາງຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່.12ພວກເຈົ້າທຸກຄົນກໍເຫັນສິ່ງທັງໝົດນີ້ດ້ວຍຕົນເອງແລ້ວ.ເປັນຫຍັງຈຶ່ງເວົ້າແບບໄຮ້ສາລະແບບນີ້?13“ນີ້ຄືຊະຕາກຳທີ່ພຣະເຈົ້າກຳນົດໃຫ້ແກ່ຄົນຊົ່ວຮ້າຍ,ແລະ ເປັນມໍລະດົກທີ່ຄົນໂຫດຮ້າຍໄດ້ຮັບຈາກອົງຜູ້ມີລິດອໍານາດຍິ່ງໃຫຍ່ດັ່ງນີ້:14ເຖິງແມ່ນວ່າລູກຫລານຂອງພວກເຂົາຈະມີຫລວງຫລາຍ, ແຕ່ຊະຕາກໍາຂອງພວກເຂົາຈະຖືກຄົມດາບ;ເຊື້ອສາຍຂອງພວກເຂົາຈະບໍ່ມີວັນໄດ້ກິນອິ່ມ.15ພວກທີ່ລອດຊີວິດຈາກພຣະອົງຈະຖືກຝັງດ້ວຍໂລກລະບາດ,ແລະ ເມຍໝ້າຍຂອງພວກເຂົາຈະບໍ່ຮ້ອງໄຫ້ໃຫ້ກັບພວກເຂົາ.16ແມ່ນວ່າຄົນຊົ່ວຮ້າຍສະສົມເງິນໄວ້ຢ່າງຫລວງຫລາຍດັ່ງຂີ້ຝຸ່ນດິນແລະ ມີເຄື່ອງນຸ່ງດັ່ງກອງດິນໜຽວ,17ສິ່ງທີ່ພວກເຂົາສະສົມໄວ້ຄົນຊອບທຳຈະໄດ້ນຸ່ງຫົ່ມ,ແລະ ຄົນບໍ່ມີຄວາມຜິດຈະເອົາເງິນຂອງພວກເຂົາມາແບ່ງປັນກັນ.18ເຮືອນທີ່ພວກເຂົາສ້າງຂຶ້ນກໍເປັນເໝືອນຮັງຂອງດັກແດ້,ເໝືອນດັ່ງຕູບທີ່ຄົນເຝົ້າຍາມສ້າງຂຶ້ນ.19ພວກເຂົານອນລົງເທິງຄວາມຮັ່ງມີ, ແຕ່ຈະບໍ່ໄດ້ເຮັດເຊັ່ນນັ້ນອີກຕໍ່ໄປ;ເມື່ອພວກເຂົາມືນຕາຂຶ້ນມາ, ທຸກຢ່າງກໍສູນຫາຍໄປໝົດ.20ຄວາມຢ້ານໂຈມຕີພວກເຂົາເໝືອນດັ່ງນ້ຳຖ້ວມ;ພະຍຸພັດພວກເຂົາໄປໃນຕອນກາງຄືນ.21ລົມຈາກຕາເວັນອອກພັດພວກເຂົາຫາຍໄປ, ແລະ ພວກເຂົາກໍຈາກໄປ;ມັນກວາດພວກເຂົາອອກໄປຈາກບ່ອນຢູ່ຂອງພວກເຂົາ;22ມັນແລ່ນເຂົ້າຫາພວກເຂົາຢ່າງບໍ່ມີຄວາມປານີຂະນະທີ່ພວກເຂົາພະຍາຍາມຈະຫລົບໜີໃຫ້ພົ້ນອຳນາດຂອງມັນ.23ມັນກໍຕົບມືເຢາະເຍີ້ຍແລະ ສົ່ງສຽງຂົ່ມຂູ່ພວກເຂົາໃຫ້ໄປຈາກບ່ອນຢູ່ຂອງພວກເຂົາ.Biblica, Inc.