ໂຢບ26

ໂຢບ

1ແລ້ງ​ໂຢບ​ໄດ້​ຕອບ​ວ່າ:2“ພວກເຈົ້າ​ຊ່ວຍ​ຄົນ​ຂາດ​ກຳລັງ​ໄດ້​ຫລາຍ​ແທ້!ພວກເຈົ້າ​ໄດ້​ຊ່ວຍ​ຍົກຊູ​ແຂນ​ທີ່​ອ່ອນ​ກໍາລັງ​ໄດ້​ດີ​ຫລາຍ!3ຄຳ​ແນະນຳ​ທີ່​ພວກເຈົ້າ​ໃຫ້​ແກ່​ຄົນ​ບໍ່​ມີ​ປັນຍາ​ນັ້ນ​ຊ່າງ​ດີ​ເຫລືອ​ຫລາຍ!ແລະ ພວກເຈົ້າ​ສະແດງ​ຄວາມເຂົ້າໃຈ​ທີ່​ເລິກເຊິ່ງ​ໄດ້​ແນວໃດ!4ຜູ້ໃດ​ຊ່ວຍ​ໃຫ້​ພວກເຈົ້າ​ເວົ້າ​ຄໍາ​ເຫລົ່ານີ້​ອອກ​ມາ​ແບບ​ນີ້​ໄດ້?ແລະ ວິນຍານ​ດວງ​ໃດ​ທີ່​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ພວກເຈົ້າ?
5“ຄົນຕາຍ​ນັ້ນ​ກໍ​ຈົມ​ຢູ່​ໃນ​ທຸກ​ທໍລະມານ​ຢ່າງ​ໜັກໜ່ວງ,ບັນດາ​ຄົນ​ທີ່​ຢູ່​ໃຕ້​ນໍ້າ ແລະ ທຸກ​ຄົນ​ທີ່​ອາໄສ​ຢູ່​ໃນ​ນັ້ນ.6ແດນ​ມໍລະນາ​ກໍ​ເປີດໂລ່ງ​ຕໍ່ໜ້າ​ພຣະເຈົ້າ;ຄວາມ​ພິນາດ​ຈິບຫາຍ​ບໍ່​ມີ​ອັນໃດ​ປົກປິດ.7ພຣະເຈົ້າ​ຜື​ທ້ອງຟ້າ​ອອກ​ທາງ​ດ້ານ​ເໜືອ​ເໜືອ​ບ່ອນ​ວ່າງເປົ່າ;ພຣະອົງ​ແຂວນ​ໂລກ​ໄວ້​ໂດຍ​ບໍ່​ມີ​ສິ່ງ​ໃດ​ເລີຍ.8ພຣະອົງ​ຫຸ້ມຫໍ່​ນ້ຳ​ໄວ້​ໃນ​ເມກ​ຂອງ​ພຣະອົງ,ແຕ່​ເມກ​ກໍ​ບໍ່​ໄດ້​ແຕກ​ກະຈາຍ​ອອກ​ເພາະ​ນ້ຳໜັກ​ຂອງ​ມັນ.9ພຣະອົງ​ປົກບັງ​ແສງ​ຂອງ​ເດືອນ​ເຕັມ​ດວງ,ໂດຍ​ກະຈາຍ​ເມກ​ຂອງ​ພຣະອົງ​ປົກຄຸມ​ມັນ​ໄວ້.10ພຣະອົງ​ກຳນົດ​ເສັ້ນ​ຂອບ​ຟ້າ​ເທິງ​ໜ້າ​ນໍ້າເປັນ​ເຂດແດນ​ລະຫວ່າງ​ຄວາມ​ສະຫວ່າງ​ກັບ​ຄວາມ​ມືດ.11ເສົາ​ຂອງ​ຟ້າສະຫວັນ​ສັ່ນ​ຄອນ,ຕົກຕະລຶງ​ເມື່ອ​ພຣະອົງ​ຕຳໜິ.12ພຣະອົງ​ເຮັດໃຫ້​ທະເລ​ສະຫງົບ​ລົງ​ໂດຍ​ລິດອຳນາດ​ຂອງ​ພຣະອົງ;ພຣະອົງ​ຕັດ​ຣາຮາບ​ອອກ​ເປັນ​ຕ່ອນໆ​ໂດຍ​ພຣະປັນຍາ​ຂອງ​ພຣະອົງ.13ທ້ອງຟ້າ​ກໍ​ແຈ່ມໃສ​ໂດຍ​ລົມ​ຫາຍໃຈ​ຂອງ​ພຣະອົງ;ມື​ຂອງ​ພຣະອົງ​ໄດ້​ແທງ​ພະຍາ​ງູ​ທີ່​ກຳລັງ​ເລືອ​ໄປ.14ແລະ ສິ່ງ​ເຫລົ່ານີ້​ເປັນ​ພຽງ​ສິ່ງ​ເລັກ​ນ້ອຍໆ​ທີ່​ພຣະອົງ​ໄດ້​ກະທຳເປັນ​ພຽງ​ສຽງ​ຊິ່ມ​ເບົາໆ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພຣະອົງ​ເທົ່ານັ້ນ!ແລ້ວ​ຜູ້ໃດ​ຈະ​ສາມາດ​ເຂົ້າໃຈ​ຄວາມ​ຍິ່ງໃຫຍ່​ແຫ່ງ​ລິດ​ອຳນາດ​ຂອງ​ພຣະອົງ​ໄດ້?”

Biblica, Inc.

https://app.library.bible/content/eab9312f9f16b3a2