ໂຢບ25
ບິນດາດ
1ແລ້ວບິນດາດຊາວຊູອາໄດ້ຕອບວ່າ:2“ການປົກຄອງ ແລະ ຄວາມຢໍາເກງເປັນຂອງພຣະເຈົ້າ;ພຣະອົງສະຖາປະນາຄວາມເປັນລະບຽບໄວ້ໃນບ່ອນສູງແຫ່ງຟ້າສະຫວັນ.3ກອງກໍາລັງຂອງພຣະອົງສາມາດນັບໄດ້ບໍ?ມີຜູ້ໃດແດ່ທີ່ແສງສະຫວ່າງຂອງພຣະອົງສ່ອງໄປບໍ່ເຖິງ?4ມະນຸດຈະເປັນຄົນຊອບທຳຕໍ່ໜ້າພຣະເຈົ້າໄດ້ຢ່າງໃດ?ຄົນທີ່ເກີດຈາກຜູ້ຍິງຈະບໍລິສຸດໄດ້ຢ່າງໃດ?5ແມ່ນແຕ່ດວງເດືອນກໍບໍ່ແຈ້ງແລະ ດວງດາວກໍບໍ່ບໍລິສຸດໃນສາຍຕາຂອງພຣະອົງ,6ມະນຸດເປັນພຽງໂຕດັກແດ້,ມະນຸດເປັນພຽງໂຕໜອນຫລາຍກວ່ານັ້ນຈັກເທົ່າໃດ!”Biblica, Inc.