ໂຢບ24
1“ເປັນຫຍັງອົງຜູ້ມີລິດອໍານາດຍິ່ງໃຫຍ່ຈຶ່ງບໍ່ກຳນົດເວລາໄວ້ເພື່ອພິພາກສາ?ເປັນຫຍັງບັນດາຜູ້ທີ່ຮູ້ຈັກພຣະອົງຊອກຫາວັນເວລາເຊັ່ນນັ້ນໂດຍບໍ່ມີປະໂຫຍດ?2ມີຄົນຍ້າຍຫລັກເຂດແດນ;ພວກເຂົາລ້ຽງຝູງແກະທີ່ພວກໄດ້ລັກມາ.3ພວກເຂົາປຸ້ນເອົາລໍຂອງລູກກຳພ້າ.ແລະ ຢຶດງົວຂອງແມ່ໝ້າຍເປັນຂອງຄ້ຳປະກັນ.4ພວກເຂົາຂັບໄລ່ຄົນຂັດສົນອອກໄປໃຫ້ພົ້ນຈາກທາງແລະ ບັງຄັບຄົນຂັດສົນທຸກຄົນໃນດິນແດນໃຫ້ໄປລີ້ຊ່ອນ.5ດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານ,ຄົນທຸກຍາກຕ້ອງອອກໄປຫາອາຫານຢ່າງຍາກລໍາບາກ;ໃນຖິ່ນແຫ້ງແລ້ງກັນດານເພື່ອລ້ຽງລູກຂອງຕົນ.6ພວກເຂົາເກັບອາຫານສັດຢູ່ຕາມທົ່ງນາແລະ ເກັບເລັມໝາກອະງຸ່ນທີ່ລົ່ນໃນສວນອະງຸ່ນຂອງຄົນຊົ່ວຮ້າຍ.7ພວກເຂົານອນເປືອຍກາຍໂດຍບໍ່ມີເຄື່ອງນຸ່ງໃນຍາມກາງຄືນ;ພວກເຂົາບໍ່ມີຫຍັງມາຫົ່ມຕົນເອງໃນຍາມໜາວ.8ຮ່າງກາຍຂອງພວກເຂົາປຽກຊຸ່ມໄປດ້ວຍຝົນຈາກພູເຂົາແລະ ກອດກ້ອນຫີນໄວ້ເພາະບໍ່ມີບ່ອນກຳບັງ.9ລູກກຳພ້າຖືກພາກໄປຈາກເອິກແມ່;ເດັກນ້ອຍຂອງຄົນທຸກຍາກຖືກຈັບໄປເພາະເປັນໜີ້.10ພວກເຂົາຈຶ່ງຕ້ອງອອກໄປດ້ວຍການເປືອຍກາຍບໍ່ມີເຄື່ອງນຸ່ງ;ພວກເຂົາຫາມຟ່ອນເຂົ້າທັງທີ່ຍັງຫິວເຂົ້າຢູ່.11ພວກເຂົາບີບໝາກກອກເທດເປັນຢູ່ຕາມທົ່ງທີ່ເປັນຊັ້ນ; ແລະ ພວກເຂົາຢຽບໝາກອະງຸ່ນ, ແຕ່ພວກເຂົາຍັງທຸກທໍລະມານດ້ວຍຄວາມຫິວ.12ສຽງຄວນຄາງຂອງຄົນໃກ້ຕາຍດັງຂຶ້ນມາຈາກເມືອງ,ແລະ ຈິດວິນຍານຂອງຜູ້ບາດເຈັບຮ້ອງອ້ອນວອນຂໍຄວາມຊ່ວຍເຫລືອ.ແຕ່ພຣະເຈົ້າບໍ່ເອົາຜິດກັບຜູ້ໃດ.13“ມີພວກທີ່ກະບົດຕໍ່ຄວາມສະຫວ່າງ,ຜູ້ທີ່ບໍ່ຮູ້ຈັກທາງນັ້ນແລະ ບໍ່ຍອມດຳເນີນໃນທາງຂອງຄວາມສະຫວ່າງນັ້ນ.14ເມື່ອແສງຕາເວັນໝົດໄປແລ້ວ, ຄາດຕະກອນກໍລຸກຂຶ້ນ,ຂ້າຄົນທຸກຍາກ ແລະ ຄົນຂັດສົນ,ແລະ ໃນຕອນກາງຄືນພວກເຂົາຈອບອອກໄປເໝືອນຂະໂມຍ.15ຕາຂອງຄົນຫລີ້ນຊູ້ລໍຄອຍເວລາຄ່ຳ;ລາວຄິດວ່າ, ‘ບໍ່ມີຜູ້ໃດເຫັນຂ້ອຍ’,ແລະ ລາວປົກປິດໜ້າຂອງຕົນໄວ້.16ໃນຕອນກາງຄືນ, ພວກຂະໂມຍລັກເຂົ້າໄປໃນເຮືອນ,ແຕ່ຕອນກາງເວັນພວກເຂົາກໍເກັບໂຕຢູ່ໃນ;ພວກເຂົາບໍ່ຢາກຫຍຸ້ງກ່ຽວກັບຄວາມສະຫວ່າງ.17ສຳລັບພວກເຂົາທຸກຄົນ, ຄວາມມືດສະໜິດເປັນຍາມເຊົ້າຂອງພວກເຂົາ; ພວກເຂົາເປັນມິດກັບຄວາມມືດອັນໜ້າຢ້ານກົວ. 18“ເຖິງປານນັ້ນພວກເຂົາເປັນຟອດນໍ້າທີ່ຢູ່ເທິງໜ້ານ້ຳ;ດິນແດນທີ່ເປັນສ່ວນຂອງພວກເຂົາກໍຖືກສາບແຊ່ງ,ສະນັ້ນ ຈຶ່ງບໍ່ມີຜູ້ໃດໄປທີ່ສວນອະງຸ່ນ.19ຄວາມຮ້ອນເອົ້າ ແລະ ຄວາມແຫ້ງແລ້ງດູດຫິມະໃຫ້ລະລາຍໄປສັນໃດ,ຂຸມຝັງສົບກໍດຶງຜູ້ທີ່ເຮັດບາບໄປສັນນັ້ນ.20ມົດລູກຂອງແມ່ກໍລືມພວກເຂົາ,ໂຕໜອນລຸມກັດກິນພວກເຂົາ;ຄົນຊົ່ວຮ້າຍບໍ່ຖືກຈົດຈຳອີກຕໍ່ໄປແຕ່ພວກເຂົາຖືກປໍ້າລົງເໝືອນດັ່ງຕົ້ນໄມ້.21ເພາະພວກເຂົາເອົາລັດເອົາປຽບຍິງທີ່ເປັນໝັນ ແລະ ຍິງທີ່ບໍ່ມີລູກ,ແລະ ພວກເຂົາບໍ່ສະແດງຄວາມເມດຕາກັບແມ່ໝ້າຍ.22ແຕ່ພຣະເຈົ້າລາກຜູ້ຍິ່ງໃຫຍ່ໄປດ້ວຍລິດອຳນາດຂອງພຣະອົງ;ແມ່ນວ່າພວກເຂົາຈະໝັ້ນຄົງຢູ່, ພວກເຂົາກໍບໍ່ມີຄວາມປອດໄພໃນຊີວິດ.23ພຣະອົງອາດຈະປ່ອຍໃຫ້ພວກເຂົາພັກຜ່ອນຢູ່ດ້ວຍຄວາມຮູ້ສຶກປອດໄພ,ແຕ່ຕາຂອງພຣະອົງເຝົ້າເບິ່ງວິຖີທາງຂອງພວກເຂົາ.24ເພາະພວກເຂົາໄດ້ຮັບການຍົກຍ້ອງຊົ່ວຂະນະໜຶ່ງ, ແລ້ວພວກເຂົາກໍຕາຍໄປ.ພວກເຂົາຖືກເຮັດໃຫ້ຕົກຕ່ຳລົງ ແລະ ຖືກຮວບຮວມໄປເໝືອນດັ່ງຄົນອື່ນທັງໝົດ.ພວກເຂົາຖືກຕັດອອກເໝືອນດັ່ງຮວງເຂົ້າ.25“ຖ້າບໍ່ເປັນດັ່ງນີ້, ຜູ້ໃດຈະພິສູດໄດ້ວ່າຂ້ອຍເວົ້າບໍ່ຈິງແລະ ຄໍາເວົ້າຂອງຂ້ອຍບໍ່ມີປະໂຫຍດຫຍັງບໍ່ແມ່ນບໍ?”
Biblica, Inc.