ໂຢບ23
ໂຢບ
1ແລ້ວໂຢບໄດ້ຕອບວ່າ:2“ຄຳຈົ່ມທຸກຂອງຂ້ອຍໃນມື້ນີ້ກໍຂົມຂື່ນ:ມືຂອງພຣະອົງ ກໍໜັກໜ່ວງແມ່ນວ່າ ຂ້ອຍຮ້ອງຄວນຄາງຢູ່ກໍຕາມ.3ຖ້າຂ້ອຍຮູ້ວ່າຈະຊອກຫາພຣະເຈົ້າໄດ້ຢູ່ໃສ;ຖ້າຂ້ອຍສາມາດໄປເຖິງບ່ອນປະທັບຢູ່ຂອງພຣະອົງ!4ຂ້ອຍຈະລາຍງານເລື່ອງຄະດີຂອງຂ້ອຍຕໍ່ໜ້າພຣະອົງແລະ ປາກຂອງຂ້ອຍກໍເວົ້າໂຕ້ແຍ້ງຢ່າງເຕັມທີ່.5ແລ້ວຂ້ອຍຈະຮູ້ວ່າພຣະອົງຈະຕອບຂ້ອຍຢ່າງໃດ,ແລະ ພິຈາລະນາເຖິງສິ່ງທີ່ພຣະອົງກ່າວກັບຂ້ອຍ.6ພຣະອົງຈະໃຊ້ອຳນາດຕໍ່ຕ້ານຂ້ອຍບໍ?ບໍ່ເລີຍ, ພຣະອົງຈະບໍ່ຕັ້ງຂໍ້ຫາຕໍ່ສູ້ຂ້ອຍ.7ຢູ່ທີ່ນັ້ນຄົນຊອບທຳຈະພິສູດຄວາມບໍລິສຸດຂອງຕົນຕໍ່ພຣະອົງໄດ້,ແລະ ຢູ່ທີ່ນັ້ນ ຂ້ອຍຈະໄດ້ຮັບການປົດປ່ອຍຈາກຜູ້ພິພາກສາຂອງຂ້ອຍຕະຫລອດໄປ.8“ແຕ່ຖ້າຂ້ອຍໄປທາງທິດຕາເວັນອອກ, ພຣະອົງກໍບໍ່ໄດ້ຢູ່ທີ່ນັ້ນ;ຖ້າຂ້ອຍໄປທາງທິດຕາເວັນຕົກ, ຂ້ອຍກໍບໍ່ພົບພຣະອົງ.9ເມື່ອພຣະອົງຢູ່ໃນບ່ອນເຮັດວຽກທາງທິດເໜືອ, ຂ້ອຍບໍ່ເຫັນພຣະອົງ;ເມື່ອພຣະອົງຫັນມາທາງໃຕ້, ຂ້ອຍກໍຫາພຣະອົງບໍ່ພົບ.10ແຕ່ພຣະອົງຮູ້ຈັກທາງທີ່ຂ້ອຍໄປ;ເມື່ອພຣະອົງໄດ້ທົດສອບຂ້ອຍແລ້ວ, ຂ້ອຍຈະອອກມາເປັນດັ່ງຄຳ.11ຕີນຂອງຂ້ອຍໄດ້ຕິດຕາມຮອຍຕີນຂອງພຣະອົງຢ່າງໃກ້ຊິດ;ຂ້ອຍຍັງຢູ່ໃນທາງຂອງພຣະອົງໂດຍຫັນເຫໄປທາງໃດອີກ.12ຂ້ານ້ອຍບໍ່ໄດ້ຫ່າງຈາກຄໍາສັ່ງຈາກປາກຂອງພຣະອົງ;ຂ້ອຍໄດ້ໃຫ້ຄຸນຄ່າແກ່ຖ້ອຍຄໍາຈາກປາກຂອງພຣະອົງຫລາຍກວ່າອາຫານປະຈຳວັນຂອງຂ້ອຍ.13“ແຕ່ພຣະອົງຢືນຢ່າງເດັດດ່ຽວ ແລະ ຜູ້ໃດຈະຕໍ່ຕ້ານພຣະອົງໄດ້?ພຣະອົງເຮັດທຸກສິ່ງຕາມທີ່ພຣະອົງພໍໃຈ.14ພຣະອົງດໍາເນີນການຕາມດຳລັດຂອງພຣະອົງຕໍ່ສູ້ຂ້ອຍ,ແລະ ແຜນການຫລາຍຢ່າງທີ່ພຣະອົງຍັງຄົງເກັບໄວ້.15ດ້ວຍເຫດນີ້ຂ້ອຍຈຶ່ງຢ້ານກົວຕໍ່ພຣະອົງ;ເມື່ອຂ້ອຍຄິດກ່ຽວກັບສິ່ງເຫລົ່ານີ້ທັງໝົດ, ຂ້ອຍກໍຢຳເກງພຣະອົງ.16ພຣະເຈົ້າເຮັດໃຫ້ຈິດໃຈຂອງຂ້ອຍບໍ່ມີແຮງ;ອົງຜູ້ມີລິດອໍານາດຍິ່ງໃຫຍ່ເຮັດໃຫ້ຂ້ອຍຢ້ານກົວ.17ໂດຍຄວາມມືດໜານັ້ນກໍປົກປິດໜ້າຂ້ອຍໄວ້,ແຕ່ຄວາມມືດນັ້ນກໍບໍ່ໄດ້ເຮັດໃຫ້ຂ້ອຍມິດງຽບ”.Biblica, Inc.