ໂຢບ22

ເອລີຟັດ

1ແລ້ວ​ເອລີຟັດ​ຊາວ​ເຕມານ​ໄດ້​ຕອບ​ວ່າ:2“ມະນຸດ​ຈະ​ເປັນ​ປະໂຫຍດ​ອັນ​ໃດ​ຕໍ່​ພຣະເຈົ້າ​ໄດ້?ແມ່ນແຕ່​ຄົນ​ສະຫລາດ​ກໍ​ຈະ​ເຮັດ​ປະໂຫຍດ​ອັນໃດ​ສຳລັບ​ພຣະອົງ​ໄດ້?3ຖ້າ​ເຈົ້າ​ເປັນ​ຄົນ​ຊອບທຳ​ຈະ​ເຮັດ​ຫຍັງ​ໃຫ້​ອົງ​ຜູ້ມີລິດອໍານາດຍິ່ງໃຫຍ່​ພໍໃຈ​ໄດ້​ແດ່?ພຣະອົງ​ຈະ​ໄດ້​ຮັບ​ປະໂຫຍດ​ອັນ​ໃດ​ຖ້າ​ວິຖີ​ທາງ​ຂອງ​ເຈົ້າ​ບໍ່ມີຕໍາໜິ?
4“ເປັນ​ຍ້ອນ​ຄວາມຢຳເກງ​ຂອງ​ເຈົ້າ​ບໍ ພຣະອົງ​ຈຶ່ງ​ຕຳໜິ​ເຈົ້າແລະ ນໍາ​ຂໍ້ກ່າວ​ຫາ​ມາ​ຕໍ່ສູ້​ເຈົ້າ?5ບໍ່​ແມ່ນ​ຍ້ອນ​ຄວາມ​ຊົ່ວຮ້າຍ​ອັນ​ໃຫຍ່​ບໍ?ບໍ່​ແມ່ນ​ຍ້ອນ​ການ​ບາບ​ທີ່​ບໍ່​ສິ້ນສຸດ​ຂອງ​ເຈົ້າ​ບໍ?6ເຈົ້າ​ໄດ້​ຮຽກຮ້ອງ​ເຄື່ອງ​ຄ້ຳປະກັນ​ຈາກ​ພີ່ນ້ອງ​ຂອງ​ເຈົ້າ​ໂດຍ​ບໍ່​ມີ​ເຫດຜົນ;ເຈົ້າ​ໄດ້​ຢຶດ​ເອົາ​ເຄື່ອງນຸ່ງ​ຂອງ​ພວກເຂົາ​ຈົນ​ໝົດ, ປ່ອຍ​ໃຫ້​ພວກເຂົາ​ເປືອຍກາຍ.7ເຈົ້າ​ບໍ່​ໄດ້​ໃຫ້​ນ້ຳ​ແກ່​ຜູ້​ທີ່​ອິດເມື່ອຍແລະ ບໍ່​ແບ່ງປັນ​ອາຫານ​ແກ່​ຜູ້​ອຶດຢາກ,8ເຖິງແມ່ນວ່າ​ເຈົ້າ​ເປັນ​ຄົນ​ມີ​ອິດທິພົນ, ເປັນ​ເຈົ້າ​ຂອງ​ທີ່​ດິນເປັນ​ຄົນ​ທີ່​ມີ​ກຽດ​ທີ່​ອາໄສ​ໃນ​ບ່ອນ​ນັ້ນ.9ແລະ ເຈົ້າ​ໄດ້​ຂັບໄລ່​ແມ່ໝ້າຍ​ອອກ​ໄປ​ໂດຍ​ມື​ເປົ່າ.ແລະ ຕັດ​ກຳລັງ​ຂອງ​ລູກ​ກຳພ້າ.10ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ບ້ວງແຮ້ວ​ຢູ່​ອ້ອມຮອບ​ເຈົ້າ,ຈຶ່ງ​ມີ​ອັນຕະລາຍ​ເກີດ​ຂຶ້ນ​ທັນທີ​ທີ່​ເຮັດ​ໃຫ້​ເຈົ້າ​ຢ້ານກົວ,11ດັ່ງນັ້ນ ຄວາມ​ມືດມົນ​ເຮັດ​ໃຫ້​ເຈົ້າ​ເບິ່ງ​ບໍ່​ເຫັນ,ແລະ ກະແສ​ນ້ຳຖ້ວມ​ຈຶ່ງ​ພັດ​ໃສ່​ເຈົ້າ.
12“ພຣະເຈົ້າ​ບໍ່​ໄດ້​ຢູ່​ບ່ອນ​ສູງ​ແຫ່ງ​ຟ້າສະຫວັນ​ບໍ?ແລະ ຈົ່ງ​ແນມເບິ່ງ​ໝູ່​ດາວ​ເບື້ອງ​ເທິງ​ຢູ່​ສູງ​ສໍ່າໃດ!13ແຕ່​ເຈົ້າ​ກໍ​ເວົ້າ​ວ່າ, ‘ພຣະເຈົ້າ​ຮູ້​ຫຍັງ​ແດ່?ພຣະອົງ​ຈະ​ພິພາກສາ​ຜ່ານ​ຄວາມ​ມືດໜາ​ເຊັ່ນນີ້​ໄດ້​ບໍ?14ເພາະ​ເມກ​ໜາ​ບັງ​ພຣະອົງ​ໄວ້, ດັ່ງນັ້ນ ພຣະອົງ​ຈຶ່ງ​ບໍ່​ເຫັນ​ພວກເຮົາເມື່ອ​ພຣະອົງ​ໄປ​ມາ​ໃນ​ແຜ່ນ​ຟ້າ​ກວ້າງ’.15ເຈົ້າ​ຍັງ​ຈະ​ຍ່າງ​ໄປ​ຕາມ​ທາງ​ເກົ່າທີ່​ຄົນ​ຊົ່ວຮ້າຍ​ໄດ້​ຢຽບຢ່ຳ​ນັ້ນ​ຢູ່​ບໍ?16ພວກເຂົາ​ຕາຍ​ໄປ​ກ່ອນ​ເວລາ​ຂອງ​ພວກເຂົາ,ຮາກຖານ​ຂອງ​ພວກເຂົາ​ຖືກ​ກວາດລ້າງ​ໄປ​ໂດຍ​ນໍ້າຖ້ວມ.17ພວກເຂົາ​ເວົ້າ​ກັບ​ພຣະເຈົ້າ​ວ່າ ‘ຢ່າ​ມາ​ຫຍຸ້ງ​ກັບ​ພວກເຮົາ!ອົງ​ຜູ້​ມີ​ອໍານາດ​ຍິ່ງໃຫຍ່​ຈະ​ເຮັດ​ຫຍັງ​ໃຫ້​ກັບ​ພວກເຮົາ​ໄດ້?’18ແຕ່​ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ເຮືອນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ດີໆ,ສະນັ້ນ ຂ້ອຍ​ຈຶ່ງ​ຢືນ​ຢູ່​ຫ່າງ​ຈາກ​ແຜນການ​ຂອງ​ຄົນ​ຊົ່ວຮ້າຍ.
19“ບັນດາ​ຄົນ​ຊອບທຳ​ເຫັນ​ຄວາມຈິບຫາຍ​ຂອງ​ພວກເຂົາ ແລະ ກໍ​ຊື່ນຊົມຍິນດີ;ຜູ້​ບໍລິສຸດ​ເຢາະເຢີ້ຍ​ພວກເຂົາ​ໂດຍ​ກ່າວວ່າ,20‘ສັດຕູ​ຂອງ​ພວກເຮົາ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ,ແລະ ໄຟ​ກໍ​ເຜົາຜານ​ຊັບສົມບັດ​ຂອງ​ພວກເຂົາ’.
21“ຈົ່ງ​ຍອມ​ຈຳນົນ​ຕໍ່​ພຣະເຈົ້າ​ເທາະ ແລະ ຢູ່​ຢ່າງ​ສະຫງົບສຸກ​ກັບ​ພຣະອົງ;ດ້ວຍ​ວິທີ​ນີ້​ຄວາມ​ຈະເລີນ​ຮຸ່ງເຮືອງ​ຈະ​ມາ​ເຖິງ​ເຈົ້າ.22ຈົ່ງ​ຍອມຮັບ​ເອົາ​ຄຳສັ່ງສອນ​ຈາກ​ປາກ​ຂອງ​ພຣະອົງແລະ ເກັບ​ຖ້ອຍຄໍາ​ຂອງ​ພຣະອົງ​ໄວ້​ໃນ​ຫົວໃຈ​ຂອງ​ເຈົ້າ.23ຖ້າ​ເຈົ້າ​ກັບຄືນ​ມາ​ຫາ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ເຈົ້າ​ກໍ​ຈະ​ຄືນ​ສູ່​ສະພາບ​ດີ:ຖ້າ​ເຈົ້າ​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ຫ່າງໄກ​ຈາກ​ເຕັນ​ຂອງ​ເຈົ້າ24ຖ້າ​ເຈົ້າ​ປະຖິ້ມ​ຄຳ​ຂອງ​ເຈົ້າ​ໄວ້​ໃນ​ຂີ້ຝຸ່ນ​ດິນ,ແລະ ຖິ້ມ​ຄຳ​ແຫ່ງ​ໂອຟີ​ຂອງ​ເຈົ້າ​ລົງ​ໃສ່​ໂງ່ນຫີນ​ໃນ​ຮ່ອມພູ​ເລິກ,25ແລ້ວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ເປັນ​ຄຳ​ຂອງ​ເຈົ້າ,ເປັນ​ເງິນ​ຊັ້ນ​ດີ​ສໍາລັບ​ເຈົ້າ.26ແນ່ນອນ​ວ່າ​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ແລະ ຈະ​ເງີຍ​ໜ້າ​ຂອງ​ເຈົ້າ​ຂຶ້ນ​ຫາ​ພຣະເຈົ້າ.27ເຈົ້າ​ຈະ​ອະທິຖານ​ຕໍ່​ພຣະອົງ ແລະ ພຣະອົງ​ຈະ​ຟັງ​ເຈົ້າ,ແລະ ເຈົ້າ​ຈະເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ເຈົ້າ​ທີ່​ໄດ້​ເຮັດ​ໄວ້.28ສິ່ງ​ທີ່​ເຈົ້າ​ຕັດສິນໃຈ​ຈະ​ສຳເລັດ​ຜົນ,ແລະ ແສງສະຫວ່າງ​ຈະ​ສ່ອງ​ໃສ່​ທາງ​ຂອງ​ເຈົ້າ.29ເມື່ອ​ມີ​ຄົນ​ຖືກ​ເຮັດ​ໃຫ້​ຕົກຕ່ຳ​ລົງ ແລະ ເຈົ້າ​ກໍ​ເວົ້າ​ວ່າ, ‘ຂໍ​ໂຜດ​ຍົກ​ຊູ​ພວກເຂົາ​ຂຶ້ນ!’ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍ​ກູ້​ຄົນ​ທີ່​ຕົກຕໍ່າ​ໃຫ້​ພົ້ນ.30ພຣະອົງ​ຈະ​ກອບກູ້​ແມ່ນແຕ່​ຜູ້​ບໍ່ມີຄວາມຜິດ,ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ຊ່ວຍກູ້​ຜ່ານ​ມື​ທີ່​ບໍລິສຸດ​ຂອງ​ເຈົ້າ”.

Biblica, Inc.

https://app.library.bible/content/eab9312f9f16b3a2