ໂຢບ21
ໂຢບ
1ແລ້ວໂຢບໄດ້ຕອບວ່າ:2“ຂໍຕັ້ງໃຈຟັງຄຳເວົ້າຂອງຂ້ອຍໃຫ້ດີ;ຂໍໃຫ້ສິ່ງນີ້ເປັນຄໍາໜູນໃຈທີ່ພວກເຈົ້າໃຫ້ຂ້ອຍ.3ຂໍອົດທົນຟັງຂະນະທີ່ຂ້ອຍເວົ້າຢູ່,ແລະ ຫລັງຈາກຂ້ອຍໄດ້ເວົ້າແລ້ວ, ເຊີນເວົ້າເຢາະເຢີ້ຍຕໍ່ໄປ.4“ຄໍາຈົ່ມຂອງຂ້ານ້ອຍເວົ້າກັບມະນຸດບໍ?ເປັນຫຍັງຂ້ອຍບໍ່ຄວນອົດກັ້ນໄວ້?5ຈົ່ງເບິ່ງຂ້ອຍ ແລະ ຢ່າຕົກຕະລຶງ;ເອົາມືຂອງເຈົ້າອັດປາກໄວ້.6ເມື່ອຂ້ອຍຄິດເຖິງເລື່ອງນີ້, ຂ້ອຍກໍຢ້ານ;ຮ່າງກາຍຂອງຂ້ອຍກໍສັ່ນຢ້ານ,7ເປັນຫຍັງຄົນຊົ່ວຮ້າຍຈຶ່ງຍັງຊີວິດຢູ່,ມີອາຍຸຢືນ ແລະ ມີອຳນາດຂຶ້ນເລື້ອຍໆ?8ພວກເຂົາເຫັນລູກຫລານເຕີບໃຫຍ່ຂຶ້ນຢູ່ອ້ອມພວກເຂົາ,ເຊື້ອສາຍຂອງພວກເຂົາຢືນຢູ່ຕໍ່ໜ້າພວກເຂົາ,9ບ້ານຂອງພວກເຂົາກໍປອດໄພ ແລະ ບໍ່ຕ້ອງຢ້ານກົວສິ່ງໃດ;ໄມ້ແສ້ຂອງພຣະເຈົ້າກໍບໍ່ຕົກໃສ່ພວກເຂົາ.10ງົວເຖິກຂອງພວກເຂົາປະສົມພັນຢູ່ບໍ່ຂາດ;ງົວແມ່ຂອງພວກເຂົາອອກລູກ ແລະ ບໍ່ເຄີຍຫລຸລູກ.11ພວກເຂົາສົ່ງລູກຫລານອອກໄປດັ່ງຝູງແກະ;ລູກນ້ອຍຂອງພວກເຂົາກໍເຕັ້ນລຳອ້ອມໄປມາ.12ພວກເຂົາຮ້ອງເພງຕາມສຽງກອງແຊັກ ແລະ ສຽງພິນ;ພວກເຂົາມ່ວນຊື່ນກັບສຽງປີ່.13ພວກເຂົາໃຊ້ຊີວິດຢ່າງຈະເລີນຮຸ່ງເຮືອງແລະ ລົງໄປສູ່ຂຸມຝັງສົບຢ່າງສະຫງົບສຸກ. 14ແຕ່ພວກເຂົາກໍເວົ້າກັບພຣະເຈົ້າວ່າ, ‘ຢ່າມາຫຍຸ້ງກັບພວກເຮົາ!ພວກເຮົາບໍ່ຢາກຮູ້ວິຖີທາງຂອງພຣະອົງ.15ອົງມີລິດອໍານາດຍິ່ງໃຫຍ່ແມ່ນຜູ້ໃດທີ່ພວກເຮົາຕ້ອງຮັບໃຊ້ພຣະອົງ?ພວກເຮົາຈະໄດ້ອັນໃດຈາກການອະທິຖານຫາພຣະອົງ?’16ແຕ່ຄວາມຈະເລີນຮຸ່ງເຮືອງຂອງພວກເຂົາບໍ່ໄດ້ຢູ່ໃນມືຂອງພວກເຂົາເອງ,ສະນັ້ນ ຂ້ອຍຈຶ່ງຢືນຢູ່ຫ່າງໆຈາກແຜນການຂອງຄົນຊົ່ວຮ້າຍ.17“ແຕ່ຕະກຽງຂອງຄົນຊົ່ວຮ້າຍກໍດັບຢູ່ເລື້ອຍໆບໍ?ໄພພິບັດເກີດຂຶ້ນກັບພວກເຂົາຫລາຍສໍ່າໃດ,ໃນຄວາມໃຈຮ້າຍຂອງພຣະອົງ ພຣະເຈົ້າກໍານົດຊະຕາກຳໄວ້?18ຈັກຄັ້ງທີ່ພວກເຂົາເປັນເໝືອນເຟືອງປິວຕາມລົມ,ເປັນເໝືອນແກບທີ່ຖືກພະຍຸພັດໄປ?19ພວກເຂົາເວົ້າກັນວ່າ, ‘ພຣະເຈົ້າເກັບການລົງໂທດຂອງຄົນຊົ່ວຮ້າຍໄວ້ໃຫ້ລູກຫລານຂອງພວກເຂົາ’.ຂໍໃຫ້ພຣະເຈົ້າຕອບແທນຄົນຊົ່ວຮ້າຍ, ເພື່ອລາວຈະໄດ້ສໍາພັດມັນດ້ວຍຕົນເອງ!20ໃຫ້ຕາຂອງພວກເຂົາເອງເຫັນຄວາມພິນາດຈິບຫາຍຂອງຕົນເອງ;ໃຫ້ພວກເຂົາດື່ມຈອກແຫ່ງຄວາມໂກດຮ້າຍຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່. 21ເພາະເມື່ອຊີວິດຂອງພວກເຂົາມາຮອດຈຸດຈົບທີ່ກຳນົດໄວ້ແລ້ວພວກເຂົາຈະຫ່ວງຫຍັງກັບຄອບຄົວທີ່ພວກເຂົາໄດ້ຈາກໄປແລ້ວ?22“ຜູ້ໃດຈະສັ່ງສອນຄວາມຮູ້ໃຫ້ພຣະເຈົ້າ,ເມື່ອພຣະອົງພິພາກສາແມ່ນແຕ່ຄົນທີ່ສູງທີ່ສຸດບໍ່ແມ່ນບໍ?23ຄົນໜຶ່ງຕາຍໄປຂະນະທີ່ຍັງແຂງແຮງ,ປອດໄພດີ ແລະ ສຸກສະບາຍ,24ຮ່າງກາຍ ໄດ້ຮັບການບຳລຸງລ້ຽງເປັນຢ່າງດີ,ແລະ ກະດູກແຂງແຮງເຕັມໄປດ້ວຍໄຂກະດູກ.25ອີກຄົນໜຶ່ງຕາຍໄປດ້ວຍຈິດໃຈທີ່ຂົມຂື່ນ,ບໍ່ເຄີຍໄດ້ຊົມຊື່ນຍິນດີກັບສິ່ງທີ່ດີອັນໃດ.26ທັງສອງນອນຢູ່ຂ້າງກັນໃນຂີ້ຝຸ່ນດິນ,ແລະ ໂຕໜອນຫຸ້ມພວກເຂົາທັງສອງ.27“ຂ້ອຍຮູ້ດີວ່າພວກເຈົ້າກຳລັງຄິດຫຍັງຢູ່,ຄືແຜນການທີ່ພວກເຈົ້າຈະຈັບຜິດຂ້ອຍ.28ພວກເຈົ້າເວົ້າວ່າ, ‘ບັດນີ້ເຮືອນຂອງຜູ້ຍິ່ງໃຫຍ່ນັ້ນຢູ່ໃສ,ເຕັນທີ່ຄົນຊົ່ວຮ້າຍອາໄສຢູ່ໄປໃສ?’29ເຈົ້າບໍ່ເຄີຍຖາມຄົນທີ່ທ່ອງທ່ຽວໄປມາບໍ?ເຈົ້າບໍ່ສົນໃຈເລື່ອງທີ່ພວກເຂົາບອກເລົ່າບໍ30ວ່າຄົນຊົ່ວລອດພົ້ນຈາກວັນແຫ່ງຄວາມຈິບຫາຍ,ພວກເຂົາຈະໄດ້ຮັບການຊ່ວຍເຫລືອໃຫ້ພົ້ນ ຈາກໃນວັນແຫ່ງຄວາມໂກດຮ້າຍບໍ?31ຜູ້ໃດແດ່ປະນາມຄວາມປະພຶດຂອງພວກເຂົາຕໍ່ໜ້າຂອງພວກເຂົາ?ຜູ້ໃດຕອບແທນພວກເຂົາສໍາລັບສິ່ງທີ່ພວກເຂົາໄດ້ເຮັດ?32ເມື່ອພວກເຂົາຖືກຫາມໄປບ່ອນຝັງສົບ,ແລະ ກໍຍັງມີຄົນເຝົ້າເບິ່ງອຸບໂມງຝັງສົບຂອງພວກເຂົາ.33ດິນໃນຮ່ອມພູອ່ອນນຸ້ມສຳລັບພວກເຂົາ;ທຸກຄົນຕິດຕາມພວກເຂົາໄປ,ແລະ ຝູງຊົນ ທີ່ຍ່າງນໍາໜ້າພວກເຂົາກໍມີຈໍານວນຫລວງຫລາຍ.34“ສະນັ້ນ ພວກເຈົ້າຈະເລົ້າໂລມໃຈຂ້ອຍດ້ວຍຄວາມຄໍາເວົ້າທີ່ບໍ່ມີເຫດຜົນຂອງພວກເຈົ້າໄດ້ແນວໃດ?ຄຳຕອບຂອງພວກເຈົ້າກໍບໍ່ມີອັນໃດນອກຈາກຄຳຫລອກລວງ!”Biblica, Inc.