ໂຢບ20

ໂຊພາ

1ແລ້ວ​ໂຊພາ​ຊາວ​ນາອາມາ​ໄດ້​ຕອບ​ວ່າ:2“ຄວາມ​ລໍາບາກ​ໃຈ​ຂອງ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຮີບ​ຕອບເພາະ​ຂ້ອຍ​ຖືກ​ລົບກວນ​ຫລາຍ.3ຂ້ອຍ​ໄດ້​ຍິນ​ຄຳ​ຕິຕຽນ​ທີ່​ເຮັດໃຫ້​ຂ້ອຍ​ເສຍ​ກຽດ,ແລະ ຄວາມ​ເຂົ້າໃຈ​ຂອງ​ຂ້ອຍ​ດົນໃຈ​ໃຫ້​ຂ້ອຍ​ຕອບ.
4“ແນ່ນອນ ເຈົ້າ​ຮູ້​ວ່າ​ມັນ​ເປັນ​ມາ​ແນວໃດ​ຕັ້ງແຕ່​ສະໄໜ​ເດີມ​ນັ້ນ,ຕັ້ງແຕ່​ມະນຸດ  ​ຖືກ​ວາງ​ໄວ້​ເທິງ​ຢູ່​ແຜ່ນດິນໂລກ,5ຄື​ຄວາມ​ສະໜຸກ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ສັ້ນ,ຄວາມ​ຊື່ນຊົມ​ຍິນດີ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະເຈົ້າ​ນັ້ນ​ຄົງ​ຢູ່​ພຽງແຕ່​ຊົ່ວຄາວ.6ແມ່ນວ່າ​ຄວາມ​ໂອ້ອວດ​ຂອງ​ລາວ​ຈະ​ຂຶ້ນ​ໄປ​ເຖິງ​ຟ້າສະຫວັນແລະ ຫົວ​ຂອງ​ລາວ​ຈຸ​ເມກ,7ລາວ​ຈະ​ພິນາດຈິບຫາຍ​ຕະຫລອດໄປ​ດັ່ງ​ອາຈົມ​ຂອງ​ລາວ​ເອງ;ຜູ້​ທີ່​ເຄີຍ​ເຫັນ​ລາວ​ຈະ​ເວົ້າ​ວ່າ, ‘ລາວ​ໄປ​ໃສ​ແລ້ວ?’8ລາວ​ຫາຍ​ໄປ​ເໝືອນດັ່ງ​ຄວາມ​ຝັນ, ບໍ່​ມີ​ຜູ້ໃດ​ພົບ​ເຫັນ​ອີກ,ລາວ​ຖືກ​ກຳຈັດ​ໄປ​ດັ່ງ​ນິມິດ​ໃນ​ຕອນ​ກາງຄືນ.9ຕາ​ທີ່​ໄດ້​ເຫັນ​ລາວ​ຈະ​ບໍ່​ເຫັນ​ລາວ​ອີກ;ບ່ອນ​ຢູ່​ຂອງ​ລາວ​ຈະ​ບໍ່​ເຫັນ​ລາວ​ອີກ.10ລູກ​ຫລານ​ຂອງ​ລາວ​ຈະ​ຕ້ອງ​ຊົດໃຊ້​ໃຫ້​ຄົນ​ທຸກຍາກ;ມື​ຂອງ​ລາວ​ເອງ​ຕ້ອງ​ຄືນ​ຊັບສົມບັດ​ຂອງ​ຕົນ.11ກຳລັງ​ແຫ່ງ​ໄວ​ໜຸ່ມ​ທີ່​ເຕັມ​ຢູ່​ໃນ​ກະດູກ​ຂອງ​ລາວຈະ​ນອນ​ລົງ​ກັບ​ລາວ​ໃນ​ຂີ້ຝຸ່ນ​ດິນ.
12“ແມ່ນແຕ່​ຄວາມ​ຊົ່ວຮ້າຍ​ກໍ​ຫວານ​ຢູ່​ໃນ​ປາກ​ຂອງລາວແລະ ລາວ​ເຊື່ອງ​ມັນ​ໄວ້​ກ້ອງ​ລີ້ນ​ຂອງ​ລາວ,13ແມ່ນວ່າ​ລາວ​ອົດທົນ​ບໍ່​ໄດ້​ທີ່​ຈະ​ປ່ອຍ​ມັນ​ໄປແລະ ມັນ​ຍັງ​ຢູ່​ໃນ​ປາກ​ຂອງ​ລາວ,14ແຕ່​ອາຫານ​ຂອງ​ລາວ​ຈະ​ບູດ​ສົ້ມ​ໃນ​ທ້ອງ​ຂອງ​ລາວ;ມັນ​ກາຍເປັນ​ເໝືອນ​ພິດ​ຂອງ​ງູ​ໃນ​ໂຕ​ລາວ.15ລາວ​ຈະ​ຄາຍ​ຊັບສົມບັດ​ທີ່​ລາວ​ກືນ​ລົງ​ໄປ​ອອກ​ມາ;ພຣະເຈົ້າ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ລາວ​ຮາກ​ມັນ​ອອກ​ມາ.16ລາວ​ຈະ​ດູດ​ພິດ​ຂອງ​ງູພິດ;ແລະ ແຂ້ວ​ຂອງ​ມັນ​ຈະ​ຂ້າ​ລາວ.17ລາວ​ຈະ​ບໍ່​ໄດ້​ຊິມ​ນ້ຳເຜິ້ງ ແລະ ນ້ຳນົມ,ທີ່​ໄຫລ​ເໝືອນ​ແມ່ນ້ຳ​ລຳທານ,18ລາວ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ເຮັດ​ມາ​ດ້ວຍ​ຄວາມລຳບາກ​ທີ່​ລາວ​ຍັງ​ບໍ່​ໄດ້​ກິນ;ລາວ​ຈະ​ບໍ່​ໄດ້​ຊື່ນຊົມ​ຜົນ​ກຳໄລ​ໃດໆ​ຈາກ​ການຄ້າ​ຂອງ​ລາວ.19ເພາະ​ລາວ​ໄດ້​ກົດຂີ່​ຄົນ​ທຸກຍາກ ແລະ ປ່ອຍ​ໃຫ້​ພວກເຂົາ​ຂັດສົນ;ລາວ​ໄດ້​ຢຶດ​ເຮືອນ​ທີ່​ລາວ​ບໍ່​ໄດ້​ປຸກ​ສ້າງ.
20“ແນ່ນອນ ລາວ​ຈະ​ບໍ່​ວັນ​ພໍ​ຈາກ​ຄວາມ​ໂລບ​ຂອງ​ລາວ​ຈັກເທື່ອ;ລາວ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງ​ຕົນ​ເອງ​ໄດ້​ໂດຍ​ຊັບສົມບັດ​ຂອງ​ລາວ.21ບໍ່​ມີ​ອັນໃດ​ເຫລືອ​ໃຫ້​ລາວ​ກືນ​ກິນ​ອີກ;ຄວາມ​ຮັ່ງມີ​ຂອງ​ລາວ​ຈະ​ບໍ່​ໝັ້ນຄົງ.22ໃນຂະນະ​ທີ່​ລາວ​ມີ​ທຸກສິ່ງ, ຄວາມ​ທຸກ​ລຳບາກ​ຈະ​ປົກຄຸມ​ລາວ;ຄວາມ​ລໍາບາກ​ຢ່າງ​ຫລວງຫລາຍ​ຈະ​ຕົກ​ໃສ່​ລາວ.23ເມື່ອ​ລາວ​ໄດ້​ກິນ​ຈົນ​ເຕັມ​ທ້ອງ,ພຣະເຈົ້າ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ເຜົາຜານ​ລາວແລະ ສົ່ງ​ຫ່າ​ຝົນ​ລົງ​ມາ​ໃສ່​ລາວ.24ແມ່ນວ່າ​ລາວ​ຈະ​ຫລົບໜີ​ໄປ​ຈາກ​ອາວຸດ​ເຫລັກ,ລູກທະນູ​ທອງສຳລິດ​ຈະ​ແທງ​ລາວ.25ລາວ​ຈະ​ດຶງ​ລູກທະນູ​ອອກ​ຈາກ​ຫລັງ,ດຶງ​ປາຍ​ລູກ​ທະນູ​ອັນ​ແຫລມຄົມ​ອອກ​ຈາກ​ຕັບ​ຂອງ​ລາວ.ຄວາມ​ຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ລາວ;26ຊັບສົມບັດ​ຂອງ​ລາວ​ກໍ​ຈະ​ຫາຍ​ໄປ​ໃນ​ຄວາມ​ມືດ.ໄຟ​ບໍ່​ມີ​ວັນ​ມອດ​ຈະ​ເຜົາຜານ​ລາວແລະ ທຳລາຍ​ທຸກສິ່ງ​ທີ່​ເຫລືອ​ຢູ່​ໃນ​ເຕັນ​ຂອງ​ລາວ27ຟ້າສະຫວັນ​ຈະ​ເປີດເຜີຍ​ຄວາມຜິດ​ຂອງ​ລາວ;ແຜ່ນດິນໂລກ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ລາວ.28ນໍ້າຖ້ວມ​ຈະ​ພັດ​ເອົາ​ເຮືອນ​ຂອງ​ລາວ​ໄປ,ນໍ້າ​ໄຫລ​ຖ້ວມ​ແຮງ  ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ.29ນີ້​ຄື​ຊະຕາກຳ​ທີ່​ພຣະເຈົ້າ​ກຳນົດ​ໄວ້​ໃຫ້​ຄົນ​ຊົ່ວຮ້າຍ,ເຊິ່ງ​ເປັນ​ມໍລະດົກ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ”.

Biblica, Inc.

https://app.library.bible/content/eab9312f9f16b3a2