ໂຢບ19
ໂຢບ
1ແລ້ວໂຢບໄດ້ຕອບວ່າ:2“ພວກເຈົ້າຈະທໍລະມານຂ້ອຍໄປອີກດົນປານໃດ?ແລະ ຈະຍ່ອງຂ້ອຍດ້ວຍຄໍາເວົ້າໄປອີກດົນປານໃດ?3ບັດນີ້ ພວກເຈົ້າຕຳໜິຂ້ອຍເຖິງສິບຄັ້ງແລ້ວ;ພວກເຈົ້າໂຈມຕີຂ້ອຍໂດຍບໍ່ມີຄວາມລະອາຍໃຈ.4ຖ້າມັນເປັນຄວາມຈິງທີ່ຂ້ອຍໄດ້ຫລົງຜິດໄປ,ຄວາມຜິດພາດກໍຍັງກ່ຽວຂ້ອງກັບຂ້ອຍຄົນດຽວ.5ທີ່ຈິງແລ້ວ ຖ້າພວກເຈົ້າຈະຍົກຕົນເອງຂຶ້ນເໜືອຂ້ອຍແລະ ໃຊ້ຄວາມລະອາຍຂອງຂ້ອຍມາຕໍ່ສູ້ຂ້ອຍ,6ແລ້ວກໍຈົ່ງຮູ້ວ່າພຣະເຈົ້າໄດ້ເຮັດຜິດຕໍ່ຂ້ອຍແລະ ຫວ່ານແຫຂອງພຣະອົງລ້ອມຂ້ອຍໄວ້.7“ເຖິງແມ່ນວ່າຂ້ອຍກ່າວຟ້ອງເຖິງ, ‘ຄວາມຮຸນແຮງ!’ ແຕ່ຂ້ອຍບໍ່ໄດ້ຮັບການຕອບກັບແຕ່ຢ່າງໃດ;ແມ່ນວ່າຂ້ອຍຮ້ອງຂໍຄວາມຊ່ວຍເຫລືອ, ແຕ່ກໍບໍ່ໄດ້ຮັບຄວາມຍຸຕິທຳ.8ພຣະອົງໄດ້ກີດກັ້ນຫົນທາງຂອງຂ້ອຍໄວ້ ຂ້ອຍຈຶ່ງຜ່ານໄປບໍ່ໄດ້;ພຣະອົງຄຸມທາງຂອງຂ້ອຍໄວ້ໃນຄວາມມືດ.9ພຣະເຈົ້າໄດ້ເອົາກຽດຊື່ສຽງຂອງຂ້ອຍໄປແລະ ຖອດມົງກຸດຈາກຫົວຂອງຂ້ອຍ.10ພຣະອົງທຳລາຍຂ້ອຍຢູ່ທຸກດ້ານຈົນຂ້ອຍພິນາດໄປ;ພຣະອົງຖອນຮາກຄວາມຫວັງຂອງຂ້ອຍເໝືອນດັ່ງຖອນຕົ້ນໄມ້.11ຄວາມໃຈຮ້າຍຂອງພຣະອົງເຜົາຜານຂ້ອຍ;ພຣະອົງຖືວ່າຂ້ອຍເປັນສັດຕູຂອງພຣະອົງ.12ກອງກຳລັງຂອງພຣະອົງບຸກເຂົ້າມາ;ພວກເຂົາສ້າງເຄື່ອງປິດລ້ອມຕໍ່ສູ້ຂ້ອຍ ແລະ ຕັ້ງຄ້າຍອ້ອມເຕັນຂອງຂ້ອຍໄວ້.13“ພຣະອົງເຮັດໃຫ້ຄອບຄົວຂອງຂ້ອຍຫ່າງເຫີນຈາກຂ້ອຍ;ຄົນສະໜິດໃກ້ຊິດຂອງຂ້ອຍກໍໜີຫ່າງຈາກຂ້ອຍໄປ.14ຍາດຕິພີ່ນ້ອງຂອງຂ້ອຍກໍຈາກໄປ;ໝູ່ເພື່ອນສະໜິດຂອງຂ້ອຍກໍໄດ້ລືມຂ້ອຍ.15ບັນດາແຂກ ແລະ ພວກຄົນຮັບໃຊ້ຍິງຂອງຂ້ອຍກໍຖືວ່າຂ້ອຍເປັນຄົນຕ່າງດ້າວ;ພວກເຂົາເບິ່ງຂ້ອຍເປັນດັ່ງຄົນແປກໜ້າ.16ຂ້ອຍເອີ້ນຄົນຮັບໃຊ້ຂອງຂ້ອຍ, ແຕ່ລາວບໍ່ຂານຕອບ,ແມ່ນວ່າຂ້ອຍຮ້ອງຂໍໃຫ້ລາວຊ່ວຍດ້ວຍຕົນເອງກໍຕາມ.17ເມຍຂອງຂ້ອຍກໍກຽດຊັງລົມຫາຍໃຈຂອງຂ້ອຍ;ຄອບຄົວຂອງຂ້ອຍເອງກໍລັງກຽດຂ້ອຍ.18ແມ່ນແຕ່ເດັກນ້ອຍກໍດູໜິ່ນຂ້ອຍ;ເມື່ອຂ້ອຍປາກົດຕົວ, ພວກເຂົາກໍຫົວເຢາະເຢີ້ຍຂ້ອຍ.19ໝູ່ເພື່ອນສະໜິດທຸກຄົນພາກັນລັງກຽດຂ້ອຍ;ບັນດາຜູ້ທີ່ຂ້ອຍຮັກໄດ້ກາຍເປັນສັດຕູກັບຂ້ອຍ.20ຂ້ອຍບໍ່ເຫລືອຍັງມີແຕ່ຜິວໜັງ ແລະ ກະດູກ;ມີພຽງແຕ່ເງືອກຂອງຂ້ອຍເທົ່ານັ້ນທີ່ລອດຊີວິດມາໄດ້.21“ໝູ່ເພື່ອນເອີຍ, ສົງສານຂ້ອຍແດ່, ສົງສານຂ້ອຍແດ່,ເພາະມືຂອງພຣະເຈົ້າໄດ້ໂຈມຕີຂ້ອຍແລ້ວ.22ເປັນຫຍັງພວກເຈົ້າຈຶ່ງຕ້ອງໄລ່ລ້າຂ້ອຍດັ່ງພຣະເຈົ້າໄດ້ເຮັດ?ພວກເຈົ້າຈະລອກເນື້ອໜັງຂອງຂ້ອຍຍັງບໍ່ພໍຈັກເທື່ອບໍ?23“ໂອ້, ຄໍາເວົ້າຂອງຂ້ອຍໄດ້ຖືກບັນທຶກໄວ້,ຄໍາເວົ້າເຫລົ່ານັ້ນໄດ້ຂຽນໃສ່ໃນໜັງສືມ້ວນ,24ໃຊ້ເຄື່ອງມືເຫລັກຈາລຶກໄວ້ເທິງແຜ່ນກົ່ວ,ຫລື ສະຫລັກລົງເທິງສີລາໃຫ້ຄົງຢູ່ຕະຫລອດໄປ!25ຂ້ອຍຮູ້ວ່າຜູ້ໄຖ່ ຂອງຂ້ອຍມີຊີວິດຢູ່,ແລະ ຮູ້ວ່າໃນທີ່ສຸດພຣະອົງຈະຢືນຢູ່ເທິງແຜ່ນດິນໂລກ. 26ແລະ ຫລັງຈາກທີ່ຜິວໜັງຂອງຂ້ອຍໄດ້ຖືກທຳລາຍໄປ,ແຕ່ ໃນ ຮ່າງກາຍນີ້ຂອງຂ້ອຍ ຂ້ອຍຈະເຫັນພຣະເຈົ້າ;27ຂ້ອຍເອງຈະໄດ້ເຫັນພຣະອົງດ້ວຍຕາຂອງຂ້ອຍເອງ ແລະ ບໍ່ແມ່ນຄົນອື່ນ.ຈິດໃຈຂອງຂ້ອຍກໍໂຫຍຫາຢູ່ພາຍໃນຂ້ອຍ!28“ຖ້າພວກເຈົ້າເວົ້າວ່າ, ‘ພວກເຮົາຈະຈັດການລາວຢ່າງໃດ,ເນື່ອງຈາກຕົ້ນຕໍຂອງຄວາມເດືອດຮ້ອນຢູ່ທີ່ລາວ, ’29ພວກເຈົ້າຄວນຈະຢ້ານດາບຂອງຕົນເອງ;ເພາະຄວາມໂກດຮ້າຍຈະລົງໂທດເຈົ້າດ້ວຍດາບ,ແລ້ວພວກເຈົ້າຈະຮູ້ວ່າການພິພາກສານັ້ນມີຈິງ ”.Biblica, Inc.