ໂຢບ1
ບົດນຳ
1ໃນດິນແດນອູເຊມີຊາຍຄົນໜຶ່ງຊື່ວ່າໂຢບ. ຊາຍຄົນນີ້ເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ; ລາວຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ.2ລາວມີລູກຊາຍເຈັດຄົນ ແລະ ລູກສາວສາມຄົນ,3ແລະ ລາວມີແກະເຈັດພັນໂຕ, ອູດສາມພັນໂຕ, ງົວຜູ້ຫ້າຮ້ອຍຄູ່ ແລະ ລໍຫ້າຮ້ອຍໂຕ ແລະ ມີຄົນຮັບໃຊ້ຢ່າງຫລວງຫລາຍ. ລາວເປັນຄົນທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງປະຊາຊົນທັງໝົດທາງພາກຕາເວັນອອກ.4ລູກຊາຍຂອງໂຢບຈະປ່ຽນກັນຈັດງານລ້ຽງໃນວັນເກີດຂອງຕົນທີ່ເຮືອນຂອງພວກເຂົາ, ແລະ ພວກເຂົາຈະເຊີນນ້ອງສາວສາມຄົນມາເພື່ອກິນ ແລະ ດື່ມຮ່ວມກັນກັບພວກເຂົາ.5ເມື່ອງານລ້ຽງຈົບລົງທຸກຄັ້ງ, ໂຢບຈະໃຫ້ພວກເຂົາມາຊຳລະຕົນໃຫ້ບໍລິສຸດ. ຕັ້ງແຕ່ເຊົ້າໆໂຢບຈະເຜົາເຄື່ອງບູຊາຖວາຍເພື່ອລູກແຕ່ລະຄົນໂດຍຄິດວ່າ, “ບາງທີລູກຂອງເຮົາອາດໄດ້ເຮັດບາບ ຫລື ສາບແຊ່ງພຣະເຈົ້າຢູ່ໃນໃຈ”. ນີ້ຄືທຳນຽມຂອງໂຢບທີ່ປະຕິບັດຕະຫລອດມາ.ການທົດສອບໂຢບຄັ້ງທຳອິດ
6ມື້ໜຶ່ງບັນດາເທວະດາ ໄດ້ມາຊຸມນຸມກັນຕໍ່ໜ້າພຣະເຈົ້າຢາເວ ແລະ ຊາຕານ ກໍມາກັບພວກເຂົາ.7ພຣະເຈົ້າຢາເວໄດ້ຖາມຊາຕານວ່າ, “ເຈົ້າໄປໃສມາ?”ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ທ່ອງທ່ຽວໄປທົ່ວໂລກ, ໄປໆມາໆ”.8ຫລັງຈາກນັ້ນ ພຣະເຈົ້າຢາເວໄດ້ກ່າວກັບຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ່? ທົ່ວໂລກນີ້ບໍ່ມີຜູ້ໃດຄືລາວ; ລາວເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ”.9ຊາຕານຕອບວ່າ “ໂຢບຢຳເກງພຣະເຈົ້າໂດຍບໍ່ຫວັງສິ່ງໃດບໍ?10ພຣະອົງໄດ້ລ້ອມຮົ້ວປ້ອງກັນລາວ ແລະ ຄອບຄົວ ແລະ ທຸກສິ່ງທີ່ລາວມີບໍ່ແມ່ນບໍ? ພຣະອົງໄດ້ອວຍພອນວຽກງານທຸກຢ່າງຂອງລາວ, ດັ່ງນັ້ນ ຝູງສັດ ແລະ ຝູງແກະຂອງລາວຈຶ່ງຂະຫຍາຍທົ່ວດິນແດນ.11ແຕ່ບັດນີ້ຈົ່ງຢຽດມືຂອງພຣະອົງອອກ ແລະ ໂຈມຕີທຸກສິ່ງທີ່ລາວມີ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງຢ່າງແນ່ນອນ”.12ພຣະເຈົ້າຢາເວໄດ້ກ່າວກັບຊາຕານວ່າ, “ດີຫລາຍ, ສະນັ້ນ, ທຸກຢ່າງທີ່ລາວມີຢູ່ໃນອໍານາດຂອງເຈົ້າ, ແຕ່ຢ່າແຕະຕ້ອງໂຕລາວ”.
ແລ້ວຊາຕານໄດ້ຈາກພຣະເຈົ້າຢາເວໄປ.13ວັນໜຶ່ງຂະນະທີ່ພວກລູກຊາຍ ແລະ ລູກສາວຂອງໂຢບກຳລັງກິນລ້ຽງກັນຢູ່ ແລະ ກໍາລັງດື່ມເຫລົ້າອະງຸ່ນທີ່ເຮືອນຂອງອ້າຍກົກຢູ່ນັ້ນ,14ຜູ້ສົ່ງຂ່າວຄົນໜຶ່ງໄດ້ມາ ແລະ ບອກໂຢບວ່າ, “ງົວຂອງທ່ານກຳລັງໄຖນາຢູ່ ແລະ ລໍກໍກໍາລັງກິນຫຍ້າຢູ່ໃກ້ໆນັ້ນ,15ແລ້ວກໍມີພວກເຊບາມາໂຈມຕີ ແລະ ຕ້ອນເອົາຝູງສັດໄປ. ພວກເຂົາຂ້າຄົນຮັບໃຊ້ຕາຍໝົດ ແລະ ມີພຽງແຕ່ຂ້ານ້ອຍຄົນດຽວໜີລອດມາບອກທ່ານ!”16ຂະນະທີ່ລາວກໍາລັງເວົ້າຢູ່ນັ້ນ, ຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ໄຟຂອງພຣະເຈົ້າຕົກລົງມາຈາກທ້ອງຟ້າ ແລະ ໄດ້ເຜົາຝູງແກະ ແລະ ຄົນລ້ຽງແກະຂອງທ່ານຕາຍໝົດ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວໜີລອດມາບອກທ່ານ!”17ຂະນະທີ່ລາວຍັງເວົ້າຢູ່ນັ້ນ, ກໍມີຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ຊາວກັນເດອານສາມກອງໄດ້ມາ ແລະ ກວາດຕ້ອນເອົາຝູງອູດຂອງທ່ານໄປ. ພວກເຂົາຂ້າຄົນຮັບໃຊ້ຂອງທ່ານ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວທີ່ໜີລອດມາບອກທ່ານ!”18ຂະນະທີ່ລາວຍັງເວົ້າຢູ່ນັ້ນ, ຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ພວກລູກຊາຍ ແລະ ພວກລູກສາວຂອງທ່ານກຳລັງກິນລ້ຽງກັນ ແລະ ດື່ມເຫລົ້າອະງຸ່ນທີ່ເຮືອນອ້າຍກົກຢູ່ນັ້ນ,19ໃນທັນໃດນັ້ນກໍມີພະຍຸໃຫຍ່ມາຈາກທະເລຊາຍ ແລະ ພັດໃສ່ທັງສີ່ດ້ານຂອງເຮືອນ. ລົມໄດ້ພັດເຮືອນພັງລົງມາທັບພວກເຂົາ ແລະ ພວກເຂົາກໍຕາຍໝົດ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວທີ່ໜີລອດມາບອກທ່ານ!”20ເມື່ອຍິນດັ່ງນັ້ນ ໂຢບໄດ້ລຸກຂຶ້ນ ແລະ ຈີກເສື້ອຄຸມ ແລະ ແຖຜົມຂອງຕົນ. ແລ້ວເພິ່ນໝູບໜ້າລົງກັບພື້ນດິນນະມັດສະການພຣະເຈົ້າ21ແລະ ໄດ້ເວົ້າວ່າ:“ຂ້ານ້ອຍອອກມາຈາກທ້ອງແມ່ຕົວເປົ່າ,ແລະ ຂ້ານ້ອຍກໍຈະຈາກໄປ ຕົວເປົ່າ.ພຣະເຈົ້າຢາເວໄດ້ປະທານໃຫ້ ແລະ ພຣະເຈົ້າຢາເວກໍໄດ້ເອົາໄປ;ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວໄດ້ຮັບຄໍາສັນລະເສີນ”.22ໃນເຫດການທັງໝົດນີ້, ໂຢບບໍ່ໄດ້ເຮັດບາບໂດຍກ່າວໂທດພຣະເຈົ້າແຕ່ຢ່າງໃດ.
Biblica, Inc.