ໂຢບ18

ບິນດາດ

1ແລ້ວ​ບິນດາດ​ຊາວ​ຊູອາ​ໄດ້​ຕອບ​ວ່າ:2“ເມື່ອໃດ​ເຈົ້າ​ຈະ​ເຊົາ​ເວົ້າ​ແບບ​ນີ້?ຈົ່ງ​ມີ​ເຫດຜົນ​ແດ່, ເພື່ອ​ພວກເຮົາ​ຈະ​ສາມາດ​ລົມ​ກັນ​ໄດ້.3ເປັນຫຍັງ​ພວກເຮົາ​ເປັນ​ຖືວ່າ​ຕົນ​ເປັນ​ດັ່ງ​ງົວແລະ ເປັນ​ດັ່ງ​ຄົນ​ໂງ່​ໃນ​ສາຍຕາ​ຂອງ​ເຈົ້າ?4ເຈົ້າ​ເອງ​ທີ່​ຈີກ​ຕົນ​ເອງ​ອອກ​ເປັນ​ຕ່ອນໆ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ຕົນ​ເອງ,ແຜ່ນດິນ​ໂລກ​ຖືກ​ປະຖິ້ມ​ເພື່ອ​ເຫັນ​ແກ່​ເຈົ້າ​ບໍ?ຫລື ຕ້ອງ​ໃຫ້​ກ້ອນຫີນ​ເຄື່ອນຍ້າຍ​ອອກ​ໄປ​ຈາກ​ບ່ອນ​ຂອງ​ມັນ​ບໍ?
5“ຕະກຽງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ມອດ;ແປວໄຟ​ຂອງ​ລາວ​ຈະ​ເຊົາ​ລຸກ​ໄໝ້.6ແສງສະຫວ່າງ​ໃນ​ເຕັນ​ຂອງ​ລາວ​ກໍ​ຈະ​ມືດ;ຕະກຽງ​ຢູ່​ທາງ​ຂ້າງ​ລາວ​ກໍ​ດັບ​ໄປ.7ບາດກ້າວ​ທີ່​ໜັກແໜ້ນ​ຂອງ​ລາວ​ກໍ​ອ່ອນ​ລົງ;ແຜນການ​ຂອງ​ລາວ​ເອງ​ເຮັດໃຫ້​ລາວ​ລົ້ມ​ລົງ.8ຕີນ​ຂອງ​ລາວ​ຍູ້​ລາວ​ເຂົ້າ​ໄປ​ໃສ່​ຕາໜ່າງ;ລາວ​ພະເນຈອນ​ໄປ​ຕິດ​ກັບດັກ.9ກັບດັກ​ຈະ​ງັບ​ສົ້ນຕີນ​ຂອງ​ລາວ​ໄວ້;ບ້ວງແຮ້ວ​ຮັດ​ລາວ​ໄວ້​ແໜ້ນໆ.10ບ້ວງແຮ້ວ​ໄດ້​ຖືກ​ຫ້າງ​ໄວ້​ດັກ​ຈັບ​ລາວ​ຢູ່​ເທິງ​ພື້ນດິນ;ມີ​ກັບດັກ​ທີ່​ວາງ​ໄວ້​ຕາມ​ທາງ​ຂອງລາວ.11ຄວາມ​ຢ້ານກົວ​ໂຈມຕີ​ລາວ​ຢູ່​ທຸກ​ດ້ານແລະ ຄອຍຖ້າ​ທຳຮ້າຍ​ທຸກ​ບາດກ້າວ​ຂອງ​ລາວ.12ຄວາມ​ພິນາດ​ຈ້ອງ​ຈະ​ທໍາຮ້າຍ​ລາວ;ໄພພິບັດ​ກໍ​ຕຽມພ້ອມ​ແລ້ວ​ສໍາລັບ​ລາວ​ເມື່ອ​ລາວ​ລົ້ມ​ລົງ.13ມັນ​ກັດກິນ​ຜິວໜັງ​ບາງສ່ວນ​ຂອງ​ລາວ;ຄວາມຕາຍ​ເລີ່ມ​ທໍາລາຍ​ແຂນ​ຂາ​ຂອງ​ລາວ.14ລາວ​ຖືກ​ລາກ​ອອກ​ມາ​ຈາກ​ເຕັນ ບ່ອນ​ທີ່​ປອດໄພ​ຂອງ​ລາວແລະ ຖືກ​ນໍາ​ໄປ​ຫາ​ກະສັດ​ແຫ່ງ​ຄວາມ​ຢ້ານກົວ.15ໄຟ​ຢູ່​ໃນ  ​ເຕັນ​ຂອງ​ລາວ;ລຸກ​ໄໝ້​ໄຟ​ກະຈາຍ​ໄປ​ທົ່ວ​ບ່ອນ​ທີ່​ລາວ​ພັກ​ຢູ່.16ຮາກ​ຂອງ​ລາວ​ຢູ່​ດ້ານລຸ່ມ​ກໍ​ຫ່ຽວແຫ້ງ​ໄປແລະ ກິ່ງ​ກ້ານ​ຂອງ​ລາວ​ຢູ່​ດ້ານເທິງ​ກໍ​ແຫ້ງ.17ອະນຸສອນ​ຂອງ​ລາວ​ພິນາດ​ຈິບຫາຍ​ໄປ​ຈາກ​ແຜ່ນດິນໂລກ;ລາວ​ບໍ່​ມີ​ຊື່​ຢູ່​ເທິງ​ແຜ່ນດິນ.18ລາວ​ຖືກ​ຂັບໄລ່​ອອກ​ຈາກ​ຄວາມສະຫວ່າງ​ໄປ​ສູ່​ຄວາມ​ມືດມົນແລະ ຖືກ​ຂັບໄລ່​ອອກ​ໄປ​ຈາກ​ໂລກ.19ລາວ​ບໍ່​ມີ​ລູກ​ຫລານ ຫລື ເຊື້ອສາຍ​ທ່າມກາງ​ປະຊາຊົນ​ຂອງ​ລາວ,ແລະ ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ໃນ​ດິນແດນ​ທີ່​ລາວ​ອາໄສ​ຢູ່.20ປະຊາຊົນ​ຢູ່​ທາງ​ທິດຕາເວັນຕົກ​ກໍ​ຕົກຕະລຶງ​ໃນ​ຊະຕາກຳ​ຂອງ​ລາວ;ຄົນ​ຢູ່​ທາງ​ທິດຕາເວັນອອກ​ກໍ​ຕົກໃຈ​ຢ້ານ.21ແມ່ນແລ້ວ ສິ່ງເຫລົ່ານີ້​ເກີດ​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ຄົນ​ຊົ່ວ​ອາໄສ​ຢູ່;ນີ້​ຄື​ສິ່ງ​ທີ່​ເກີດຂຶ້ນ​ໃນ​ບ່ອນ​ຂອງ​ຄົນ​ທີ່​ບໍ່​ຮູ້​ຈັກ​ພຣະເຈົ້າ”.

Biblica, Inc.

https://app.library.bible/content/eab9312f9f16b3a2