ໂຢບ17

1“ຈິດວິນຍານ​ຂອງ​ຂ້ອຍ​ແຕກສະຫລາຍ,ວັນ​ເວລາ​ຂອງ​ຂ້ອຍ​ກໍ​ສັ້ນ​ເຂົ້າ,ຂຸມ​ຝັງສົບ​ລໍຖ້າ​ຂ້ອຍ​ຢູ່.2ແນ່ນອນ ພວກ​ຄົນ​ທີ່​ມັກ​ເຢາະເຢີ້ຍ​ກໍ​ຢູ່​ອ້ອມຂ້າງ​ຂ້ອຍ;ຕາ​ຂອງ​ຂ້ອຍ​ຈ້ອງ​ເບິ່ງ​ຄວາມ​ອາຄາດ​ຂອງ​ພວກເຂົາ.
3“ຂ້າແດ່​ພຣະເຈົ້າ, ໂຜດ​ໃຫ້​ຂ້ານ້ອຍ​ຕາມ​ຄຳປະຕິຍານ​ທີ່​ພຣະອົງ​ໄດ້​ໃຫ້​ໄວ້.ຜູ້ໃດ​ຈະ​ໃຫ້​ຄວາມປອດໄພ​ແກ່​ຂ້ານ້ອຍ?4ພຣະອົງ​ໄດ້​ປິດ​ຄວາມຄິດ​ຂອງ​ພວກເຂົາ​ໄວ້​ຈາກ​ຄວາມເຂົ້າໃຈ;ເຫດສະນັ້ນ ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຂົາ​ມີ​ໄຊຊະນະ.5ຖ້າ​ຄົນ​ໃດ​ກ່າວຫາ​ໝູ່ເພື່ອນ​ຂອງ​ຕົນ​ເພາະ​ເຫັນ​ແກ່​ຄ່າຈ້າງ,ຕາ​ຂອງ​ລູກ​ຫລານ​ຂອງ​ພວກເຂົາ​ຈະ​ມືດມົວ​ໄປ.
6“ພຣະເຈົ້າ​ເຮັດໃຫ້​ຂ້ອຍ​ເປັນ​ທີ່​ຢຽດຢາມ​ຂອງ​ທຸກຄົນ,ຄົນ​ໜຶ່ງ​ທີ່​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂ້ອຍ.7ຕາ​ຂອງ​ຂ້ອຍ​ໄດ້​ມືດມົວ​ໄປ​ດ້ວຍ​ຄວາມ​ໂສກເສົ້າ;ທຸກສ່ວນ​ໃນ​ຮ່າງກາຍ​ຂອງ​ຂ້ອຍ​ເປັນ​ພຽງ​ເງົາ.8ຄົນ​ທ່ຽງທຳ​ກໍ​ຕົກໃຈ​ໃນ​ເລື່ອງນີ້;ຜູ້​ບໍລິສຸດ​ຖືກ​ປຸກ​ຂຶ້ນ​ໃຫ້​ຕໍ່ຕ້ານ​ຄົນ​ບໍ່​ນັບຖື​ພຣະເຈົ້າ.9ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ຊອບທຳ​ຈະ​ຢຶດໝັ້ນ​ຢູ່​ໃນ​ວິຖີ​ທາງ​ຂອງ​ຕົນ,ແລະ ຜູ້​ທີ່​ມື​ສະອາດ​ຈະ​ເຂັ້ມແຂງ​ຂຶ້ນ.
10“ພວກເຈົ້າ​ທຸກຄົນ, ຈົ່ງ​ມາ​ລອງ​ເບິ່ງ​ອີກ!ຂ້ອຍ​ບໍ່​ພົບ​ຄົນ​ມີ​ປັນຍາ​ແມ່ນແຕ່​ຄົນ​ດຽວ​ຢູ່​ໃນ​ທ່າມກາງ​ພວກ​ເຈົ້າ.11ວັນ​ເວລາ​ຂອງ​ຂ້ອຍ​ໄດ້​ຜ່ານ​ພົ້ນ​ໄປ, ແຜນການ​ຕ່າງໆ​ຂອງ​ຂ້ອຍ​ພັງທະລາຍ​ໝົດ.ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງ​ຂ້ອຍ​ກໍ​ສູນສິ້ນ​ໄປ12ພວກເຂົາ​ປ່ຽນ​ກາງ​ຄືນ​ເປັນ​ກາງເວັນ;ແລະ ໃນ​ຄວາມມືດ ພວກເຂົາ​ເວົ້າ​ວ່າ ‘ຄວາມສະຫວ່າງ​ມາ​ໃກ້​ແລ້ວ’.13ຖ້າ​ມີ​ບ້ານ​ຫລັງ​ດຽວ​ທີ່​ຂ້ອຍ​ຫວັງ​ກໍ​ເປັນ​ຂຸມ​ຝັງສົບ,ຖ້າ​ຂ້ອຍ​ກາງ​ບ່ອນ​ນອນ​ຂອງ​ຂ້ອຍ​ຢູ່​ໃນ​ຄວາມມືດ,14ຖ້າ​ຂ້ອຍ​ເອີ້ນ​ຄວາມ​ເນົ່າເປື່ອຍ​ວ່າ ‘ເຈົ້າ​ເປັນ​ພໍ່​ຂອງ​ຂ້ອຍ’,ແລະ ເອີ້ນ​ໜອນ​ວ່າ ‘ແມ່​ຂອງ​ຂ້ອຍ’ ຫລື ‘ເອື້ອຍ​ຂອງ​ຂ້ອຍ’,15ເມື່ອ​ນັ້ນ​ຄວາມຫວັງ​ຂອງ​ຂ້ອຍ​ຢູ່​ໃສ?ມີ​ຜູ້ໃດ​ແດ່​ທີ່​ເບິ່ງເຫັນ​ຄວາມຫວັງ​ສໍາລັບ​ຂ້ອຍ?16ມັນ​ຈະ​ລົງ​ສູ່​ປະຕູ​ແຫ່ງ​ຄວາມຕາຍ​ບໍ?ພວກເຮົາ​ຈະ​ລົງ​ໄປ​ໃນ​ຂີ້ຝຸ່ນ​ດິນ​ນໍາກັນ​ບໍ?”

Biblica, Inc.

https://app.library.bible/content/eab9312f9f16b3a2