ໂຢບ16

ໂຢບ

1ແລ້ວ​ໂຢບ​ໄດ້​ຕອບ​ວ່າ:2“ຂ້ອຍ​ໄດ້​ຍິນ​ເລື່ອງ​ແບບ​ນີ້​ມາ​ຫລາຍ​ແລ້ວ;ພວກເຈົ້າ​ທຸກ​ຄົນ​ເປັນ​ນັກ​ໜູນໃຈ​ທີ່​ໃຊ້​ການ​ບໍ່​ໄດ້!3ຄໍາເວົ້າ​ອັນ​ຍືດຍາວ​ຂອງ​ພວກເຈົ້າ​ຈະ​ບໍ່​ຈົບ​ຈັກເທື່ອ​ບໍ?ອັນໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຍັງ​ໂຕ້ຖຽງ​ກັນ​ຢູ່?4ຂ້ອຍ​ກໍ​ເວົ້າ​ຄືກັນ​ກັບ​ພວກເຈົ້າ​ໄດ້,ຖ້າ​ພວກເຈົ້າ​ຕົກ​ຢູ່​ໃນ​ສະພາບ​ດຽວ​ກັບ​ຂ້ອຍ;ຂ້ອຍ​ກໍ​ສາມາດ​ເວົ້າ​ຢ່າງ​ອ່ອນຫວານ​ກັບ​ພວກເຈົ້າແລະ ແກວ່ງ​ຫົວ​ຂອງ​ຂ້ອຍ​ເຢີ້ຍ​ພວກເຈົ້າ​ໄດ້.5ແຕ່​ປາກ​ຂອງ​ຂ້ອຍຈະ​ເວົ້າ​ໃຫ້​ກຳລັງ​ໃຈ​ພວກເຈົ້າ;ຄໍາ​ເລົ້າໂລມ​ຈາກ​ປາກ​ຂອງ​ຂ້ອຍ​ຈະ​ນໍາ​ຄວາມ​ຜ່ອນຄາຍ​ມາ​ໃຫ້​ເຈົ້າ.
6“ແຕ່​ຖ້າ​ຂ້ອຍ​ຈະ​ເວົ້າ​ອອກ​ໄປ, ຄວາມ​ເຈັບປວດ​ຂອງ​ຂ້ອຍ​ກໍ​ບໍ່​ໄດ້​ບັນເທົາ​ລົງ;ແລະ ຖ້າ​ຂ້ອຍ​ມິດງຽບ​ຢູ່, ມັນ​ກໍ​ບໍ່​ໄດ້​ຫາຍ​ໄປ.7ຂ້າແດ່​ພຣະເຈົ້າ, ແນ່ນອນ, ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ;ພຣະອົງ​ທໍາລາຍ​ຄອບຄົວ​ທັງໝົດ​ຂອງ​ຂ້ານ້ອຍ.8ພຣະອົງ​ໄດ້​ຈັບ​ຂ້ານ້ອຍ​ມັດ ແລະ ມັນ​ກໍ​ກາຍເປັນ​ພະຍານ​ອັນ​ໜຶ່ງ;ຮ່າງກາຍ​ທີ່​ຈ່ອຍ​ຜອມ​ຂອງ​ຂ້ານ້ອຍ​ໄດ້​ລຸກ​ຂຶ້ນ ແລະ ເປັນ​ພະຍານ​ຕໍ່ສູ້​ຂ້ານ້ອຍ.9ພຣະເຈົ້າ​ໂຈມຕີ​ຂ້ອຍ ແລະ ຈີກ​ຂ້ອຍ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງແລະ ພຣະອົງ​ກັດ​ແຂ້ວ​ໃສ່​ຂ້ອຍ;ຄູ່​ຕໍ່ສູ້​ຂອງ​ຂ້ອຍ​ຈ້ອງ​ເບິ່ງ​ຂ້ອຍ​ດ້ວຍ​ສາຍຕາ​ອາຄາດ.10ຄົນ​ອ້າ​ປາກ​ເຢາະເຢີ້ຍ​ຂ້ອຍ;ພວກເຂົາ​ຕົບ​ແກ້ມ​ຂ້ອຍ​ດ້ວຍ​ການ​ດູຖູກແລະ ຮວ່ມ​ຫົວ​ກັນ​ຕໍ່ສູ້​ຂ້ອຍ.11ພຣະເຈົ້າ​ໄດ້​ມອບ​ຂ້ອຍ​ໄວ້​ກັບ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າແລະ ໂຍນ​ຂ້ອຍ​ໄວ້​ໃນ​ກໍາມື​ຂອງ​ຄົນ​ຊົ່ວ.12ທຸກສິ່ງ​ທີ່​ຢູ່​ກັບ​ຂ້ອຍ​ກໍ​ສະຫງົບສຸກ​ດີ, ແຕ່​ພຣະອົງ​ໄດ້​ທຸບ​ຂ້ອຍ;ພຣະອົງ​ຈັບ​ຄໍ​ຂ້ອຍ ແລະ ຟາດ​ຂ້ອຍ​ໃຫ້​ແຕກ​ໝຸ່ນ.ພຣະອົງ​ເຮັດໃຫ້​ຂ້ອຍ​ເປັນ​ເປົ້າ​ຂອງ​ພຣະອົງ;13ນັກທະນູ​ຂອງ​ພຣະອົງ​ລ້ອມ​ຂ້ອຍ​ໄວ້.ພຣະອົງ​ເຈາະ​ໝາກໄຂ່​ຫລັງ​ໂດຍ​ບໍ່​ມີ​ຄວາມ​ເມດຕາແລະ ນ້ຳບີ​ຂອງ​ຂ້ອຍ​ກໍ​ຍ້ອຍ​ລົງ​ພື້ນດິນ.14ພຣະອົງ​ລະເບີດ​ໃສ່​ຂ້ອຍ​ຊໍ້າແລ້ວ​ຊໍ້າອີກ;ພຣະອົງ​ແລ່ນ​ເຂົ້າ​ໃສ່​ຂ້ອຍ​ເໝືອນດັ່ງ​ນັກຮົບ.
15“ຂ້ອຍ​ໄດ້​ຫຍິບ​ຜ້າ​ກະສອບ​ເຂົ້າ​ຕິດ​ກັບ​ຜິວໜັງ​ຂອງ​ຂ້ອຍແລະ ຝັງ​ຄິ້ວ​ຂອງ​ຂ້ອຍ​ໄວ້​ໃນ​ຂີ້ຝຸ່ນ​ດິນ.16ໜ້າ​ຂອງ​ຂ້ອຍ​ກໍ​ແດງ​ເພາະ​ການ​ຮ້ອງໄຫ້.ເປົ້າຕາ​ຂອງ​ຂ້ອຍ​ຊໍ້າ​ດຳ​ເປັນ​ວົງ;17ແຕ່​ມື​ຂອງ​ຂ້ອຍ​ນັ້ນ​ກໍ​ສະອາດ​ປາດສະຈາກ​ຄວາມ​ຮຸນແຮງແລະ ຄຳ​ອະທິຖານ​ຂອງ​ຂ້ອຍ​ກໍ​ບໍລິສຸດ.
18“ແຜ່ນດິນໂລກ​ເອີຍ, ຢ່າ​ປົກປິດ​ເລືອດ​ຂອງ​ຂ້ອຍ​ໄວ້;ຢ່າ​ໃຫ້​ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ມິດງຽບ​ຢູ່!19ບັດນີ້ ແມ່ນແຕ່​ພະຍານ​ຂອງ​ຂ້ອຍ​ຢູ່​ໃນ​ຟ້າສະຫວັນ;ຜູ້ຊ່ວຍ​ຂອງ​ຂ້ອຍ​ກໍ​ຢູ່​ເບື້ອງເທິງ.20ຜູ້​ອ້ອນວອນ​ແທນ​ຂ້ອຍ​ກໍ​ເປັນ​ໝູ່ເພື່ອນ​ຂອງ​ຂ້ອຍ ຂະນະ​ທີ່​ຕາ​ຂອງ​ຂ້ອຍ​ຫລັ່ງ​ນ້ຳຕາ​ຕໍ່​ພຣະເຈົ້າ;21ຜູ້​ຕາງໜ້າ​ຂອງ​ມະນຸດ ລາວ​ອ້ອນວອນ​ຂໍ​ພຣະເຈົ້າດັ່ງ​ຜູ້ໜຶ່ງ​ອ້ອນວອນ​ຂໍ​ແທນ​ໝູ່ເພື່ອນ.
22“ອີກ​ບໍ່​ເທົ່າໃດ​ປີ​ກໍ​ຈະ​ຜ່ານ​ພົ້ນ​ໄປກ່ອນທີ່​ຂ້ອຍ​ຈະ​ຍ່າງ​ໄປ​ຕາມ​ທາງ​ທີ່​ບໍ່​ມີ​ວັນ​ກັບ​ຄືນ​ມາ​ອີກ.

Biblica, Inc.

https://app.library.bible/content/eab9312f9f16b3a2