ໂຢບ15
ເອລີຟັດ
1ເອລີຟັດຊາວເຕມານໄດ້ຕອບວ່າ:2“ຄົນສະຫລາດຈະຕອບແບບບໍ່ຄິດຊັ້ນບໍຫລື ໃຫ້ລົມຕາເວັນອອກທີ່ຮ້ອນເອົ້າພັດເຂົ້າເຕັມທ້ອງຂອງພວກເຂົາບໍ?3ພວກເຂົາຈະໂຕ້ແຍ້ງດ້ວຍຖ້ອຍຄຳທີ່ໄຮ້ປະໂຫຍດ,ດ້ວຍຄໍາເວົ້າທີ່ບໍ່ມີຄຸນຄ່າບໍ?4ແຕ່ເຈົ້າໄດ້ທຳລາຍແມ່ນແຕ່ຄວາມຢຳເກງພຣະເຈົ້າແລະ ກີດກັນການອຸທິດຕົນຕໍ່ພຣະເຈົ້າກໍຕາມ.5ບາບຂອງເຈົ້າຍົວະໃຫ້ປາກຂອງເຈົ້າເວົ້າ;ເຈົ້າຮັບເອົາລິ້ນຂອງຄົນມີເລ້ຫລ່ຽມ.6ປາກຂອງເຈົ້າເອງທີ່ກ່າວໂທດເຈົ້າ, ບໍ່ແມ່ນປາກຂອງຂ້ອຍ;ຮີມສົບຂອງເຈົ້າເອງເປັນພະຍານຕໍ່ສູ້ເຈົ້າ.7“ເຈົ້າເປັນມະນຸດຄົນທຳອິດທີ່ເກີດມາບໍ?ເຈົ້າເກີດກ່ອນທີ່ເນີນພູຈະຖືກສ້າງຂຶ້ນບໍ?8ເຈົ້ານັ່ງຟັງຢູ່ໃນສະພາຂອງພຣະເຈົ້າບໍ?ເຈົ້າຜູກຂາດສະຕິປັນຍາໄວ້ຄົນດຽວບໍ?9ມີສິ່ງໃດທີ່ເຈົ້າຮູ້ພວກເຮົາບໍ່ຮູ້ແດ່?ມີຄວາມເຂົ້າໃຈອັນເລິກເຊິ່ງອັນໃດທີ່ພວກເຮົາບໍ່ເຂົ້າໃຈແດ່?10ຄົນຜົມຫງອກ ແລະ ຜູ້ອາວຸໂສກໍເຂົ້າຂ້າງພວກເຮົາ,ຄົນເຫລົ່ານັ້ນເຖົ້າກວ່າພໍ່ຂອງເຈົ້າອີກ.11ຄຳເລົ້າໂລມໃຈຈາກພຣະເຈົ້າບໍ່ພຽງພໍສຳລັບເຈົ້າບໍ?ຖ້ອຍຄຳອ່ອນໂຍນບໍ່ພຽງພໍສໍາລັບເຈົ້າບໍ?12ເປັນຫຍັງຈິດໃຈຂອງເຈົ້າຈຶ່ງພາເຈົ້າຫລົງໄປ,ແລະ ເປັນຫຍັງຕາຂອງເຈົ້າຈຶ່ງລຸກເປັນໄຟ,13ທີ່ເຈົ້າຈຶ່ງລະບາຍຄວາມໂມໂຫຮ້າຍຂອງເຈົ້າຕໍ່ພຣະເຈົ້າແລະ ເວົ້າຄໍາເວົ້າແບບນັ້ນອອກມາຈາກປາກຂອງເຈົ້າ?14“ມະນຸດເປັນຫຍັງທີ່ພວກເຂົາຈະບໍລິສຸດໄດ້,ຫລື ຄົນໃດທີ່ເກີດມາຈາກຜູ້ຍິງທີ່ຈະເປັນຄົນຊອບທຳໄດ້?15ຖ້າພຣະເຈົ້າບໍ່ໄວ້ວາງໃຈໃນບັນດາເທວະດາຂອງພຣະອົງ,ແມ່ນແຕ່ຟ້າສະຫວັນກໍບໍ່ບໍລິສຸດໃນສາຍຕາຂອງພຣະອົງ,16ມະນຸດກໍຊົ່ວຮ້າຍ ແລະ ເສື່ອມຊາມລົງຫລາຍກວ່ານັ້ນຈັກເທົ່າໃດ,ຜູ້ທີ່ດື່ມຄວາມຊົ່ວຮ້າຍດັ່ງດື່ມນ້ຳ!17“ຈົ່ງຟັງຂ້ອຍ ແລະ ຂ້ອຍຈະອະທິບາຍໃຫ້ເຈົ້າຟັງ;ໃຫ້ຂ້ອຍບອກເຈົ້າເຖິງສິ່ງທີ່ຂ້ອຍໄດ້ເຫັນມາ,18ສິ່ງທີ່ຄົນສະຫລາດໄດ້ບອກໄວ້,ບໍ່ປິດບັງສິ່ງໃດໆທີ່ໄດ້ຮັບຈາກບັນພະບຸລຸດຂອງພວກເຂົາ19(ຜູ້ໄດ້ຮັບມອບດິນແດນແຕ່ຜູ້ດຽວເມື່ອບໍ່ມີຄົນຕ່າງດ້າວຍ້າຍມາຢູ່ທ່າມກາງພວກເຂົາ):20ຄົນຊົ່ວຮ້າຍທຸກທໍລະມານຕະຫລອດຊີວິດຂອງລາວ,ຄົນທີ່ໂຫດຮ້າຍທົນທຸກຕະຫລອດຊົ່ວຊີວິດຂອງລາວ.21ສຽງອັນໜ້າຢ້ານດັງກ້ອງຢູ່ໃນຫູຂອງລາວ;ເມື່ອທຸກຢ່າງເບິ່ງຄືສະຫງົບສຸກດີ, ພວກໂຈນກໍໂຈມຕີລາວ.22ລາວໝົດຫວັງທີ່ຈະໜີໃຫ້ພົ້ນຈາກອານາຈັກແຫ່ງຄວາມມືດ;ລາວຖືກໝາຍຫົວໄວ້ເພື່ອຂ້າ.23ລາວເລາະໄປຊອກຫາອາຫານເໝືອນດັ່ງໂຕແຮ້ງ; ລາວຮູ້ວ່າວັນແຫ່ງຄວາມມືດມົນກໍຢູ່ພຽງປາຍນິ້ວມື.24ຄວາມທຸກໃຈ ແລະ ຄວາມເຈັບປວດເຮັດໃຫ້ລາວຢ້ານກົວ;ຄວາມເດືອດຮ້ອນຖ້ວມລາວເໝືອນດັ່ງກະສັດບຸກເຂົ້າໂຈມຕີ,25ເພາະລາວຍົກກຳປັ້ນຂອງຕົນໃສ່ພຣະເຈົ້າແລະ ອວດຕົນເອງຕໍ່ອົງຜູ້ມີລິດອໍານາດຍິ່ງໃຫຍ່,26ລາວຖືໂລ່ໜາ ແລະ ແຂງແກ່ນຕໍ່ສູ້ພຣະອົງໂດຍການກ່າວທ້າທາຍຕໍ່ພຣະອົງ.27“ເຖິງແມ່ນວ່າໜ້າຂອງລາວກໍເຕັມໄປດ້ວຍໄຂມັນແລະ ແອວຂອງລາວອວບເຕັມດ້ວຍເນື້ອໜັງ,28ລາວຈະອາໄສໃນເມືອງທີ່ຮົກຮ້າງເພພັງແລະ ເຮືອນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່,ເຮືອນທີ່ເປັນຊາກຫັກເພພັງ.29ລາວຈະບໍ່ຮັ່ງມີອີກຕໍ່ໄປ ແລະ ຊັບສົມບັດຂອງລາວຈະບໍ່ຄົງຢູ່,ແລະ ການປົກຄອງຂອງລາວຈະບໍ່ຂະຫຍາຍໄປທົ່ວແຜ່ນດິນ.30ລາວຈະໜີບໍ່ພົ້ນຄວາມມືດມົນ;ແປວໄຟເຮັດໃຫ້ໜໍ່ຂອງລາວຫ່ຽວແຫ້ງໄປ,ລົມຈາກຂອງພຣະເຈົ້າຈະພັດລາວປິວໄປ.31ຢ່າໃຫ້ລາວຫລອກລວງຕົນເອງໂດຍໄວ້ວາງໃຈສິ່ງທີ່ໄຮ້ຄ່າ,ເພາະລາວຈະບໍ່ໄດ້ອັນໃດຕອບແທນ.32ລາວຈະຫ່ຽວແຫ້ງໄປກ່ອນວັນເວລາຂອງລາວ,ແລະ ກິ່ງກ້ານຂອງລາວຈະບໍ່ເຕີບໂຕ.33ລາວຈະເປັນເໝືອນເຄືອອະງຸ່ນທີ່ໝາກຂອງມັນຫລົ່ນຕັ້ງແຕ່ຍັງດິບ,ດັ່ງຕົ້ນໝາກກອກທີ່ດອກຂອງມັນຫລົ່ນເມື່ອຫາກໍບານ.34ເພາະກຸ່ມຄົນທີ່ບໍ່ເຊື່ອຖືພຣະເຈົ້ານັ້ນຈະເປັນໝັນ,ແລະ ໄຟຈະເຜົາຜານເຕັນຂອງຜູ້ທີ່ຮັກສິນບົນ.35ພວກເຂົາຖືພາຄວາມເດືອດຮ້ອນ ແລະ ເກີດຄວາມຊົ່ວອອກມາ;ທ້ອງຂອງພວກເຂົາມີແຕ່ການຫລອກລວງ”.Biblica, Inc.