ໂຢບ14
1“ມະນຸດເກີດຈາກຜູ້ຍິງນັ້ນ,ມີອາຍຸສັ້ນ ແລະ ກໍເຕັມໄປດ້ວຍຄວາມເດືອດຮ້ອນ.2ພວກເຂົາເບັ່ງບານເໝືອນດັ່ງດອກໄມ້ແລ້ວກໍຫ່ຽວແຫ້ງໄປ;ເປັນດັ່ງເງົາທີ່ຫາຍໄປ, ມັນບໍ່ຄົງຢູ່.3ພຣະອົງປັກຕາເບິ່ງພວກເຂົາຢູ່ບໍ່?ພຣະອົງຈະນຳພວກເຂົາ ມາຕໍ່ໜ້າພຣະອົງເພື່ອພິພາກສາບໍ?4ຜູ້ໃດສາມາດເອົາສິ່ງທີ່ບໍລິສຸດອອກຈາກສິ່ງທີ່ເປັນມົນທິນໄດ້ບໍ?ບໍ່ມີຈັກຄົນ!5ວັນເວລາຂອງມະນຸດຖືກກຳນົດໄວ້ແລ້ວ;ພຣະອົງໄດ້ກຳນົດປີເດືອນຂອງມະນຸດແລະ ໄດ້ຕັ້ງຂອບເຂດທີ່ມະນຸດບໍ່ສາມາດເກີນກຳນົດໄປໄດ້.6ສະນັ້ນຂໍຫັນໜ້າໄປຈາກລາວ ແລະ ປ່ອຍລາວໄວ້ຢູ່ຕາມລຳພັງ,ຈົນກວ່າເວລາຂອງລາວຈະໝົດໄປເໝືອນກຳມະກອນທີ່ຖືກຈ້າງ.7“ຢ່າງນ້ອຍກໍມີຄວາມຫວັງສຳລັບຕົ້ນໄມ້ຄື:ຖ້າມັນຖືກປໍ້າລົງ, ກໍຍັງຈະແຕກໜໍ່ຂຶ້ນມາອີກ,ແລະ ງ່າໃໝ່ຂອງມັນປົ່ງຂຶ້ນມາບໍ່ຂາດ.8ຮາກຂອງມັນອາດຈະແກ່ຢູ່ໃນພື້ນດິນແລະ ຕໍຂອງມັນກໍຕາຍຢູ່ໃນດິນ,9ແຕ່ເມື່ອມັນໄດ້ກິ່ນອາຍຂອງນ້ຳ ມັນກໍຈະຊື່ນຂຶ້ນແລະ ກໍເກີດໜໍ່ຂຶ້ນມາໃໝ່ເໝືອນຕົ້ນໄມ້.10ແຕ່ຄົນຕາຍໄປ ແລະ ກໍໝົດແຮງໄປ;ລາວຫາຍໃຈຄັ້ງສຸດທ້າຍແລ້ວກໍບໍ່ເຫລືອອັນໃດ.11ດັ່ງນ້ຳໃນໜອງທີ່ເຫືອດແຫ້ງໄປຫລື ແມ່ນ້ຳໄດ້ແຫ້ງ ແລະ ແຕກແຫງ,12ລາວກໍນອນລົງ ແລະ ບໍ່ໄດ້ລຸກຂຶ້ນມາອີກ;ຈົນກວ່າຟ້າສະຫວັນກໍບໍ່ມີອີກ, ຄົນກໍຈະບໍ່ຕື່ນຂຶ້ນມາຫລື ຖືກປຸກໃຫ້ຕື່ນຂຶ້ນມາຈາກການນອນຫລັບຂອງຕົນ.13“ຖ້າພຣະອົງພຽງແຕ່ເຊື່ອງຂ້ານ້ອຍໄວ້ໃນຂຸມຝັງສົບແລະ ບັງຂ້ານ້ອຍໄວ້ຈົນກວ່າຄວາມໃຈຮ້າຍຂອງພຣະອົງໄດ້ຜ່ານໄປ!ຖ້າພຣະອົງພຽງແຕ່ກຳນົດເວລາໃຫ້ຂ້ານ້ອຍແລະ ລະນຶກເຖິງຂ້ານ້ອຍອີກ!14ເມື່ອຄົນຕາຍໄປ, ພວກເຂົາຈະມີຊີວິດອີກບໍ?ຂ້ານ້ອຍເຮັດວຽກຢ່າງໜັກຕະຫລອດວັນເວລາຂອງຂ້ານ້ອຍຂ້ານ້ອຍຈະລໍຄອຍການປ່ຽນແປງໃໝ່ ທີ່ຈະມາເຖິງ.15ພຣະອົງຈະເອີ້ນ ແລະ ຂ້ານ້ອຍຈະຕອບພຣະອົງ;ພຣະອົງຈະຄິດເຖິງສິ່ງທີ່ໄດ້ຖືກສ້າງຂຶ້ນມາດ້ວຍມືຂອງພຣະອົງ.16ແນ່ນອນ ພຣະອົງຈະນັບບາດຍ່າງຂອງຂ້ານ້ອຍແຕ່ບໍ່ນັບບາບຂອງຂ້ານ້ອຍ.17ການລ່ວງລະເມີດຂອງຂ້ານ້ອຍຈະຖືກປະທັບຕາໄວ້ໃນຖົງ;ພຣະອົງຈະປົກປິດບາບຂອງຂ້ານ້ອຍໄວ້.18“ແຕ່ເໝືອນດັ່ງພູເຂົາທີ່ເຈື່ອນ ແລະ ພັງທະລາຍລົງແລະ ເໝືອນດັ່ງຫີນຖືກຍ້າຍໄປຈາກບ່ອນຂອງມັນ,19ເໝືອນດັ່ງນ້ຳໄຫລເຊາະກ້ອນຫີນ ແລະ ກະແສນ້ຳໄຫລແຮງພັດດິນໄປ,split next paraສະນັ້ນ ພຣະອົງທຳລາຍຄວາມຫວັງຂອງມະນຸດ.20ພຣະອົງເອົາຊະນະພວກເຂົາພຽງຄັ້ງດຽວ, ແລະ ພວກເຂົາກໍລ່ວງລັບໄປ;ພຣະອົງປ່ຽນສີໜ້າຂອງພວກເຂົາ ແລະ ສົ່ງພວກເຂົາໄປ.21ຖ້າລູກຂອງພວກເຂົາໄດ້ຮັບກຽດ, ພວກເຂົາກໍບໍ່ຮູ້;ຖ້າລູກຂອງພວກເຂົາຕົກຕ່ຳ, ພວກເຂົາກໍບໍ່ເຫັນ.22ພວກເຂົາຮູ້ສຶກໄດ້ແຕ່ຄວາມເຈັບປວດຂອງຮ່າງກາຍຂອງຕົນເອງແລະ ຄ່ຳຄວນເພື່ອຕົນເອງເທົ່ານັ້ນ”.
Biblica, Inc.