ໂຢບ13
1“ຕາຂອງຂ້ອຍໄດ້ເຫັນສິ່ງທັງໝົດນີ້,ຫູຂອງຂ້ອຍໄດ້ຍິນ ແລະ ເຂົ້າໃຈແລ້ວ.2ສິ່ງທີ່ເຈົ້າຮູ້, ຂ້ອຍກໍຮູ້ເໝືອນກັນ;ຂ້ອຍບໍ່ໄດ້ຕໍ່າຕ້ອຍກວ່າພວກເຈົ້າເລີຍ.3ແຕ່ຂ້ອຍຢາກຈະກ່າວກັບອົງຜູ້ມີລິດອຳນາດຍິ່ງໃຫຍ່ແລະ ຢາກຈະໂຕ້ແຍ້ງຄະດີຂອງຂ້ອຍກັບພຣະເຈົ້າ.4ແມ່ນວ່າພວກເຈົ້າເອົາຄວາມຕົວະທາໃສ່ຂ້ອຍ;ພວກເຈົ້າເປັນໝໍທີ່ບໍ່ໄດ້ເລື່ອງ!5ຖ້າພວກເຈົ້າພຽງແຕ່ມິດງຽບຢູ່!ສໍາລັບພວກເຈົ້າກໍຖືວ່າເປັນຄົນມີປັນຍາ.6ບັດນີ້ຈົ່ງຟັງຄຳໂຕ້ແຍ້ງຂອງຂ້ອຍ;ຈົ່ງຟັງຄຳອ້ອນວອນຈາກປາກຂອງຂ້ອຍ.7ພວກເຈົ້າຈະເວົ້າຊົ່ວແທນພຣະເຈົ້າໄດ້ບໍ?ພວກເຈົ້າຈະເວົ້າຫລອກລວງເພື່ອພຣະອົງບໍ?8ພວກເຈົ້າຈະສະແດງຄວາມລໍາອຽງກັບພຣະອົງບໍ?ພວກເຈົ້າຈະສູ້ຄະດີແທນພຣະເຈົ້າບໍ?9ຖ້າພຣະອົງກວດສອບພວກເຈົ້າ ຜົນຈະອອກມາດີຫລືບໍ່?ພວກເຈົ້າຈະຫລອກລວງພຣະເຈົ້າເໝືອນດັ່ງພວກເຈົ້າຫລອກລວງມະນຸດໄດ້ບໍ?10ພຣະອົງຈະຕຳໜິພວກເຈົ້າຢ່າງແນ່ນອນຖ້າພວກເຈົ້າສະແດງຄວາມລຳອຽງຢ່າງລັບໆ.11ຄວາມສະຫງ່າງາມຂອງພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຢ້ານກົວບໍ່?ຄວາມໜ້າຢ້ານຂອງພຣະອົງຈະບໍ່ຕົກໃສ່ພວກເຈົ້າບໍ?12ຄໍາສຸພາສິດຂອງພວກເຈົ້າກໍມີຄ່າເທົ່າຂີ້ເຖົ່າໄຟ;ຄຳແກ້ຕົວຂອງພວກເຈົ້າເປັນດັ່ງດິນໜຽວ.13“ຈົ່ງມິດງຽບ ແລະ ປ່ອຍໃຫ້ຂ້ອຍເວົ້າ;ສິ່ງໃດຈະເກີດຂຶ້ນກັບຂ້ອຍກໍໃຫ້ມັນເກີດ.14ເປັນຫຍັງຂ້ອຍຈຶ່ງເອົາຕົນເອງໄປສ່ຽງຊີວິດແລະ ກຳຊີວິດຂອງຕົນເອງໄວ້ໃນມື?15ເຖິງແມ່ນວ່າພຣະອົງຂ້າຂ້ອຍ, ແຕ່ຂ້ອຍກໍຈະຫວັງໃນພຣະອົງ;ແນ່ນອນ ຂ້ອຍຈະ ສູ້ຄະດີຂອງຂ້ອຍຕໍ່ໜ້າພຣະອົງ.16ແທ້ຈິງແລ້ວ, ສິ່ງນີ້ຈະກາຍເປັນການຊ່ວຍກູ້ຂ້ອຍໃຫ້ພົ້ນ,ເພາະບໍ່ມີຄົນທີ່ບໍ່ນັບຖືພຣະເຈົ້າຄົນໃດກ້າຢູ່ຕໍ່ໜ້າພຣະອົງ!17ຂໍໃຫ້ຕັ້ງໃຈຟັງສິ່ງທີ່ຂ້ອຍເວົ້າ;ໃຫ້ຄໍາເວົ້າຂອງຂ້ອຍດັງຢູ່ໃນຫູຂອງພວກເຈົ້າ.18ບັດນີ້ ຂ້ອຍພ້ອມແລ້ວທີ່ຈະສູ້ຄະດີ,ຂ້ອຍຮູ້ວ່າຂ້ອຍຈະໄດ້ຮັບການພິສູດວ່າບໍ່ມີຄວາມຜິດ.19ຜູ້ໃດຈະນໍາຂໍ້ກ່າວຫາມາຕໍ່ສູ້ຂ້ອຍ?ຖ້າມີ, ຂ້ອຍຈະມິດງຽບຢູ່ ແລະ ຍອມຕາຍ.20“ຂ້າແດ່ພຣະເຈົ້າ, ຂໍໃຫ້ສອງສິ່ງນີ້ແກ່ຂ້ານ້ອຍ,ແລ້ວຂ້ານ້ອຍຈະບໍ່ເຊື່ອງຊ້ອນຕົນເອງຈາກພຣະອົງຄື:21ຂໍຍົກມືຂອງພຣະອົງອອກໄປຈາກຂ້ານ້ອຍ,ແລະ ຢຸດຂົ່ມຂູ່ຂ້ານ້ອຍດ້ວຍຄວາມອັນໜ້າຢ້ານຂອງພຣະອົງ.22ແລ້ວເອີ້ນຂ້ານ້ອຍ ແລະ ຂ້ານ້ອຍຈະຕອບ.ຫລື ຂໍໃຫ້ຂ້ານ້ອຍເວົ້າ, ແລ້ວພຣະອົງຈະຕອບຂ້ານ້ອຍ.23ຂ້ານ້ອຍມີຄວາມຜິດ ແລະ ຂ້ານ້ອຍໄດ້ເຮັດບາບຫລາຍເທົ່າໃດ?ຂໍໂຜດສະແດງໃຫ້ຂ້ານ້ອຍເຫັນເຖິງການກະທໍາຜິດ ແລະ ບາບຂອງຂ້ານ້ອຍ.24ເປັນຫຍັງພຣະອົງຈຶ່ງເຊື່ອງໜ້າຂອງພຣະອົງໄວ້?ແລະ ຈຶ່ງຖືວ່າຂ້ານ້ອຍເປັນສັດຕູຂອງພຣະອົງ?25ພຣະອົງຈະທໍລະມານໃບໄມ້ທີ່ຖືກລົມພັດປິວໄປບໍ?ພຣະອົງຈະໄລ່ຕາມເຟືອງແຫ້ງບໍ?26ເພາະພຣະອົງຂຽນການກະທໍາຜິດຂອງຂ້ານ້ອຍລົງຕໍ່ສູ້ຂ້ານ້ອຍແລະ ເຮັດໃຫ້ຂ້ອຍໄດ້ຮັບຜົນບາບຕັ້ງແຕ່ໄວໜຸ່ມຂອງຂ້ານ້ອຍ.27ພຣະອົງໃສ່ຂື່ຢູ່ຕີນຂອງຂ້ານ້ອຍໄວ້;ພຣະອົງເຝົ້າເບິ່ງທາງທັງໝົດຂອງຂ້ານ້ອຍຢ່າງໃກ້ຊິດໂດຍໃສ່ເຄື່ອງໝາຍໄວ້ທີ່ສົ້ນໜ່ອງຂອງຂ້ານ້ອຍ.28“ດັ່ງນັ້ນ ມະນຸດຈຶ່ງຊຸດໂຊມໄປດັ່ງສິ່ງທີ່ເປື່ອຍເນົ່າ,ດັ່ງເຄື່ອງນຸ່ງທີ່ຖືກມອດກັດກິນ.
Biblica, Inc.