ໂຢບ12

ໂຢບ

1ໂຢບ​ໄດ້​ຕອບ​ວ່າ:2“ບໍ່​ສົງໄສ​ເລີຍ​ວ່າ​ເຈົ້າ​ເປັນ​ຄົນ​ດຽວ​ທີ່​ສໍາຄັນ,ແລະ ສະຕິປັນຍາ​ຈະ​ຕາຍ​ໄປ​ກັບ​ເຈົ້າ!3ແຕ່​ຂ້ອຍ​ກໍ​ມີ​ຄວາມຄິດ​ຄືກັນ​ກັບ​ເຈົ້າ;ຂ້ອຍ​ບໍ່​ຕໍ່າຕ້ອຍ​ກວ່າ​ເຈົ້າ.ຜູ້ໃດ​ແດ່​ທີ່​ບໍ່​ຮູ້​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ​ມາ​ທັງໝົດ?
4“ຂ້ອຍ​ໄດ້​ກາຍ​ເປັນ​ຄົນ​ທີ່​ໝູ່ເພື່ອນ​ເຢາະເຢີ້ຍ,ແມ່ນວ່າ​ຂ້ອຍ​ຮ້ອງ​ຫາ​ພຣະເຈົ້າ ແລະ ພຣະອົງ​ກໍ​ໄດ້​ຕອບຂ້ອຍ​ເປັນ​ພຽງແຕ່​ຄົນ​ທີ່​ຖືກ​ເຢາະເຢີ້ຍ, ແຕ່​ກໍ​ເປັນ​ຄົນ​ຊອບທຳ ແລະ ບໍ່​ມີ​ຕຳໜິ!5ຄົນ​ທີ່​ຢູ່​ຢ່າງສະບາຍ​ກໍ​ດູໝິ່ນ​ຄວາມ​ໂຊກຮ້າຍເປັນ​ຊາຕາກຳ​ຂອງ​ຄົນ​ທີ່​ກຳລັງ​ມື່ນ​ລົ້ມ.6ເຕັນ​ຂອງ​ພວກ​ໂຈນ​ກໍ​ຢູ່​ຢ່າງ​ສະຫງົບ​ສຸກ,ແລະ ຄົນ​ທີ່​ຍົວະ​ພຣະເຈົ້າ​ໃຫ້​ໃຈຮ້າຍ​ກໍ​ຢູ່​ຢ່າງປອດໄພພຣະເຈົ້າ​ໄດ້​ໃຫ້​ສິ່ງທີ່​ນັ້ນ​ຢູ່​ໃນ​ມື​ພຣະອົງ. 
7“ແຕ່​ຖາມ​ສັດ​ທັງຫລາຍ​ເບິ່ງ ແລະ ພວກມັນ​ຈະ​ສອນ​ເຈົ້າ,ຫລື ຖາມ​ນົກ​ໃນ​ທ້ອງຟ້າ​ເບິ່ງ, ແລະ ມັນ​ຈະ​ບອກ​ເຈົ້າ;8ຫລື ເວົ້າ​ກັບ​ແຜ່ນດິນໂລກ, ແລ້ວ​ມັນ​ຈະ​ສອນ​ເຈົ້າ.ຫລື ໃຫ້​ປາ​ໃນ​ທະເລ​ແຈ້ງ​ເຈົ້າ​ຮູ້.9ທີ່​ທັງໝົດ​ເຫລົ່ານີ້​ບໍ່​ຮູ້ເຖິງ​ສິ່ງທີ່​ມື​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ນີ້?10ທຸກ​ສັບພະ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ມື​ຂອງ​ພຣະອົງແລະ ລວມ​ທັງ​ລົມ​ຫາຍໃຈ​ຂອງ​ມວນ​ມະນຸດ​ທັງໝົດ.11ຄຳເວົ້າ​ຊີມ​ໃສ່​ຫູ​ໄດ້​ສັນໃດກໍ​ເປັນດັ່ງ​ລິ້ນ​ຊີມ​ລົດ​ອາຫານ​ບໍ່​ແມ່ນ​ບໍ?12ສະຕິປັນຍາ​ພົບ​ໄດ້​ໃນ​ຄົນ​ອາວຸໂສ​ບໍ່​ແມ່ນ​ບໍ?ຊີວິດ​ທີ່​ຍືນຍາວ​ກໍ​ນຳ​ຄວາມເຂົ້າໃຈ​ມາ​ໃຫ້​ບໍ່​ແມ່ນ​ບໍ?
13“ແຕ່​ສະຕິປັນຍາ ແລະ ອຳນາດ​ເປັນ​ຂອງ​ພຣະເຈົ້າ;ຄຳ​ປຶກສາ ແລະ ຄວາມ​ເຂົ້າໃຈ​ກໍ​ເປັນ​ຂອງ​ພຣະອົງ.14ສິ່ງ​ທີ່​ພຣະອົງ​ທຳລາຍ​ລົງ​ແລ້ວ ກໍບໍ່​ສາມາດ​ສ້າງ​ຂຶ້ນ​ມາ​ໃໝ່​ໄດ້;ຄົນ​ທີ່​ພຣະອົງ​ກັກຂັງ​ໄວ້ ກໍ​ບໍ່​ສາມາດ​ປົດປ່ອຍ​ໄດ້.15ຖ້າ​ພຣະອົງ​ກັກ​ນ້ຳ​ໄວ້, ຄວາມ​ແຫ້ງແລ້ງ​ກໍ​ເກີດ​ຂຶ້ນ;ຖ້າ​ພຣະອົງ​ປ່ອຍ​ມັນ​ອອກ​ມາ, ມັນ​ກໍ​ທຳລາຍ​ແຜ່ນດິນ.16ກຳລັງ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ​ເປັນ​ຂອງ​ພຣະອົງ;ທັງ​ຄົນ​ທີ່​ຫລອກລວງ ແລະ ຄົນ​ທີ່​ຖືກ​ຫລອກລວງ​ເປັນ​ຂອງ​ພຣະອົງ.17ພຣະອົງ​ເຮັດໃຫ້​ຜູ້ປົກຄອງ​ອອກ​ໄປ​ຢ່າງ​ເປືອຍກາຍແລະ ເຮັດ​ໃຫ້​ຜູ້ພິພາກສາ​ເປັນ​ຄົນ​ໂງ່.18ພຣະອົງ​ປົດ​ໂສ້​ທີ່​ຜູກ​ມັດ​ບັນດາ​ກະສັດ​ໄວ້ແລະ ເອົາ​ຜ້າ​ມັດ​ແອວ​ຂອງ​ກະສັດ​ເຫລົ່ານັ້ນ.19ພຣະອົງ​ເຮັດໃຫ້​ບັນດາ​ປະໂລຫິດ​ອອກ​ໄປ​ຢ່າງ​ເປືອຍກາຍແລະ ໂຄ່ນລົ້ມ​ບັນດາ​ຂ້າລາຊະການ​ທີ່​ຕັ້ງ​ໝັ້ນຄົງ​ແຕ່​ດົນນານ​ລົງ.20ພຣະອົງ​ປິດ​ປາກ​ຂອງ​ຜູ້​ໃຫ້​ຄຳ​ປຶກສາ​ທີ່​ໜ້າ​ເຊື່ອຖືໄດ້ແລະ ເອົາ​ຄວາມ​ສາມາດ​ໃນ​ຕັດສິນ​ໃຈ​ຂອງ​ບັນດາ​ຜູ້ອາວຸໂສ​ອອກ​ໄປ.21ພຣະອົງ​ເທ​ການ​ດູຖູກ​ໃສ່​ພວກ​ຂຸນນາງແລະ ປົດ​ອາວຸດ​ຂອງ​ຜູ້​ທີ່​ມີ​ອໍານາດ.22ພຣະອົງ​ເປີດເຜີຍ​ຄວາມ​ເລິກລັບ​ຂອງ​ຄວາມ​ມືດແລະ ນຳ​ຄວາມ​ມືດມົນ​ມາ​ສູ່​ຄວາມສະຫວ່າງ.23ພຣະອົງ​ເຮັດໃຫ້​ບັນດາ​ຊົນຊາດ​ທີ່​ຍິ່ງໃຫຍ່ ແລະ ທຳລາຍ​ພວກເຂົາ;ພຣະອົງ​ຂະຫຍາຍ​ບັນດາ​ຊົນຊາດ​ໃຫ້​ໃຫຍ່​ຂຶ້ນ ແລະ ເຮັດໃຫ້​ພວກເຂົາ​ແຕກ​ກະຈັດກະຈາຍ​ໄປ.24ພຣະອົງ​ຖອນ​ບັນດາ​ຜູ້ນຳ​ຂອງ​ແຜ່ນດິນໂລກ​ໄປ​ດ້ວຍເຫດຜົນ​ຂອງ​ພວກເຂົາ;ພຣະອົງ​ເຮັດໃຫ້​ພວກເຂົາ​ພະເນຈອນ​ຢູ່​ໃນ​ທີ່​ຮົກຮ້າງ​ບໍ່​ມີ​ຫົນທາງ.25ພວກເຂົາ​ງົມທາວ​ຢູ່​ໃນ​ຄວາມມືດ ໂດຍ​ບໍ່​ມີ​ແສງສະຫວ່າງ;ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ດັ່ງ​ຄົນ​ເມົາ.

Biblica, Inc.

https://app.library.bible/content/eab9312f9f16b3a2