ໂຢບ11
ໂຊພາ
1ແລ້ວໂຊພາຊາວນາອາມາໄດ້ຕອບວ່າ:2“ຈະປ່ອຍໃຫ້ຄໍາເວົ້າເຫລົ່ານີ້ອອກໄປໂດຍບໍ່ມີຄຳຕອບບໍ?ຄົນທີ່ເວົ້າແບບນີ້ໄດ້ຮັບການພິສູດແລ້ວບໍ?3ຄຳເວົ້າບໍ່ມີແກ່ນສານຂອງເຈົ້າຈະເຮັດໃຫ້ຄົນອື່ນຢູ່ຢ່າງມິດງຽບໄດ້ບໍ?ຄຳເຢາະເຢີ້ຍຂອງເຈົ້າຈະບໍ່ໃຫ້ຜູ້ໃດຕຳໜິບໍ?4ເຈົ້າເວົ້າຕໍ່ພຣະເຈົ້າວ່າ, ‘ຄວາມເຊື່ອຂອງຂ້ານ້ອຍບໍ່ມີບ່ອນຕໍາໜິແລະ ຂ້ານ້ອຍບໍລິສຸດໃນສາຍຕາຂອງພຣະອົງ’.5ໂອ, ຂ້ອຍຢາກໃຫ້ພຣະເຈົ້າກ່າວ,ໃຫ້ພຣະອົງຈະເປີດປາກຂອງພຣະອົງຕອບເຈົ້າ6ແລະ ເປີດເຜີຍສະຕິປັນຍາອັນເລິກລັບແກ່ເຈົ້າ,ເພາະສະຕິປັນຍາແທ້ຈິງນັ້ນມີສອງດ້ານ.ຈົ່ງຮູ້ວ່າ: ພຣະເຈົ້າໄດ້ລືມບາບບາງຢ່າງຂອງເຈົ້າໄປແລ້ວ.7“ເຈົ້າເຂົ້າໃຈຄວາມເລິກລັບຂອງພຣະເຈົ້າໄດ້ບໍ?ເຈົ້າສາມາດກວດສອບຂອບເຂດຂອງອົງລິດອໍານາດຍິ່ງໃຫຍ່ໄດ້ບໍ?8ສິ່ງເຫລົ່ານີ້ສູງກວ່າຟ້າສະຫວັນເບື້ອງເທິງ ເຈົ້າຈະເຮັດຫຍັງໄດ້?ພວກມັນເລິກກວ່າແດນມໍລະນາເບື້ອງລຸ່ມ ເຈົ້າຈະຮູ້ອັນໃດໄດ້?9ຖ້າຈະວັດແທກກໍຍາວກວ່າແຜ່ນດິນໂລກແລະ ກວ້າງກວ່າທະເລ.10“ຖ້າພຣະອົງມາ ແລະ ຈັບເຈົ້າຂັງໄວ້ໃນຄຸກແລະ ເອີ້ນຂຶ້ນສານ, ຜູ້ໃດຈະຂັດຂວາງພຣະອົງໄດ້?11ພຣະອົງຮູ້ວ່າຜູ້ໃດເປັນຄົນຫລອກລວງຢ່າງແນ່ນອນ;ແລະ ເມື່ອພຣະອົງເຫັນຄວາມຊົ່ວ, ພຣະອົງບໍ່ບັນທຶກໄວ້ບໍ?12ແຕ່ຄົນໂງ່ບໍ່ສາມາດເປັນຄົນສະຫລາດກວ່າລໍປ່າທີ່ບໍ່ສາມາດເກີດລູກເປັນມະນຸດໄດ້. 13“ແຕ່ຖ້າເຈົ້າມອບຈິດໃຈຂອງເຈົ້າແກ່ພຣະເຈົ້າແລະ ຍົກມືຂອງເຈົ້າຂຶ້ນອະທິຖານຕໍ່ພຣະອົງ,14ຖ້າເຈົ້າຍອມຖິ້ມບາບທີ່ຢູ່ໃນມືຂອງເຈົ້າແລະ ບໍ່ຍອມໃຫ້ຄວາມຊົ່ວເຂົ້າມາຢູ່ໃນເຕັນຂອງເຈົ້າ,15ເມື່ອນັ້ນ, ເຈົ້າກໍຈະເງີຍໜ້າຂຶ້ນໄດ້ໂດຍບໍ່ມີຄວາມຜິດ;ເຈົ້າຈະຢືນຢູ່ຢ່າງໝັ້ນຄົງ ແລະ ໂດຍບໍ່ມີຄວາມຢ້ານ.16ເຈົ້າຈະລືມຄວາມເດືອດຮ້ອນຂອງເຈົ້າໄດ້ຢ່າງແນ່ນອນ,ໂດຍການຄິດວ່າມັນເປັນພຽງສາຍນ້ຳທີ່ໄຫລຜ່ານໄປ.17ແລ້ວຊີວິດເຈົ້າຈະສ່ອງແສງແຈ້ງຫລາຍກວ່າຕອນທ່ຽງ,ແລະ ຄວາມມືດຈະກາຍເປັນດັ່ງຕອນເຊົ້າ.18ເຈົ້າຈະຢູ່ຢ່າງປອດໄພເພາະມີຄວາມຫວັງ;ເຈົ້າຈະເບິ່ງໄປອ້ອມຮອບຕົນ ແລະ ກໍໄດ້ພັກຜ່ອນຢ່າງປອດໄພ.19ເຈົ້າຈະນອນລົງໂດຍບໍ່ມີຜູ້ໃດເຮັດໃຫ້ເຈົ້າຢ້ານກົວ,ແລະ ຄົນຫລາຍຈະມາຂໍຄວາມຊ່ວຍເຫລືອຈາກເຈົ້າ.20ແຕ່ຕາຂອງຄົນຊົ່ວຮ້າຍຈະມືດໄປ,ແລະ ພວກເຂົາຈະໜີໄປບໍ່ພົ້ນ;ຄວາມຫວັງຂອງພວກເຂົາຈະກາຍເປັນຄວາມຕາຍ”.Biblica, Inc.