ເອສະເທີ10
ຄວາມຍິ່ງໃຫຍ່ຂອງມໍເດໄກ
1ກະສັດເຊເຊັດໄດ້ກໍານົດພາສີທົ່ວຈັກກະພົບ ຈົນເຖິງແຄມຝັ່ງທະເລທີ່ຢູ່ຫ່າງໄກ.2ແລະ ພາລະກິດອັນມີອຳນາດ ແລະ ກຳລັງທັງໝົດຂອງເພິ່ນ, ພ້ອມກັບເລື່ອງລາວຄວາມຍິ່ງໃຫຍ່ຂອງມໍເດໄກ ເຊິ່ງກະສັດໄດ້ເລື່ອນຕຳແໜ່ງໃຫ້ນັ້ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງເມເດຍ ແລະ ເປີເຊຍບໍ່ແມ່ນບໍ?3ມໍເດໄກຊາວຢິວມີອຳນາດຮອງຈາກກະສັດເຊເຊັດ, ໂດດເດັ່ນທ່າມກາງຊາວຢິວ ແລະ ໄດ້ຮັບການຍົກຍ້ອງຢ່າງສູງຈາກພີ່ນ້ອງຊາວຢິວຂອງລາວ ເພາະລາວເຮັດວຽກເພື່ອຜົນປະໂຫຍດຂອງພີ່ນ້ອງຮ່ວມຊາດຂອງລາວ ແລະ ເປັນກະບອກສຽງເພື່ອຄວາມສະຫວັດດີພາບຂອງຊາວຢິວທັງໝົດ.Biblica, Inc.