ເຢເຣມີຢາ9

1ໂອ ຖ້າ​ຫົວ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ນ້ຳແລະ ຕາ​ຂອງ​ຂ້ານ້ອຍ​ເປັນ​ນ້ຳພຸ​ແຫ່ງ​ນ້ຳຕາ!ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງ​ເວັນ ແລະ ຄືນເພື່ອ​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ຂ້າ.2ໂອ ຂ້າພະເຈົ້າ​ຢາກ​ມີ​ບ່ອນ​ໜຶ່ງ​ໃນ​ຖິ່ນແຫ້ງແລ້ງກັນດານເປັນ​ບ່ອນ​ພັກ​ສຳລັບ​ຄົນ​ເດີນທາງ,ເພື່ອ​ວ່າ​ຂ້ານ້ອບ​ຈະ​ໄດ້​ໜີ​ໄປ​ຈາກ​ປະຊາຊົນ​ຂອງ​ຂ້ານ້ອຍແລະ ໄປ​ໄກ​ຈາກ​ພວກເຂົາ;ເພາະ​ພວກເຂົາ​ທຸກຄົນ​ເປັນ​ຄົນ​ຫລິ້ນຊູ້,ເປັນ​ປະຊາຊົນ​ທີ່​ບໍ່​ສັດຊື່.
3“ພວກເຂົາ​ຕຽມ​ລິ້ນ​ຂອງ​ຕົນ​ໄວ້ເໝືອນດັ່ງ​ຄັນ​ທະນູ​ເພື່ອ​ຍິງ​ຄຳຕົວະ;ມັນ​ບໍ່​ແມ່ນ​ຄວາມຈິງທີ່​ພວກເຂົາ​ມີ​ໄຊຊະນະ  ໃນ​ດິນແດນ​ນີ້.ພວກເຂົາ​ໄປ​ຈາກ​ບາບ​ໜຶ່ງ ແລ້ວ​ກໍ​ໄປ​ຫາ​ບາບ​ອີກ​ອັນ​ໜຶ່ງ;ພວກເຂົາ​ບໍ່​ຍອມຮັບ​ເຮົາ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.4“ຈົ່ງ​ລະວັງ​ໝູ່​ເພື່ອນ​ຂອງ​ພວກເຈົ້າແລະ ຢ່າ​ໄວ້ວາງໃຈ​ຜູ້ໃດ​ໃນ​ຕະກຸນ​ຂອງ​ພວກເຈົ້າເພາະ​ພວກເຂົາ​ທຸກຄົນ​ເປັນ​ຄົນ​ຫລອກ​ລວງ ແລະ ໝູ່ເພື່ອນ​ທຸກຄົນ​ເປັນ​ຄົນ​ໃສ່ຮ້າຍ​ປ້າຍສີ​ຄົນ​ອື່ນ.5ໝູ່​ຫລອກລວງ​ໝູ່ແລະ ບໍ່​ມີ​ຜູ້ໃດ​ເວົ້າ​ຄວາມຈິງ.ພວກເຂົາ​ໄດ້​ສອນ​ລີ້ນ​ຕົນເອງ​ໃຫ້​ເວົ້າ​ຕົວະ;ພວກເຂົາ​ເຮັດ​ໃຫ້​ຕົນເອງ​ອິດເມື່ອຍ​ດ້ວຍ​ການ​ເຮັດ​ບາບ.6ພວກເຈົ້າ  ອາໄສ​ຢູ່​ທ່າມກາງ​ການ​ຫລອກລວງ;ເພາະ​ການ​ຫລອກລວງ​ຂອງ​ພວກເຂົາ ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ເຮົາ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
7ເຫດສະນັ້ນ ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:“ເບິ່ງ​ແມ, ເຮົາ​ຈະ​ຫລອມ ແລະ ທົດສອບ​ພວກເຂົາ,ເພາະ​ນອກຈາກນີ້ ເຮົາ​ຈະ​ເຮັດ​ສິ່ງ​ໃດ​ໄດ້​ອີກຍ້ອນ​ການ​ບາບ​ຂອງ​ປະຊາຊົນ​ຂອງ​ເຮົາ​ບໍ?8ລິ້ນ​ຂອງ​ພວກເຂົາ​ເປັນ​ລູກທະນູ​ທີ່​ເອົາ​ຊີວິດ​ຄົນ;ຄໍາເວົ້າ​ຂອງ​ພວກເຂົາ​ເຕັມ​ດ້ວຍ​ການ​ຂີ້ຕົວະ.ດ້ວຍ​ປາກ​ຂອງ​ພວກເຂົາ ພວກເຂົາ​ທຸກຄົນ​ເວົ້າ​ຢ່າງ​ເປັນ​ມິດ​ກັບ​ເພື່ອນບ້ານ​ຂອງ​ພວກຕົນ,ແຕ່​ໃນ​ຈິດໃຈ​ຂອງ​ພວກເຂົາ ພວກເຂົາ​ກໍ​ວາງ​ແຮ້ວ​ໃສ່​ເພື່ອນບ້ານ.9ເຮົາ​ຄວນ​ຈະ​ລົງໂທດ​ພວກເຂົາ​ເພາະ​ເລື່ອງ​ນີ້​ບໍ?”ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.“ເຮົາ​ບໍ່​ຄວນ​ຈະ​ແກ້ແຄ້ນ​ໃຫ້​ຕົນເອງຕໍ່​ຊົນຊາດ​ທີ່​ປະພຶດ​ຢ່າງ​ນີ້​ບໍ?”
10ຂ້ານ້ອຍ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ​ໃຫ້​ພູເຂົາ​ທັງຫລາຍແລະ ໄປ​ຄ່ຳຄວນ​ກ່ຽວກັບ​ທົ່ງຫຍ້າ​ຕ່າງໆ​ໃນ​ຖິ່ນແຫ້ງແລ້ງ​ກັນດານ.ພວກມັນ​ໄດ້​ຖືກ​ປະຖິ້ມ ແລະ ບໍ່​ມີ​ຜູ້ໃດ​ທ່ຽວ​ໄປ​ມາ,ແລະ ບໍ່​ໄດ້​ຍິນ​ສຽງ​ຝູງ​ສັດ​ຮ້ອງ.ຝູງ​ນົກ ແລະ ຝູງ​ສັດ​ທັງໝົດ​ກໍ​ໜີ​ໄປ​ໝົດ.
11“ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ກາຍເປັນ​ຊາກ​ຫັກ​ເພພັງ,ເປັນ​ບ່ອນ​ຢູ່​ຂອງ​ຝູງ​ໝາໄນແລະ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງໆ​ຂອງ​ຢູດາຍ​ເປັນ​ບ່ອນ​ຮົກຮ້າງເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ”.
12ແມ່ນ​ຜູ້ໃດ​ແດ່​ທີ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງ​ນີ້? ຜູ້ໃດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງສອນ ແລະ ສາມາດ​ອະທິບາຍ​ເລື່ອງ​ນີ້​ໄດ້? ເປັນຫຍັງ​ດິນແດນ​ຈຶ່ງ​ຖືກ​ທໍາລາຍ ແລະ ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ເໝືອນດັ່ງ​ທະເລຊາຍ​ທີ່​ບໍ່​ມີ​ຜູ້ໃດ​ຜ່ານ​ໄປ​ມາ?
13ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເປັນ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ເຮົາ, ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ຕໍ່​ໜ້າ​ພວກເຂົາ; ພວກເຂົາ​ບໍ່​ໄດ້​ເຊື່ອຟັງ​ເຮົາ ຫລື ເຮັດ​ຕາມ​ກົດບັນຍັດ​ຂອງ​ເຮົາ.14ກົງກັນຂ້າມ, ພວກເຂົາ​ໄດ້​ເຮັດ​ຕາມ​ຈິດໃຈ​ອັນ​ດື້ດ້ານ​ຂອງ​ຕົນ; ພວກເຂົາ​ໄດ້​ຕິດຕາມ​ພະບາອານ​ດັ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ສອນ​ພວກເຂົາ”.15ເຫດສະນັ້ນ ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: “ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫລົ່າ​ນີ້​ກິນ​ອາຫານ​ຂົມ ແລະ ດື່ມ​ນ້ຳ​ທີ່​ມີ​ພິດ.16ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ ຫລື ບັນພະບຸລຸດ​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ, ແລະ ເຮົາ​ຈະ​ໄລ່ລ້າ​ພວກເຂົາ​ດ້ວຍ​ດາບ​ຈົນ​ກວ່າ​ເຮົາ​ຈະ​ໄດ້​ທຳລາຍ​ພວກເຂົາ​ຈົນ​ໝົດ​ສິ້ນ”.
17ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:“ບັດນີ້ ຈົ່ງ​ພິຈາລະນາ​ເບິ່ງ! ຈົ່ງ​ເອີ້ນ​ເອົາ​ແມ່ຍິງ​ຮ້ອງໄຫ້​ຄໍ່າຄວນ​ມາ;ຈົ່ງ​ສົ່ງ​ພວກ​ແມ່ຍິງ​ທີ່​ຊຳ​ນານ​ທີ່ສຸດ​ມາ.18ຈົ່ງ​ໃຫ້​ພວກເຂົາ​ຮີບ​ມາ​ໄວໆແລະ ຮ້ອງໄຫ້​ຄໍ່າຄວນ​ເພື່ອ​ພວກເຮົາຈົນ​ຕາ​ຂອງ​ພວກເຮົາ​ເຕັມ​ໄປ​ດ້ວຍ​ນໍ້າຕາແລະ ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ໜັງ​ຕາ​ຂອງ​ພວກເຮົາ.19ສຽງ​ຮ້ອງ​ໄຫ້​ໄດ້​ດັງ​ຂຶ້ນ​ມາ​ຈາກ​ຊີໂອນ​ວ່າ:‘ພວກເຮົາ​ພິນາດ​ຈິບຫາຍ​ແລ້ວ!ຄວາມ​ອັບອາຍ​ຂອງ​ພວກເຮົາ​ໃຫຍ່​ຫລາຍ!ພວກເຮົາ​ຕ້ອງ​ປະຖິ້ມ​ດິນແດນ​ຂອງ​ພວກເຮົາ​ໄປເພາະ​ເຮືອນ​ຂອງ​ພວກເຮົາ​ຫັກ​ເພພັງ​ໝົດ’ ”.
20ບັດນີ້ ພວກ​ແມ່ຍິງ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ;ຈົ່ງ​ເປີດ​ຫູ​ຂອງ​ເຈົ້າ​ອອກ​ຟັງ​ຖ້ອຍຄໍາ​ຈາກ​ປາກ​ຂອງ​ພຣະອົງ.ຈົ່ງ​ສອນສັ່ງ​ພວກ​ລູກສາວ​ຂອງ​ພວກເຈົ້າ​ໃຫ້​ຮູ້ຈັກ​ຮ້ອງ​ໄຫ້​ຄໍ່າຄວນ​ຢ່າງໃດ;ແລະ ຈົ່ງ​ສອນສັ່ງ​ການ​ຄ່ຳຄວນ​ໃຫ້​ກັນ.21ຄວາມຕາຍ​ໄດ້​ປີນ​ເຂົ້າ​ມາ​ທາງ​ປ່ອງຢ້ຽມ​ຂອງ​ພວກເຮົາແລະ ໄດ້​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ພວກເຮົາ;ມັນ​ໄດ້​ເອົາ​ເດັກນ້ອຍ​ອອກ​ໄປ​ຈາກ​ຖະໜົນ​ຫົນທາງແລະ ຄົນ​ໜຸ່ມ​ໄປ​ຈາກ​ເດີ່ນ​ສາທາລະນະ.
22ຈົ່ງ​ກ່າວ​ວ່າ, “ພຣະເຈົ້າຢາເວ​ປະກາດ​ດັ່ງ​ນີ້​ວ່າ:“ ‘ຊາກ​ສົບ​ຈະ​ຖືກ​ປະ​ໄວ້​ເໝືອນດັ່ງ​ຂີ້ສັດຢູ່​ກາງ​ທົ່ງນາ,ເໝືອນ​ດັ່ງ​ຟ່ອນ​ເຂົ້າ​ທີ່​ຖືກ​ຕັດ​ປະໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ,ໂດຍ​ບໍ່​ມີ​ຜູ້ໃດ​ມາ​ເກັບ​ຮວບຮວມ​ພວກມັນ​ໄວ້’ ”.
23ພຣະເຈົ້າຢາເວ​ກ່າວ​ວ່າ:“ຢ່າ​ໃຫ້​ຄົນ​ສະຫລາດ​ໂອ້ອວດ​ສະຕິປັນຍາ​ຂອງ​ຕົນຫລື ຢ່າ​ໃຫ້​ຄົນ​ແຂງແຮງ​ໂອ້ອວດ​ກຳລັງ​ຂອງ​ຕົນຫລື ຢ່າ​ໃຫ້​ຄົນ​ຮັ່ງມີ​ໂອ້ອວດ​ຊັບສົມບັດ​ຂອງ​ຕົນ,24ແຕ່​ໃຫ້​ຜູ້​ທີ່​ໂອ້ອວດ​ຈົ່ງ​ໂອ້ອວດ​ເລື່ອງ​ນີ້:ຄື​ໃຫ້​ພວກເຂົາ​ມີ​ຄວາມ​ເຂົ້າໃຈ​ທີ່​ຮູ້ຈັກ​ເຮົາ,ຮູ້​ວ່າ​ເຮົາ​ເປັນ​ພຣະເຈົ້າຢາເວ, ຜູ້​ທີ່​ສຳແດງ​ຄວາມ​ເມດຕາ​ກະລຸນາ,ຄວາມ​ຍຸຕິທຳ ແລະ ຄວາມ​ຊອບທຳ​ເທິງ​ແຜ່ນດິນ​ໂລກ,ເພາະ​ເຮົາ​ປິຕິ​ຍິນດີ​ໃນ​ສິ່ງ​ເຫລົ່ານີ້”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
25ພຣະເຈົ້າຢາເວ​ປະກາດ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຮັບ​ພິທີ​ຕັດ​ແຕ່​ພຽງ​ຝ່າຍ​ຮ່າງກາຍ​ເທົ່ານັ້ນ26ຄື ເອຢິບ, ຢູດາຍ, ເອໂດມ, ອຳໂມນ, ໂມອາບ ແລະ ທຸກຄົນ​ທີ່​ອາໄສ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢູ່​ບ່ອນ​ຫ່າງ​ໄກ. ເພາະ​ຊົນຊາດ​ທັງໝົດ​ເຫລົ່ານີ້​ບໍ່​ໄດ້​ຮັບ​ພິທີຕັດ​ຢ່າງ​ແທ້​ຈິງ, ແລະ ແມ່ນແຕ່​ຄອບຄົວ​ອິດສະຣາເອນ​ທັງໝົດ​ກໍ​ບໍ່​ໄດ້​ຮັບ​ພິທີຕັດ​ທາງ​ໃຈ”.

Biblica, Inc.

https://app.library.bible/content/eab9312f9f16b3a2