ເຢເຣມີຢາ8

1“ ‘ພຣະເຈົ້າຢາເວ​ປະກາດ​ວ່າ, ໃນ​ເວລາ​ນັ້ນ, ກະດູກ​ຂອງ​ບັນດາ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ຢູດາຍ, ກະດູກ​ຂອງ​ບັນດາ​ປະໂລຫິດ ແລະ ບັນດາ​ຜູ້ທໍານວາຍ ແລະ ກະດູກ​ຂອງ​ປະຊາຊົນ​ເຢຣູຊາເລັມ​ຈະ​ຖືກ​ຂຸດ​ອອກ​ມາ​ຈາກ​ຂຸມ​ຝັງ​ສົບ​ຂອງ​ພວກເຂົາ.2ກະດູກ​ຂອງ​ພວກເຂົາ​ຈະ​ຖືກ​ປະ​ໄວ້​ໃຫ້​ກະຈັດກະຈາຍ​ພາຍໃຕ້​ດວງ​ຕາເວັນ, ດວງ​ເດືອນ ແລະ ດວງດາວ​ທັງໝົດ​ແຫ່ງ​ຟ້າ​ສະຫວັນ, ເຊິ່ງ​ພວກເຂົາ​ຮັກ ແລະ ຮັບໃຊ້, ເຊິ່ງ​ພວກເຂົາ​ໄດ້​ປະຕິບັດ​ຕາມ, ໄດ້​ຂໍ​ຄຳປຶກສາ ແລະ ໄດ້​ກາບໄຫວ້. ກະດູກ​ຂອງ​ພວກເຂົາ​ຈະ​ບໍ່​ໄດ້​ຖືກ​ເກັບ​ຮວບຮວມ​ໄວ້ ຫລື ຖືກ​ຝັງ​ໄວ້, ແຕ່​ຈະ​ເປັນ​ເໝືອນດັ່ງ​ຂີ້ສັດ​ທີ່​ປະ​ໄວ້​ເທິງ​ພື້ນດິນ.3ທຸກ​ບ່ອນ​ທີ່​ເຮົາ​ຂັບໄລ່​ພວກເຂົາ​ໄປ​ນັ້ນ, ຄົນ​ທີ່​ລອດ​ຊີວິດ​ຂອງ​ຊົນຊາດ​ທີ່​ຊົ່ວຮ້າຍ​ນີ້​ຢາກ​ຈະ​ຕາຍ​ຫລາຍ​ກວ່າ​ມີ​ຊີວິດ​ຢູ່, ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນີ້’.

ຄວາມ​ບາບ ແລະ ການ​ລົງໂທດ

4“ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້:“ ‘ເມື່ອ​ປະຊາຊົນ​ລົ້ມ​ລົງ, ພວກເຂົາ​ຈະ​ບໍ່​ລຸກ​ຂຶ້ນ​ບໍ?ເມື່ອ​ບາງ​ຄົນ​ຫັນ​ໜີ​ໄປ, ພວກເຂົາ​ຈະ​ບໍ່​ກັບ​ຄືນ​ມາ​ບໍ?5ແລ້ວ​ເປັນຫຍັງ​ປະຊາຊົນ​ເຫລົ່ານີ້​ໄດ້​ຫັນໜີ​ໄປ?ເປັນຫຍັງ​ເຢຣູຊາເລັມ​ຈຶ່ງ​ຫັນໜີ​ໄປ​ຢູ່​ສະເໝີ?ພວກເຂົາ​ຢຶດ​ຕິດ​ກັບ​ການ​ຫລອກລວງ;ພວກເຂົາ​ບໍ່​ຍອມ​ກັບ​ຄືນ​ມາ.6ເຮົາ​ໄດ້​ຕັ້ງໃຈ​ຟັງ,ແຕ່​ພວກເຂົາ​ບໍ່​ໄດ້​ເວົ້າ​ສິ່ງ​ທີ່​ຖືກຕ້ອງ.ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ກັບ​ໃຈ​ຈາກ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ,ແລະ ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ຫຍັງ?”ແຕ່ລະ​ຄົນ​ໄປ​ຕາມ​ທາງ​ຂອງ​ຕົນເອງເໝືອນດັ່ງ​ມ້າ​ໂຕ​ໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມ​ຮົບ.7ແມ່ນແຕ່​ນົກຍາງ​ຢູ່​ໃນ​ທ້ອງຟ້າຍັງ​ຮູ້ຈັກ​ລະດູການ​ຂອງ​ມັນ.ແລະ ນົກເຂົາ, ນົກ​ແອ່ນ ແລະ ນົກ​ຂຽນຮູ້ຈັກ​ສັງເກດ​ເວລາ​ແຫ່ງ​ການ​ອົບພະຍົບ​ຂອງ​ພວກມັນ.ແຕ່​ປະຊາຊົນ​ຂອງ​ເຮົາ​ບໍ່​ຮູ້ຈັກຂໍ້ກຳນົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ.
8“ ‘ພວກເຈົ້າ​ເວົ້າ​ໄດ້​ແນວໃດ​ວ່າ, “ພວກເຮົາ​ສະຫລາດ,ເພາະ​ພວກເຮົາ​ມີ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ”,ເມື່ອ​ບັນດາ​ຜູ້ຊ່ຽວຊານ​ທາງ​ການຂຽນໄດ້​ບິດເບືອນ​ກົດບັນຍັດ​ນັ້ນ​ບໍ?9ຄົນ​ສະຫລາດ​ຈະ​ຕ້ອງ​ອັບອາຍ;ພວກເຂົາ​ຈະ​ຕ້ອງ​ຕົກໃຈ​ຢ້ານ ແລະ ຖືກ​ບ້ວງແຮ້ວ.ເນື່ອງຈາກ​ພວກເຂົາ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ,ພວກເຂົາ​ມີ​ສະຕິປັນຍາ​ດ້ານ​ໃດ?10ເຫດສະນັ້ນ ເຮົາ​ຈະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ຊາຍ​ອື່ນແລະ ເອົາ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ.ຕັ້ງແຕ່​ຜູ້​ຕໍ່າຕ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ,ທຸກຄົນ​ກໍ​ໂລບມາກ​ເພື່ອ​ຢາກ​ໄດ້​ຜົນກໍາໄລ;ບັນດາ​ຜູ້ທໍານວາຍ ແລະ ບັນດາ​ປະໂລຫິດ​ກໍ​ເໝືອນ​ກັນ,ທຸກຄົນ​ກໍ​ໄດ້​ຫລອກລວງ.11ພວກເຂົາ​ເຮັດ​ບາດແຜ​ໃຫ້​ປະຊາຊົນ​ຂອງ​ເຮົາເໝືອນ​ວ່າ​ມັນ​ບໍ່​ຮ້າຍແຮງ​ເທົ່າ​ໃດ.ພວກເຂົາ​ເວົ້າ​ວ່າ “ສັນຕິສຸກ, ສັນຕິສຸກ”ທັງ​ທີ່​ບໍ່​ມີ​ສັນຕິສຸກ.12ພວກເຂົາ​ອັບອາຍ​ໃນ​ການ​ປະພຶດ​ອັນ​ໜ້າ​ລັງກຽດ​ຂອງ​ພວກເຂົາ​ບໍ?ບໍ່, ພວກເຂົາ​ບໍ່​ໄດ້​ມີ​ຄວາມ​ລະອາຍ​ຈັກ​ໜ້ອຍ;ພວກເຂົາ​ບໍ່​ຮູ້​ວ່າ​ໜ້າ​ແດງ​ນັ້ນ​ເປັນ​ຢ່າງໃດ.ດັ່ງນັ້ນ ພວກເຂົາ​ຈະ​ລົ້ມ​ລົງ​ໃນ​ທ່າມກາງ​ຄົນ​ທີ່​ໄດ້​ລົ້ມ​ລົງ;ພວກເຂົາ​ຈະ​ຕົກ​ຕ່ຳ​ລົງ​ເມື່ອ​ເຮົາ​ລົງໂທດ​ພວກເຂົາ,ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.’”
13“ ‘ພຣະເຈົ້າຢາເວ​ປະກາດ​ວ່າເຮົາ​ຈະ​ເອົາ​ຜົນລະປູກ​ຂອງ​ພວກເຂົາ​ໄປ,ຈະ​ບໍ່​ມີ​ໝາກ​ອະງຸ່ນ​ຢູ່​ທີ່​ເຄືອ​ອະງຸ່ນຈະ​ບໍ່​ມີ​ໝາກເດື່ອ​ຢູ່​ທີ່​ຕົ້ນ,ໃບ​ຂອງ​ມັນ​ກໍ​ຈະ​ຫ່ຽວແຫ້ງ​ໄປ​ໝົດ.ສິ່ງໃດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາຈະ​ຖືກ​ຢຶດ​ໄປ​ຈາກ​ພວກເຂົາ  ’ ”.
14“ເປັນຫຍັງ​ພວກເຮົາ​ຈຶ່ງ​ມາ​ນັ່ງ​ຢູ່​ບ່ອນ​ນີ້?ຈົ່ງ​ມາ​ເຕົ້າໂຮມ​ກັນ!ໃຫ້​ພວກເຮົາ​ໜີ​ໄປ​ທີ່​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນແລະ ຕາຍ​ຢູ່​ທີ່​ນັ້ນ!ເພາະ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກໍານົດ​ໃຫ້​ພວກເຮົາ​ພິນາດ​ຈິບຫາຍ​ແລ້ວແລະ ໄດ້​ເອົາ​ຢາເບື່ອ​ໃຫ້​ພວກເຮົາ​ດື່ມ,ເພາະ​ເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ.15ພວກເຮົາ​ຫວັງ​ຢາກ​ມີ​ສັນຕິສຸກແຕ່​ບໍ່​ມີ​ສິ່ງ​ທີ່​ດີ​ອັນໃດ​ເກີດ​ຂຶ້ນ,ພວກເຮົາ​ພວກເຮົາ​ຫວັງ​ຢາກ​ມີ​ເວລາ​ແຫ່ງ​ການ​ຢຽວຢາ​ຮັກສາແຕ່​ກໍ​ມີ​ພຽງ​ແຕ່​ຄວາມ​ຢ້ານກົວ.16ສຽງ​ຫາຍໃຈ​ຂອງ​ຝູງ​ມ້າ​ຂອງ​ສັດຕູໄດ້​ຍິນ​ມາ​ຈາກ​ເມືອງ​ດານ;ທົ່ວທັງ​ດິນແດນ​ກໍ​ສັ່ນສະທ້ານເມື່ອ​ຝູງ​ມ້າ​ຂອງ​ພວກເຂົາ​ສົ່ງ​ສຽງ​ຮ້ອງ.ພວກ​ສັດຕູ​ໄດ້​ມາ​ເພື່ອ​ທໍາລາຍດິນແດນ ແລະ ທຸກສິ່ງ​ໃນ​ດິນແດນ​ນັ້ນ,ທັງ​ນະຄອນ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ”.
17“ເບິ່ງ​ແມ ເຮົາ​ຈະ​ສົ່ງ​ງູພິດ​ມາ​ໃນ​ທ່າມກາງ​ພວກເຈົ້າ,ເປັນ​ງູພິດ​ທີ່​ບໍ່​ມີ​ຜູ້ໃດ​ຈັບ​ມັນ​ໄດ້,ແລະ ພວກມັນ​ຈະ​ຕອດ​ພວກເຈົ້າ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
18ໂອ ຂ້າແດ່​ພຣະອົງ​ຜູ້​ເລົ້າໂລມ  ຂອງ​ຂ້ານ້ອຍ​ໃນ​ຍາມ​ໂສກເສົ້າ,ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ອ່ອນ​ແຮງ​ຢູ່​ພາຍໃນ​ຂ້ານ້ອຍ.19ຂໍໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ປະຊາຊົນ​ຂອງ​ຂ້ານ້ອຍຈາກ​ດິນແດນ​ທີ່​ຫ່າງໄກ,ພວກເຂົາ​ຖາມ​ວ່າ “ພຣະເຈົ້າ​ຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ບໍ?ກະສັດ​ແຫ່ງ​ຊີໂອນ​ບໍ່​ໄດ້​ຢູ່​ທີ່​ນັ້ນ​ອີກ​ຕໍ່​ໄປ​ແລ້ວ​ບໍ?”“ເປັນຫຍັງ​ພວກເຂົາ​ຈຶ່ງ​ຍົວະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ດ້ວຍ​ຮູບເຄົາລົບ​ຂອງ​ພວກເຂົາ,ແລະ ດ້ວຍ​ບັນດາ​ພະ​ຕ່າງຊາດ​ອັນ​ໄຮ້ຄ່າ​ຂອງ​ພວກເຂົາ?”
20“ລະດູ​ເກັບກ່ຽວ​ໄດ້​ຜ່ານ​ພົ້ນ​ໄປ,ລະດູ​ຮ້ອນ​ກໍ​ໄດ້​ສິ້ນສຸດ​ແລ້ວ,ແລະ ພວກເຮົາ​ບໍ່​ໄດ້​ຖືກ​ຊ່ວຍ​ໃຫ້​ພົ້ນ”.
21ເພາະວ່າ​ປະຊາຊົນ​ຂອງ​ຂ້ານ້ອຍ​ຖືກ​ຍ່ອງ, ຂ້ານ້ອຍ​ໄດ້​ຖືກ​ຍ່ອງ​ແລ້ວ;ຂ້ານ້ອຍ​ໄວ້ທຸກ ແລະ ຄວາມ​ຢ້ານກົວ​ກໍ​ຄອບງຳ​ຂ້ານ້ອຍ.22ບໍ່​ມີ​ຢາ​ໃນ​ກີເລອາດ​ບໍ?ບໍ່​ມີ​ໝໍ​ຢູ່​ທີ່​ນັ້ນ​ບໍ?ເພາະ​ບາດແຜ​ຂອງ​ປະຊາຊົນ​ຂອງ​ຂ້ານ້ອຍເປັນຫຍັງ​ຈຶ່ງ​ບໍ່​ມີ​ການ​ປິ່ນປົວ​ໃຫ້​ຫາຍດີ?

Biblica, Inc.

https://app.library.bible/content/eab9312f9f16b3a2