ເຢເຣມີຢາ10
ພຣະເຈົ້າກັບຮູບເຄົາລົບ
1ປະຊາຊົນອິດສະຣາເອນ, ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວກ່າວກັບພວກເຈົ້າ.2ພຣະເຈົ້າຢາເວກ່າວວ່າ:“ຢ່າຮຽນເອົາວິຖີທາງຕ່າງໆຂອງຊົນຊາດທັງຫລາຍຫລື ຢ່າຕົກໃຈຢ້ານຈາກໝາຍສຳຄັນຕ່າງໆໃນຟ້າສະຫວັນ,ດັ່ງທີ່ຊົນຊາດທັງຫລາຍໄດ້ຢ້ານກົວສິ່ງເຫລົ່ານັ້ນ.3ເພາະການປະຕິບັດຂອງຊົນຊາດຕ່າງໆນັ້ນບໍ່ມີປະໂຫຍດຫຍັງ;ພວກເຂົາຕັດຕົ້ນໄມ້ຕົ້ນໜຶ່ງມາຈາກປ່າ,ແລ້ວໃຫ້ຊ່າງໄມ້ທີ່ຊໍານານແກະສະຫລັກໄມ້ດ້ວຍສີ່ວຂອງຕົນ.4ພວກເຂົາຕົກແຕ່ງມັນດ້ວຍເງິນ ແລະ ຄໍາ;ພວກເຂົາໃຊ້ຄ້ອນຕີ ແລະ ຕະປູຕອກມັນໃຫ້ຕິດກັນ.ເພື່ອວ່າມັນຈະບໍ່ແກວ່ງໄປມາ.5ຮູບເຄົາລົບເຫລົ່ານັ້ນເປັນເໝືອນຫຸ່ນໄລ່ກາໃນສວນໝາກແຕງ,ຮູບເຄົາລົບຂອງພວກເຂົາເວົ້າບໍ່ໄດ້;ພວກເຂົາຈະຕ້ອງຫາມມັນໄປເພາະພວກມັນຍ່າງບໍ່ໄດ້.ຢ່າຢ້ານກົວຮູບເຄົາລົບເຫລົ່ານີ້ເລີຍ;ເພາະພວກມັນເຮັດອັນຕະລາຍຫຍັງບໍ່ໄດ້ຫລື ພວກມັນເຮັດຄວາມດີອັນໃດໄດ້”.6ຂ້າແດ່ພຣະເຈົ້າຢາເວ, ບໍ່ມີຜູ້ໃດເປັນເໝືອນພຣະອົງ;ພຣະອົງຍິ່ງໃຫຍ່ ແລະ ນາມຂອງພຣະອົງກໍມີລິດອຳນາດອັນຍິ່ງໃຫຍ່.7ຂ້າແດ່ກະສັດແຫ່ງຊົນຊາດທັງຫລາຍ,ຜູ້ໃດແດ່ບໍ່ຄວນຢຳເກງພຣະອົງ?ພຣະອົງສົມຄວນໄດ້ຮັບກຽດ.ໃນທ່າມກາງບັນດາຜູ້ນໍານັກປາດທັງໝົດຂອງຊົນຊາດຕ່າງໆແລະ ໃນອານາຈັກທັງໝົດຂອງພວກເຂົາບໍ່ມີຜູ້ໃດເປັນເໝືອນພຣະອົງ.8ພວກເຂົາລ້ວນແຕ່ບໍ່ຮູ້ຈັກຄິດ ແລະ ໂງ່ຈ້າທັງນັ້ນ;ພວກເຂົາຖືກສອນໂດຍພວກຮູບເຄົາລົບທີ່ເປັນໄມ້ອັນໄຮ້ຄ່າ.9ພວກເຂົາເອົາເງິນທີ່ໄດ້ຕີແລ້ວຈາກເມືອງຕາກຊິດແລະ ຄຳມາຈາກເມືອງອູຟາດ.ສິ່ງທີ່ຊ່າງໄມ້ ແລະ ຊ່າງຄໍາໄດ້ເຮັດຂຶ້ນແລ້ວກໍໄດ້ນຸ່ງເຄື່ອງໃຫ້ຮູບເຄົາລົບດ້ວຍສີຟ້າ ແລະ ສີມ່ວງຮູບເຄົາລົບທັງໝົດນັ້ນເຮັດຂຶ້ນໂດຍພວກນາຍຊ່າງທີ່ຊຳນິຊຳນານ.10ແຕ່ພຣະເຈົ້າຢາເວເປັນພຣະເຈົ້າທ່ຽງແທ້;ພຣະອົງເປັນພຣະເຈົ້າຜູ້ມີຊີວິດຢູ່, ເປັນກະສັດຕະຫລອດໄປເປັນນິດ.ເມື່ອພຣະອົງໃຈຮ້າຍ, ແຜ່ນດິນໂລກກໍສັ່ນສະທ້ານ;ຊົນຊາດທັງຫລາຍບໍ່ສາມາດອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງໄດ້.11“ຈົ່ງບອກພວກເຂົາດັ່ງນີ້ວ່າ: ‘ບັນດາພະເຫລົ່ານີ້ບໍ່ໄດ້ເປັນສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ບັນດາພະເຫລົ່ານັ້ນຈະພິນາດຈິບຫາຍໄປຈາກແຜ່ນດິນໂລກ ແລະ ຈາກໃຕ້ຟ້າສະຫວັນ’ ” .12ແຕ່ພຣະເຈົ້າໄດ້ສ້າງແຜ່ນດິນໂລກໂດຍລິດອໍານາດຂອງພຣະອົງ;ພຣະອົງໄດ້ຕັ້ງໂລກໂດຍສະຕິປັນຍາຂອງພຣະອົງແລະ ກາງຟ້າສະຫວັນອອກໂດຍຄວາມເຂົ້າໃຈຂອງພຣະອົງ.13ເມື່ອພຣະອົງເປັ່ງສຽງຮ້ອງ, ນ້ຳໃນຟ້າສະຫວັນກໍຮ້ອງດັງກຶກກ້ອງ;ພຣະອົງເຮັດໃຫ້ເມກລອຍຂຶ້ນຈາກສຸດປາຍແຜ່ນດິນໂລກ.ພຣະອົງສົ່ງຟ້າແມບມາພ້ອມກັບສາຍຝົນແລະ ນຳເອົາລົມພັດມາຈາກຄັງຂອງພຣະອົງ.14ທຸກຄົນກໍບໍ່ຮູ້ຈັກຄິດ ແລະ ຂາດຄວາມຮູ້;ຊ່າງຄໍາທຸກຄົນກໍອັບອາຍຂາຍໜ້າເພາະຮູບເຄົາລົບຂອງຕົນ.ບັນດາພະທີ່ລາວໄດ້ເຮັດຂຶ້ນກໍເປັນການຫລອກຫລວງ;ພວກມັນບໍ່ໄດ້ມີລົມຫາຍໃຈ.15ພວກມັນບໍ່ມີຄຸນຄ່າຫຍັງ, ເປັນວັດຖຸທີ່ໜ້າເຢາະເຢີ້ຍ;ເມື່ອການພິພາກສາຂອງພວກມັນມາເຖິງ, ພວກມັນກໍຈະພິນາດ.16ແຕ່ພຣະອົງຜູ້ທີ່ເປັນຂອງຢາໂຄບບໍ່ຄືກັນກັບພະເຫລົ່ານີ້,ເພາະພຣະອົງເປັນພຣະຜູ້ສ້າງສັບພະທຸກສິ່ງ,ລວມທັງອິດສະຣາເອນຄື ປະຊາຊົນທີ່ເປັນກຳມະສິດຂອງພຣະອົງນາມຂອງພຣະອົງແມ່ນພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່.ການທໍາລາຍກໍາລັງມາ
17ປະຊາຊົນທີ່ຖືກປິດລ້ອມໄວ້,ຈົ່ງເກັບເຄື່ອງຂອງພວກເຈົ້າເພື່ອໜີອອກໄປຈາກດິນແດນນັ້ນ.18ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ໃນເວລານີ້ ເຮົາຈະໂຍນບັນດາຜູ້ທີ່ອາໄສຢູ່ໃນດິນແດນນີ້ອອກໄປ;ເຮົາຈະນຳຄວາມທຸກລຳບາກມາສູ່ພວກເຂົາເພື່ອວ່າພວກເຂົາຈະຖືກຈັບໄປ”.19ວິບັດແກ່ຂ້ານ້ອຍຍ້ອນການບາດເຈັບຂອງຂ້ານ້ອຍ!ບາດແຜຂອງຂ້ານ້ອຍກໍປິ່ນປົວບໍ່ຫາຍດີ!ແຕ່ຂ້ານ້ອຍກໍໄດ້ບອກຕົນເອງວ່າ,“ນີ້ແມ່ນການເຈັບປ່ວຍຂອງຂ້ານ້ອຍ, ແລະ ຂ້ານ້ອຍຕ້ອງອົດທົນເອົາ”.20ເຕັນຂອງຂ້ານ້ອຍໄດ້ຖືກທຳລາຍ;ເຊືອກຄຶງເຕັນທັງໝົດກໍຂາດ.ພວກລູກຂອງຂ້ານ້ອຍໄປຈາກຂ້ານ້ອຍໝົດ ແລະ ບໍ່ມີຜູ້ໃດເຫລືອຢູ່;ບັດນີ້ ບໍ່ມີຈັກຄົນເຫລືອເພື່ອກາງເຕັນຂອງຂ້ານ້ອຍຫລື ສ້າງບ່ອນກຳບັງຂອງຂ້ານ້ອຍ.21ຄົນລ້ຽງແກະກໍບໍ່ຮູ້ຈັກຄິດແລະ ບໍ່ໄດ້ຖາມພຣະເຈົ້າຢາເວ;ດັ່ງນັ້ນ ພວກເຂົາຈຶ່ງບໍ່ຈະເລີນຂຶ້ນແລະ ຝູງແກະທັງໝົດຂອງພວກເຂົາກໍໄດ້ກະຈັດກະຈາຍໄປ.22ຈົ່ງຟັງ! ມີລາຍງານກໍາລັງມາວ່າມີສຽງຄວາມວຸ້ນວາຍຢ່າງໃຫຍ່ມາຈາກດິນແດນທາງທິດເໜືອ!ມັນຈະເຮັດໃຫ້ເມືອງຕ່າງໆຂອງຢູດາຍຖືກປະຖິ້ມໃຫ້ຮົກຮ້າງ,ເປັນບ່ອນຢູ່ຂອງຝູງໝາໄນ.ຄຳອະທິຖານຂອງເຢເຣມີຢາ
23ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຮູ້ວ່າມະນຸດບໍ່ໄດ້ເປັນເຈົ້າຂອງຊີວິດຂອງຕົນເອງ;ບໍ່ແມ່ນພວກເຂົາທີ່ກໍານົດບາດກ້າວຂອງຕົນ.24ຂ້າແດ່ພຣະເຈົ້າຢາເວ, ຂໍຕີສອນຂ້ານ້ອຍ, ແຕ່ຂໍໃຫ້ຢູ່ໃນຄວາມເໝາະສົມບໍ່ແມ່ນດ້ວຍຄວາມໃຈຮ້າຍຂອງພຣະອົງ,ບໍ່ດັ່ງນັ້ນ ພຣະອົງຈະເຮັດໃຫ້ຂ້ານ້ອຍຕົກຕໍ່າລົງຈົນບໍ່ມີຫຍັງ.25ຂໍລະບາຍຄວາມໂກດຮ້າຍຂອງພຣະອົງໃສ່ຊົນຊາດທັງຫລາຍທີ່ບໍ່ຍອມຮັບພຣະອົງ,ໃສ່ປະຊາຊົນທັງຫລາຍທີ່ບໍ່ຍອມຮ້ອງອອກນາມຂອງພຣະອົງ.ເພາະພວກເຂົາໄດ້ໂຈມຕີຢາໂຄບ;ພວກເຂົາທໍາລາຍລາວຈົນໝົດສິ້ນແລະ ໄດ້ທຳລາຍບ້ານເກີດຂອງລາວ.Biblica, Inc.