ເຢເຣມີຢາ7
ສາສະໜາປອມທີ່ບໍ່ມີຄຸນຄ່າ
1ຖ້ອຍຄໍາຈາກພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ:2“ຈົ່ງໄປຢືນຢູ່ທາງເຂົ້າວິຫານຂອງພຣະເຈົ້າຢາເວ ແລະ ປະກາດດັ່ງນີ້:“ ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ, ປະຊາຊົນຢູດາຍທັງໝົດທີ່ຜ່ານເຂົ້າປະຕູເຫລົ່ານີ້ເພື່ອນະມັດສະການພຣະເຈົ້າຢາເວ.3ພຣະເຈົ້າຢາເວ ອົງຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງປ່ຽນວິຖີທາງ ແລະ ການກະທໍາຂອງເຈົ້າໃໝ່, ແລ້ວເຮົາຈະໃຫ້ພວກເຈົ້າອາໄສຢູ່ບ່ອນນີ້.4ຢ່າໄວ້ວາງໃຈໃນຄຳຫລອກລວງ ແລະ ເວົ້າວ່າ: “ນີ້ແມ່ນວິຫານຂອງພຣະເຈົ້າຢາເວ, ວິຫານຂອງພຣະເຈົ້າຢາເວ, ວິຫານຂອງພຣະເຈົ້າຢາເວ!”5ຖ້າພວກເຈົ້າປ່ຽນວິຖີທາງ ແລະ ການກະທໍາຂອງພວກເຈົ້າຢ່າງແທ້ຈິງ ແລະ ປະຕິບັດຕໍ່ກັນຢ່າງຍຸຕິທຳ,6ຖ້າພວກເຈົ້າບໍ່ກົດຂີ່ຄົນຕ່າງດ້າວ, ລູກກຳພ້າ ຫລື ແມ່ໝ້າຍ ແລະ ບໍ່ເຮັດໃຫ້ຄົນບໍລິສຸດນອງເລືອດໃນບ່ອນນີ້, ແລະ ຖ້າພວກເຈົ້າບໍ່ຕິດຕາມບັນດາພະອື່ນທີ່ເປັນການທໍາຮ້າຍພວກເຈົ້າເອງ.7ເມື່ອນັ້ນເຮົາຈະໃຫ້ພວກເຈົ້າອາໄສຢູ່ບ່ອນນີ້, ຄືໃນດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງເຈົ້າຕະຫລອດໄປເປັນນິດ.8ແຕ່ເບິ່ງແມ, ພວກເຈົ້າກຳລັງໄວ້ວາງໃຈໃນຄຳຫລອກລວງທີ່ບໍ່ມີຄຸນຄ່າຫຍັງ.9“ ‘ເຈົ້າຈະລັກ, ຂ້າຄົນ, ຫລິ້ນຊູ້ ແລະ ສາບານບໍ່ຈິງ, ເຜົາເຄື່ອງຫອມແກ່ພະບາອານ ແລະ ຕິດຕາມບັນດາພະອື່ນ, ທີ່ເຈົ້າບໍ່ໄດ້ຮູ້ຈັກມາກ່ອນ,10ແລ້ວກໍເຂົ້າມາ ແລະ ຢືນຢູ່ຕໍ່ໜ້າເຮົາໃນວິຫານນີ້, ເຊິ່ງໃຊ້ນາມຂອງເຮົາ ແລະ ເວົ້າວ່າ, “ພວກເຮົາປອດໄພ” ປອດໄພເພື່ອຈະເຮັດສິ່ງທີ່ໜ້າລັງກຽດທັງໝົດເຫລົ່ານີ້ຊັ້ນບໍ?11ວິຫານນີ້, ທີ່ໃຊ້ນາມຂອງເຮົາກາຍເປັນຖໍ້າຂອງພວກໂຈນສຳລັບພວກເຈົ້າແລ້ວບໍ? ແຕ່ເຮົາໄດ້ເຝົ້າເບິ່ງຢູ່! ພຣະເຈົ້າຢາເວປະກາດດັ່ງນີ້.12“ ‘ບັດນີ້ ຈົ່ງໄປບ່ອນໜຶ່ງໃນຊີໂລບ່ອນທີ່ເຮົາຕັ້ງນາມຂອງເຮົາຄັ້ງທໍາອິດ ແລະ ເບິ່ງສິ່ງທີ່ເຮົາໄດ້ເຮັດກັບບ່ອນນັ້ນ ຍ້ອນຄວາມຊົ່ວຮ້າຍຂອງປະຊາຊົນອິດສະຣາເອນຂອງເຮົາ.13ພຣະເຈົ້າຢາເວປະກາດວ່າ, ໃນຂະນະທີ່ພວກເຈົ້າກໍາລັງເຮັດສິ່ງທັງໝົດເຫລົ່ານີ້, ເຮົາໄດ້ບອກພວກເຈົ້າຫລາຍເທື່ອແລ້ວ, ແຕ່ພວກເຈົ້າກໍບໍ່ຟັງ; ເຮົາໄດ້ເອີ້ນພວກເຈົ້າ, ແຕ່ພວກເຈົ້າກໍບໍ່ຕອບ.14ເຫດສະນັ້ນ ສິ່ງທີ່ເຮົາໄດ້ເຮັດຕໍ່ຊີໂລ ບັດນີ້ເຮົາຈະເຮັດຕໍ່ວິຫານທີ່ໃຊ້ນາມຂອງເຮົາ, ວິຫານທີ່ພວກເຈົ້າໄວ້ວາງໃຈນັ້ນ, ບ່ອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ.15ເຮົາຈະໂຍນພວກເຈົ້າໄປໃຫ້ພົ້ນສາຍຕາເຮົາ, ເໝືອນດັ່ງທີ່ໄດ້ເຮັດກັບປະຊາຊົນເອຟຣາອິມ, ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ’.16“ດັ່ງນັ້ນ ຢ່າອະທິຖານເພື່ອປະຊາຊົນເຫລົ່ານີ້ ຫລື ຢ່າຮ້ອງຂໍ ຫລື ຂໍເພື່ອພວກເຂົາ; ຢ່າອ້ອນວອນຂໍກັບເຮົາ, ເພາະເຮົາຈະບໍ່ຟັງເຈົ້າ.17ເຈົ້າບໍ່ໄດ້ເຫັນສິ່ງທີ່ພວກເຂົາກຳລັງເຮັດຢູ່ໃນເມືອງຕ່າງໆຂອງຢູດາຍ ແລະ ຕາມຖະໜົນຫົນທາງໃນເຢຣູຊາເລັມບໍ?18ພວກເດັກນ້ອຍຊອກຫາຟືນມາ, ໃຫ້ພໍ່ເປັນຜູ້ດັງໄຟ, ແລະ ພວກຜູ້ຍິງນວດແປ້ງ ແລະ ເຮັດຂະໜົມເພື່ອຖວາຍພະລາຊີນີແຫ່ງສະຫວັນ. ພວກເຂົາເທເຄື່ອງດື່ມຖວາຍບູຊາແກ່ບັນດາພະອື່ນເພື່ອຍົວະໃຫ້ເຮົາໃຈຮ້າຍ.19ແຕ່ເຮົາແມ່ນຜູ້ທີ່ພວກເຂົາກຳລັງຍົວະໃຫ້ໂກດຮ້າຍບໍ? ພຣະເຈົ້າຢາເວປະກາດດັ່ງນີ້. ພວກເຂົາທໍາລາຍຕົນເອງ, ຈົນນໍາເອົາຄວາມອັບອາຍມາສູ່ຕົນເອງບໍ່ແມ່ນບໍ?20“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ: ເຮົາຈະເທຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາລົງໃສ່ວິຫານນີ້ຄື ລົງໃສ່ມະນຸດ ແລະ ສັດເດຍລະສານ, ຕົ້ນໄມ້ຢູ່ຕາມທົ່ງ ແລະ ພືດຜົນໃນດິນແດນຂອງພວກເຈົ້າ ແລ້ວມັນຈະລຸກໄໝ້ ແລະ ຈະບໍ່ດັບຈັກເທື່ອ.21“ ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງໄປ, ແລ້ວເພີ່ມເຄື່ອງຖວາຍບູຊາກັບເຄື່ອງບູຊາອື່ນໆຂອງພວກເຈົ້າ ແລະ ເອົາຊີ້ນມາກິນເອງ!22ເພາະເມື່ອເຮົາໄດ້ນໍາບັນພະບຸລຸດຂອງພວກເຈົ້າອອກມາຈາກເອຢິບ ແລະ ໄດ້ກ່າວກັບພວກເຂົາວ່າ, ເຮົາບໍ່ໄດ້ສັ່ງພວກເຂົາກ່ຽວກັບເຄື່ອງເຜົາບູຊາ ແລະ ເຄື່ອງບູຊາຕ່າງໆ,23ແຕ່ເຮົາໄດ້ສັ່ງພວກເຂົາດັ່ງນີ້ວ່າ: ຈົ່ງເຊື່ອຟັງເຮົາ, ແລ້ວເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຈະເປັນປະຊາຊົນຂອງເຮົາ. ຈົ່ງດຳເນີນຊີວິດຕາມທຸກສິ່ງທີ່ເຮົາສັ່ງພວກເຈົ້າ, ແລ້ວພວກເຈົ້າຈະຢູ່ເຢັນເປັນສຸກ.24ແຕ່ພວກເຂົາບໍ່ໄດ້ຟັງ ຫລື ເອົາໃຈໃສ່; ພວກເຂົາໄດ້ເຮັດຕາມຄວາມດື້ດ້ານແຫ່ງຈິດໃຈອັນຊົ່ວຮ້າຍຂອງຕົນແທນ. ພວກເຂົາໄດ້ຖອຍຫລັງ ແລະ ບໍ່ໄດ້ເດີນໄປຂ້າງໜ້າ.25ຕັ້ງແຕ່ມື້ທີ່ບັນພະບຸລຸດຂອງພວກເຈົ້າອອກຈາກເອຢິບຈົນເຖິງບັດນີ້, ວັນຕໍ່ວັນ, ເຮົາໄດ້ສົ່ງພວກຜູ້ທໍານວາຍຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າຫລາຍຄັ້ງ.26ແຕ່ພວກເຂົາກໍໄດ້ບໍ່ຟັງເຮົາ ຫລື ເອົາໃຈໃສ່. ພວກເຂົາເປັນຄົນດື້ດ້ານ ແລະ ໄດ້ເຮັດສິ່ງທີ່ຊົ່ວຮ້າຍຫລາຍກວ່າບັນພະບຸລຸດຂອງພວກເຂົາອີກ’.27“ເມື່ອເຈົ້າບອກພວກເຂົາທຸກຢ່າງຕາມນີ້ແລ້ວ, ພວກເຂົາຈະບໍ່ຟັງເຈົ້າ; ເມື່ອເຈົ້າເອີ້ນຫາພວກເຂົາ, ພວກເຂົາຈະບໍ່ຕອບ.28ເຫດສະນັ້ນ ຈົ່ງເວົ້າກັບພວກເຂົາວ່າ, ‘ນີ້ແມ່ນຊົນຊາດທີ່ບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ, ພຣະເຈົ້າຂອງພວກເຂົາ ຫລື ບໍ່ຍອມຮັບການຕີສອນ. ຄວາມຈິງໄດ້ຈິບຫາຍໄປ; ມັນໄດ້ສູນຫາຍໄປຈາກຮີມສົບຂອງພວກເຂົາແລ້ວ.29“ ‘ຈົ່ງແຖຜົມຂອງພວກເຈົ້າ ແລະ ໂຍນມັນຖິ້ມ; ຈົ່ງຄ່ຳຄວນເທິງເນີນພູສູງ, ເພາະພຣະເຈົ້າຢາເວໄດ້ປະຕິເສດ ແລະ ໄດ້ປະຖິ້ມຄົນລຸ້ນນີ້ທີ່ຕົກຢູ່ພາຍໃຕ້ຄວາມໂກດຮ້າຍຂອງພຣະອົງ.
ຮ່ອມພູແຫ່ງການປະຫານ
30“ ‘ພຣະເຈົ້າຢາເວປະກາດວ່າ, ປະຊາຊົນຢູດາຍໄດ້ເຮັດຊົ່ວໃນສາຍຕາຂອງເຮົາ. ພວກເຂົາໄດ້ຕັ້ງຮູບເຄົາລົບອັນໜ້າລັງກຽດໃນວິຫານທີ່ມີນາມຂອງເຮົາ ແລະ ໄດ້ເຮັດໃຫ້ວິຫານເປັນມົນທິນ.31ພວກເຂົາໄດ້ສ້າງບ່ອນກາບໄຫວ້ຢູ່ເທິງບ່ອນສູງຕ່າງໆຂອງໂຕເຟັດໃນຮ່ອມພູເບນຮິນໂນມເພື່ອເຜົາລູກຊາຍ ແລະ ລູກສາວຂອງຕົນເປັນເຄື່ອງບູຊາຄື ສິ່ງທີ່ເຮົາບໍ່ໄດ້ສັ່ງ ຫລື ບໍ່ເຄີຍຢູ່ໃນຄວາມຄິດຂອງເຮົາ.32ພຣະເຈົ້າຢາເວປະກາດວ່າ, ດັ່ງນັ້ນ ຈົ່ງລະວັງ, ເພາະວັນນັ້ນຈະມາເຖິງ, ເມື່ອນັ້ນຄົນຈະບໍ່ເອີ້ນໂຕເຟັດ ຫລື ຮ່ອມພູເບນຮິນໂນມອີກຕໍ່ໄປ, ແຕ່ຈະເອີ້ນວ່າ “ຮ່ອມພູແຫ່ງການຂ້າຟັນກັນ”, ເພາະພວກເຂົາຈະຝັງຄົນຕາຍໃນໂຕເຟັດຈົນບໍ່ມີບ່ອນຝັງເຫລືອຢູ່.33ແລ້ວຊາກສົບຂອງປະຊາຊົນເຫລົ່ານີ້ຈະກາຍເປັນອາຫານຂອງຝູງນົກ ແລະ ຝູງສັດປ່າ, ແລະ ບໍ່ມີຜູ້ໃດໄລ່ຝູງສັດເຫລົ່ານັ້ນຢູ່ທີ່ນັ້ນ.34ເຮົາຈະຢຸດສຽງແຫ່ງຊື່ນຊົມຍິນດີ ແລະ ຄວາມຍິນດີ ແລະ ສຽງຂອງເຈົ້າບ່າວ ແລະ ເຈົ້າສາວໃນເມືອງຕ່າງໆຂອງຢູດາຍໃຫ້ສິ້ນສຸດລົງ ແລະ ຕາມຖະໜົນຫົນທາງຂອງເຢຣູຊາເລັມ, ເພາະດິນແດນນີ້ຈະກາຍເປັນບ່ອນຮົກຮ້າງ.Biblica, Inc.