ເຢເຣມີຢາ6
ເຢຣູຊາເລັມຖືກປິດລ້ອມ
1“ຈົ່ງໜີໄປຫາບ່ອນປອດໄພ, ປະຊາຊົນເບັນຢາມິນ!ຈົ່ງໜີໄປຈາກເຢຣູຊາເລັມ!ຈົ່ງເປົ່າແກຂຶ້ນໃນເມືອງເຕກົວ!ຈົ່ງສົ່ງສັນຍານຂຶ້ນເໜືອເມືອງເບັດຮັກເກເຣັມ!ເພາະໄພພິບັດເກີດຂຶ້ນມາຈາກທາງທິດເໜືອ,ເປັນການທໍາລາຍອັນໜ້າຢ້ານ.2ເຮົາຈະທຳລາຍລູກສາວແຫ່ງຊີໂອນ, ທີ່ງາມຫລາຍ ແລະ ອ່ອນຫວານຫລາຍ.3ຄົນລ້ຽງແກະພ້ອມທັງຝູງແກະຂອງພວກເຂົາຈະມາຕໍ່ສູ້ນາງ;ພວກເຂົາຈະກາງເຕັນຂອງຕົນອ້ອມເມືອງ,ແຕ່ລະຄົນກໍເບິ່ງແຍງຝູງສັດຂອງຕົນ”.4“ຈົ່ງຕຽມເຮັດເສິກຕໍ່ສູ້ຊີໂອນ!ຈົ່ງລຸກຂຶ້ນ, ໃຫ້ພວກເຮົາໂຈມຕີໃນຕອນທ່ຽງ!ແຕ່ມັນຊ້າໄປແລ້ວ, ຕາເວັນກໍາລັງຈະຕົກດິນ,ແລະ ເງົາຂອງຍາມແລງຈະຢູ່ອີກດົນ.5ສະນັ້ນ ຈົ່ງລຸກຂຶ້ນ, ໃຫ້ພວກເຮົາໂຈມຕີໃນຕອນກາງຄືນແລະ ທຳລາຍປ້ອມປ້ອງກັນຕ່າງໆຂອງເມືອງທັງຫລາຍ!”6ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ຈົ່ງຕັດຕົ້ນໄມ້ລົງແລະ ຄູນດິນຂຶ້ນຕໍ່ສູ້ເຢຣູຊາເລັມ.ເມືອງນີ້ຈະຕ້ອງຖືກລົງໂທດ;ເປັນເມືອງທີ່ເຕັມໄປດ້ວຍການກົດຂີ່.7ເໝືອນດັ່ງນໍ້າສ້າງປ່ອຍນ້ຳຂອງມັນໃຫ້ໄຫລອອກມາ,ເຢຣູຊາເລັມກໍປ່ອຍຄວາມຊົ່ວຮ້າຍຂອງຕົນອອກມາ,ຄວາມຮຸນແຮງ ແລະ ການທຳລາຍດັງຂຶ້ນໃນເມືອງນີ້ການເຈັບປ່ວຍ ແລະ ບາດແຜຂອງນາງມີຢູ່ຕໍ່ໜ້າເຮົາສະເໝີ.8ເຢຣູຊາເລັມ, ຈົ່ງຮັບເອົາການຕັກເຕືອນ,ບໍ່ດັ່ງນັ້ນ ເຮົາຈະຫັນໜີໄປຈາກເຈົ້າແລະ ເຮັດໃຫ້ດິນແດນຂອງເຈົ້າຮົກຮ້າງຈົນບໍ່ມີຜູ້ໃດອາໄສຢູ່ໃນດິນແດນນີ້ໄດ້”.9ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ໃຫ້ພວກເຂົາຮວບຮວມອິດສະຣາເອນທີ່ເຫລືອຢູ່ເໝືອນດັ່ງເກັບໝາກອະງຸ່ນຈົນໝົດກ້ຽງ;ໃຊ້ມືຂອງເຈົ້າກວດເບິ່ງເຄືອອະງຸ່ນອີກ,ດັ່ງຄົນທີ່ກໍາລັງຮວບຮວມໝາກອະງຸ່ນ”.10ຂ້ານ້ອຍຈະເວົ້າ ແລະ ຕັກເຕືອນຜູ້ໃດໄດ້?ຜູ້ໃດຈະຟັງຂ້ານ້ອຍ?ຫູຂອງພວກເຂົາປິດໄວ້ຢູ່ ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຍິນ.ຖ້ອຍຄຳຂອງພຣະເຈົ້າຢາເວເປັນທີ່ໜ້າກຽດຊັງສໍາລັບພວກເຂົາ;ພວກເຂົາບໍ່ພົບຄວາມພໍໃຈໃນຖ້ອຍຄໍານັ້ນ.11ແຕ່ຂ້ານ້ອຍກໍເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຢາເວ,ແລະ ຂ້ານ້ອຍກໍອົດທົນກັບມັນບໍ່ໄດ້.“ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍຕາມຖະໜົນຫົນທາງແລະ ໃສ່ຄົນໜຸ່ມທີ່ຊຸມນຸມກັນຢູ່;ທັງຜົວ ແລະ ເມຍກໍຈະຖືກຈັບໄປ,ແລະ ຜູ້ເຖົ້າ, ບັນດາຄົນເຫລົ່ານັ້ນທີ່ລ່ວງພົ້ນໄປ.12ເຮືອນຂອງພວກເຂົາຈະເປັນຂອງຄົນອື່ນ,ພ້ອມທັງທົ່ງນາ ແລະ ເມຍຂອງພວກເຂົາດ້ວຍ,ເມື່ອເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ບັນດາຜູ້ທີ່ອາໄສຢູ່ໃນແຜ່ນດິນນີ້,”ພຣະເຈົ້າຢາເວປະກາດດັ່ງນີ້.13“ຕັ້ງແຕ່ຜູ້ຕໍ່າຕ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ,ທຸກຄົນກໍໂລບມາກເພື່ອຢາກໄດ້ຜົນກໍາໄລ;ບັນດາຜູ້ທໍານວາຍ ແລະ ບັນດາປະໂລຫິດກໍເໝືອນກັນທຸກຄົນກໍໄດ້ຫລອກລວງ.14ພວກເຂົາເຮັດບາດແຜໃຫ້ປະຊາຊົນຂອງເຮົາເໝືອນວ່າມັນບໍ່ຮ້າຍແຮງເທົ່າໃດ.ພວກເຂົາເວົ້າວ່າ, ‘ສັນຕິສຸກ ສັນຕິສຸກ’ທັງທີ່ບໍ່ມີສັນຕິສຸກ.15ພວກເຂົາອັບອາຍໃນການປະພຶດອັນໜ້າລັງກຽດຂອງພວກເຂົາບໍ?ບໍ່, ພວກເຂົາບໍ່ໄດ້ມີຄວາມລະອາຍຈັກໜ້ອຍ;ພວກເຂົາບໍ່ຮູ້ວ່າໜ້າແດງນັ້ນເປັນຢ່າງໃດ.ດັ່ງນັ້ນ ພວກເຂົາຈະລົ້ມລົງໃນທ່າມກາງຄົນທີ່ໄດ້ລົ້ມລົງ;ພວກເຂົາຈະຕົກຕ່ຳລົງເມື່ອເຮົາລົງໂທດພວກເຂົາ”,ພຣະເຈົ້າຢາເວກ່າວດັ່ງນີ້.16ພຣະເຈົ້າຢາເວກ່າວວ່າ:“ຈົ່ງຢືນຢູ່ທີ່ທາງສີ່ແຍກ ແລະ ຈົ່ງເບິ່ງແມ;ຈົ່ງຖາມເຖິງເສັ້ນທາງດັ້ງເດີມ,ຈົ່ງຖາມຫາເສັ້ນທາງດີຢູ່ໃສ ແລະ ຈົ່ງຍ່າງໄປຕາມທາງນັ້ນ,ແລະ ເຈົ້າຈະພົບການພັກຜ່ອນສຳລັບຈິດໃຈຂອງເຈົ້າ.ແຕ່ເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຍ່າງໄປຕາມທາງນັ້ນ’.17ເຮົາໄດ້ແຕ່ງຕັ້ງຄົນເຝົ້າຍາມພວກເຈົ້າໄວ້ ແລະ ໄດ້ເວົ້າວ່າ,‘ຈົ່ງຟັງສຽງແກ!’ແຕ່ພວກເຈົ້າໄດ້ເວົ້າວ່າ ‘ພວກເຮົາຈະບໍ່ຟັງ’.18ເຫດສະນັ້ນຈົ່ງຟັງ, ຊົນຊາດທັງຫລາຍ;ພວກເຈົ້າຜູ້ທີ່ເປັນພະຍານ,ຈົ່ງສັງເກດເບິ່ງສິ່ງທີ່ຈະເກີດຂຶ້ນກັບພວກເຂົາ.19ແຜ່ນດິນໂລກ, ຈົ່ງຟັງ:ເຮົາກຳລັງນຳໄພພິບັດມາສູ່ປະຊາຊົນນີ້,ເຊິ່ງເປັນຜົນມາຈາກແຜນການຊົ່ວຮ້າຍຂອງພວກເຂົາ,ເພາະພວກເຂົາບໍ່ໄດ້ຟັງຖ້ອຍຄຳຂອງເຮົາແລະ ໄດ້ປະຖິ້ມກົດບັນຍັດຂອງເຮົາ.20ເຮົາສົນໃຈອັນໃດກ່ຽວກັບເຄື່ອງຫອມຈາກເຊບາຫລື ເຄື່ອງເທດຫອມຈາກດິນແດນຫ່າງໄກບໍ?ການເຜົາເຄື່ອງຖວາຍບູຊາຂອງເຈົ້າບໍ່ເປັນທີ່ຍອມຮັບ;ເຄື່ອງບູຊາຂອງເຈົ້າບໍ່ໄດ້ເຮັດໃຫ້ເຮົາພໍໃຈ”.21ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ:“ເຮົາຈະວາງສິ່ງກີດຂວາງໄວ້ຕໍ່ໜ້າປະຊາຊົນນີ້.ທັງພໍ່ແມ່ ແລະ ລູກຈະສະດຸດລົ້ມລົງຄືກັນ;ເພື່ອນບ້ານ ແລະ ມິດສະຫາຍກໍຈະຈິບຫາຍ”.22ພຣະເຈົ້າຢາເວກ່າວວ່າ:“ເບິ່ງແມ, ກອງທັບໜຶ່ງກໍາລັງມາຈາກດິນແດນທາງທິດເໜືອ;ຊົນຊາດຍິ່ງໃຫຍ່ກຳລັງເກີດຄວາມປັ່ນປ່ວນຈາກສຸດປາຍແຜ່ນດິນໂລກ.23ພວກເຂົາຖືທະນູ ແລະ ຫອກ;ພວກເຂົາໂຫດຮ້າຍ ແລະ ບໍ່ມີຄວາມເມດຕາ.ພວກເຂົາຂີ່ມ້າຂອງຕົນສຽງດັງເໝືອນດັ່ງສຽງທະເລຄຶກຄະນອງ;ພວກເຂົາມາເໝືອນດັ່ງທະຫານຕັ້ງແຖວສູ້ຮົບເພື່ອໂຈມຕີເຈົ້າ, ລູກສາວແຫ່ງຊີໂອນ”.24ພວກເຮົາໄດ້ຍິນຂ່າວຊ່າລືກ່ຽວກັບພວກເຂົາ,ແລະ ມືຂອງພວກເຮົາກໍອ່ອນເພຍລົງ.ຄວາມທຸກໃຈກໍໄດ້ປົກຄຸມພວກເຮົາ,ເຈັບປວດເໝືອນດັ່ງແມ່ຍິງທີ່ກຳລັງເກີດລູກ.25ຢ່າອອກໄປທົ່ງນາຫລື ຍ່າງໄປຕາມຖະໜົນຫົນທາງ,ເພາະສັດຕູຖືດາບຢູ່,ແລະ ບໍ່ວ່າຈະໄປທາງໃດກໍມີຄວາມຢ້ານຢູ່ທຸກດ້ານ.26ປະຊາຊົນຂອງເຮົາ, ຈົ່ງນຸ່ງຜ້າກະສອບເຂົ້າແລະ ກິ້ງເກືອກຢູ່ໃນກອງຂີ້ເຖົ່າໄຟ;ຈົ່ງໄວ້ທຸກດ້ວຍຄວາມຂົມຂື່ນເໝືອນກັບວ່າລູກຊາຍຄົນດຽວໄດ້ຕາຍໄປ,ເພາະຜູ້ທຳລາຍຈະມາໂຈມຕີພວກເຮົາໃນທັນທີທັນໃດ.27“ເຮົາໄດ້ເຮັດໃຫ້ເຈົ້າເປັນນັກກວດສອບໂລຫະແລະ ປະຊາຊົນຂອງເຮົາເປັນແຮ່ທາດ,ເພື່ອເຈົ້າຈະສັງເກດເບິ່ງແລະ ທົດສອບວິຖີທາງຕ່າງໆຂອງພວກເຂົາ.28ພວກເຂົາທຸກຄົນເປັນຄົນກະບົດດື້ດ້ານ,ທີ່ທຽວໄປຫານິນທາຄົນ.ພວກເຂົາເປັນດັ່ງທອງສຳລິດ ແລະ ເຫລັກ;ພວກເຂົາທຸກຄົນກໍປະພຶດຊົ່ວ.29ເປັນເໝືອນເຄື່ອງເປົ່າລົມຢ່າງແຮງເພື່ອເຜົາກົວໃຫ້ໝົດໄປດ້ວຍໄຟ,ແຕ່ການຫລໍ່ຫລອມກໍບໍ່ມີປະໂຫຍດຫຍັງ;ຄົນຊົ່ວຮ້າຍບໍ່ໄດ້ຖືກກຳຈັດອອກໄປ.30ພວກເຂົາຈະຖືກເອີ້ນວ່າ ‘ເງິນທີ່ຖືກປະຖິ້ມ’,ເພາະພຣະເຈົ້າຢາເວໄດ້ປະຖິ້ມພວກເຂົາແລ້ວ”.Biblica, Inc.