ເຢເຣມີຢາ51
1ພຣະເຈົ້າຢາເວກ່າວວ່າ:“ເບິ່ງແມ, ເຮົາຈະກະຕຸ້ນຈິດວິນຍານຂອງຜູ້ທຳລາຍມາຕໍ່ສູ້ບາບີໂລນ ແລະ ຊາວເລັບຄາມາຍ. 2ເຮົາຈະສົ່ງຄົນຕ່າງຊາດມາທີ່ບາບີໂລນເພື່ອຝັດຮ່ອນ ແລະ ທໍາລາຍດິນແດນຂອງມັນ;ພວກເຂົາຈະຕໍ່ຕ້ານມັນຢູ່ທຸກດ້ານໃນເວລາແຫ່ງໄພພິບັດຂອງບາບີໂລນ.3ຢ່າໃຫ້ນັກທະນູເນັ່ງທະນູຂອງຕົນໄດ້,ຫລື ຢ່າໃຫ້ລາວນຸ່ງເສື້ອເກາະຂອງຕົນ.ຢ່າໄວ້ຊີວິດຊາຍໜຸ່ມຂອງມັນ;ຈົ່ງທຳລາຍ ກອງທັບມັນໃຫ້ໝົດສິ້ນ.4ພວກເຂົາຈະລົ້ມລົງຕາຍໃນບາບີໂລນ, ບາດເຈັບຢ່າງສາຫັດຢູ່ຕາມຖະໜົນຫົນທາງຂອງມັນ.5ເພາະພຣະເຈົ້າຂອງພວກເຂົາ, ພຣະເຈົ້າຢາເວ ຜູ້ມີລິດຍິ່ງໃຫຍ່ບໍ່ໄດ້ປະຖິ້ມອິດສະຣາເອນ ແລະ ຢູດາຍ,ແມ່ນວ່າດິນແດນຂອງພວກເຂົາ ເຕັມໄປດ້ວຍຄວາມຜິດຕໍ່ໜ້າອົງບໍລິສຸດແຫ່ງອິດສະຣາເອນກໍຕາມ.6“ຈົ່ງໜີໄປຈາກບາບີໂລນ!ຈົ່ງແລ່ນໜີເອົາຊີວິດລອດ!ຢ່າໃຫ້ຖືກທຳລາຍເພາະບາບຂອງມັນ.ເວລາຂອງການແກ້ແຄ້ນຂອງພຣະເຈົ້າຢາເວມາເຖິງແລ້ວ;ພຣະອົງຈະຕອບແທນບາບີໂລນຕາມສິ່ງທີ່ບາບີໂລນສົມຄວນໄດ້ຮັບ.7ບາບີໂລນເປັນຈອກຄຳໃນມືຂອງພຣະເຈົ້າຢາເວ;ມັນເຮັດໃຫ້ທັງໂລກມືນເມົາ.ຊົນຊາດທັງຫລາຍໄດ້ດື່ມເຫລົ້າອະງຸ່ນຂອງມັນ;ເຫດສະນັ້ນ ບັດນີ້ພວກເຂົາຈຶ່ງໄດ້ເສຍສະຕິໄປ.8ບາບີໂລນຈະລົ້ມຈົມ ແລະ ແຕກກະຈາຍຢ່າງກະທັນຫັນ.ຈົ່ງຮ້ອງໄຫ້ໃຫ້ກັບມັນ!ເອົາຢາມາໃສ່ແກ້ຄວາມເຈັບປວດໃຫ້ມັນ!ບາງທີມັນອາດຈະຫາຍດີກໍໄດ້.9“ ‘ພວກເຮົາຈະຮັກສາບາບີໂລນໃຫ້ຫາຍດີ;ແຕ່ມັນບໍ່ສາມາດຮັກສາໄດ້;ໃຫ້ພວກເຮົາປ່ອຍບາບີໂລນໄປ ແລະ ໃຫ້ທຸກຄົນກັບໄປຍັງດິນແດນຂອງຕົນ,ເພາະໂທດຂອງບາບີໂລນສູງເຖິງທ້ອງຟ້າ;ມັນສູງຂຶ້ນໄປຈົນເຖິງຟ້າສະຫວັນ’.10“ ‘ພຣະເຈົ້າຢາເວໄດ້ພິສູດພວກເຮົາແລ້ວ;ຈົ່ງມາ, ໃຫ້ພວກເຮົາບອກຊີໂອນເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກະທຳ’.11“ຈົ່ງຝົນລູກທະນູໃຫ້ແຫລມຄົມ,ຈົ່ງຖືໂລ່ຕຽມໄວ້!ພຣະເຈົ້າຢາເວໄດ້ກະຕຸ້ນບັນດາກະສັດແຫ່ງເມເດຍ,ເພາະຄວາມປະສົງຂອງພຣະອົງເພື່ອຈະທຳລາຍບາບີໂລນ.ພຣະເຈົ້າຢາເວຈະແກ້ແຄ້ນ,ຄືແກ້ແຄ້ນໃຫ້ວິຫານຂອງພຣະອົງ.12ຈົ່ງຍົກທຸງຂຶ້ນຕໍ່ສູ້ກຳແພງຂອງບາບີໂລນ!ຈົ່ງເພີ່ມກຳລັງທະຫານເຝົ້າຍາມ,ຈົ່ງຕັ້ງຄົນເຝົ້າຍາມປະຈຳການໄວ້,ຈົ່ງຕຽມຫລອນໂຈມຕີ!ພຣະເຈົ້າຢາເວຈະດໍາເນີນການຕາມຄວາມປະສົງຂອງພຣະອົງ,ຕາມດໍາລັດຂອງພຣະອົງຕໍ່ສູ້ປະຊາຊົນບາບີໂລນ.13ເຈົ້າຜູ້ທີ່ອາໄສຕາມຫ້ວຍນ້ຳທັງຫລາຍແລະ ມີຊັບສົມບັດຢ່າງຫລວງຫລາຍ,ຈຸດຈົບຂອງພວກເຈົ້າໄດ້ມາເຖິງແລ້ວ,ເຖິງເວລາແລ້ວທີ່ພວກເຈົ້າຈະຖືກທໍາລາຍ.14ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ສາບານໄວ້ໂດຍນາມຂອງພຣະອົງເອງວ່າ:ແນ່ນອນ, ເຮົາຈະເພີ່ມກອງທະຫານໃຫ້ເຈົ້າຈົນເຕັມເໝືອນດັ່ງຝູງຕັກແຕນ,ແລະ ພວກເຂົາຈະໂຫ່ຮ້ອງຢ່າງມີໄຊເໜືອເຈົ້າ.15“ພຣະອົງສ້າງແຜ່ນດິນໂລກໂດຍລິດອໍານາດຂອງພຣະອົງ;ພຣະອົງໄດ້ຕັ້ງໂລກໂດຍສະຕິປັນຍາຂອງພຣະອົງແລະ ກາງຟ້າສະຫວັນອອກໂດຍຄວາມເຂົ້າໃຈຂອງພຣະອົງ.16ເມື່ອພຣະອົງເປັ່ງສຽງຮ້ອງ, ນ້ຳໃນຟ້າສະຫວັນກໍຮ້ອງດັງກຶກກ້ອງ;ພຣະອົງເຮັດໃຫ້ເມກລອຍຂຶ້ນຈາກສຸດປາຍແຜ່ນດິນໂລກ.ພຣະອົງສົ່ງຟ້າແມບມາພ້ອມກັບສາຍຝົນແລະ ນຳເອົາລົມພັດມາຈາກຄັງຂອງພຣະອົງ.17“ທຸກຄົນກໍບໍ່ຮູ້ຈັກຄິດ ແລະ ຂາດຄວາມຮູ້;ຊ່າງຄໍາທຸກຄົນກໍອັບອາຍຂາຍໜ້າເພາະຮູບເຄົາລົບຂອງຕົນ.ບັນດາພະທີ່ລາວໄດ້ເຮັດຂຶ້ນກໍເປັນການຫລອກລວງ;ພວກມັນບໍ່ໄດ້ມີລົມຫາຍໃຈ.18ພວກມັນບໍ່ມີຄຸນຄ່າຫຍັງ, ເປັນວັດຖຸທີ່ໜ້າເຢາະເຢີ້ຍ;ເມື່ອການພິພາກສາຂອງພວກມັນມາເຖິງ, ພວກມັນກໍຈະພິນາດ.19ແຕ່ພຣະອົງຜູ້ທີ່ເປັນຂອງຢາໂຄບບໍ່ຄືກັນກັບພະເຫລົ່ານີ້,ເພາະພຣະອົງເປັນພຣະຜູ້ສ້າງສັບພະທຸກສິ່ງ,ລວມທັງປະຊາຊົນທີ່ເປັນກຳມະສິດຂອງພຣະອົງນາມຂອງພຣະອົງຄື ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່.20“ເຈົ້າເປັນຄ້ອນຮົບຂອງເຮົາ,ເປັນອາວຸດສູ້ຮົບຂອງເຮົາເຮົາໃຊ້ເຈົ້າທຸບບັນດາຊົນຊາດຕ່າງໆໃຫ້ກະຈັດກະຈາຍໄປ,ເຮົາໃຊ້ເຈົ້າທຳລາຍອານາຈັກຕ່າງໆ,21ເຮົາໃຊ້ເຈົ້າທຸບຝູງມ້າ ແລະ ຄົນຂີ່,ເຮົາໃຊ້ເຈົ້າທຸບລົດມ້າ ແລະ ຄົນຂັບ,22ເຮົາໃຊ້ເຈົ້າທຸບຜູ້ຊາຍ ແລະ ແມ່ຍິງ,ເຮົາໃຊ້ເຈົ້າທຸບຜູ້ເຖົ້າ ແລະ ເດັກນ້ອຍເຮົາໃຊ້ເຈົ້າທຸບຊາຍໜຸ່ມ ແລະ ຍິງໜຸ່ມ23ເຮົາໃຊ້ເຈົ້າທຸບຄົນລ້ຽງແກະ ແລະ ຝູງແກະເຮົາໃຊ້ເຈົ້າທຸບຊາວນາ ແລະ ງົວ,ເຮົາໃຊ້ເຈົ້າທຸບຜູ້ປົກຄອງ ແລະ ຂ້າລາຊະການທັງຫລາຍໃຫ້ກະຈັດກະຈາຍໄປ.24“ເຮົາຈະຕອບແທນບາບີໂລນ ແລະ ບັນດາຄົນທີ່ອາໄສຢູ່ໃນບາບີໂລນທັງໝົດ ຕໍ່ໜ້າຂອງເຈົ້າເພາະຄວາມຜິດທັງໝົດທີ່ພວກເຂົາໄດ້ເຮັດໃນຊີໂອນ”, ພຣະເຈົ້າຢາເວປະກາດດັ່ງນີ້.25“ເຮົາເປັນສັດຕູກັບເຈົ້າ, ເຈົ້າຜູ້ທຳລາຍບັນດາພູເຂົາ,ເຈົ້າຜູ້ທຳລາຍທົ່ວແຜ່ນດິນໂລກ”,ພຣະເຈົ້າຢາເວປະກາດດັ່ງນີ້.“ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ເຈົ້າ,ເຈົ້າຈະກິ້ງລົງຈາກໜ້າຜາ,ແລະ ເຮັດໃຫ້ເຈົ້າເປັນດັ່ງພູເຂົາຖືກເຜົາຈົນໝົດກ້ຽງ.26ຈະບໍ່ມີຫີນກ້ອນກ້ອນໃດຈາກເຈົ້າໄປເປັນຫີນເສົາເອກ,ຫລື ບໍ່ມີຫີນກ້ອນໃດເປັນຖານຮາກ,ເພາະເຈົ້າຈະຖືກປະຖິ້ມໃຫ້ຮົກຮ້າງຕະຫລອດໄປ”, ພຣະເຈົ້າຢາເວປະກາດດັ່ງນີ້.27“ຈົ່ງຍົກທຸງຂຶ້ນໃນດິນແດນນັ້ນ!ຈົ່ງເປົ່າແກໃນທ່າມກາງຊົນຊາດຕ່າງໆ!ຈົ່ງຕຽມຊົນຊາດຕ່າງໆໄວ້ເພື່ອສູ້ຮົບບາບີໂລນ;ຈົ່ງເອີ້ນອານາຈັກເຫລົ່ານີ້ມາຕໍ່ສູ້ກັບມັນ;ຄືເອີ້ນອາຣາຣັດ, ມິນນີ ແລະ ອັດຊະເກນາດ.ຈົ່ງຕັ້ງຜູ້ບັນຊາກອງທັບຕໍ່ສູ້ມັນຈົ່ງສົ່ງຝູງມ້າມາເໝືອນດັ່ງຝູງຕັກແຕນ.28ຈົ່ງຕຽມຊົນຊາດຕ່າງໆໄວ້ເພື່ອຕໍ່ສູ້ບາບີໂລນຄືບັນດາກະສັດແຫ່ງເມເດຍ,ບັນດາຜູ້ປົກຄອງ ແລະ ບັນດາຂ້າລາຊະການທັງໝົດຂອງພວກເຂົາ,ແລະ ປະເທດທັງໝົດທີ່ພວກເຂົາປົກຄອງ.29ດິນແດນກໍສັ່ນສະທ້ານ ແລະ ດິ້ນໄປມາ,ເພາະຄວາມປະສົງຂອງພຣະເຈົ້າຢາເວເພື່ອຕໍ່ສູ້ບາບີໂລນເພື່ອເຮັດໃຫ້ດິນແດນຂອງບາບີໂລນຮົກຮ້າງເພື່ອວ່າຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ.30ພວກນັກຮົບຂອງບາບີໂລນໄດ້ຢຸດການຕໍ່ສູ້ແລ້ວ;ພວກເຂົາຍັງຢູ່ໃນປ້ອມປ້ອງກັນຂອງຕົນ.ກໍາລັງຂອງພວກເຂົາກໍໝົດໄປ;ພວກເຂົາໄດ້ກາຍເປັນດັ່ງຄົນອ່ອນແອ.ບ່ອນຢູ່ອາໄສໃນບາບີໂລນຖືກໄຟໄໝ້;ໄລປະຕູເມືອງຕ່າງໆຂອງມັນກໍເພພັງ.31ຜູ້ສື່ສານຄົນໜຶ່ງແລ່ນນໍາອີກຄົນໜຶ່ງແລະ ຜູ້ສົ່ງຂ່າວແລ່ນນໍາອີກຄົນໜຶ່ງເພື່ອໄປລາຍງານແກ່ກະສັດແຫ່ງບາບີໂລນວ່າທົ່ວນະຄອນຂອງລາວໄດ້ຖືກຢຶດແລ້ວ,32ທາງຂ້າມແມ່ນ້ຳກໍຖືກຢຶດ,ບຶງນ້ຳຢູ່ທົ່ງຫຍ້າກໍຖືກເຜົາ,ແລະ ພວກທະຫານກໍຕົກໃຈຢ້ານ”.33ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ:“ລູກສາວບາບີໂລນ ເປັນເໝືອນລານຟາດເຂົ້າເມື່ອເຖິງເວລາກໍຖືກຢຽບຢໍ່າເວລາເກັບກ່ຽວບາບີໂລນໃກ້ຈະມາເຖິງແລ້ວ”.34“ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ທໍາລາຍພວກເຮົາ,ເພິ່ນໄດ້ໂຍນພວກເຮົາໄປສູ່ຄວາມສັບສົນ,ເພິ່ນໄດ້ເຮັດໃຫ້ພວກເຮົາເປັນໄຫເປົ່າ.ເພິ່ນໄດ້ກືນພວກເຮົາເໝືອນດັ່ງງູແລະ ອາຫານແຊບຂອງພວກເຮົາຈົນທ້ອງຂອງຕົນອີ່ມ,ແລ້ວກໍໄດ້ຮາກພວກເຮົາອອກມາ.35ຈົ່ງໃຫ້ປະຊາຊົນຂອງຊີໂອນເວົ້າວ່າ,ຂໍໃຫ້ຄວາມໂຫດຮ້າຍທີ່ໄດ້ເຮັດຕໍ່ເນື້ອໜັງຂອງພວກເຮົາຕົກໃສ່ບາບີໂລນ”,ຈົ່ງໃຫ້ປະຊາຊົນຂອງເຢຣູຊາເລັມເວົ້າວ່າ,“ຂໍໃຫ້ເລືອດຂອງພວກເຮົາຕົກໃສ່ບັນດາຄົນທີ່ອາໄສຢູ່ໃນບາບີໂລນ”.36ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ:“ເບິ່ງແມ, ເຮົາຈະປົກປ້ອງຄະດີຂອງເຈົ້າແລະ ແກ້ແຄ້ນໃຫ້ເຈົ້າ;ເຮົາຈະເຮັດໃຫ້ທະເລແລະ ບໍ່ນ້ຳຂອງບາບີໂລນແຫ້ງ.37ບາບີໂລນຈະເປັນຊາກຫັກເພພັງ,ເປັນບ່ອນຢູ່ຂອງຝູງໝາໄນ,ເປັນເປົ້າຂອງຄວາມໜ້າຢ້ານ ແລະ ການດູຖູກ,ເປັນບ່ອນໜຶ່ງທີ່ບໍ່ມີຜູ້ໃດອາໄສຢູ່.38ປະຊາຊົນທັງໝົດຂອງບາບີໂລນຮ້ອງເໝືອນດັ່ງສິງໜຸ່ມ,ພວກເຂົາຄວນຄາງເໝືອນດັ່ງລູກສິງ.39ແຕ່ຂະນະທີ່ພວກເຂົາຖືກຍົວະໃຫ້ໂກດຮ້າຍ,ເຮົາຈະຈັດງານລ້ຽງໃຫ້ພວກເຂົາແລະ ເຮັດໃຫ້ພວກເຂົາມືນເມົາ,ເພື່ອວ່າພວກເຂົາຈະຫົວຂຶ້ນດັງໆແລ້ວກໍນອນຫລັບຕະຫລອດໄປ ແລະ ບໍ່ຕື່ນຂຶ້ນມາ”,ພຣະເຈົ້າຢາເວປະກາດດັ່ງນີ້.40“ເຮົາຈະນໍາພວກເຂົາລົງມາເໝືອນດັ່ງແກະໜຸ່ມ, ແກະເຖິກ ແລະ ແບ້ທີ່ຖືກນໍາເອົາໄປຂ້າ.41“ເຊຊັກ ຈະຖືກຢຶດເມືອງທີ່ໂອ້ອວດຂອງທົ່ວໂລກຖືກຢຶດແລ້ວ!ບາບີໂລນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງໃນທ່າມກາງຊົນຊາດທັງຫລາຍ!42ທະເລກໍຈະຂຶ້ນຖ້ວມບາບີໂລນ;ຄື້ນທະເລຄຶກຄະນອງຈະປົກຄຸມມັນ.43ເມືອງຕ່າງໆຂອງບາບີໂລນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງ,ເປັນບ່ອນແຫ້ງແລ້ງ ແລະ ທະເລຊາຍ,ເປັນດິນແດນທີ່ບໍ່ມີຜູ້ໃດອາໄສຢູ່,ໂດຍບໍ່ມີຜູ້ໃດເດີນທາງຜ່ານໄປມາ.44ເຮົາຈະລົງໂທດພະເບນໃນບາບີໂລນແລະ ເຮັດໃຫ້ມັນຄາຍສິ່ງທີ່ມັນໄດ້ກືນລົງໄປອອກມາ.ຊົນຊາດທັງຫລາຍຈະບໍ່ຫລັ່ງໄຫລມາຫາມັນອີກຕໍ່ໄປແລະ ກຳແພງຂອງບາບີໂລນຈະພັງທະລາຍ.45“ປະຊາຊົນຂອງເຮົາ! ຈົ່ງອອກມາຈາກບາບີໂລນ,ຈົ່ງໜີເອົາຊີວິດລອດ!ຈົ່ງແລ່ນໄປໃຫ້ພົ້ນຈາກຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ.46ຢ່າເສຍຂວັນ ຫລື ຢ່າຢ້ານເມື່ອໄດ້ຍິນຂ່າວຊ່າລືໃນດິນແດນນັ້ນ;ປີນີ້ຊ່າລືກັນແນວນີ້, ປີໜ້າຊ່າລືກັນແນວນັ້ນ,ຄືຂ່າວຊ່າລືເລື່ອງຄວາມຮຸນແຮງໃນດິນແດນແລະ ເລື່ອງຜູ້ປົກຄອງຕໍ່ສູ້ກັນ.47ເພາະເວລານັ້ນຈະມາເຖິງຢ່າງແນ່ນອນເມື່ອເຮົາຈະລົງໂທດຮູບເຄົາລົບຕ່າງໆຂອງບາບີໂລນ;ດິນແດນທັງໝົດຂອງມັນຈະອັບອາຍຂາຍໜ້າແລະ ຄົນທີ່ຖືກຂ້າທັງໝົດຈະນອນຕາຍຢູ່ໃນບາບີໂລນ.48ແລ້ວຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນນັ້ນຈະໂຫ່ຮ້ອງຍິນດີເໜືອບາບີໂລນ,ເພາະບັນດາຜູ້ທຳລາຍຈາກທາງທິດເໜືອຈະໂຈມຕີບາບີໂລນ”,ພຣະເຈົ້າຢາເວປະກາດດັ່ງນີ້.49“ບາບີໂລນຈະຕ້ອງລົ້ມລົງເພາະອິດສະຣາເອນທີ່ຖືກຂ້າ,ຄືກັນກັບຄົນທົ່ວໂລກທີ່ຖືກຂ້າທີ່ໄດ້ລົ້ມຕາຍເພາະບາບີໂລນ.50ພວກເຈົ້າທີ່ໄດ້ໜີລອດຈາກການຖືກຂ້າ,ຈົ່ງໜີໄປ ແລະ ຢ່າລະເມີນຢູ່!ຈົ່ງລະນຶກເຖິງພຣະເຈົ້າຢາເວໃນດິນແດນຫ່າງໄກ,ແລະ ຄິດເຖິງເຢຣູຊາເລັມ”.51“ພວກເຮົາອັບອາຍຂາຍໜ້າເພາະພວກເຮົາໄດ້ຖືກໝິ່ນປະໝາດແລະ ຄວາມອັບອາຍປົກຄຸມໜ້າພວກເຮົາ,ເພາະຄົນຕ່າງຊາດໄດ້ເຂົ້າໄປໃນບ່ອນທີ່ບໍລິສຸດຂອງວິຫານຂອງພຣະເຈົ້າຢາເວ”.52ພຣະເຈົ້າຢາເວປະກາດວ່າ, “ແຕ່ວັນນັ້ນກໍາລັງມາເຖິງ,ເມື່ອເຮົາຈະລົງໂທດຮູບເຄົາລົບຕ່າງໆຂອງບາບີໂລນແລະ ທົ່ວດິນແດນຂອງມັນຄົນທີ່ໄດ້ຮັບບາດເຈັບຈະຮ້ອງຄວນຄາງ.53ເຖິງແມ່ນວ່າບາບີໂລນສູງຂຶ້ນເທົ່າທ້ອງຟ້າແລະ ປ້ອມປ້ອງກັນຂອງມັນແຂງແກ່ນກໍຕາມ,ເຮົາຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ມັນ”,ພຣະເຈົ້າຢາເວປະກາດດັ່ງນີ້.54“ສຽງຮ້ອງໄຫ້ດັງອອກມາຈາກບາບີໂລນ,ສຽງຂອງການທໍາລາຍກໍໃຫຍ່ຫລວງດັງອອກມາຈາກດິນແດນຂອງຊາວບາບີໂລນ.55ພຣະເຈົ້າຢາເວຈະທຳລາຍບາບີໂລນ;ພຣະອົງຈະເຮັດໃຫ້ສຽງອຶກກະທຶກຂອງມັນມິດງຽບ.ຄື້ນຂອງບັນດາສັດຕູຈະຊັດມາເໝືອນດັ່ງນໍ້າແມ່ນໍ້າໃຫຍ່;ສຽງຂອງພວກມັນຈະດັງກ້ອງສະໜັ່ນ.56ຜູ້ທຳລາຍຈະມາຕໍ່ສູ້ບາບີໂລນ;ພວກນັກຮົບຂອງບາບີໂລນຈະຖືກຈັບ,ແລະ ລູກທະນູຂອງພວກເຂົາຈະຖືກຫັກຖິ້ມ.ເພາະພຣະເຈົ້າຢາເວເປັນພຣະເຈົ້າແຫ່ງການຕອບແທນ;ພຣະອົງຈະຕອບແທນຢ່າງສະສົມ.57ເຮົາຈະເຮັດໃຫ້ບັນດາຂ້າລາຊະການ ແລະ ບັນດານັກປາດມືນເມົາ,ບັນດາຜູ້ປົກຄອງ, ພວກນາຍທະຫານ ແລະ ພວກນັກຮົບຂອງບາບີໂລນກໍມືນເມົາເໝືອນກັນ;ພວກເຂົາຈະຫລັບຕະຫລອດໄປ ແລະ ບໍ່ຕື່ນຂຶ້ນມາອີກ”,ອົງກະສັດຜູ້ມີນາມວ່າພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.58ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ກຳແພງໜາຂອງບາບີໂລນຈະຖືກພັງລົງແລະ ປະຕູສູງຂອງມັນຈະຖືກເຜົາ;ປະຊາຊາດທັງຫລາຍກໍຈະອິດເມື່ອຍລ້າໆ,ແຮງງານຂອງຊົນຊາດຕ່າງໆເປັນພຽງເຊື້ອໄຟໃຫ້ແປວໄຟເທົ່ານັ້ນ”.59ນີ້ແມ່ນຂໍ້ຄວາມທີ່ຜູ້ທໍານວາຍເຢເຣມີຢາໄດ້ມອບໃຫ້ເຈົ້າໜ້າທີ່ເບິ່ງແຍງແຂວງເສຣາອີຢາ ລູກຊາຍຂອງເນຣີຢາ, ຫລານຊາຍຂອງມາຣະເຊຢາ, ເມື່ອລາວໄປທີ່ບາບີໂລນກັບກະສັດເຊເດກີຢາແຫ່ງຢູດາຍໃນປີທີສີ່ຂອງການປົກຄອງຂອງເພິ່ນ.60ເຢເຣມີຢາໄດ້ຂຽນລົງໃນໜັງສືມ້ວນກ່ຽວກັບເລື່ອງໄພພິບັດທັງໝົດທີ່ຈະເກີດຂຶ້ນກັບບາບີໂລນຄືທຸກສິ່ງທີ່ໄດ້ບັນທຶກກ່ຽວກັບບາບີໂລນ.61ເຢເຣມີຢາໄດ້ເວົ້າກັບເສຣາອີຢາວ່າ, “ເມື່ອທ່ານໄປເຖິງບາບີໂລນ, ຈົ່ງອ່ານຂໍ້ຄວາມທັງໝົດນີ້ດ້ວຍສຽງດັງໆ.62ແລ້ວຈົ່ງກ່າວວ່າ, ‘ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ກ່າວໄວ້ວ່າພຣະອົງຈະທຳລາຍບ່ອນນີ້, ເພື່ອວ່າຈະບໍ່ມີທັງຄົນ ແລະ ສັດອາໄສຢູ່ໃນດິນແດນນີ້; ມັນຈະຖືກປະຖິ້ມໃຫ້ຮົກຮ້າງຕະຫລອດໄປ’.63ເມື່ອເຈົ້າອ່ານໜັງສືມ້ວນນີ້ຈົບແລ້ວ, ຈົ່ງມັດໜັງສືມ້ວນນີ້ໃສ່ກັບຫີນກ້ອນໜຶ່ງ ແລ້ວໂຍນມັນລົງໃນແມ່ນໍ້າເອີຟຣັດ.64ຫລັງຈາກນັ້ນກ່າວວ່າ, ‘ສະນັ້ນ ບາບີໂລນຈະຈົມລົງ ແລະ ຈະບໍ່ຟູຂຶ້ນມາອີກ ເພາະໄພພິບັດທີ່ເຮົາຈະນຳມາສູ່ບາບີໂລນ. ແລະ ປະຊາຊົນຂອງບາບີໂລນຈະລົ້ມຕາຍ’ ”.
ຖ້ອຍຄຳຂອງເຢເຣມີຢາຈົບລົງພຽງເທົ່ານີ້.
ຖ້ອຍຄຳຂອງເຢເຣມີຢາຈົບລົງພຽງເທົ່ານີ້.
Biblica, Inc.