ເຢເຣມີຢາ50
ຖ້ອຍຄໍາພຣະເຈົ້າຢາເວກ່ຽວກັບບາບີໂລນ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຜ່ານຜູ້ທຳນວາຍເຢເຣມີຢາກ່ຽວກັບບາບີໂລນ ແລະ ດິນແດນຂອງຊາວບາບີໂລນ ວ່າ:2“ຈົ່ງຮ້ອງ ແລະ ປະກາດໃນທ່າມກາງຊົນຊາດທັງຫລາຍວ່າ,ຈົ່ງຍົກທຸງຂຶ້ນ ແລະ ປະກາດເລື່ອງນີ້ອອກໄປ;ຢ່າປິດບັງສິ່ງໃດ, ແຕ່ຈົ່ງເວົ້າວ່າ,‘ບາບີໂລນຈະຖືກຢຶດ;ເບນຈະໄດ້ຮັບຄວາມອັບອາຍ,ມັກດຸກຈະເຕັມໄປດ້ວຍຄວາມຢ້ານ.ບັນດາຮູບພະຂອງບາບີໂລນຈະໄດ້ຄວາມອັບອາຍແລະ ບັນດາຮູບເຄົາລົບຈະເຕັມໄປດ້ວຍຄວາມຢ້ານ’.3ຊົນຊາດໜຶ່ງຈາກທາງທິດເໜືອຈະໂຈມຕີບາບີໂລນແລະ ດິນແດນນັ້ນຖືກປະຖິ້ມໄວ້ໃຫ້ຮົກຮ້າງ.ບໍ່ມີຜູ້ໃດຈະອາໄສຢູ່ໃນດິນແດນນັ້ນທັງຄົນ ແລະ ສັດກໍຈະໜີໄປ.4“ພຣະເຈົ້າຢາເວປະກາດວ່າ,ເມື່ອເຖິງເວລານັ້ນ ແລະ ໃນເວລານັ້ນ,ປະຊາຊົນອິດສະຣາເອນ ແລະ ປະຊາຊົນຢູດາຍນໍາຈະໄປຮ້ອງໄຫ້ເພື່ອສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.5ພວກເຂົາຈະຖາມທາງໄປຊີໂອນແລະ ຫັນໜ້າຂອງພວກເຂົາມຸ່ງໜ້າໄປທີ່ຊີໂອນ.ພວກເຂົາຈະມາ ແລະ ຜູກພັນຕົນເອງກັບພຣະເຈົ້າຢາເວໃນຄຳໝັ້ນສັນຍານິລັນດອນທີ່ຈະບໍ່ຖືກລືມຈັກເທື່ອ.6“ປະຊາຊົນຂອງເຮົາເປັນດັ່ງແກະຫລົງທາງ;ຄົນລ້ຽງແກະຂອງພວກເຂົາໄດ້ພາພວກເຂົາລົງທາງໄປແລະ ເປັນເຫດເຮັດໃຫ້ພວກເຂົາເລາະໄປມາຕາມເທິງພູເຂົາຕ່າງໆ.ພວກເຂົາໄດ້ພະເນຈອນໄປຕາມພູເຂົາ ແລະ ເນີນພູແລະ ໄດ້ລືມບ່ອນພັກຂອງຕົນ.7ຜູ້ທີ່ພົບພວກເຂົາກໍທໍາລາຍພວກເຂົາ;ບັນດາສັດຕູຂອງພວກເຂົາໄດ້ເວົ້າວ່າ, ‘ພວກເຮົາບໍ່ມີຄວາມຜິດ,ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ຜູ້ເປັນທົ່ງຫຍ້າທີ່ຂຽວງາມຂອງພວກເຂົາ,ພຣະເຈົ້າຢາເວ, ຜູ້ເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ’.8“ຈົ່ງໜີໄປຈາກບາບີໂລນ;ຈົ່ງອອກຈາກດິນແດນຂອງຊາວບາບີໂລນ,ແລະ ຈົ່ງເປັນເໝືອນຝູງແບ້ທີ່ນຳພາຝູງແກະ.9ເພາະເຮົາຈະກະຕຸ້ນ ແລະ ນໍາພັນທະມິດຂອງຊົນຊາດໃຫຍ່ຈາກດິນແດນທາງທິດເໜືອມາສູ້ຮົບກັບບາບີໂລນ.ພວກເຂົາຈະເຂົ້າປະຈຳການຕໍ່ສູ້ກັບມັນບາບີໂລນຈະຖືກຢຶດຈາກທາງທິດເໜືອ.ລູກທະນູຂອງພວກເຂົາເປັນເໝືອນນັກຮົບທີ່ຊຳນານທີ່ບໍ່ໄດ້ກັບຄືນມາມືເປົ່າ.10ດັ່ງນັ້ນ ຊາວບາບີໂລນຈະຖືກປຸ້ນ;ແລະ ນັກປຸ້ນທຸກຄົນຈະໄດ້ສິ່ງຂອງຢ່າງຫລວງຫລາຍ”,ພຣະເຈົ້າຢາເວປະກາດດັ່ງນີ້.11“ເພາະພວກເຈົ້າຊື່ນຊົມຍິນດີ ແລະ ຍິນດີ,ທີ່ພວກເຈົ້າປຸ້ນມໍລະດົກຂອງເຮົາ,ເພາະພວກເຈົ້າມ່ວນຊື່ນເໝືອນດັ່ງງົວແມ່ທີ່ກໍາລັງນວດເຂົ້າແລະ ສົ່ງສຽງຮ້ອງເໝືອນດັ່ງມ້າໂຕຜູ້.12ແມ່ຂອງພວກເຈົ້າຈະອັບອາຍຫລາຍທີ່ສຸດ;ນາງຜູ້ທີ່ໄດ້ໃຫ້ກຳເນີດພວກເຈົ້າຈະຂາຍໜ້າ.ນາງຈະເປັນຜູ້ຕ່ຳຕ້ອຍທີ່ສຸດໃນທ່າມກາງຊົນຊາດທັງຫລາຍຄືເປັນຖິ່ນແຫ້ງແລ້ງກັນດານ, ເປັນດິນທີ່ແຫ້ງແລ້ງ, ແລະ ເປັນທະເລຊາຍ.13ຍ້ອນຄວາມໃຈຮ້າຍຂອງພຣະເຈົ້າຢາເວ, ບາບີໂລນຈະບໍ່ມີຄົນອາໄສຢູ່ແຕ່ຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງທັງໝົດ.ທຸກຄົນທີ່ຜ່ານບີບາໂລນໄປມາຈະຕົກໃຈ;ພວກເຂົາຈະເຢາະເຢີ້ຍ ຍ້ອນບາດແຜທັງໝົດຂອງມັນ”.14“ພວກນັກຍິງທະນູທຸກຄົນ,ຈົ່ງເຂົ້າປະຈຳການບ່ອນຂອງເຈົ້າລ້ອມບາບີໂລນ.ຈົ່ງຍິງມັນ! ບໍ່ຕ້ອງຈົ່ງລູກທະນູໄວ້,ເພາະມັນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.15ຈົ່ງໂຫ່ຮ້ອງຕໍ່ສູ້ບາບີໂລນຢູ່ທຸກດ້ານ!ມັນຍອມຈໍານົນ, ຫໍຄອຍຕ່າງໆຂອງມັນກໍພັງທະລາຍລົງ,ກຳແພງຂອງມັນກໍພັງລົງ.ເພາະນີ້ເປັນການແກ້ແຄ້ນຂອງພຣະເຈົ້າຢາເວ,ຈົ່ງແກ້ແຄ້ນບາບີໂລນ;ຈົ່ງເຮັດກັບບາບີໂລນເໝືອນດັ່ງທີ່ມັນເຄີຍໄດ້ເຮັດແກ່ຄົນອື່ນໆ.16ຈົ່ງຕັດຜູ້ຫວ່ານແລະ ຜູ້ເກັບກ່ຽວທີ່ຖືກ່ຽວຂອງຕົນໃນລະດູເກັບກ່ຽວອອກຈາກບາບີໂລນ.ໃຫ້ທຸກຄົນກັບໄປຫາປະຊາຊົນຂອງຕົນເອງ,ໃຫ້ທຸກຄົນໜີໄປທີ່ບ້ານເກີດຂອງຕົນ,ເພາະດາບຂອງຜູ້ທີ່ກົດຂີ່.17“ອິດສະຣາເອນເປັນຝູງແກະໄດ້ກະຈັດກະຈາຍໄປທີ່ໂຕສິງໄດ້ໄລ່ໃຫ້ແຕກໜີໄປ.ພວກທຳອິດທີ່ທໍາລາຍພວກເຂົາຄືກະສັດແຫ່ງອັດຊີເຣຍ;ພວກສຸດທ້າຍທີ່ຍ່ອງກະດູກຂອງພວກເຂົາຄືກະສັດເນບູກາດເນັດຊາແຫ່ງບາບີໂລນ”.18ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ:“ເຮົາຈະລົງໂທດກະສັດບາບີໂລນ ແລະ ດິນແດນຂອງລາວດັ່ງທີ່ເຮົາໄດ້ລົງໂທດກະສັດແຫ່ງອັດຊີເຣຍ.19ແຕ່ເຮົາຈະນຳອິດສະຣາເອນກັບຄືນສູ່ທົ່ງຫຍ້າຂອງພວກເຂົາເອງ,ແລະ ພວກເຂົາຈະກິນຫຍ້າເທິງພູເຂົາກາເມນ ແລະ ບາຊານ;ຄວາມຫິວຂອງພວກເຂົາກໍຖືກເຮັດໃຫ້ອິ່ມເທິງເນີນພູຕ່າງໆຂອງເອຟຣາອິມ ແລະ ກີເລອາດ”.20ພຣະເຈົ້າຢາເວປະກາດວ່າ, “ເມື່ອເຖິງເວລານັ້ນ ແລະ ໃນເວລານັ້ນ,ຈະມີການຄົ້ນຫາຄວາມຜິດຂອງອິດສະຣາເອນ,ແຕ່ກໍຈະບໍ່ມີ,ແລະ ຈະມີການຄົ້ນຫາບາບທັງຫລາຍຂອງຢູດາຍ,ແຕ່ຈະບໍ່ພົບເລີຍ,ເພາະເຮົາຈະໃຫ້ອະໄພຄົນທີ່ຍັງເຫລືອທີ່ເຮົາໄວ້ຊີວິດ.21“ຈົ່ງໂຈມຕີດິນແດນມາຣາທາອິມແລະ ບັນດາຄົນທີ່ອາໄສຢູ່ໃນເປໂກດ.ຈົ່ງຕາມລ້າ, ຂ້າ ແລະ ທຳລາຍ ພວກເຂົາໃຫ້ໝົດສິ້ນ”,“ຈົ່ງເຮັດທຸກສິ່ງຕາມທີ່ເຮົາໄດ້ສັ່ງພວກເຈົ້າ, ພຣະເຈົ້າຢາເວປະກາດດັ່ງນີ້.22ມີສຽງໂຫ່ຮ້ອງສູ້ຮົບກັນຢູ່ໃນດິນແດນ,ສຽງຂອງການທໍາລາຍກໍໃຫຍ່ຫລວງ!23ຄ້ອນຕີທີ່ທຸບໂລກທັງໂລກກໍແຕກຫັກ ແລະ ມຸ່ນໄປ!ບາບີໂລນຖືກປະຖິ້ມໄວ້ໃຫ້ຮົກຮ້າງໃນທ່າມກາງຊົນຊາດຕ່າງໆ!24ບາບີໂລນ, ເຮົາວາງແຮ້ວດັກຈັບເຈົ້າ,ແລະ ເຈົ້າກໍຖືກຈັບໄດ້ກ່ອນທີ່ເຈົ້າຈະຮູ້ໂຕ;ເຈົ້າຈະຖືກຄົ້ນພົບ ແລະ ຖືກຈັບໄດ້ເພາະເຈົ້າໄດ້ຕໍ່ຕ້ານພຣະເຈົ້າຢາເວ.25ພຣະເຈົ້າຢາເວໄດ້ເປີດຄັງອາວຸດຂອງພຣະອົງແລະ ນຳອາວຸດແຫ່ງຄວາມໂກດຮ້າຍຂອງພຣະອົງອອກມາ.ເພາະພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ກະທໍາການໃນດິນແດນຂອງຊາວບາບີໂລນ.26ຈົ່ງມາຕໍ່ສູ້ບາບີໂລນຈາກບ່ອນຫ່າງໄກ.ຈົ່ງທຳລາຍສາງເຂົ້າມັນເສຍ;ຈົ່ງກອງມັນໄວ້ເໝືອນດັ່ງກອງເຂົ້າ.ຈົ່ງທຳລາຍມັນໃຫ້ໝົດສິ້ນແລະ ຢ່າປ່ອຍໃຫ້ມັນເຫລືອຢູ່.27ຈົ່ງຂ້າງົວໜຸ່ມຂອງມັນທັງໝົດ;ຈົ່ງປ່ອຍໃຫ້ພວກເຂົາຖືກຂ້າ!ວິບັດແກ່ພວກເຂົາ! ເພາະເວລາຂອງພວກເຂົາໄດ້ມາເຖິງແລ້ວຄືເວລາທີ່ພວກເຂົາຈະຖືກລົງໂທດ.28ຈົ່ງຟັງສຽງພວກລີ້ໄພ ແລະ ພວກອົບພະຍົບຈາກບາບີໂລນທີ່ປະກາດໃນຊີໂອນວ່າ,ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ແກ້ແຄ້ນ,ເປັນການແກ້ແຄ້ນໃຫ້ວິຫານຂອງພຣະອົງ.29“ຈົ່ງເອີ້ນນັກຍິງທະນູມາຕໍ່ສູ້ບາບີໂລນ,ບັນດາຜູ້ເນັ່ງຄັນທະນູທຸກຄົນ.ຈົ່ງມາຕັ້ງຄ້າຍລ້ອມບາບີໂລນໄວ້;ຢ່າປ່ອຍໃຫ້ຜູ້ໃດໜີລອດໄປໄດ້.ຈົ່ງຕອບແທນມັນຕາມການກະທໍາຂອງມັນ;ຈົ່ງເຮັດກັບມັນເໝືອນດັ່ງທີ່ມັນໄດ້ເຮັດ.ເພາະບາບີໂລນໄດ້ໝິ່ນປະໝາດພຣະເຈົ້າຢາເວ,ອົງບໍລິສຸດແຫ່ງອິດສະຣາເອນ.30ເຫດສະນັ້ນ, ຄົນໜຸ່ມຂອງບາບີໂລນຈະລົ້ມລົງຕາມຖະໜົນຫົນທາງ;ທະຫານທຸກຄົນຂອງມັນຈະຖືກເຮັດໃຫ້ມິດງຽບໃນວັນນັ້ນ”,ພຣະເຈົ້າຢາເວປະກາດດັ່ງນີ້.31“ເບິ່ງແມ, ເຮົາຕໍ່ສູ້ກັບເຈົ້າ, ຄົນຈອງຫອງ”,ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,“ເພາະເວລາຂອງເຈົ້າໄດ້ມາເຖິງແລ້ວ,ເວລາທີ່ເຈົ້າຈະຖືກລົງໂທດ.32ຄົນຈອງຫອງຈະສະດຸດລົ້ມລົງແລະ ຈະບໍ່ມີຜູ້ໃດຊ່ວຍຍົກມັນຂຶ້ນມາ;ເຮົາຈະຈູດໄຟໃນເມືອງຕ່າງໆຂອງບາບີໂລນເພື່ອຈະເຜົາທຸກຄົນທີ່ຢູ່ອ້ອມເມືອງນັ້ນ”.33ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ປະຊາຊົນອິດສະຣາເອນໄດ້ຖືກກົດຂີ່,ແລະ ປະຊາຊົນຢູດາຍກໍເໝືອນກັນ.ບັນດາຄົນທີ່ຈັບພວກເຂົາທັງໝົດໄວ້ແໜ້ນໆ,ບໍ່ຍອມປ່ອຍໃຫ້ພວກເຂົາໄປ.34ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງ;ນາມຂອງພຣະອົງຄືພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່.ພຣະອົງຈະແກ້ຄະດີຂອງພວກເຂົາຢ່າງເຂັ້ມແຂງເພື່ອວ່າພຣະອົງຈະນຳການພັກສະຫງົບມາສູ່ດິນແດນຂອງພວກເຂົາ,ແຕ່ຈະນຳຄວາມບໍ່ສະຫງົບມາສູ່ບັນດາຄົນທີ່ຢູ່ໃນບາບີໂລນ”.35ພຣະເຈົ້າຢາເວປະກາດວ່າ“ໃຫ້ດາບຕໍ່ສູ້ຊາວບາບີໂລນ!”ຕໍ່ສູ້ບັນດາຄົນທີ່ອາໄສຢູ່ໃນບາບີໂລນແລະ ຕໍ່ສູ້ບັນດາຂ້າລາຊະການ ແລະ ພວກນັກປາດຂອງບາບີໂລນ!36ໃຫ້ດາບຕໍ່ສູ້ຜູ້ທຳນວາຍປອມຂອງບາບີໂລນ!ພວກເຂົາຈະກາຍເປັນຄົນໂງ່.ໃຫ້ດາບຕໍ່ສູ້ພວກນັກຮົບຂອງບາບີໂລນ!ພວກເຂົາຈະເຕັມໄປດ້ວຍຄວາມຢ້ານ.37ໃຫ້ດາບຕໍ່ສູ້ຝູງມ້າ ແລະ ລົດມ້າແລະ ຕໍ່ສູ້ຄົນຕ່າງຊາດທັງໝົດໃນກອງທັບຂອງບາບີໂລນ!ພວກເຂົາຈະກາຍເປັນຄົນອ່ອນແອ.ໃຫ້ດາບຕໍ່ສູ້ຊັບສົມບັດຂອງບາບີໂລນ!ສິ່ງເຫລົ່ານັ້ນຈະຖືກປຸ້ນໄປ.38ໃຫ້ຄວາມແຫ້ງແລ້ງມາສູ່ ຫ້ວຍນ້ຳທັງຫລາຍຂອງມັນ!ພວກມັນຈະບົກແຫ້ງ.ເພາະດິນແດນນັ້ນເຕັມໄປດ້ວຍຮູບເຄົາລົບ,ແລະ ຮູບເຄົາລົບທີ່ເຮັດໃຫ້ຄົນຫລົງໄຫລເສຍສະຕິດ້ວຍຄວາມຢ້ານ.39“ຝູງສັດໃນທະເລຊາຍ ແລະ ຝູງໝາປ່າຈະອາໄສຢູ່ທີ່ນັ້ນ,ແລະ ນົກເຄົ້າກໍຈະມາຢູ່.ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຫລື ອາໄສຢູ່ຕະຫລອດທຸກຊົ່ວອາຍຸ.40ດັ່ງທີ່ເຮົາໄດ້ໂຄ່ນລົ້ມເມືອງໂຊໂດມ ແລະ ໂກໂມຣາພ້ອມທັງເມືອງຕ່າງໆທີ່ຢູ່ໃກ້ຄຽງພວກເຂົາ”,ພຣະເຈົ້າຢາເວປະກາດດັ່ງນີ້,“ດັ່ງນັ້ນ ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ;ຈະບໍ່ມີປະຊາຊົນຢູ່ໃນເມືອງເຫລົ່ານັ້ນ”.41“ເບິ່ງແມ, ກອງທັບກໍາລັງມາຈາກດິນແດນທາງທິດເໜືອ;ຊົນຊາດຍິ່ງໃຫຍ່ ແລະ ກະສັດທັງຫລາຍກຳລັງຖືກຍຸຍົງຈາກສຸດປາຍແຜ່ນດິນໂລກ.42ພວກເຂົາຖືດາບ, ທະນູ ແລະ ຫອກ;ພວກເຂົາເປັນຄົນໂຫດຮ້າຍ ແລະ ບໍ່ມີຄວາມເມດຕາ.ພວກເຂົາສົ່ງສຽງດັງເໝືອນດັ່ງ ສຽງທະເລຄຶກຄະນອງຂະນະທີ່ພວກເຂົາຂີ່ມ້າ;ພວກເຂົາມາເໝືອນດັ່ງທະຫານຕັ້ງແຖວສູ້ຮົບເພື່ອໂຈມຕີເຈົ້າ, ລູກສາວແຫ່ງບາບີໂລນ.43ກະສັດບາບີໂລນໄດ້ຍິນຂ່າວຊ່າລືກ່ຽວກັບພວກເຂົາ,ແລະ ມືຂອງລາວກໍອ່ອນເພຍລົງ.ຄວາມທຸກໃຈກໍປົກຄຸມຈິດໃຈຂອງລາວ,ເຈັບປວດເໝືອນດັ່ງແມ່ຍິງທີ່ກຳລັງເກີດລູກ.44ເຮົາຈະຂັບໄລ່ບາບີໂລນອອກຈາກດິນແດນຂອງຕົນໃນຊົ່ວພິບຕາ.ເໝືອນດັ່ງສິງກໍາລັງອອກມາຈາກປ່າດົງຂອງຈໍແດນມາທີ່ທົ່ງຫຍ້າອັນອຸດົມສົມບູນ,ຜູ້ໃດຄືຜູ້ທີ່ເຮົາເລືອກໄວ້ທີ່ເຮົາຈະແຕ່ງຕັ້ງເພື່ອສິ່ງນີ້?ຜູ້ໃດທີ່ເປັນເໝືອນເຮົາ ແລະ ຜູ້ໃດຈະທ້າທາຍເຮົາໄດ້?ແລະ ຄົນລ້ຽງແກະຄົນໃດຈະຢືນຕໍ່ສູ້ເຮົາໄດ້?”45ເຫດສະນັ້ນ, ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວໄດ້ວາງແຜນຕໍ່ສູ້ບາບີໂລນ,ສິ່ງທີ່ພຣະອົງໄດ້ຕັ້ງໃຈໄວ້ຕໍ່ສູ້ດິນແດນຂອງຊາວບາບີໂລນວ່າ:ລູກອ່ອນຂອງຝູງແກະຈະຖືກລາກໄປ;ທົ່ງຫຍ້າຂອງພວກເຂົາຈະຕົກໃຈກັບຊະຕາກໍາຂອງພວກເຂົາ.46ທົ່ວໂລກຈະສັ່ນສະທ້ານເມື່ອໄດ້ຍິນບາບີໂລນຖືກຢຶດ;ສຽງຮ້ອງໄຫ້ຂອງບາບີໂລນຈະດັງຢູ່ທ່າມກາງຊົນຊາດທັງຫລາຍ.Biblica, Inc.