ເຢເຣມີຢາ49

ຖ້ອຍຄໍາ​ກ່ຽວກັບ​ອຳໂມນ

1ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ຊາວ​ອຳໂມນ​ວ່າ:
ພຣະເຈົ້າຢາເວ​ກ່າວ​ວ່າ:
“ອິດສະຣາເອນ​ບໍ່​ມີ​ລູກຊາຍ​ບໍ?ອິດສະຣາເອນ​ບໍ່​ມີ​ຜູ້​ສືບ​ເຊື້ອສາຍ​ບໍ?ເປັນຫຍັງ​ພະໂມເຫລັກ  ​ໄດ້​ເຂົ້າ​ຢຶດຄອງ​ກາດ?ເປັນຫຍັງ​ປະຊາຊົນ​ຂອງ​ລາວ​ຈຶ່ງ​ອາໄສ​ໃນ​ເມືອງ​ຕ່າງໆ​ຂອງ​ກາດ?
2ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ” ພຣະເຈົ້າຢາເວ​ປະກາດ​ດັ່ງນີ້​ວ່າ,“ເມື່ອ​ເຮົາ​ຈະ​ສົ່ງ​ສຽງ​ໂຫ່ຮ້ອງຕໍ່ສູ້​ຣັບບາ​ຂອງ​ຊາວ​ອຳໂມນ;ມັນ​ຈະ​ກາຍ​ເປັນ​ຊາກ​ຫັກ​ເພພັງ,ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ຈະ​ຖືກ​ເຜົາ;ແລ້ວ​ອິດສະຣາເອນ​ຈະ​ຂັບ​ໄລ່ບັນດາ​ຄົນ​ທີ່​ໄດ້​ຂັບໄລ່​ຕົນ​ອອກ​ໄປ”,ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.3“ເຮັດຊະໂບນ, ຈົ່ງ​ຮ້ອງໄຫ້, ເພາະ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ!ປະຊາຊົນ​ຣັບບາ, ຈົ່ງ​ຮ້ອງ​ໄຫ້!ຈົ່ງ​ນຸ່ງ​ຜ້າ​ກະ​ສອບ​ເຂົ້າ ແລະ ໄວ້ທຸກ;ຈົ່ງ​ຮີບ​ແລ່ນ​ໄປ​ບ່ອນ​ນີ້ ແລະ ບ່ອນ​ນັ້ນ​ພາຍໃນ​ກຳແພງ,ເພາະ​ພະໂມເຫລັກ​ຈະ​ໄປ​ເປັນ​ຊະເລີຍ,ພ້ອມ​ທັງ​ບັນດາ​ປະໂລຫິດ ແລະ ບັນດາ​ຂ້າລາຊະການ​ຂອງ​ຕົນ.4ເປັນຫຍັງ​ເຈົ້າ​ຈຶ່ງ​ໂອ້ອວດ​ເຖິງ​ບັນດາ​ເນີນພູ​ຂອງ​ເຈົ້າ,ໂອ້ອວດ​ເຖິງ​ບັນດາ​ເນີນພູ​ອັນ​ອຸດົມ​ສົມບູນ​ຂອງ​ເຈົ້າ?ລູກສາວ​ອໍາໂມນ​ທີ່​ບໍ່​ສັດຊື່,ເຈົ້າ​ໄວ້ວາງໃຈ​ໃນ​ຊັບສົມບັດ​ຂອງ​ເຈົ້າ ແລະ ເວົ້າ​ວ່າ,‘ຜູ້ໃດ​ຈະ​ໂຈມຕີ​ຂ້ອຍ?’5ເຮົາ​ຈະ​ນຳ​ຄວາມ​ຢ້ານ​ມາ​ສູ່​ເຈົ້າຈາກ​ທຸກ​ປະເທດ​ທີ່​ຢູ່​ອ້ອມ​ເຈົ້າ”,ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ,“ພວກເຈົ້າ​ທຸກຄົນ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ,ແລະ ບໍ່​ມີ​ຜູ້ໃດ​ຈະ​ເຕົ້າໂຮມ​ບັນດາ​ຜູ້ລີ້ໄພ,
6“ແຕ່​ຕໍ່ມາ​ພາຍຫລັງ, ເຮົາ​ຈະ​ຟື້ນຟູ​ຊາວ​ອຳໂມນ​ໃຫ້​ກັບ​ສູ່​ສະພາບ​ດີ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອໂດມ

7ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອໂດມ,
ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:
“ໃນ​ເຕມານ​ບໍ່​ມີ​ສະຕິປັນຍາ​ອີກ​ຕໍ່​ໄປ​ແລ້ວ​ບໍ?ຄຳ​ປຶກສາ​ໄດ້​ສູນຫາຍ​ໄປ​ຈາກ​ຄົນ​ສະຫລາດ​ແລ້ວ​ບໍ?ສະຕິປັນຍາ​ຂອງ​ພວກເຂົາ​ໄດ້​ເນົ່າເປື່ອຍ​ໄປ​ແລ້ວ​ບໍ?
8ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ເດດານ,ຈົ່ງ​ຫັນ​ໜີ​ໄປ, ຈົ່ງ​ລີ້​ຢູ່​ໃນ​ຖ້ຳ​ເລິກ,ເພາະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເອຊາວໃນ​ເວລາ​ທີ່​ເຮົາ​ລົງໂທດ​ລາວ.9ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ,ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?ຖ້າ​ຄົນຂີ້ລັກ​ໄດ້​ມາ​ໃນ​ເວລາ​ກາງຄືນ,ພວກເຂົາ​ຈະ​ບໍ່​ລັກ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ບໍ?10ແຕ່​ເຮົາ​ຈະ​ກວາດ​ລ້າງ​ເອຊາວ​ຈົນ​ໝົດ​ກ້ຽງ;ເຮົາ​ຈະ​ເປີດເຜີຍ​ບ່ອນ​ລີ້​ຂອງ​ລາວເພື່ອ​ລາວ​ຈະ​ບໍ່​ສາມາດ​ຫລົບລີ້​ໄດ້.ພວກ​ທະຫານ​ທີ່​ຖື​ອາວຸດ​ຂອງ​ລາວ​ກໍ​ຖືກ​ທໍາລາຍ,ພວກ​ພັນທະມິດ ແລະ ເພື່ອນບ້ານ​ຂອງ​ລາວ​ຈະ​ຖືກ​ທໍາລາຍ​ດ້ວຍ,ສະນັ້ນ ຈະ​ບໍ່​ມີ​ຜູ້ໃດ​ເວົ້າ​ວ່າ,11ຈົ່ງ​ປະ​ລູກ​ກຳພ້າ​ຂອງ​ເຈົ້າ​ໄວ້, ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.ບັນດາ​ແມ່ໝ້າຍ​ຂອງ​ເຈົ້າ​ກໍ​ເພິ່ງພາ​ເຮົາ​ໄດ້”.
12ພຣະເຈົ້າຢາເວ​ກ່າວ​ວ່າ: “ຖ້າ​ຜູ້​ທີ່​ບໍ່​ສົມຄວນ​ຮັບ​ໂທດ​ກໍ​ຕ້ອງ​ດື່ມ​ຈາກ​ຖ້ວຍ​ຂອງ​ການ​ລົງໂທດ, ເປັນຫຍັງ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ລົງໂທດ​ໄປ​ໄດ້? ເຈົ້າ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ, ແຕ່​ເຈົ້າ​ກໍ​ຈະ​ຕ້ອງ​ດື່ມ​ມັນ”.13ພຣະເຈົ້າຢາເວ​ປະກາດ​ວ່າ “ເຮົາ​ສັນຍາ​ໂດຍ​ນາມ​ເຮົາເອງ​ວ່າ, ໂບຊະຣາ​ຈະ​ກາຍ​ເປັນ​ຊາກ​ຫັກ​ເພພັງ ແລະ ຖືກ​ສາບແຊ່ງ, ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ ແລະ ການ​ດູຖູກ; ເມືອງ​ທັງໝົດ​ຂອງ​ໂບຊະຣາ​ຈະ​ເປັນ​ຊາກ​ຫັກ​ເພພັງ​ຕະຫລອດໄປ”.14ຂ້າພະເຈົ້າ​ໄດ້​ຍິນ​ຖ້ອຍຄໍາ​ຈາກ​ພຣະເຈົ້າຢາເວ​ວ່າ,ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຫາ​ຊົນຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ,“ຈົ່ງ​ຮວບຮວມ​ກຳລັງ​ຂອງ​ເຈົ້າ​ໄປ​ບຸກ​ໂຈມຕີ​ເມືອງ​ເຫລົ່ານັ້ນ!ຈົ່ງ​ລຸກ​ຂຶ້ນ​ອອກ​ໄປ​ສູ້ຮົບ!”
15“ບັດນີ້ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,ເຈົ້າ​ຈະ​ຖືກ​ດູຖູກ​ຈາກ​ມວນ​ມະນຸດ.16ຄວາມ​ໜ້າຢ້ານ​ທີ່​ເຈົ້າ​ຄິດແລະ ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ,ຜູ້​ທີ່​ອາໄສ​ຢູ່​ໃນ​ຫລືບຫີນ,ຄື​ຜູ້​ທີ່​ປົກຄອງ​ເນີນພູ​ສູງ.ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ສ້າງ​ຮັງ​ໄວ້​ຢູ່​ບ່ອນ​ສູງ​ເໝືອນດັ່ງ​ຮັງ​ຂອງ​ນົກອິນຊີ,ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.17“ເອໂດມ​ຈະ​ກາຍ​ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ;ທຸກຄົນ​ທີ່​ຜ່ານ​ໄປ​ມາ​ຕົກໃຈ ແລະ ຈະ​ເວົ້າ​ເຢາະເຢີ້ຍຍ້ອນ​ບາດແຜ​ທັງໝົດ​ຂອງ​ມັນ”.18ພຣະເຈົ້າຢາເວ​ກ່າວ​ວ່າ,“ເໝືອນດັ່ງ​ໂຊໂດມ ແລະ ໂກໂມຣາ​ທີ່​ໄດ້​ຖືກ​ໂຄ່ນລົ້ມ,ພ້ອມທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ພວກເຂົາ,ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່​ທີ່ນັ້ນ;ບໍ່​ມີ​ຄົນ​ໃດ​ຈະ​ຢູ່​ໃນ​ເມືອງ​ຕ່າງໆ​ນັ້ນ.
19“ເໝືອນດັ່ງ​ສິງ​ອອກ​ຈາກ​ປ່າດົງ​ຂອງ​ຈໍແດນມາ​ທີ່​ທົ່ງຫຍ້າ​ອັນ​ອຸດົມສົມບູນ,ເຮົາ​ຈະ​ຂັບໄລ່​ເອໂດມ​ອອກ​ຈາກ​ດິນແດນ​ຂອງ​ມັນ​ໄປ​ໃນ​ຊົ່ວ​ພິບຕາ.ຜູ້ໃດ​ຄື​ຜູ້​ທີ່​ເຮົາ​ເລືອກ​ໄວ້​ທີ່​ເຮົາ​ຈະ​ແຕ່ງຕັ້ງ​ເພື່ອ​ສິ່ງ​ນີ້?ຜູ້ໃດ​ທີ່​ເປັນ​ເໝືອນ​ເຮົາ ແລະ ຜູ້ໃດ​ຈະ​ທ້າທາຍ​ເຮົາ​ໄດ້?ແລະ ຄົນ​ລ້ຽງ​ແກະ​ຄົນ​ໃດ​ສາມາດ​ຢືນ​ຕໍ່ສູ້​ເຮົາ​ໄດ້?”
20ເຫດສະນັ້ນ, ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່ສູ້​ເອໂດມ,ສິ່ງ​ທີ່​ພຣະອົງ​ໄດ້​ຕັ້ງໃຈ​ໄວ້​ຕໍ່ສູ້​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ເຕມານ​ວ່າ:ລູກ​ອ່ອນ​ຂອງ​ຝູງ​ແກະ​ຈະ​ຖືກ​ລາກ​ໄປ;ທົ່ງຫຍ້າ​ຂອງ​ພວກເຂົາ​ຈະ​ຕົກໃຈ​ກັບ​ຊະຕາກໍາ​ຂອງ​ພວກເຂົາ.21ເມື່ອ​ໄດ້​ຍິນ​ສຽງ​ເອໂດມ​ລົ້ມ​ລົງ​ແຜ່ນດິນໂລກ​ຈະ​ສັ່ນສະທ້ານ;ສຽງ​ຮ້ອງ​ຂອງ​ພວກເຂົາ​ຈະ​ດັງ​ໄປ​ຈົນເຖິງ​ທະເລ​ແດງ. 22ເບິ່ງ​ແມ! ນົກອິນຊີ​ໂຕ​ໜຶ່ງ​ຈະ​ບິນ​ຂຶ້ນ ແລະ ຈະ​ລົງ​ມາ​ໂຈມຕີ,ໂດຍ​ການ​ພື​ປີກ​ຂອງ​ມັນ​ອອກ​ປົກຄຸມ​ໂບຊະຣາ.ໃນ​ວັນ​ນັ້ນ​ຈິດໃຈ​ຂອງ​ພວກ​ນັກຮົບ​ເອໂດມຈະ​ເປັນ​ເໝືອນ​ຈິດໃຈ​ຂອງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ດາມັສກັດ

23ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ດາມັສກັດ:“ຮາມັດ ແລະ ອັກປັດ​ທໍ້ຖອຍ​ໃຈ,ເພາະ​ພວກເຂົາ​ໄດ້​ຍິນ​ຂ່າວ​ບໍ່​ດີ.ພວກເຂົາ​ຈຶ່ງ​ທໍ້ຖອຍ​ໃຈລໍາບາກ​ໃຈ​ເໝືອນດັ່ງ  ​ທະເລ​ປັ່ນປ່ວນ.24ດາມັສກັດ​ກໍ​ອ່ອນ​ກໍາລັງ,ນາງ​ໄດ້​ຫັນ​ໜີ​ໄປແລະ ຄວາມ​ຕົກໃຈ​ປົກຄຸມ​ຈິດໃຈ​ຂອງ​ນາງ;ຄວາມ​ທໍລະມານ ແລະ ຄວາມ​ເຈັບປວດ​ໄດ້​ລ້ອມ​ນາງ​ໄວ້,ຄວາມ​ເຈັບປວດ​ເໝືອນດັ່ງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ.25ເປັນຫຍັງ​ນະຄອນ​ທີ່​ມີ​ກຽດ​ຈຶ່ງ​ຖືກ​ປະຖິ້ມ,ຄື​ເມືອງ​ທີ່​ເຮົາ​ປິຕິ​ຍິນດີ,26ຄົນ​ໜຸ່ມ​ຂອງ​ເມືອງ​ນັ້ນ​ຈະ​ລົ້ມ​ລົງ​ຕາມ​ຖະໜົນຫົນທາງ​ຢ່າງ​ແນ່ນອນ;ທະຫານ​ທຸກຄົນ​ຈະ​ຖືກ​ເຮັດ​ໃຫ້​ມິດງຽບ​ໃນ​ວັນ​ນັ້ນ”,ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນີ້.27“ເຮົາ​ຈະ​ຈູດ​ໄຟ​ເຜົາ​ກຳແພງ​ທັງຫລາຍ​ຂອງ​ດາມັສກັດ;ມັນ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ເບັນຮາດາດ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເກດາ ແລະ ຮາໂຊ

28ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເກດາ ແລະ ອານາຈັກ​ຕ່າງໆ​ຂອງ​ຮາໂຊ, ເຊິ່ງ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ມີ​ດັ່ງ​ນີ້:
ພຣະເຈົ້າຢາເວ​ກ່າວ​ວ່າ:
“ຈົ່ງ​ລຸກ​ຂຶ້ນ ແລະ ບຸກ​ໂຈມຕີ​ເກດາແລະ ທຳລາຍ​ປະຊາຊົນ​ທາງ​ທິດ​ຕາເວັນອອກ.
29ເຕັນ ແລະ ຝູງ​ສັດ​ຂອງ​ພວກເຂົາ​ຈະ​ຖືກ​ຢຶດ​ໄປ;ຕູບ​ຂອງ​ພວກເຂົາ​ຈະ​ຖືກ​ນໍາ​ອອກ​ໄປພ້ອມ​ທັງ​ສິ່ງຂອງ​ທັງໝົດ ແລະ ຝູງ​ອູດ​ຂອງ​ພວກເຂົາ.ປະຊາຊົນ​ຈະ​ຮ້ອງ​ບອກ​ພວກເຂົາ​ວ່າ,‘ມີ​ຄວາມ​ຢ້ານ​ຢູ່​ທຸກ​ດ້ານ!’
30“ຈົ່ງ​ຮີບ​ໜີ​ໄປ​ໄວໆ!ບັນດາ​ຄົນ​ທີ່​ອາໄສ​ຢູ່​ຮາໂຊ, ຈົ່ງ​ໄປ​ອາໄສ​ຢູ່​ໃນ​ຖ້ຳ​ເລິກ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.“ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ວາງ​ແຜນ​ຮ້າຍ​ຕໍ່ສູ້​ເຈົ້າ;ລາວ​ໄດ້​ຄິດ​ແຜນການ​ຕໍ່ສູ້​ເຈົ້າ”.
31ພຣະເຈົ້າຢາເວ​ປະກາດ​ວ່າ,“ຈົ່ງ​ລຸກ​ຂຶ້ນ ແລະ ໂຈມຕີ​ຊົນຊາດ​ໜຶ່ງ​ຢ່າງ​ງ່າຍໆ,ເຊິ່ງ​ພວກເຂົາ​ອາໄສ​ຢູ່​ຢ່າງ​ໝັ້ນໃຈ”,“ເປັນ​ຊົນຊາດ​ໜຶ່ງ​ທີ່​ບໍ່​ມີ​ປະຕູ​ເມືອງ ຫລື ບໍ່​ມີ​ໄລ​ປະຕູ;ປະຊາຊົນ​ຂອງ​ຊົນຊາດ​ນີ້​ອາໄສ​ຢູ່​ຫ່າງໄກ​ຈາກ​ໄພ​ອັນຕະລາຍ.32ຝູງ​ອູດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ,ແລະ ຝູງ​ສັດ​ໃຫຍ່​ຂອງ​ພວກເຂົາ​ຈະ​ເປັນ​ສິ່ງຂອງ​ປຸ້ນ​ມາ​ຈາກ​ສົງຄາມ.ເຮົາ​ຈະ​ກະຈັດກະຈາຍ  ​ຄົນ​ທີ່​ຢູ່​ບ່ອນ​ຫ່າງໄກ​ໄປ​ກັບ​ສາຍລົມແລະ ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ​ຈາກ​ທຸກ​ດ້ານ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.33“ຮາໂຊ​ຈະ​ກາຍ​ເປັນ​ຮັງ​ຂອງ​ຝູງ​ໝາໄນເປັນ​ບ່ອນ​ຮົກຮ້າງ​ຕະຫລອດໄປ.ບໍ່​ມີ​ຜູ້ໃດ​ຈະ​ອາໄສ​ຢູ່​ທີ່ນັ້ນ;ບໍ່​ມີ​ປະຊາຊົນ​ຢູ່​ໃນ​ເມືອງ​ນັ້ນ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອລາມ

34ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຢເຣມີຢາ​ກ່ຽວກັບ​ເອລາມ, ໃນ​ຕອນຕົ້ນ​ຂອງ​ການ​ປົກຄອງ​ຂອງ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ:
35ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:“ເບິ່ງ​ແມ, ເຮົາ​ຈະ​ຫັກ​ຄັນທະນູ​ຂອງ​ເອລາມ,ເຊິ່ງ​ເປັນ​ກຳລັງ​ຫລັກ​ຂອງ​ພວກເຂົາ.36ເຮົາ​ຈະ​ນຳ​ລົມ​ທັງ​ສີ່​ທິດ​ຕໍ່ສູ້​ເອລາມຈາກ​ສີ່​ມູມ​ຂອງ​ຟ້າສະຫວັນ;ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ຕາມ​ລົມ​ທັງ​ສີ່​ທິດ,ແລະ ຈະ​ບໍ່​ມີ​ຊົນຊາດ​ໃດ​ຢູ່​ທີ່ນັ້ນບ່ອນ​ທີ່​ຊະເລີຍ​ຂອງ​ເອລາມ​ບໍ່​ໄດ້​ໄປ.37ເຮົາ​ຈະ​ເຮັດ​ໃຫ້​ເອລາມ​ທຳລາຍ​ໄປ​ຕໍ່ໜ້າ​ບັນດາ​ສັດຕູ​ຂອງ​ພວກເຂົາ,ຕໍ່ໜ້າ​ບັນດາ​ຄົນ​ທີ່​ຕ້ອງການ​ຂ້າ​ພວກເຂົາ;ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ,ດ້ວຍ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.“ເຮົາ​ຈະ​ໄລ່​ຕາມ​ພວກເຂົາ​ດ້ວຍ​ດາບຈົນ​ກວ່າ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ມາ​ເຖິງ​ຈຸດຈົບ.38ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ເຮົາ​ໄວ້​ໃນ​ເອລາມແລະ ທຳລາຍ​ກະສັດ​ກັບ​ພວກ​ຂ້າລາຊະການ​ຂອງ​ເອລາມ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
39“ແຕ່​ໃນ​ວັນ​ຂ້າງ​ໜ້າເຮົາ​ຈະ​ຟື້ນຟູ​ໃຫ້​ເອລາມ​ກັບ​ສູ່​ສະພາບ​ດີ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

Biblica, Inc.

https://app.library.bible/content/eab9312f9f16b3a2