ເຢເຣມີຢາ48
ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບໂມອາບ
1ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບໂມອາບ:ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ:“ວິບັດແກ່ເນໂບ, ເພາະມັນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງ.ກີຣິອາດທາອິມຈະອັບອາຍ ແລະ ຖືກຢຶດ;ປ້ອມປ້ອງກັນ ຈະອັບອາຍ ແລະ ພັງທະລາຍລົງ.2ໂມອາບຈະບໍ່ໄດ້ຮັບການຍົກຍ້ອງອີກຕໍ່ໄປ;ໃນເຮັດຊະໂບນ ປະຊາຊົນຈະວາງແຜນໂຄ່ນລົ້ມໂມອາບວ່າ:‘ຈົ່ງມາ, ໃຫ້ພວກເຮົານໍາຈຸດຈົບມາສູ່ຊົນຊາດນີ້’ປະຊາຊົນມັດເມນ, ເຈົ້າເອງກໍຈະຖືກເຮັດໃຫ້ມິດງຽບເໝືອນກັນ;ດາບຈະໄລ່ຕາມເຈົ້າ.3ສຽງຮ້ອງຂອງຄວາມເຈັບປວດດັງຂຶ້ນມາຈາກໂຮໂຣນາອິມ,ສຽງຮ້ອງແຫ່ງການທໍາລາຍ ແລະ ຄວາມຈິບຫາຍອັນໃຫຍ່.4ໂມອາບຈະພັງພິນາດ;ບັນດາລູກນ້ອຍຂອງນາງຈະຮ້ອງໄຫ້ 5ພວກເຂົາຂຶ້ນໄປເທິງເນີນພູສູ່ລູຮິດ,ຮ້ອງໄຫ້ຢ່າງຂົມຂື່ນຂະນະທີ່ພວກເຂົາໄປ;ຕາມຫົນທາງສູ່ໂຮໂຣນາອິມໄດ້ຍິນສຽງຮ້ອງໄຫ້ຢ່າງເຈັບປວດເພາະການທໍາລາຍ.6ຈົ່ງໜີໄປ! ເອົາຊີວິດຂອງພວກເຈົ້າໃຫ້ລອດ;ຈົ່ງເປັນເໝືອນພຸ່ມໄມ້ ໃນຖິ່ນແຫ້ງແລ້ງກັນດານ.7ເນື່ອງຈາກເຈົ້າໄວ້ວາງໃຈໃນຊັບສົມບັດ ແລະ ຄວາມຮັ່ງມີຂອງຕົນເອງ,ເຈົ້າຈະຖືກຈັບໄປເປັນຊະເລີຍ,ແລະ ພະເຄໂມດຈະໄປເປັນຊະເລີຍ,ພ້ອມທັງບັນດາປະໂລຫິດ ແລະ ບັນດາຂ້າລາຊະການຂອງຕົນ.8ຜູ້ທຳລາຍຈະມາຕໍ່ສູ້ທຸກເມືອງ,ແລະ ບໍ່ມີແມ່ນແຕ່ເມືອງດຽວໜີລອດໄປໄດ້.ເນີນພູຈະຮົກຮ້າງ ແລະ ທົ່ງພຽງຈະຖືກທຳລາຍ,ເພາະພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ.9ຈົ່ງເອົາເກືອທາໃສ່ໂມອາບ,ເພາະມັນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງເພພັງ ເມືອງຕ່າງໆຂອງມັນຈະຖືກປະຖິ້ມໄວ້,ໂດຍບໍ່ມີຄົນອາໄສຢູ່ໃນເມືອງເຫລົ່ານັ້ນ.10“ຄຳສາບແຊ່ງຕົກໃສ່ຜູ້ທີ່ເມີນເສີຍໃນການເຮັດວຽກງານຂອງພຣະເຈົ້າຢາເວ!ຄຳສາບແຊ່ງຕົກໃສ່ຜູ້ທີ່ຮັກສາດາບຂອງຕົນໄວ້ຈາກການເຮັດໃຫ້ນອງເລືອດ!11“ໂມອາບໄດ້ຢູ່ຢ່າງສະຫງົບມາຕັ້ງແຕ່ໜຸ່ມ,ເໝືອນດັ່ງເຫລົ້າອະງຸ່ນທີ່ປະໄວ້ທັງກາກຂອງມັນ,ບໍ່ເຄີຍຖອກໃສ່ໄຫໃໝ່ຈັກເທື່ອໂມອາບບໍ່ເຄີຍໄປເປັນຊະເລີຍ.ດັ່ງນັ້ນ ລົດຊາດຂອງມັນຈຶ່ງເໝືອນເດີມ,ແລະ ກິ່ນຫອມຂອງມັນກໍບໍ່ປ່ຽນ.12ແຕ່ວັນເຫລົ່ານັ້ນຈະມາເຖິງ,” ພຣະເຈົ້າຢາເວປະກາດວ່າ,“ເມື່ອເຮົາຈະສົ່ງຄົນມາຖອກໂມອາບອອກຈາກໄຫ,ພວກເຂົາຈະຖອກໂມອາບອອກຈົນໝົດ;ແລ້ວທັບໄຫໃຫ້ແຕກເປັນປ່ຽງໆ.13ແລ້ວໂມອາບຈະອັບອາຍເພາະພະເຄໂມດ,ເໝືອນດັ່ງອິດສະຣາເອນໄດ້ຮັບຄວາມອັບອາຍເມື່ອພວກເຂົາໄດ້ໄວ້ວາງໃຈໃນເບັດເອນ.14“ເຈົ້າເວົ້າໄດ້ແນວໃດວ່າ, ‘ພວກເຮົາເປັນນັກຮົບ,ເປັນຜູ້ທີ່ກ້າຫານຢູ່ໃນສະໜາມຮົບ’?15ໂມອາບຈະຖືກທຳລາຍ ແລະ ເມືອງຕ່າງໆຈະຖືກຮຸກຮານ;ຊາຍໜຸ່ມທີ່ເກັ່ງກ້າຂອງໂມອາບຈະຖືກປະຫານ”,ອົງກະສັດຜູ້ທີ່ມີນາມວ່າ, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.16“ການລົ້ມລົງຂອງໂມອາບໃກ້ເຂົ້າມາແລ້ວ;ຄວາມຈິບຫາຍຂອງມັນຈະມາຢ່າງວ່ອງໄວ.17ບັນດາຜູ້ທີ່ຢູ່ອ້ອມໂມອາບ, ຈົ່ງໄວ້ອາໄລໃຫ້ມັນ,ຄືທຸກຄົນທີ່ຮູ້ຊື່ສຽງຂອງໂມອາບ;ຈົ່ງເວົ້າວ່າ, ‘ໄມ້ຄ້ອນເທົ້າທີ່ມີອໍານາດຖືກທໍາລາຍໄດ້ແນວໃດ,ໄມ້ຄ້ອນເທົ້າອັນສະຫງ່າລາສີຫັກໄດ້ແນວໃດ!’18“ປະຊາຊົນຂອງລູກສາວແຫ່ງດີໂບນ,ຈົ່ງລົງມາຈາກບ່ອນນັ່ງອັນສະຫງ່າລາສີຂອງເຈົ້າແລະ ນັ່ງເທິງພື້ນດິນແຕກແຫງ,ເພາະຜູ້ໜຶ່ງທີ່ທຳລາຍໂມອາບຈະຂຶ້ນມາຕໍ່ສູ້ເຈົ້າແລະ ຈະທຳລາຍປ້ອມປ້ອງກັນເມືອງຕ່າງໆຂອງເຈົ້າ.19ຜູ້ທີ່ອາໄສຢູ່ໃນເມືອງອາໂຣເອຈົ່ງອອກມາຢືນເບິ່ງຕາມແຄມຖະໜົນຫົນທາງ,ຈົ່ງຖາມຜູ້ຊາຍ ແລະ ແມ່ຍິງທີ່ກຳລັງໜີໄປ, ຈົ່ງຖາມພວກເຂົາວ່າ,‘ມີຫຍັງເກີດຂຶ້ນ?’20ໂມອາບໄດ້ຮັບຄວາມອັບອາຍ, ເພາະມັນໄດ້ແຕກກະຈາຍແລ້ວ.ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ!ຈົ່ງປະກາດຢູ່ແຄມແມ່ນໍ້າອາກໂນນວ່າໂມອາບໄດ້ຖືກທຳລາຍແລ້ວ.21ການພິພາກສາໄດ້ມາເຖິງທົ່ງພຽງແລ້ວຄື:ເຖິງໂຮໂລນ, ຢາຊາ, ເມຟາອາດ,22ດີໂບນ, ເນໂບ, ເບັດດິບລາທາອິມ,23ເຖິງກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,24ເຖິງເກຣິໂອດ ແລະ ໂບຊະຣາ.ເຖິງເມືອງທັງໝົດຂອງໂມອາບທັງໃກ້ ແລະ ໄກ.25ເຂົາ ຂອງໂມອາບຖືກຕັດອອກແລ້ວ;ແລະ ແຂນຂອງມັນກໍຫັກ”ພຣະເຈົ້າຢາເວປະກາດດັ່ງນີ້.26“ຈົ່ງເຮັດໃຫ້ໂມອາບເມົາເພາະມັນໄດ້ໝິ່ນປະໝາດພຣະເຈົ້າຢາເວ.ໃຫ້ໂມອາບກິ້ງເກືອກຢູ່ໃນຮາກຂອງຕົນ;ໃຫ້ມັນເປັນເປົ້າຂອງການເຢາະເຢີ້ຍ.27ອິດສະຣາເອນກໍເປັນເປົ້າຂອງການເຢາະເຍີ້ຍຂອງເຈົ້າບໍ່ແມ່ນບໍ?ອິດສະຣາເອນຖືກຈັບຢູ່ໃນພວກໂຈນບໍ,ເຈົ້າຈຶ່ງສັ່ນຫົວໃສ່ເພື່ອດູຖູກທຸກຄັ້ງທີ່ເຈົ້າກ່າວເຖິງມັນບໍ່ແມ່ນບໍ?28ຈົ່ງປະຖິ້ມເມືອງຂອງເຈົ້າ ແລ້ວໄປອາໄສຢູ່ຕາມຫລືບຫີນຄືຜູ້ທີ່ອາໄສຢູ່ໃນໂມອາບ.ຈົ່ງເປັນເໝືອນນົກກາງແກທີ່ເຮັດຮັງຢູ່ທີ່ປາກຖ້ຳ.29“ພວກເຮົາໄດ້ຍິນເຖິງຄວາມອວດອົ່ງຂອງໂມອາບຄືຄວາມຈອງຫອງ ແລະ ຄວາມໂອ້ອວດ, ການອວດດີ, ການຄຸຍໂມ້ຂອງໂມອາບນັ້ນໃຫຍ່ສໍ່າໃດ.30ພຣະເຈົ້າຢາເວປະກາດວ່າ, ເຮົາຮູ້ຄວາມໂອ້ອວດຂອງມັນທີ່ບໍ່ມີປະໂຫຍດຫຍັງ”“ແລະ ການຄຸຍໂມ້ຂອງໂມອາບກໍມີປະໂຫຍດຫຍັງ.31ເຫດສະນັ້ນ ເຮົາຈຶ່ງຮ້ອງໄຫ້ໃຫ້ກັບໂມອາບເຮົາຮ້ອງໄຫ້ເພື່ອໂມອາບທຸກຄົນ,ເຮົາຄ່ຳຄວນໃຫ້ປະຊາຊົນກີຣະເຮເຣັດ.32ຕົ້ນອະງຸ່ນແຫ່ງສິບມາ,ເຮົາຮ້ອງໄຫ້ໃຫ້ກັບເຈົ້າດັ່ງທີ່ຢາເຊຮ້ອງໄຫ້ງ່າຂອງເຈົ້າແຜ່ຂະຫຍາຍໄປໄກເຖິງທະເລ;ງ່າເຫລົ່ານັ້ນໄປໄກຈົນຮອດຢາເຊຜູ້ທຳລາຍໄດ້ທໍາລາຍໝາກໄມ້ເຫີມ ແລະ ໝາກອະງຸ່ນສຸກຂອງພວກເຈົ້າແລ້ວ.33ຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີກໍຫາຍໄປຈາກສວນໝາກໄມ້ ແລະ ທົ່ງນາຂອງໂມອາບ.ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກອ່າງບີບໝາກອະງຸ່ນ;ບໍ່ມີຄົນຢຽບໝາກອະງຸ່ນທັງບໍ່ມີສຽງໂຫ່ຮ້ອງຊົມຊື່ນຍິນດີ.ເຖິງແມ່ນວ່າຈະມີສຽງໂຫ່ຮ້ອງ,ແຕ່ບໍ່ແມ່ນສຽງໂຫ່ຮ້ອງຊົມຊື່ນຍິນດີ.34“ສຽງຮ້ອງໄຫ້ຂອງພວກເຂົາດັ່ງຂຶ້ນຈາກເຮັດຊະໂບນໄປຈົນເຖິງເອເລອາເລ ແລະ ຢາຮາດ,ຈາກໂຊອາໄປຈົນເຖິງໂຮໂຣນາອິມ, ແລະ ເອັກລາດເຊລິດຊີຢາ,ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກແຫ້ງ.35ເຮົາຈະນຳຈຸດຈົບມາສູ່ບັນດາຄົນທີ່ຖວາຍເຄື່ອງບູຊາໃນບ່ອນສູງຕ່າງໆແລະ ເຜົາເຄື່ອງຫອມບູຊາແກ່ບັນດາພະຂອງຕົນໃນໂມອາບ”, ພຣະເຈົ້າຢາເວປະກາດດັ່ງນີ້.36“ສະນັ້ນ ຈິດໃຈຂອງເຮົາຄ່ຳຄວນໃຫ້ໂມອາບເໝືອນດັ່ງສຽງເປົ່າຂຸ່ຍ;ຄ່ຳຄວນເໝືອນດັ່ງເປົ່າຂຸ່ຍໃຫ້ປະຊາຊົນເມືອງກີຣະເຮເຣັດ.ຊັບສົມບັດທີ່ພວກເຂົາໄດ້ມາກໍສູນຫາຍໄປ.37ທຸກຄົນໄດ້ແຖຫົວແລະ ຕັດໜວດ;ທຸກຄົນໄດ້ປາດມືແລະ ທຸກຄົນຄຽນແອວດ້ວຍຜ້າກະສອບເຂົ້າ.38ທຸກຫລັງຄາເຮືອນໃນໂມອາບແລະ ຕາມທາງແຍກໃນທີ່ສາທາລະນະບໍ່ມີຫຍັງ ແຕ່ມີການໄວ້ທຸກ,ເພາະເຮົາໄດ້ທຸບໂມອາບຖິ້ມເໝືອນດັ່ງໄຫທີ່ບໍ່ມີຜູ້ໃດຕ້ອງການ”, ພຣະເຈົ້າຢາເວປະກາດດັ່ງນີ້.39“ມັນແຕກກະຈາຍຫລາຍສໍ່າໃດ, ເບິ່ງພວກເຂົາຮ້ອງໄຫ້ແມ!ໂມອາບຫັນຫລັງຂອງຕົນກັບໄປດ້ວຍຄວາມອັບອາຍຫລາຍສໍ່າໃດ!ໂມອາບໄດ້ກາຍເປັນເປົ້າຂອງການເຢາະເຍີ້ຍ,ເປັນເປົ້າຂອງຄວາມໜ້າຢ້ານແກ່ບັນດາຜູ້ທີ່ຢູ່ອ້ອມມັນທັງໝົດ”.40ພຣະເຈົ້າຢາເວກ່າວວ່າ:“ເບິ່ງແມ! ນົກອິນຊີໂຕໜຶ່ງກຳລັງບິນລົງມາ,ພືປີກຂອງມັນອອກປົກຄຸມໂມອາບ.41ເກຣິໂອດ ຈະຖືກຈັບແລະ ຖານທີ່ໝັ້ນທັງຫລາຍໄດ້ຖືກຢຶດ.ໃນວັນນັ້ນຈິດໃຈຂອງນັກຮົບຂອງໂມອາບຈະເປັນເໝືອນຈິດໃຈຂອງແມ່ຍິງທີ່ກຳລັງເກີດລູກ.42ໂມອາບຈະຖືກທຳລາຍຈົນບໍ່ເປັນຊົນຊາດໜຶ່ງເພາະມັນໄດ້ໝິ່ນປະໝາດພຣະເຈົ້າຢາເວ.43ປະຊາຊົນຂອງໂມອາບ,ຄວາມຢ້ານ, ຂຸມ ແລະ ບ້ວງແຮ້ວລໍຖ້າເຈົ້າຢູ່”,ພຣະເຈົ້າຢາເວປະກາດດັ່ງນີ້.44“ຜູ້ທີ່ໜີໄປຈາກຄວາມຢ້ານຈະຕົກລົງຢູ່ໃນຂຸມ,ຜູ້ທີ່ປີນອອກມາຈາກຂຸມຈະຕິດໃນບ້ວງແຮ້ວ;ເພາະເຮົາຈະນຳປີແຫ່ງການລົງໂທດມາສູ່ໂມອາບ”,ພຣະເຈົ້າຢາເວປະກາດດັ່ງນີ້.45“ຜູ້ລີ້ໄພໃນຮົ່ມເງົາຂອງເຮັດຊະໂບນຈະຢືນຢູ່ຢ່າງສິ້ນຫວັງ.ເພາະມີໄຟອອກຈາກເຮັດຊະໂບນ,ແປວໄຟກ້າຈາກກາງສີໂຫນ;ມັນເຜົາໜ້າຜາກຂອງໂມອາບ,ເຜົາກະໂຫລກຫົວຂອງຄົນທີ່ຄຸຍໂມ້ສຽງດັງ.46ວິບັດແກ່ເຈົ້າ, ໂມອາບ!ປະຊາຊົນຂອງເຄໂມດໄດ້ຖືກທຳລາຍ;ບັນດາລູກຊາຍຂອງເຈົ້າໄດ້ຖືກຈັບໄປເປັນຊະເລີຍ.ລູກສາວຂອງເຈົ້າກໍຖືກຂັງໄວ້.47“ໃນວັນຂ້າງໜ້າ,ແຕ່ເຮົາຈະຟື້ນຟູໂມອາບໃຫ້ກັບສູ່ສະພາບດີ”,ພຣະເຈົ້າຢາເວປະກາດດັ່ງນີ້.ການພິພາກສາລົງໂທດໂມອາບຈົບລົງຢູ່ທີ່ນີ້.
Biblica, Inc.