ເຢເຣມີຢາ47
ຖ້ອຍຄໍາຂອງພຣະເຈົ້າກ່າວກ່ຽວກັບຟີລິດສະຕິນ
1ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ມາເຖິງຜູ້ທຳນວາຍເຢເຣມີຢາກ່ຽວກັບຊາວຟີລິດສະຕິນ ກ່ອນທີ່ຟາໂຣຈະໂຈມຕີເມືອງກາຊາວ່າ,2ພຣະເຈົ້າຢາເວກ່າວວ່າ:“ຈົ່ງເບິ່ງນ້ຳກໍາລັງນອງຂຶ້ນຢູ່ທາງທິດເໜືອ;ມັນຈະກາຍເປັນສາຍນ້ຳທີ່ໄຫລແຮງ.ມັນຈະຖ້ວມດິນແດນ ແລະ ທຸກສິ່ງທີ່ຢູ່ທີ່ນັ້ນ,ເມືອງຕ່າງໆ ແລະ ບັນດາຄົນທີ່ອາໄສຢູ່ເມືອງເຫລົ່ານັ້ນ,ປະຊາຊົນຈະຮ້ອງຂຶ້ນ;ຄົນທັງໝົດທີ່ອາໄສຢູ່ໃນດິນແດນນັ້ນຈະຮ້ອງໄຫ້3ເມື່ອໄດ້ຍິນສຽງກີບຕີນມ້າແລ່ນ,ສຽງລົດຮົບຂອງສັດຕູແລະ ສຽງດັ່ງສະໜັ່ນຂອງລໍ້ລົດມ້າ.ພໍ່ແມ່ຈະບໍ່ຫລຽວຫລັງມາຊ່ວຍລູກຂອງຕົນ;ມືຂອງພວກເຂົາຈະອ່ອນເພຍໄປໝົດ.4ເພາະເຖິງເວລາແລ້ວທີ່ຈະທຳລາຍຟີລິດສະຕິນທັງໝົດແລະ ກຳຈັດຄົນທີ່ລອດຊີວິດທັງໝົດຄືຜູ້ທີ່ຈະມາຊ່ວຍເມືອງຕີເຣ ແລະ ຊີໂດນ.ພຣະເຈົ້າຢາເວກຳລັງຈະທຳລາຍຊາວຟີລິດສະຕິນ,ທີ່ຍັງເຫລືອຢູ່ຈາກແຄມຝັ່ງທະເລຄັບໂທ. 5ກາຊາຈະແຖຫົວຂອງຕົນເພື່ອໄວ້ທຸກ;ອາຊະເກໂລນຈະມິດງຽບຢູ່.ປະຊາຊົນທີ່ຍັງເຫລືອຢູ່ທີ່ທົ່ງພຽງ,ພວກເຈົ້າຈະປາດເນື້ອຕົນເອງອີກດົນປານໃດ?6“ວິບັດແລ້ວ, ‘ດາບຂອງພຣະເຈົ້າຢາເວ,ພວກເຈົ້າຈະຢຸດພັກຜ່ອນອີກດົນປານໃດ?ຈົ່ງເອົາດາບຂອງພວກເຈົ້າກັບຄືນເຂົ້າໄປໃນຝັກ;ຈົ່ງຢຸດ ແລະ ສະຫງົບຢູ່’.7ແຕ່ດາບນັ້ນຈະພັກໄດ້ຢ່າງໃດ ໃນເມື່ອພຣະເຈົ້າຢາເວໄດ້ສັ່ງມັນ,ໃນເມື່ອພຣະອົງໄດ້ສັ່ງໃຫ້ມັນໂຈມຕີເມືອງອາຊະເກໂລນ ແລະ ປະຊາຊົນທີ່ຢູ່ຕາມແຄມທະເລ?”Biblica, Inc.