ເຢເຣມີຢາ46
ຖ້ອຍຄໍາຂອງພຣະເຈົ້າກ່າວກ່ຽວກັບເອຢິບ
1ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ມາເຖິງຜູ້ທຳນວາຍເຢເຣມີຢາກ່ຽວກັບຊົນຊາດຕ່າງໆດັ່ງນີ້:2ຖ້ອຍຄຳຂອງພຣະເຈົ້າຢາເວກ່າວກ່ຽວກັບເອຢິບວ່າ:ນີ້ແມ່ນຖ້ອຍຄໍາຕໍ່ສູ້ກອງທັບຂອງຟາໂຣ ກະສັດເນໂກແຫ່ງເອຢິບ, ເຊິ່ງກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ເອົາຊະນະທີ່ກາກເກມິດຢູ່ແຄມແມ່ນໍ້າເອີຟຣັດໃນປີທີສີ່ຂອງການປົກຄອງຂອງເຢໂຮຍອາກິມລູກຊາຍຂອງໂຢສີຢາ ກະສັດແຫ່ງຢູດາຍວ່າ:3“ຈົ່ງຕຽມໂລ່ທັງໃຫຍ່ ແລະ ນ້ອຍຂອງພວກເຈົ້າໄວ້,ແລ້ວອອກໄປເພື່ອສູ້ຮົບ!4ຈົ່ງມັດອານນັ່ງໃສ່ເທິງຫລັງມ້າ,ແລະ ຂຶ້ນຂີ່ອອກໄປ!ຈົ່ງເຂົ້າປະຈຳການພ້ອມທັງໃສ່ໝວກເຫລັກ!ຈົ່ງຝົນຫອກຂອງພວກເຈົ້າ,ຈົ່ງໃສ່ເສື້ອເກາະຂອງພວກເຈົ້າ!5ເຮົາເຫັນຫຍັງ?ເຫັນພວກເຂົາຢ້ານກົວພວກເຂົາກໍາລັງຖອຍທັບ,ພວກນັກຮົບຂອງພວກເຂົາໄດ້ພ່າຍແພ້.ພວກເຂົາຮີບຫລົບໜີໄປໂດຍບໍ່ຫລຽວຫລັງກັບຄືນມາ,ແລະ ມີຄວາມຢ້ານຢູ່ທຸກດ້ານ” ພຣະເຈົ້າຢາເວປະກາດດັ່ງນີ້.6“ຄົນແລ່ນໄວທີ່ສຸດກໍໜີບໍ່ພົ້ນຫລື ຄົນທີ່ເຂັ້ມແຂງກໍໜີບໍ່ລອດ.ໃນທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດພວກເຂົາເຕະສະດຸດ ແລະ ລົ້ມລົງ.7“ຜູ້ນີ້ແມ່ນຜູ້ໃດທີ່ໂຜ່ຂຶ້ນມາເໝືອນດັ່ງແມ່ນ້ຳນິນ,ເໝືອນດັ່ງແມ່ນ້ຳທີ່ໄຫລແຮງ?8ແມ່ນເອຢິບທີ່ໂຜ່ຂຶ້ນມາເໝືອນດັ່ງແມ່ນ້ຳນິນເໝືອນດັ່ງແມ່ນ້ຳທີ່ໄຫລແຮງ.ເອຢິບເວົ້າວ່າ, ‘ຂ້ອຍຈະໂຜ່ຂຶ້ນມາ ແລະ ປົກຄຸມແຜ່ນດິນໂລກ;ຂ້ອຍຈະທຳລາຍນະຄອນຕ່າງໆ ແລະ ປະຊາຊົນຂອງພວກເຂົາ’.9ຝູງມ້າ, ຈົ່ງບຸກເຂົ້າໄປ!ຝູງລົດຮົບ, ຈົ່ງຮີບຂັບເຂົ້າໄປໄວໆ!ພວກນັກຮົບ, ຈົ່ງບຸກໜ້າເຂົ້າໄປຄືຊາວກູເຊ ແລະ ຊາວພູດທີ່ຖືໂລ່,ຊາວລີເດຍທີ່ຖືທະນູ10ແຕ່ວັນນັ້ນເປັນວັນແຫ່ງອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ຄືວັນແຫ່ງການແກ້ແຄ້ນ, ເພື່ອແກ້ແຄ້ນບັນດາສັດຕູຂອງພຣະອົງ.ດາບຈະຟັນຈົນມັນພໍໃຈ,ແລະ ຈົນກວ່າມັນດັບຄວາມກະຫາຍດ້ວຍເລືອດ.ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ຈະຮັບເຄື່ອງຖວາຍບູຊາໃນດິນແດນທາງທິດເໜືອແຄມຝັ່ງແມ່ນໍ້າເອີຟຣັດ.11“ລູກສາວພົມມະຈາລີແຫ່ງເອຢິບ ຈົ່ງຂຶ້ນໄປເອົາຢາທີ່ກີເລອາດ.ແຕ່ພວກເຈົ້າລອງຢາຫລາຍຢ່າງກໍບໍ່ມີປະໂຫຍດ;ບໍ່ມີທາງປິ່ນປົວເຈົ້າໃຫ້ຫາຍດີ.12ປະຊາຊາດທັງຫລາຍຈະໄດ້ຍິນເຖິງຄວາມອັບອາຍຂອງພວກເຈົ້າ;ສຽງຮ້ອງໄຫ້ຂອງພວກເຈົ້າຈະດັງໄປທົ່ວແຜ່ນດິນໂລກ.ນັກຮົບຄົນໜຶ່ງຈະສະດຸດລົ້ມທັບອີກຄົນໜຶ່ງ;ແລະ ທັງສອງຈະລົ້ມລົງນໍາກັນ”.13ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ກ່າວກັບຜູ້ທຳນວາຍເຢເຣມີຢາກ່ຽວກັບການມາຂອງກະສັດເນບູກາດເນັດຊາແຫ່ງບາບີໂລນເພື່ອໂຈມຕີເອຢິບວ່າ:14“ຈົ່ງປະກາດເລື່ອງນີ້ໃນເອຢິບ, ແລະ ປະກາດໃນມິກໂດນ;ຈົ່ງປະກາດໃນມຳຟິດ ແລະ ໃນຕາປັນເຮັດເໝືອນກັນວ່າ:‘ຈົ່ງເຂົ້າປະຈຳການ ແລະ ຕຽມພ້ອມ,ເພາະດາບຈະຟັນຄົນທີ່ຢູ່ອ້ອມພວກເຈົ້າ’.15ເປັນຫຍັງພວກນັກຮົບຂອງພວກເຈົ້າຈຶ່ງຖືກຕີລົ້ມລົງ?ພວກເຂົາບໍ່ສາມາດຢືນຢູ່ໄດ້, ເພາະພຣະເຈົ້າຢາເວຈະຍູ້ພວກເຂົາໃຫ້ລົ້ມລົງ.16ພວກເຂົາຈະສະດຸດລົ້ມຊໍ້າແລ້ວຊໍ້າອີກ;ພວກເຂົາຈະລົ້ມລົງທັບກັນ.ພວກເຂົາຈະເວົ້າວ່າ, ‘ຈົ່ງລຸກຂຶ້ນ, ໃຫ້ພວກເຮົາກັບໄປຫາປະຊາຊົນ ແລະ ດິນແດນບ້ານເກີດຂອງພວກເຮົາ,ໜີໄປຈາກດາບຂອງຜູ້ທີ່ກົດຂີ່’.17ຢູ່ທີ່ນັ້ນ ພວກເຂົາຈະຮ້ອງຂຶ້ນວ່າ,‘ຟາໂຣກະສັດແຫ່ງເອຢິບມີແຕ່ເວົ້າສຽງດັງເທົ່ານັ້ນ;ລາວໄດ້ພາດໂອກາດຂອງຕົນແລ້ວ’ ”.18ອົງກະສັດ, ຜູ້ທີ່ມີນາມວ່າ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ“ເຮົາມີຊີວິດຢູ່ແນ່ນອນສັນໃດຜູ້ໜຶ່ງຈະມາເໝືອນດັ່ງພູເຂົາຕາໂບທີ່ຢູ່ທ່າມກາງພູເຂົາຕ່າງໆ,ເໝືອນດັ່ງພູເຂົາກາເມນທີ່ແຄມທະເລນັ້ນ.19ພວກເຈົ້າທີ່ອາໄສຢູ່ໃນເອຢິບຈົ່ງເກັບເຄື່ອງຂອງຂອງພວກເຈົ້າເພື່ອໄປເປັນຊະເລີຍ,ເພາະມຳຟິດຈະກາຍເປັນຊາກຫັກເພພັງແລະ ຖືກປະຖິ້ມໄວ້ໃຫ້ຮົກຮ້າງໂດຍບໍ່ມີຜູ້ໃດອາໄສຢູ່.20“ເອຢິບເປັນງົວແມ່ທີ່ງາມໂຕໜຶ່ງແຕ່ແມງວັນດູດເລືອດກໍາລັງມາຕໍ່ສູ້ນາງຈາກທາງທິດເໜືອ.21ພວກທະຫານຮັບຈ້າງໃນກອງທັບເອຢິບເປັນດັ່ງລູກງົວໂຕຕຸ້ຍພີ.ພວກເຂົາກໍຈະຫັນຫລັງກັບ ແລະ ໜີໄປນໍາກັນ,ພວກເຂົາຈະບໍ່ຢືນຢູ່ຕໍ່ໄປໄດ້,ເພາະວັນແຫ່ງໄພພິບັດກຳລັງຈະມາເຖິງພວກເຂົາແລ້ວ,ເປັນເວລາທີ່ພວກເຂົາຈະຖືກລົງໂທດ.22ເອຢິບຈະສົ່ງສຽງເໝືອນດັ່ງງູທີ່ເລືອໜີໄປໃນຂະນະທີ່ສັດຕູຍົກກຳລັງບຸກເຂົ້າມາ;ພວກເຂົາຈະມາຕໍ່ສູ້ນາງດ້ວຍຂວານເໝືອນດັ່ງຄົນທີ່ປໍ້າຕົ້ນໄມ້.23ພວກເຂົາຈະຕັດປ່າໄມ້ຂອງເອຢິບລົງ,” ພຣະເຈົ້າຢາເວປະກາດດັ່ງນີ້ວ່າ,“ເຖິງແມ່ນວ່າມັນຈະໜາແໜ້ນກໍຕາມ,ພວກເຂົາກໍມີຈຳນວນຫລວງຫລາຍກວ່າຝູງຕັກແຕນທີ່ພວກເຂົາບໍ່ສາມາດນັບໄດ້.24ລູກສາວແຫ່ງເອຢິບ ຈະຕ້ອງອັບອາຍ,ຖືກມອບໄວ້ໃນມືຂອງຄົນຈາກທາງທິດເໜືອ”.25ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ: “ເຮົາກຳລັງຈະນໍາລົງໂທດມາສູ່ພະອາໂມນພະແຫ່ງເມືອງເທເບ, ມາສູ່ຟາໂຣ, ເອຢິບ, ບັນດາພະ ແລະ ບັນດາກະສັດຂອງເອຢິບ ແລະ ບັນດາຄົນທີ່ເພິ່ງພາຟາໂຣ.26ເຮົາຈະມອບພວກເຂົາໄວ້ໃນມືຂອງຜູ້ທີ່ຢາກຂ້າພວກເຂົາຄື ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ບັນດານາຍທະຫານຂອງລາວ. ແຕ່ຕໍ່ມາພາຍຫລັງ, ເອຢິບຈະມີຄົນຢູ່ອາໄສເໝືອນດັ່ງໃນອະດີດທີ່ຜ່ານມາ”, ພຣະເຈົ້າຢາເວປະກາດດັ່ງນີ້.27“ຢ່າຢ້ານເລີຍ, ຢາໂຄບຜູ້ຮັບໃຊ້ຂອງເຮົາ;ຢ່າຕົກໃຈເລີຍ, ອິດສະຣາເອນ.ເຮົາຈະຊ່ວຍພວກເຈົ້າອອກຈາກບ່ອນທີ່ຫ່າງໄກຢ່າງແນ່ນອນ,ຈະຊ່ວຍເຊື້ອສາຍຂອງພວກເຈົ້າຈາກດິນແດນທີ່ພວກເຂົາເປັນຊະເລີຍ.ຢາໂຄບຈະມີສັນຕິສຸກ ແລະ ຄວາມປອດໄພອີກ,ແລະ ຈະບໍ່ມີຜູ້ໃດເຮັດໃຫ້ລາວຢ້ານກົວ.28ຢ່າຢ້ານເລີຍ, ຢາໂຄບຜູ້ຮັບໃຊ້ຂອງເຮົາ,ເພາະເຮົາຢູ່ກັບເຈົ້າ”,ພຣະເຈົ້າຢາເວປະກາດດັ່ງນີ້.“ເຖິງແມ່ນວ່າເຮົາຈະທຳລາຍທຸກຊົນຊາດຈົນໝົດສິ້ນທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ.ແຕ່ເຮົາຈະບໍ່ທຳລາຍພວກເຈົ້າຈົນໝົດສິ້ນ.ເຮົາຈະຕີສອນພວກເຈົ້າ ຕາມທີ່ສົມຄວນເທົ່ານັ້ນ;ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍບໍ່ໄດ້ຖືກໂທດ”.
Biblica, Inc.