ເຢເຣມີຢາ45
ຖ້ອຍຄໍາຂອງພຣະເຈົ້າກ່າວກັບບາລຸກ
1ໃນປີທີສີ່ຂອງການປົກຄອງຂອງກະສັດເຢໂຮຍອາກິມແຫ່ງຢູດາຍລູກຊາຍຂອງໂຢສີຢາ, ເມື່ອບາຣຸກລູກຊາຍຂອງເນຣີຢາໄດ້ບັນທຶກຖ້ອຍຄໍາຂອງຜູ້ທຳນວາຍເຢເຣມີຢາລົງໃນໜັງສືມ້ວນ, ເຢເຣມີຢາໄດ້ກ່າວກັບບາຣຸກວ່າ,2“ບາຣຸກ, ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວກັບເຈົ້າວ່າ:3ເຈົ້າໄດ້ເວົ້າວ່າ, ‘ວິບັດແກ່ຂ້ອຍ! ພຣະເຈົ້າຢາເວໄດ້ເພີ່ມຄວາມໂສກເສົ້າໃຫ້ຂ້ອຍເຈັບປວດອີກ; ຂ້ອຍອິດເມື່ອຍອ່ອນແຮງໂດຍການຄວນຄາງ ແລະ ບໍ່ໄດ້ພັກຜ່ອນ’.4ແຕ່ພຣະເຈົ້າຢາເວໄດ້ບອກຂ້ອຍໃຫ້ກ່າວກັບເຈົ້າວ່າ, ພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະໂຄ່ນລົ້ມສິ່ງທີ່ເຮົາໄດ້ສ້າງຂຶ້ນ ແລະ ຖອນຮາກສິ່ງທີ່ໄດ້ເຮົາປູກທົ່ວແຜ່ນດິນໂລກ.5ເຈົ້າຄວນຈະສະແຫວງຫາສິ່ງທີ່ຍິ່ງໃຫຍ່ເພື່ອຕົນເອງບໍ? ຢ່າສະແຫວງຫາພວກມັນ. ເພາະເຮົາຈະນຳໄພພິບັດມາສູ່ປະຊາຊົນທັງໝົດ, ແຕ່ບໍ່ວ່າເຈົ້າຈະໄປໃສເຮົາຈະໃຫ້ເຈົ້າລອດຊີວິດ, ພຣະເຈົ້າຢາເວປະກາດດັ່ງນີ້’ ”.Biblica, Inc.