ເຢເຣມີຢາ3
1“ຖ້າຊາຍຄົນໜຶ່ງຢ່າຮ້າງເມຍຂອງຕົນແລະ ນາງໜີຈາກລາວ ແລ້ວໄປແຕ່ງງານກັບຊາຍອື່ນ,ລາວຄວນຈະກັບຄືນໄປຫານາງອີກບໍ?ຈະບໍ່ເຮັດໃຫ້ແຜ່ນດິນເປັນມົນທິນໄປໝົດບໍ?ແຕ່ເຈົ້າໄດ້ດໍາເນີນຊີວິດເໝືອນດັ່ງຍິງໂສເພນີທີ່ມີຄົນຮັກຫລາຍຄົນບັດນີ້ ເຈົ້າຈະກັບຄືນມາຫາເຮົາບໍ?”ພຣະເຈົ້າຢາເວປະກາດດັ່ງນີ້.2“ຈົ່ງເງີຍໜ້າເບິ່ງເນີນພູສູງແຫ້ງແລ້ງ ແລະ ເບິ່ງແມ.ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ເຮັດໂຕແບບແມ່ຈ້າງ?ໂດຍການນັ່ງລໍຖ້າບັນດາຄົນຮັກຢູ່ຕາມແຄມຖະໜົນຫົນທາງ,ນັ່ງເໝືອນດັ່ງຄົນພະເນຈອນ ໃນທະເລຊາຍ.ເຈົ້າໄດ້ເຮັດໃຫ້ແຜ່ນດິນເປັນມົນທິນດ້ວຍການເປັນຍິງໂສເພນີ ແລະ ຄວາມຊົ່ວຮ້າຍຂອງເຈົ້າ.3ເຫດສະນັ້ນ ຝົນຈຶ່ງບໍ່ໄດ້ຕົກລົງມາ,ແລະ ມີບໍ່ຕົກລົງມາໃນລະດູໃບໄມ້ປົ່ງ.ແຕ່ເຈົ້າກໍໄດ້ໜ້າດ້ານເໝືອນດັ່ງຍິງໂສເພນີ;ເຈົ້າບໍ່ມີຢາງອາຍເລີຍ.4ເຈົ້າບໍ່ພຽງແຕ່ເອີ້ນເຮົາວ່າ:‘ພຣະບິດາຂອງຂ້ານ້ອຍ, ຜູ້ທີ່ເປັນມິດສະຫາຍມາຕັ້ງແຕ່ຂ້ານ້ອຍຍັງນ້ອຍ,5ພຣະອົງຈະໃຈຮ້າຍຢູ່ເລື້ອຍບໍ?ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຕະຫລອດໄປບໍ?’ເຈົ້າເວົ້າເຊັ່ນນີ້ໄດ້ແນວໃດ,ແຕ່ເຈົ້າກໍເຮັດຊົ່ວທຸກຢ່າງຢູ່”.
ອິດສະຣາເອນບໍ່ສັດຊື່
6ໃນໄລຍະການປົກຄອງຂອງກະສັດໂຢສີຢາ, ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ເຈົ້າເຫັນສິ່ງທີ່ອິດສະຣາເອນຜູ້ທີ່ບໍ່ສັດຊື່ໄດ້ເຮັດບໍ? ນາງໄດ້ຂຶ້ນໄປເທິງເນີນພູທີ່ສູງທຸກໜ່ວຍ ແລະ ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ ແລະ ໄດ້ຫລິ້ນຊູ້ຢູ່ທີ່ນັ້ນ.7ເຮົາຄິດວ່າຫລັງຈາກທີ່ນາງໄດ້ເຮັດທຸກສິ່ງເຫລົ່ານີ້ແລ້ວ ນາງຈະກັບຄືນມາຫາເຮົາ ແຕ່ນາງບໍ່ໄດ້ກັບຄືນມາ ແລະ ຢູດາຍ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍເຫັນສິ່ງທັງໝົດນີ້.8ເຮົາຈຶ່ງໄດ້ມອບໜັງສືຢ່າຮ້າງໃຫ້ອິດສະຣາເອນຜູ້ທີ່ບໍ່ສັດຊື່ ແລະ ໄດ້ສົ່ງນາງໜີໄປ ຍ້ອນການຫລິ້ນຊູ້ທັງໝົດຂອງນາງ. ແຕ່ເຮົາກໍໄດ້ເຫັນວ່າ ຢູດາຍນ້ອງສາວຜູ້ທີ່ບໍ່ສັດຂອງນາງບໍ່ມີຄວາມຢ້ານເລີຍ; ຢູດາຍນາງເອງກໍໄດ້ອອກໄປ ແລະ ໄດ້ຫລິ້ນຊູ້ຄືກັນ.9ຍ້ອນການເຮັດຜິດທາງສິນລະທໍາຂອງອິດສະຣາເອນເປັນເລື່ອງເລັກນ້ອຍສໍາລັບນາງ, ນາງຈຶ່ງເຮັດໃຫ້ແຜ່ນດິນເປັນມົນທິນ ແລະ ໄດ້ຫລິ້ນຊູ້ໂດຍໄປກາບໄຫວ້ກ້ອນຫີນ ແລະ ງ່າໄມ້.10ເຖິງແມ່ນວ່າ ການກະທໍາທັງໝົດນີ້, ຢູດາຍນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍບໍ່ໄດ້ກັບຄືນມາຫາເຮົາດ້ວຍສຸດໃຈຂອງນາງ, ແຕ່ນາງພຽງແຕ່ທຳທ່າເຮັດເທົ່ານັ້ນ,” ພຣະເຈົ້າຢາເວປະກາດດັ່ງນີ້.11ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ອິດສະຣາເອນທີ່ບໍ່ສັດຊື່ກໍຍັງຊອບທຳກວ່າຢູດາຍທີ່ບໍ່ສັດຊື່.12ຈົ່ງໄປ, ປະກາດຖ້ອຍຄໍານີ້ທາງທິດເໜືອວ່າ:“ພຣະເຈົ້າຢາເວປະກາດວ່າ, ‘ອິດສະຣາເອນທີ່ບໍ່ສັດຊື່, ຈົ່ງກັບຄືນມາ,ເຮົາຈະບໍ່ເຮັດໜ້າບູດໃສ່ເຈົ້າອີກຕໍ່ໄປ,ເພາະເຮົາສັດຊື່’ ພຣະເຈົ້າຢາເວປະກາດດັ່ງນີ້,‘ເຮົາຈະບໍ່ໃຈຮ້າຍຕະຫລອດໄປ.13ພຽງແຕ່ເຈົ້າຍອມຮັບຄວາມຜິດຂອງເຈົ້າວ່າເຈົ້າໄດ້ກະບົດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,ເຈົ້າໄດ້ປັນໃຈຂອງເຈົ້າໃຫ້ກັບບັນດາພະຕ່າງຊາດຢູ່ທີ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ,ແລະ ບໍ່ໄດ້ເຊື່ອຟັງເຮົາ,’ ”ພຣະເຈົ້າຢາເວປະກາດດັ່ງນີ້.14“ຈົ່ງກັບຄືນມາ, ປະຊາຊົນທີ່ບໍ່ສັດຊື່”, ພຣະເຈົ້າຢາເວປະກາດດັ່ງນີ້, “ເພາະເຮົາເປັນຜົວຂອງເຈົ້າ. ເຮົາຈະເລືອກເຈົ້າຄື ຄົນໜຶ່ງຈາກເມືອງໜຶ່ງ ແລະ ສອງຄົນຈາກຕະກຸນໜຶ່ງ ແລະ ນຳເຈົ້າມາທີ່ຊີໂອນ.15ແລ້ວເຮົາຈະໃຫ້ບັນດາຄົນລ້ຽງແກະແກ່ເຈົ້າຕາມໃຈເຮົາເອງ, ຜູ້ທີ່ຈະນຳເຈົ້າດ້ວຍຄວາມຮູ້ ແລະ ຄວາມເຂົ້າໃຈ.16ເມື່ອເຖິງເວລານັ້ນທີ່ເຈົ້າມີລູກຫລານເພີ່ມຂຶ້ນຈຳນວນຫລວງຫລາຍຈົນເຕັມແຜ່ນດິນ”, ພຣະເຈົ້າຢາເວປະກາດດັ່ງນີ້, “ປະຊາຊົນຈະບໍ່ເວົ້າເຖິງ ‘ຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ’ ຈະບໍ່ຄິດເຖິງ ຫລື ບໍ່ຈົດຈຳ; ຈົດຈໍ່ຫາ ຫລື ບໍ່ສ້າງຫີບພັນທະສັນຍານັ້ນຂຶ້ນມາອີກ.17ໃນເວລານັ້ນ ພວກເຂົາຈະເອີ້ນເຢຣູຊາເລັມວ່າ ‘ບັນລັງຂອງພຣະເຈົ້າຢາເວ’ ແລະ ຊົນຊາດທັງໝົດຈະມາຊຸມນຸມກັນໃນເຢຣູຊາເລັມເພື່ອໃຫ້ກຽດແກ່ນາມຂອງພຣະເຈົ້າຢາເວ. ພວກເຂົາຈະບໍ່ເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງພວກເຂົາອີກຕໍ່ໄປ.18ເມື່ອເຖິງເວລານັ້ນ, ປະຊາຊົນຢູດາຍຈະຮ່ວມກັນກັບປະຊາຊົນອິດສະຣາເອນ, ແລະ ພວກເຂົາຈະພ້ອມກັນມາຈາກດິນແດນທາງທິດເໜືອມາທີ່ດິນແດນ, ທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າເປັນກຳມະສິດ.19“ເຮົາເອງໄດ້ກ່າວໄວ້ວ່າ,“ ‘ເຮົາມີຄວາມຍິນດີຢ່າງຍິ່ງທີ່ເຮົາຈະປະຕິບັດຕໍ່ເຈົ້າເໝືອນດັ່ງເປັນລູກຂອງເຮົາແລະ ມອບດິນແດນອັນສວຍງາມໃຫ້ແກ່ເຈົ້າເປັນຊັບສົມບັດອັນງົດງາມທີ່ສຸດກວ່າຂອງຊົນຊາດໃດໆ’.ເຮົາຄິດວ່າເຈົ້າຈະເອີ້ນເຮົາວ່າ ‘ບິດາ’ແລະ ຈະຕິດຕາມເຮົາໂດຍບໍ່ຫັນໜີໄປໃສ.20ສະນັ້ນເຈົ້າ, ອິດສະຣາເອນ, ເຈົ້າບໍ່ໄດ້ສັດຊື່ຕໍ່ເຮົາ,ແຕ່ເປັນເໝືອນດັ່ງເມຍທີ່ບໍ່ສັດຊື່ຕໍ່ຜົວຂອງນາງ”.ພຣະເຈົ້າຢາເວປະກາດດັ່ງນີ້.21ມີສຽງຮ້ອງໄຫ້ໄດ້ດັງຂຶ້ນຢູ່ເທິງພູສູງທີ່ແຫ້ງແລ້ງ,ເປັນສຽງຮ້ອງໄຫ້ ແລະ ອ້ອນວອນຂໍຂອງປະຊາຊົນອິດສະຣາເອນ,ເພາະພວກເຂົາໄດ້ປ່ຽນວິຖີທາງຂອງຕົນແລະ ໄດ້ລືມພຣະເຈົ້າຢາເວ, ພຣະເຈົ້າຂອງພວກເຂົາແລ້ວ.22“ຈົ່ງກັບຄືນມາ, ປະຊາຊົນທີ່ບໍ່ສັດຊື່;ເຮົາຈະປິ່ນປົວເຈົ້າຈາກການຫັນໜີໄປ”.“ແມ່ນແລ້ວ, ພວກຂ້ານ້ອຍຈະມາຫາພຣະອົງ,ເພາະພຣະອົງເປັນພຣະເຈົ້າຢາເວ, ພຣະເຈົ້າຂອງພວກຂ້ານ້ອຍ.23ແທ້ຈິງແລ້ວ ການກາບໄຫວ້ຮູບເຄົາລົບເທິງເນີນພູແລະ ພູເຂົາຕ່າງໆເປັນການຫລອກລວງ;ແທ້ຈິງແລ້ວ ໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເປັນຄວາມພົ້ນຂອງອິດສະຣາເອນ.24ຕັ້ງແຕ່ພວກຂ້ານ້ອຍຍັງໜຸ່ມບັນດາພະອັນໜ້າອັບອາຍໄດ້ລ້າງຜານຜົນແຫ່ງເຫື່ອແຮງຂອງບັນພະບຸລຸດຂອງພວກຂ້ານ້ອຍຄື ຝູງແກະ ແລະ ຝູງສັດ,ພວກລູກຊາຍ ແລະ ພວກລູກສາວຂອງພວກເຂົາ.25ພວກຂ້ານ້ອຍນອນລົງໃນຄວາມອັບອາຍຂອງຕົນ,ແລະ ປ່ອຍໃຫ້ຄວາມອັບອາຍປົກຄຸມພວກຂ້ານ້ອຍໄວ້.ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ,ພ້ອມທັງພວກຂ້ານ້ອຍ ແລະ ບັນພະບຸລຸດພວກຂ້ານ້ອຍດ້ວຍ;ຕັ້ງແຕ່ພວກຂ້ານ້ອຍຍັງໜຸ່ມນ້ອຍຈົນເຖິງບັດນີ້ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ”.Biblica, Inc.