ເຢເຣມີຢາ2
ອິດສະຣາເອນປະຖິ້ມພຣະເຈົ້າ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ຈົ່ງໄປປະກາດໃຫ້ຊາວເຢຣູຊາເລັມໄດ້ຍິນດັ່ງນີ້:“ພຣະເຈົ້າຢາເວກ່າວວ່າ:“ ‘ເຮົາຈື່ຈຳຄວາມຈົ່ງຮັກພັກດີໃນເວລາທີ່ເຈົ້າເປັນສາວ,ເຈົ້າຮັກເຮົາເໝືອນດັ່ງເຈົ້າເປັນເຈົ້າສາວຂອງເຮົາແລະ ໄດ້ຕິດຕາມເຮົາໄປຜ່ານຖິ່ນແຫ້ງແລ້ງກັນດານ,ຜ່ານດິນແດນທີ່ຫວ່ານເມັດພືດບໍ່ໄດ້.3ອິດສະຣາເອນເຄີຍບໍລິສຸດສຳລັບພຣະເຈົ້າຢາເວ,ເຄີຍເປັນຜົນທຳອິດທີ່ພຣະອົງໄດ້ເກັບກ່ຽວ;ທຸກຄົນທີ່ກືນກິນອິດສະຣາເອນຜູ້ນັ້ນກໍມີຄວາມຜິດ,ແລະ ພວກເຂົາຈະພົບກັບໄພພິບັດ’ ”,ພຣະເຈົ້າຢາເວປະກາດດັ່ງນີ້.4ເຊື້ອສາຍຂອງຢາໂຄບ, ທຸກຕະກຸນຂອງອິດສະຣາເອນ,ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ.5ພຣະເຈົ້າຢາເວກ່າວວ່າ:“ບັນພະບຸລຸດຂອງເຈົ້າໄດ້ພົບຄວາມຜິດອັນໃດໃນເຮົາ,ທີ່ເຮັດໃຫ້ພວກເຂົາໄດ້ຫລົງໜີໄປຈາກເຮົາ?ພວກເຂົາໄດ້ຕິດຕາມບັນດາຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.ແລະ ເຮັດໃຫ້ຕົນເອງບໍ່ມີຄຸນຄ່າ.6ພວກເຂົາບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?ຜູ້ທີ່ໄດ້ນຳພວກເຮົາອອກມາຈາກເອຢິບແລະ ນຳພວກເຮົາຜ່ານຖິ່ນແຫ້ງແລ້ງກັນດານທີ່ແຕກແຫງ,ຜ່ານດິນແດນແຫ່ງທະເລຊາຍ ແລະ ຮ່ອມພູຕ່າງໆ,ເປັນດິນແດນແຫ່ງຄວາມແຫ້ງແລ້ງ ແລະ ຄວາມມືດມົນ ດິນແດນທີ່ບໍ່ມີຜູ້ໃດອາໄສຢູ່ ຫລື ຜ່ານໄປມາ’7ເຮົາໄດ້ນຳພວກເຈົ້າເຂົ້າໄປໃນດິນແດນທີ່ອຸດົມສົມບູນເພື່ອຈະໄດ້ກິນຜົນລະປູກ ແລະ ໄດ້ຜົນຜະລິດທີ່ອຸດົມສົມບູນ.ແຕ່ພວກເຈົ້າໄດ້ມາ ແລະ ເຮັດໃຫ້ດິນແດນຂອງເຮົາເປັນມົນທິນແລະ ໄດ້ເຮັດໃຫ້ມໍລະດົກທີ່ເຮົາໄດ້ມອບໃຫ້ເປັນສິ່ງທີ່ໜ້າລັງກຽດ.8ບັນດາປະໂລຫິດບໍ່ໄດ້ຖາມວ່າ,‘ພຣະເຈົ້າຢາເວຢູ່ໃສ?’ບັນດາຜູ້ທີ່ຮັກສາກົດບັນຍັດບໍ່ຮູ້ຈັກເຮົາ;ບັນດາຜູ້ນຳໄດ້ກະບົດຕໍ່ສູ້ເຮົາ.ບັນດາຜູ້ທໍານວາຍໄດ້ທໍານວາຍໃນນາມຂອງພະບາອານ,ຕິດຕາມຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.9“ເຫດສະນັ້ນ ເຮົາຈຶ່ງນໍາຂໍ້ກ່າວຫາມາຕໍ່ສູ້ເຈົ້າອີກ,”ພຣະເຈົ້າຢາເວປະກາດດັ່ງນີ້.“ແລະ ເຮົາຈະນໍາຂໍ້ກ່າວຫາມາຕໍ່ສູ້ລູກຫລານຂອງພວກເຈົ້າ.10ຈົ່ງຂ້າມໄປທີ່ແຄມຝັ່ງທະເລຂອງໄຊປຣັດ ແລະ ເບິ່ງ,ຈົ່ງສົ່ງຄົນໄປທີ່ເກດາ ແລ້ວສັງເກດເບິ່ງໃກ້ໆ;ແລ້ວຈະເຫັນວ່າເຄີຍມີຫຍັງເກີດຂຶ້ນແບບນີ້ບໍ:11ເຄີຍມີຊົນຊາດໃດໜຶ່ງປ່ຽນພະຂອງຕົນບໍ?(ເຖິງແມ່ນວ່າພະເຫລົ່ານັ້ນບໍ່ແມ່ນພຣະເຈົ້າ).ແຕ່ປະຊາຊົນຂອງເຮົາໄດ້ປ່ຽນພຣະເຈົ້າ ຜູ້ທີ່ມີສະຫງ່າລາສີຂອງພວກເຂົາກັບບັນດາຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.12ຟ້າສະຫວັນ, ຈຶ່ງຕົກໃຈໃນເລື່ອງນີ້,ແລະ ສັ່ນສະທ້ານດ້ວຍຄວາມຢ້ານກົວຢ່າງຍິ່ງ”,ພຣະເຈົ້າຢາເວປະກາດດັ່ງນີ້.13“ປະຊາຊົນຂອງເຮົາໄດ້ເຮັດບາບສອງຢ່າງຄື:ພວກເຂົາໄດ້ປະຖິ້ມເຮົາ,ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ,ແລະ ໄດ້ຂຸດອ່າງນ້ຳໄວ້ສໍາລັບຕົນເອງເຊິ່ງເປັນອ່າງນໍ້າແຕກທີ່ບໍ່ສາມາດເກັບນ້ຳໄວ້ໄດ້.14ອິດສະຣາເອນເປັນຄົນຮັບໃຊ້, ເປັນຂ້າທາດຕັ້ງແຕ່ເກີດບໍ່ແມ່ນບໍ?ເປັນຫຍັງລາວຈຶ່ງໄດ້ກາຍເປັນນັກປຸ້ນ?15ຝູງສິງໄດ້ແຜດສຽງຮ້ອງ;ພວກມັນແຜດສຽງຮ້ອງໃສ່ລາວ.ພວກມັນໄດ້ເຮັດໃຫ້ດິນແດນຂອງລາວຮົກຮ້າງ;ເມືອງຕ່າງໆຂອງລາວຖືກເຜົາ ແລະ ຖືກປະຖິ້ມໄວ້.16ຊາວເມືອງມຳຟິດ ແລະ ຊາວເມືອງຕາປັນເຮັດກໍໄດ້ຕີກະໂຫລກຫົວຂອງເຈົ້າຈົນແຕກ. 17ພວກເຈົ້າໄດ້ນໍາສິ່ງນີ້ມາສູ່ພວກເຈົ້າເອງບໍ່ແມ່ນບໍ?ໂດຍການປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໃນຂະນະທີ່ພຣະອົງນຳເຈົ້າໄປຕາມທາງບໍ່ແມ່ນບໍ?18ບັດນີ້ ເປັນຫຍັງເຈົ້າຈຶ່ງໄປທີ່ເອຢິບເພື່ອດື່ມນ້ຳຈາກແມ່ນ້ຳນິນ ?ແລະ ເປັນຫຍັງເຈົ້າຈຶ່ງໄປທີ່ອັດຊີເຣຍເພື່ອດື່ມນ້ຳຈາກແມ່ນໍ້າເອີຟຣັດ?19ຄວາມຊົ່ວຮ້າຍຂອງເຈົ້າຈະລົງໂທດເຈົ້າ;ການຫັນໜີຂອງເຈົ້າຈະຕຳໜິເຈົ້າ.ຈົ່ງພິຈາລະນາເບິ່ງ ແລະ ຈະຮູ້ວ່າມັນຊົ່ວຮ້າຍ ແລະ ຂົມຂື່ນຂະໜາດໃດສຳລັບເຈົ້າເມື່ອເຈົ້າປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າແລະ ບໍ່ຢຳເກງເຮົາ”,ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.20“ດົນປານໃດແລ້ວເຈົ້າໄດ້ທຸບແອກຂອງເຈົ້າຖິ້ມແລະ ທຳລາຍເຄື່ອງຜູກມັດຂອງເຈົ້າ;ເຈົ້າໄດ້ເວົ້າວ່າ, ‘ຂ້ານ້ອຍຈະບໍ່ຮັບໃຊ້ພຣະອົງແລ້ວ!’ທີ່ຈິງແລ້ວ ຢູ່ເທິງເນີນພູສູງທຸກໜ່ວຍແລະ ກ້ອງຕົ້ນໄມ້ທຸກຕົ້ນເຈົ້ານອນລົງເໝືອນດັ່ງຍິງໂສເພນີ.21ເຮົາໄດ້ປູກເຈົ້າໄວ້ເໝືອນດັ່ງເຄືອອະງຸ່ນພັນດີແລະ ເປັນພັນທີ່ໜ້າເຊື່ອຖືໄດ້.ແລ້ວເປັນຫຍັງເຈົ້າຈຶ່ງຫັນມາຕໍ່ສູ້ເຮົາກາຍເປັນເຄືອອະງຸ່ນປ່າທີ່ບໍ່ມີຄຸນຄ່າໄດ້ແນວໃດ?22ເຖິງແມ່ນວ່າເຈົ້າລ້າງຮ່າງກາຍຂອງເຈົ້າດ້ວຍສະບູແລະ ໃຊ້ສະບູຝຸ່ນຫລາຍຢ່າງລ້າງໃຫ້ສະອາດ,ແຕ່ຮອຍເປື້ອນຂອງຄວາມຜິດຂອງເຈົ້າກໍຍັງຢູ່ຕໍ່ໜ້າເຮົາ”,ພຣະເຈົ້າຢາເວອົງເຈົ້ານາຍປະກາດດັ່ງນີ້.23“ເຈົ້າເວົ້າໄດ້ແນວໃດວ່າ ‘ຂ້ານ້ອຍບໍ່ມີມົນທິນ;ຂ້ານ້ອຍບໍ່ໄດ້ແລ່ນຕາມພະບາອານ’?ເບິ່ງວ່າເຈົ້າໄດ້ປະພຶດຕົວໃນຮ່ອມພູແນວໃດ;ຈົ່ງພິຈາລະນາເບິ່ງສິ່ງທີ່ເຈົ້າໄດ້ເຮັດ.ເຈົ້າເປັນອູດແມ່ທີ່ຢູ່ບໍ່ສະຫງົບສຸກທີ່ແລ່ນໄປມາບ່ອນນັ້ນບ່ອນນີ້,24ເຈົ້າເປັນລໍປ່າທີ່ຄຸ້ນເຄີຍກັບທະເລຊາຍ,ຫາຍໃຈມີສຽງດັງໃນລະດູປະສົມພັນຜູ້ໃດຈະຢຸດຄວາມຢາກຂອງມັນໄດ້?ໂຕຜູ້ໂຕໃດຕ້ອງການເຈົ້າ ກໍບໍ່ຈໍາເປັນຕ້ອງເມື່ອຍ;ເມື່ອລະດູປະສົມພັນພວກມັນກໍຈະພົບເຈົ້າ.25ຢ່າແລ່ນຈົນເຈົ້າປະຕີນເປົ່າແລະ ຈົນຄໍຂອງເຈົ້າແຫ້ງເລີຍ.ແຕ່ເຈົ້າໄດ້ເວົ້າວ່າ, ‘ບໍ່ມີປະໂຫຍດ!ຂ້ານ້ອຍຮັກບັນດາພະຕ່າງຊາດ,ແລະ ຂ້ານ້ອຍຈະຕ້ອງຕິດຕາມພະເຫລົ່ານັ້ນໄປ’.26“ປະຊາຊົນອິດສະຣາເອນໄດ້ຮັບຄວາມອັບອາຍ,ເໝືອນດັ່ງຂະໂມຍໄດ້ຮັບຄວາມອັບອາຍເມື່ອລາວຖືກຈັບໄດ້ຄື:ພວກເຂົາເອງ, ບັນດາກະສັດ ແລະ ບັນດາຂ້າລາຊະການ,ບັນດາປະໂລຫິດ ແລະ ບັນດາຜູ້ທໍານວາຍຂອງພວກເຂົາ.27ພວກເຂົາເວົ້າກັບໄມ້ວ່າ, ‘ທ່ານເປັນພໍ່ຂອງພວກຂ້ານ້ອຍ,’ແລະ ເວົ້າກັບກ້ອນຫີນວ່າ, ‘ທ່ານໃຫ້ກຳເນີດພວກຂ້ານ້ອຍ’.ພວກເຂົາໄດ້ປິ່ນຫລັງຂອງພວກເຂົາໃສ່ເຮົາແລະ ບໍ່ໄດ້ປິ່ນໜ້າຂອງພວກເຂົາມາຫາເຮົາ;ແຕ່ເມື່ອພວກເຂົາຕົກຢູ່ໃນຄວາມເດືອດຮ້ອນ, ພວກເຂົາເວົ້າວ່າ,‘ໂຜດມາຊ່ວຍພວກເຮົາແດ່!’28ແລ້ວບັນດາພະທີ່ພວກເຈົ້າສ້າງຂຶ້ນສໍາລັບພວກເຈົ້າເອງຢູ່ໃສ?ຖ້າພວກມັນຊ່ວຍພວກເຈົ້າໄດ້ ຈົ່ງໃຫ້ພວກມັນຊ່ວຍພວກເຈົ້າເມື່ອພວກເຂົາຕົກຢູ່ໃນຄວາມເດືອດຮ້ອນ!ຍ້ອນພວກເຈົ້າ, ຢູດາຍຈຶ່ງມີພະຢ່າງຫລວງຫລາຍມີເທົ່າກັນກັບບັນດາເມືອງຕ່າງໆທີ່ພວກເຈົ້າມີ.29“ເປັນຫຍັງພວກເຈົ້າຈຶ່ງຕັ້ງຂໍ້ກ່າວຫາຕໍ່ເຮົາ?ພວກເຈົ້າທຸກຄົນໄດ້ກະບົດຕໍ່ເຮົາ”,ພຣະເຈົ້າຢາເວປະກາດດັ່ງນີ້.30ເຮົາໄດ້ລົງໂທດປະຊາຊົນຂອງພວກເຈົ້າກໍບໍ່ມີຜົນຫຍັງ;ພວກເຂົາບໍ່ຍອມຮັບການຕີສອນ.ດາບຂອງພວກເຈົ້າໄດ້ຂ້າບັນດາຜູ້ທໍານວາຍຂອງພວກເຈົ້າເໝືອນດັ່ງສິງທີ່ຈີກເຫຍື່ອຂອງມັນ.31“ຄົນລຸ້ນນີ້, ຈົ່ງພິຈາລະນາຖ້ອຍຄໍາຂອງພຣະເຈົ້າຢາເວດັ່ງນີ້:“ເຮົາເປັນຖິ່ນແຫ້ງແລ້ງກັນດານບໍ?ຫລື ເປັນດິນແດນທີ່ມືດມົນສຳລັບອິດສະຣາເອນບໍ?ເປັນຫຍັງປະຊາຊົນຂອງເຮົາຈຶ່ງເວົ້າວ່າ, ‘ເມື່ອພວກເຮົາໄປໃສມາໃສໄດ້ຢ່າງມີອິດສະຫລະ;ພວກເຮົາຈະບໍ່ມາຫາພຣະອົງອີກ’?32ຍິງສາວຈະລືມເພັດພອຍຂອງນາງບໍ?ເຈົ້າສາວຈະລືມເຄື່ອງປະດັບໃນງານແຕ່ງຂອງນາງບໍ?ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາໄປແລ້ວ,ຫລາຍມື້ຈົນນັບບໍ່ໄດ້.33ເຈົ້າຊໍານານຫລາຍໃນການໄລ່ຕາມຄວາມຮັກ!ແມ່ນແຕ່ຍິງຊົ່ວຊ້າທີ່ສຸດກໍຮຽນຈາກວິຖີທາງຂອງເຈົ້າ.34ເຄື່ອງນຸ່ງຂອງເຈົ້າເປື້ອນເລືອດຂອງຄົນທຸກຍາກທີ່ບໍ່ມີຄວາມຜິດ,ເຈົ້າໄດ້ເຖິງວ່າຈະຈັບບໍ່ໄດ້ວ່າພວກເຂົາລັກ.ແຕ່ເຖິງປານນັ້ນ35ເຈົ້າກໍຍັງເວົ້າວ່າ, ‘ຂ້ອຍບໍ່ມີຄວາມຜິດ;ພຣະອົງບໍ່ໄດ້ໂກດຮ້າຍຂ້ອຍ’.ແຕ່ເຮົາຈະພິພາກສາລົງໂທດເຈົ້າເພາະເຈົ້າເວົ້າວ່າ, ‘ຂ້ອຍບໍ່ໄດ້ເຮັດບາບ’.36ເປັນຫຍັງເຈົ້າຈຶ່ງປ່ຽນໄປມາໄປທາງນັ້ນ ທາງນີ້?ເຈົ້າຈະຜິດຫວັງກັບເອຢິບເໝືອນດັ່ງທີ່ເຈົ້າເຄີຍຜິດຫວັງກັບອັດຊີເຣຍ.37ເຈົ້າຍັງຈະເອົາມືຂອງຕົນປົກຫົວຂອງຕົນອອກມາຈາກທີ່ນັ້ນເໝືອນກັນ,ເພາະພຣະເຈົ້າຢາເວໄດ້ປະຕິເສດບັນດາຜູ້ທີ່ເຈົ້າໄວ້ວາງໃຈ;ພວກເຂົາຈະຊ່ວຍຫຍັງເຈົ້າບໍ່ໄດ້.
Biblica, Inc.