ເຢເຣມີຢາ4

1ພຣະເຈົ້າຢາເວ​ປະກາດ​ວ່າ “ອິດສະຣາເອນ, ຖ້າ​ເຈົ້າ​ຈະ​ກັບ​ຄືນ​ມາ”,“ຈົ່ງ​ຫັນ​ກັບ​ມາ​ຫາ​ເຮົາ”.“ຖ້າ​ເຈົ້າ​ກຳຈັດ​ຮູບເຄົາລົບ​ທີ່​ໜ້າ​ລັງກຽດ​ອອກ​ໄປ​ໃຫ້​ພົ້ນ​ໜ້າ​ຂອງ​ເຮົາແລະ ຈະ​ບໍ່​ຫລົງ​ທາງ​ອີກ​ຕໍ່ໄປ,2ແລະ ຖ້າ​ພວກເຈົ້າ​ສາບານ​ວ່າ, ‘ພຣະເຈົ້າຢາເວ​ມີ​ຊີວິດ​ຢູ່​ສັນໃດ’,ດ້ວຍ​ຄວາມຈິງ, ຄວາມ​ຍຸຕິທຳ ແລະ ຄວາມ​ຊອບທຳ,ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຂໍ​ພຣະພອນ​ຈາກ​ພຣະອົງແລະ ພວກເຂົາ​ຈະ​ສັນລະເສີນ​ພຣະອົງ”.
3ພຣະເຈົ້າຢາເວ​ກ່າວ​ກັບ​ປະຊາຊົນ​ຢູດາຍ ແລະ ປະຊາຊົນ​ເຢຣູຊາເລັມ​ວ່າ:“ຈົ່ງ​ໄຖ​ດິນ​ທີ່​ບໍ່​ໄດ້​ໄຖ​ຂອງ​ເຈົ້າແລະ ຢ່າ​ຫວ່ານ​ເມັດ​ພືດ​ລົງ​ໃນ​ຟຸ່ມ​ໜາມ.4ປະຊາຊົນ​ຢູດາຍ ແລະ ຊາວ​ເຢຣູຊາເລັມ,ຈົ່ງ​ເຮັດ​ພິທີ​ຕັດ​ໃຫ້​ຕົນເອງ​ຖວາຍ​ພຣະເຈົ້າຢາເວ,ຈົ່ງ​ເຮັດ​ພິທີຕັດ​ໃນ​ໃຈ​ຂອງ​ພວກເຈົ້າ,ບໍ່ດັ່ງນັ້ນ, ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ລຸກ​ຂຶ້ນ ແລະ ເຜົາຜານ​ເໝືອນດັ່ງ​ໄຟໂດຍ​ບໍ່​ມີ​ຜູ້ໃດ​ດັບ​ມັນ​ໄດ້ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ທີ່​ພວກເຈົ້າ​ໄດ້​ເຮັດ.

ໄພພິບັດ​ຈາກ​ທິດ​ເໜືອ

5“ຈົ່ງ​ຮ້ອງ​ໃນ​ຢູດາຍ ແລະ ປະກາດ​ໃນ​ເຢຣູຊາເລັມ​ວ່າ:‘ຈົ່ງ​ເປົ່າ​ແກ​ໄປ​ທົ່ວ​ດິນແດນ!’ຈົ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລະ ເວົ້າ​ວ່າ:‘ຈົ່ງ​ມາ​ເຕົ້າ​ໂຮມກັນ!ໃຫ້​ພວກເຮົາ​ໜີ​ໄປ​ຍັງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຕ່າງໆ!’6ຈົ່ງ​ລຸກຂຶ້ນ​ສົ່ງ​ສັນຍານ​ໄປ​ຫາ​ຊີໂອນ!ຈົ່ງ​ໜີ​ໄປ​ຫາ​ບ່ອນ​ປອດໄພ ຢ່າ​ຊັກຊ້າ!ເພາະ​ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ຈາກ​ທິດ​ເໜືອ,ເປັນ​ການທໍາລາຍ​ອັນ​ໜ້າຢ້ານ”.
7ສິງ​ໂຕ​ໜຶ່ງ​ໄດ້​ອອກ​ມາ​ຈາກ​ຖ້ຳ​ຂອງ​ມັນ;ຜູ້​ທຳລາຍ​ບັນດາ​ຊົນຊາດ​ໄດ້​ອອກ​ມາ​ແລ້ວ.ມັນ​ໄດ້​ອອກ​ມາ​ຈາກ​ບ່ອນ​ພັກ​ຂອງ​ມັນເພື່ອ​ເຮັດ​ໃຫ້​ດິນແດນ​ຂອງ​ເຈົ້າ​ຮົກຮ້າງ.ເມືອງ​ຕ່າງໆ​ຂອງ​ເຈົ້າ​ຈະ​ຖືກ​ປະ​ໄວ້​ເປັນ​ຊາກ​ຫັກ​ເພພັງໂດຍ​ບໍ່​ມີ​ປະຊາຊົນ​ອາໄສ​ຢູ່.8ສະນັ້ນ​ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າຈົ່ງ​ຮ້ອງໄຫ້ ແລະ ຄ່ຳຄວນ,ເພາະ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຢາເວບໍ່​ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.
9ພຣະເຈົ້າຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ,ກະສັດ ແລະ ບັນດາ​ຂ້າລາຊະການ​ຈະ​ເສຍ​ກຳລັງ​ໃຈ,ບັນດາ​ປະໂລຫິດ​ຈະ​ຕົກ​ໃຈ​ຢ້ານກົວແລະ ບັນດາ​ຜູ້ທໍານວາຍ​ຈະ​ຕົກໃຈ”.
10ແລ້ວ​ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ “ຂ້າແດ່​ພຣະເຈົ້າ​ຢາເວ, ອົງ​ເຈົ້ານາຍ, ພຣະອົງ​ຫລອກລວງ​ເຢຣູຊາເລັມ ແລະ ຊົນຊາດ​ນີ້​ແລ້ວ​ໂດຍ​ທີ່​ພຣະອົງ​ກ່າວ​ວ່າ, ‘ເຈົ້າ​ຈະ​ມີ​ສັນຕິສຸກ,’ ແຕ່​ດາບ​ກໍ​ຈີ້​ທີ່​ຄໍ​ຫອຍ​ພວກ​ຂ້ານ້ອຍ​ໄວ້!”
11ໃນ​ເວລາ​ນັ້ນ ຈະ​ມີ​ຄົນ​ບອກ​ຊົນຊາດ​ນີ້ ແລະ ຊາວ​ເຢຣູຊາເລັມ​ວ່າ, “ລົມ​ຮ້ອນ​ຈາກ​ເທິງ​ເນີນພູ​ສູງ​ທີ່​ແຫ້ງແລ້ງ​ກໍາລັງ​ພັດ​ມາ​ຫາ​ປະຊາຊົນ​ຂອງ​ເຮົາ, ແຕ່​ບໍ່​ແມ່ນ​ເພື່ອ​ພັດ​ເອົາ​ຂີ້ແກບ​ອອກ​ໄປ ຫລື ຊໍາລະລ້າງ;12ເປັນ​ລົມ​ພັດ​ແຮງ​ທີ່​ມາ​ຈາກ​ເຮົາ. ບັດນີ້ ເຮົາ​ປະກາດ​ການ​ພິພາກສາ​ຂອງ​ເຮົາ​ຕໍ່​ພວກເຂົາ”.13ເບິ່ງ​ແມ! ລາວ​ບຸກ​ເຂົ້າ​ມາ​ເໝືອນດັ່ງ​ເມກ,ລົດຮົບ​ຂອງ​ລາວ​ມາ​ເໝືອນດັ່ງ​ພະຍຸ​ໝຸນຝູງ​ມ້າ​ຂອງ​ລາວ​ແລ່ນ​ໄວ​ກວ່າ​ນົກອິນຊີ.ວິບັດ​ແກ່​ພວກເຮົາ! ພວກເຮົາ​ພິນາດຈິບຫາຍ​ສາ​ແລ້ວ!14ເຢຣູຊາເລັມ, ຈົ່ງ​ຊຳລະ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ.ເຈົ້າ​ຈະ​ເກັບ​ຄວາມ​ຊົ່ວຮ້າຍ​ໄວ້​ອີກ​ດົນ​ປານໃດ?15ມີ​ສຽງ​ໜຶ່ງ​ກໍາລັງ​ປະກາດ​ອອກ​ມາ​ຈາກ​ເມືອງ​ດານ,ກໍາລັງ​ປະກາດ​ໄພພິບັດ​ຈາກ​ບັນດາ​ເນີນພູ​ຂອງ​ເອຟຣາອິມ.16“ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຊົນຊາດ​ທັງຫລາຍ,ຈົ່ງ​ປະກາດ​ເລື່ອງ​ນີ້​ແກ່​ເຢຣູຊາເລັມ​ວ່າ:‘ກອງທັບ​ທີ່​ອ້ອມ​ເມືອງ​ກຳລັງ​ມາ​ຈາກ​ດິນແດນ​ຫ່າງໄກ,ຈົ່ງ​ສົ່ງ​ສຽງ​ໂຫ​ຮ້ອງ​ຕໍ່ສູ້​ເມືອງ​ຕ່າງໆ​ຂອງ​ຢູດາຍ.17ພວກເຂົາ​ປິດລ້ອມ​ເຢຣູຊາເລັມ​ເໝືອນດັ່ງ​ຄົນ​ເຝົ້າ​ທົ່ງນາ,ເພາະ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ເຮົາ’ ”ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນີ້​ແຫລະ.18“ການ​ປະພຶດ ແລະ ການ​ກະທໍາ​ຂອງ​ເຈົ້າເອງທີ່​ໄດ້​ນໍາ​ສິ່ງເຫລົ່າ​ນີ້​ມາ​ສູ່​ເຈົ້າ.ສິ່ງ​ນີ້​ແມ່ນ​ການ​ລົງໂທດ​ເຈົ້າ.ມັນ​ຂົມຂື່ນ​ຫລາຍ!ມັນ​ແທງ​ເຖິງ​ຈິດໃຈ​ຂະໜາດ​ໃດ!”
19ໂອຍ, ຂ້ານ້ອຍ​ເຈັບປວດ, ເຈັບປວດ​ເຫລືອ​ເກີນ!ຂ້ານ້ອຍ​ດິ້ນລົນ​ດ້ວຍ​ຄວາມ​ເຈັບປວດ.ໂອຍ, ຈິດໃຈ​ຂອງ​ຂ້ານ້ອຍ​ມີ​ຄວາມ​ທໍລະມານ!ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ເຕັ້ນ​ແຮງ​ຢູ່​ພາຍໃນ,ຂ້ານ້ອຍ​ມິດງຽບ​ຢູ່​ບໍ່​ໄດ້.ເພາະ​ຂ້ານ້ອຍ​ໄດ້​ຍິນ​ສຽງ​ແກ;ຂ້ານ້ອຍ​ໄດ້​ຍິນ​ສຽງ​ໂຫ່ຮ້ອງ​ສູ້ຮົບ​ກັນ.20ໄພພິບັດ​ໜຶ່ງ​ເຂົ້າ​ມາ ໄພພິບັດ​ອື່ນ​ກໍ​ຕາມ​ມາ​ອີກ;ທົ່ວ​ແຜ່ນດິນ​ຕົກ​ຢູ່​ໃນ​ສະພາບ​ເພພັງ.ຜ້າເຕັນ​ທັງຫລາຍ​ຂອງ​ຂ້ານ້ອຍ​ກໍ​ໄດ້​ຖືກ​ທຳລາຍ, ເຊິ່ງ​ບ່ອນ​ກຳບັງ​ຂອງ​ຂ້ານ້ອຍກໍ​ຫາຍ​ໄປ​ຊົ່ວ​ພິບຕາ.21ຂ້ານ້ອຍ​ຈະ​ຕ້ອງ​ເບິ່ງ​ການ​ສູ້ຮົບແລະ ຍິນ​ສຽງ​ແກ​ໄປ​ອີກ​ດົນ​ປານໃດ?
22“ປະຊາຊົນ​ຂອງ​ເຮົາ​ໂງ່ຈ້າ​ຫລາຍ;ພວກເຂົາ​ບໍ່​ຮູ້​ຈັກ​ເຮົາ.ພວກເຂົາ​ເປັນ​ເດັກນ້ອຍ​ທີ່​ບໍ່​ມີ​ຄວາມ​ຄິດ;ພວກເຂົາ​ບໍ່​ມີ​ຄວາມ​ເຂົ້າໃຈ.ພວກເຂົາ​ມີ​ຄວາມ​ຊຳນານ​ໃນ​ການ​ເຮັດ​ຊົ່ວ;ພວກເຂົາ​ບໍ່​ຮູ້​ວ່າ​ຈະ​ເຮັດ​ດີ​ໄດ້​ແນວໃດ”.
23ຂ້ານ້ອຍ​ເບິ່ງ​ແຜ່ນດິນ​ໂລກ,ແລະ ມັນ​ບໍ່​ມີ​ຮູບຮ່າງ ແລະ ວ່າງເປົ່າ;ແລະ ເບິ່ງ​ຟ້າ​ສະຫວັນ,ແສງສະຫວ່າງ​ຂອງ​ມັນ​ກໍ​ຫາຍ​ໄປ.24ຂ້ານ້ອຍ​ເບິ່ງ​ພູເຂົາ​ທັງຫລາຍ,ແລະ ພວກ​ມັນ​ກໍາລັງ​ສັ່ນສະເທືອນ;ເນີນພູ​ທັງໝົດ​ກໍ​ກໍາລັງ​ແກວ່ງ​ໄປມາ.25ຂ້ານ້ອຍ​ເຫັນ​ວ່າ, ຢູ່​ທີ່​ນັ້ນ​ບໍ່​ມີ​ຄົນ​ໃດ​ເລີຍ;ນົກ​ທຸກ​ໂຕ​ຢູ່​ໃນ​ທ້ອງຟ້າ​ໄດ້​ບິນ​ໜີ​ໄປ​ໝົດ.26ຂ້ານ້ອຍ​ເຫັນ​ວ່າ, ແຜ່ນດິນ​ທີ່​ອຸດົມສົມບູນ​ກໍ​ເປັນ​ທະເລຊາຍ;ເມືອງ​ທັງຫລາຍ​ຢູ່​ໃນ​ສະພາບ​ຊາກ​ຫັກ​ເພພັງຕໍ່ໜ້າ​ພຣະເຈົ້າຢາເວ ແລະ ຕໍ່​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.
27ພຣະເຈົ້າຢາເວ​ກ່າວ​ວ່າ:“ທົ່ວ​ແຜ່ນດິນ​ຈະ​ຖືກ​ປະ​ໄວ້​ໃຫ້​ຮົກຮ້າງ,ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ມັນ​ຈົນ​ໝົດ​ສິ້ນ.28ເຫດສະນັ້ນ ແຜ່ນດິນໂລກ​ຈະ​ໄວ້ທຸກແລະ ຟ້າ​ສະຫວັນ​ເບື້ອງ​ເທິງ​ຈະ​ມືດມົວ​ໄປ,ເພາະ​ເຮົາ​ໄດ້​ກ່າວ​ໄວ້​ແລ້ວ ແລະ ຈະ​ບໍ່​ຜ່ອນຜັນ,ເຮົາ​ໄດ້​ຕັດ​ສິນ​ໃຈ​ໄວ້​ແລ້ວ ແລະ ຈະ​ບໍ່​ປ່ຽນແປງ”.
29ເມື່ອ​ໄດ້​ຍິນ​ສຽງ​ທະຫານ​ມ້າ ແລະ ນັກ​ຍິງ​ທະນູເມືອງ​ທຸກ​ເມືອງ​ພາກັນ​ປົບໜີ​ໄປ.ບາງຄົນ​ເຂົ້າ​ໄປ​ໃນ​ປ່າດົງ;ບາງຄົນ​ປີນ​ຂຶ້ນ​ໄປ​ຕາມ​ຜາ​ຫີນເມືອງ​ທຸກ​ເມືອງ​ຖືກ​ປະຖິ້ມ​ໄວ້;ບໍ່​ມີ​ຜູ້ໃດ​ອາໄສຢູ່​ໃນ​ເມືອງ​ເຫລົ່ານັ້ນ.
30ເຈົ້າ​ຜູ້​ທີ່​ຈະ​ຖືກ​ທຳລາຍ ເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່?ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງ​ເຂັ້ມແລະ ໃສ່​ເພັດພອຍ ຫລື ຄໍາ?ເປັນຫຍັງ​ເຈົ້າ​ແຕ້ມ​ຄິ້ວ​ແຕ້ມ​ຕາ?ເຈົ້າ​ແຕ່ງ​ໂຕ​ງາມ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.ຄົນ​ຮັກ​ຂອງ​ເຈົ້າ​ກໍ​ດູຖູກ​ເຈົ້າ;ພວກເຂົາ​ຢາກ​ຈະ​ຂ້າ​ເຈົ້າ.
31ຂ້ານ້ອຍ​ໄດ້​ຍິນ​ສຽງ​ຮ້ອງ​ເປັນ​ດັ່ງ​ສຽງ​ຜູ້ຍິງ​ທີ່​ກຳລັງ​ເກີດ​ລູກ,ສຽງ​ຄວນຄາງ​ເປັນ​ດັ່ງ​ສຽງ​ຂອງ​ຜູ້ຍິງ​ທີ່​ເກີດ​ລູກ​ກົກເປັນ​ສຽງ​ຮ້ອງ​ຂອງ​ລູກສາວ​ແຫ່ງ​ຊີໂອນ  ກໍາລັງ​ຫາຍໃຈ​ຫອບ,ນາງ​ຢຽດ​ແຂນ​ຂອງ​ຕົນ​ອອກ ແລະ ເວົ້າ​ວ່າ,“ອະນິຈັງ! ຂ້ອຍ​ກໍາລັງ​ຈະ​ເປັນ​ລົມ;ຊີວິດ​ຂອງ​ຂ້ອຍ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ຄາດຕະກອນ”.

Biblica, Inc.

https://app.library.bible/content/eab9312f9f16b3a2