ເຢເຣມີຢາ26
ເຢເຣມີຢາຖືກຂົ່ມຂູ່ວ່າຈະຖືກຂ້າ
1ໃນຕອນຕົ້ນຂອງການປົກຄອງຂອງເຢໂຮຍອາກິມ ລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍ, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ,2“ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະ ກ່າວຕໍ່ປະຊາຊົນທັງໝົດຈາກເມືອງຕ່າງໆຂອງຢູດາຍທີ່ມານະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຈົ່ງບອກທຸກສິ່ງຕາມທີ່ເຮົາສັ່ງເຈົ້າ; ຢ່າຕັດອອກແມ່ນແຕ່ຄຳດຽວ.3ບາງທີພວກເຂົາຈະຟັງ ແລະ ແຕ່ລະຄົນຈະຫັນໜີຈາກທາງຊົ່ວຂອງຕົນ. ແລ້ວເຮົາກໍຈະປ່ຽນໃຈ ແລະ ຈະບໍ່ນໍາໄພພິບັດມາສູ່ພວກເຂົາຕາມທີ່ເຮົາໄດ້ວາງແຜນໄວ້ເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ.4ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ແລະ ຖ້າເຈົ້າບໍ່ຟັງເຮົາ ແລະ ປະຕິບັດຕາມກົດບັນຍັດຂອງເຮົາ, ທີ່ເຮົາຕັ້ງໄວ້ຕໍ່ໜ້າພວກເຈົ້າ,5ແລະ ຖ້າພວກເຈົ້າບໍ່ຟັງບັນດາຜູ້ທໍານວາຍຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ເຮົາໄດ້ສົ່ງມາເຕືອນພວກເຈົ້າຫລາຍຄັ້ງ (ເຖິງແມ່ນວ່າພວກເຈົ້າບໍ່ໄດ້ຟັງ)6ແລ້ວເຮົາຈະເຮັດຕໍ່ວິຫານນີ້ດັ່ງທີ່ໄດ້ເຮັດຕໍ່ເມືອງຊີໂລ ແລະ ເມືອງນີ້ຈະເປັນຄຳສາບແຊ່ງໃນທ່າມກາງທຸກຊົນຊາດໃນແຜ່ນດິນໂລກ’ ”.7ບັນດາປະໂລຫິດ, ບັນດາຜູ້ທໍານວາຍ ແລະ ປະຊາຊົນທັງໝົດກໍໄດ້ຍິນເຢເຣມີຢາກ່າວຖ້ອຍຄຳເຫລົ່ານີ້ໃນວິຫານຂອງພຣະເຈົ້າຢາເວ.8ແຕ່ເມື່ອເຢເຣມີຢາໄດ້ບອກທຸກສິ່ງແກ່ປະຊາຊົນທັງໝົດຕາມທີ່ພຣະເຈົ້າຢາເວໄດ້ສັ່ງຈົບແລ້ວ, ບັນດາປະໂລຫິດ, ບັນດາຜູ້ທໍານວາຍ ແລະ ປະຊາຊົນທັງໝົດກໍໄດ້ຈັບລາວໄປ ແລະ ໄດ້ເວົ້າວ່າ “ເຈົ້າຈະຕ້ອງຕາຍ!9ເປັນຫຍັງເຈົ້າຈຶ່ງທໍານວາຍໃນນາມພຣະເຈົ້າຢາເວວ່າວິຫານນີ້ຈະເປັນເໝືອນຊີໂລ ແລະ ເມືອງນີ້ຈະຖືກປະຖິ້ມໄວ້ ແລະ ປະໃຫ້ຮົກຮ້າງ?” ແລ້ວປະຊາຊົນທັງໝົດກໍພາກັນລ້ອມເຢເຣມີຢາໄວ້ໃນວິຫານຂອງພຣະເຈົ້າຢາເວ.10ເມື່ອບັນດາຂ້າລາຊະການຂອງຢູດາຍໄດ້ຍິນສິ່ງເຫລົ່ານີ້, ພວກເຂົາກໍອອກມາຈາກລາຊະວັງຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ແລະ ມານັ່ງທີ່ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ.11ແລ້ວບັນດາປະໂລຫິດ ແລະ ບັນດາຜູ້ທຳນວາຍກໍໄດ້ເວົ້າກັບບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດວ່າ, “ຊາຍຄົນນີ້ສົມຄວນໄດ້ຮັບໂທດເຖິງຕາຍ ເພາະລາວໄດ້ທໍານວາຍຕໍ່ສູ້ນະຄອນນີ້. ພວກທ່ານກໍໄດ້ຍິນກັບຫູຂອງພວກທ່ານເອງແລ້ວ!”12ແລ້ວເຢເຣມີຢາໄດ້ກ່າວກັບບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດວ່າ: “ພຣະເຈົ້າຢາເວໄດ້ສົ່ງຂ້າພະເຈົ້າມາເພື່ອທໍານວາຍຕໍ່ສູ້ວິຫານນີ້ ແລະ ນະຄອນນີ້ຕາມທຸກສິ່ງທີ່ພວກທ່ານໄດ້ຍິນມາ.13ບັດນີ້ ພວກທ່ານຈົ່ງປ່ຽນວິຖີທາງ ແລະ ການກະທໍາຂອງພວກທ່ານເສຍໃໝ່ ແລະ ຈົ່ງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ. ແລ້ວພຣະເຈົ້າຢາເວຈະຜ່ອນຜັນໃຫ້ ແລະ ຈະບໍ່ນຳໄພພິບັດທີ່ພຣະອົງໄດ້ປະກາດຕໍ່ສູ້ພວກທ່ານໄວ້ແລ້ວນັ້ນ.14ສຳລັບຂ້າພະເຈົ້າ, ຂ້າພະເຈົ້າຢູ່ໃນກຳມືຂອງພວກທ່ານແລ້ວ; ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ພວກທ່ານຄິດວ່າເປັນການດີ ແລະ ຖືກຕ້ອງ.15ເຖິງຢ່າງໃດກໍຕາມ, ຈົ່ງແນ່ໃຈວ່າ, ຖ້າພວກທ່ານຂ້າຂ້າພະເຈົ້າ, ພວກທ່ານຈະນໍາເອົາໂທດໃນຖານຂ້າຄົນບໍລິສຸດຜູ້ໜຶ່ງມາສູ່ພວກທ່ານເອງ ແລະ ມາສູ່ນະຄອນນີ້ ແລະ ມາສູ່ບັນດາຄົນທີ່ອາໄສນະຄອນນີ້, ເພາະໃນຄວາມເປັນຈິງ, ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາເພື່ອກ່າວຖ້ອຍຄຳເຫລົ່ານີ້ທັງໝົດຕາມທີ່ພວກທ່ານໄດ້ຍິນແລ້ວ”.16ຫລັງຈາກນັ້ນ ບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດໄດ້ເວົ້າກັບບັນດາປະໂລຫິດ ແລະ ບັນດາຜູ້ທຳນວາຍວ່າ, “ຊາຍຄົນນີ້ບໍ່ສົມຄວນຖືກຕັດສິນຈົນເຖິງຕາຍ! ລາວໄດ້ເວົ້າກັບພວກເຮົາໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ”.17ຜູ້ອາວຸໂສບາງຄົນຂອງດິນແດນຈຶ່ງຍ່າງອອກມາ ແລະ ໄດ້ເວົ້າກັບປະຊາຊົນທັງໝົດທີ່ມາຊຸມນຸມກັນວ່າ,18“ໃນສະໄໝທີ່ເຮເຊກີຢາຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ມີກາແຫ່ງໂມເຣເຊັດກໍໄດ້ທໍານວາຍໄວ້, ລາວໄດ້ບອກປະຊາຊົນຢູດາຍທັງໝົດວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ ‘ຊີໂອນຈະຖືກໄຖເໝືອນດັ່ງໄຖນາ,ເຢຣູຊາເລັມຈະກາຍເປັນຊາກຫັກເພພັງ,ເນີນພູທີ່ຕັ້ງຂອງວິຫານຈະກາຍເປັນປ່າຮົກ’. 19ກະສັດເຮເຊກີຢາແຫ່ງຢູດາຍ ຫລື ມີຜູ້ໃດໃນຢູດາຍໄດ້ຂ້າມີກາບໍ? ເຮເຊກີຢາບໍ່ໄດ້ຢຳເກງພຣະເຈົ້າຢາເວ ແລະ ສະແຫວງຫາຄວາມເມດຕາຂອງພຣະອົງບໍ? ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນໃຈ, ພຣະອົງຈຶ່ງບໍ່ນຳເອົາໄພພິບັດຕາມທີ່ພຣະອົງປະກາດຕໍ່ສູ້ພວກເຂົາມາສູ່ພວກເຂົາບໍ່ແມ່ນບໍ? ແຕ່ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ!”20(ບັດນີ້ ອູຣິຢາ ລູກຊາຍຂອງເຊມາອີຢາຈາກກີຣີອາດເຢອາຣີມເປັນອີກຄົນໜຶ່ງທີ່ໄດ້ທໍານວາຍໃນນາມຂອງພຣະເຈົ້າຢາເວ; ລາວກໍໄດ້ທໍານວາຍເລື່ອງດຽວກັນຕໍ່ສູ້ນະຄອນນີ້ ແລະ ດິນແດນນີ້ເຊັ່ນດຽວກັນກັບເຢເຣມີຢາໄດ້ກ່າວ.21ເມື່ອກະສັດເຢໂຮຍອາກິມ, ບັນດາຂ້າລາຊະການ ແລະ ບັນດາທະຫານຂອງເພິ່ນໄດ້ຍິນສິ່ງທີ່ອູຣິຢາເວົ້າ, ກະສັດກໍຕັ້ງໃຈທີ່ຈະຂ້າລາວ. ແຕ່ອູຣິຢາໄດ້ຍິນເລື່ອງນີ້ ແລະ ຈຶ່ງໜີໄປທີ່ເອຢິບດ້ວຍຄວາມຢ້ານກົວ.22ເຖິງຢ່າງໃດກໍຕາມ ກະສັດເຢໂຮຍອາກິມໄດ້ໃຊ້ເອນນາທານລູກຊາຍຂອງອັກໂບຣະພ້ອມທັງຄົນອື່ນໄປທີ່ເອຢິບ.23ພວກເຂົາໄດ້ນໍາອູຣິຢາອອກມາຈາກເອຢິບ ແລະ ໄດ້ນໍາລາວມາຫາກະສັດເຢໂຮຍອາກິມ, ເພິ່ນໄດ້ປະຫານລາວດ້ວຍດາບ ແລະ ຊາກສົບຂອງລາວຖືກນໍາເອົາໄປໃນບ່ອນຝັງສົບຂອງປະຊາຊົນທົ່ວໄປ.)24ຍິ່ງໄປກວ່ານັ້ນ, ເຢເຣມີຢາໄດ້ຮັບການສະໜັບສະໜູນຈາກອາຮິກຳລູກຊາຍຂອງຊາຟານ, ລາວຈຶ່ງບໍ່ໄດ້ຖືກມອບໃຫ້ປະຊາຊົນຂ້າ.Biblica, Inc.