ເຢເຣມີຢາ27
ຢູດາຍຈະຮັບໃຊ້ເນບູກາດເນັດຊາ
1ໃນຕອນຕົ້ນຂອງການປົກຄອງຂອງເຊເດກີຢາ ລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍ, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ,2ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ຈົ່ງເຮັດແອກຈາກທ່ອນໄມ້ພ້ອມກັບສາຍພາຍແລ້ວຄ້ອງໃສ່ຄໍຂອງເຈົ້າໄວ້.3ແລ້ວສົ່ງຂໍ້ຄວາມໄປເຖິງບັນດາກະສັດແຫ່ງເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ ຊີໂດນຜ່ານທາງບັນດາຄະນະທູດທີ່ໄດ້ມາເຢຣູຊາເລັມເພື່ອພົບເຊເດກີຢາກະສັດແຫ່ງຢູດາຍ.4ຈົ່ງໃຫ້ພວກເຂົາມອບຂໍ້ຄວາມນີ້ກັບເຈົ້ານາຍຂອງພວກເຂົາວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງບອກຂໍ້ຄວາມນີ້ກັບເຈົ້ານາຍຂອງພວກເຈົ້າວ່າ:5ເຮົາໄດ້ສ້າງແຜ່ນດິນໂລກ, ມະນຸດ ແລະ ສັດຕ່າງໆໃນໂລກນີ້ດ້ວຍລິດອຳນາດອັນຍິ່ງໃຫຍ່ຂອງເຮົາ ແລະ ດ້ວຍມືຂອງເຮົາທີ່ຢຽດອອກ, ແລ້ວເຮົາມອບສິ່ງເຫລົ່ານີ້ໃຫ້ຜູ້ໃດກໍໄດ້ທີ່ເຮົາພໍໃຈ.6ບັດນີ້ ເຮົາຈະມອບແຜ່ນດິນທັງໝົດຂອງພວກເຈົ້າໄວ້ໃນມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາ; ເຮົາຈະເຮັດໃຫ້ແມ່ນແຕ່ສັດປ່າກໍຍອມຢູ່ໃຕ້ອຳນາດຂອງລາວ.7ຊົນຊາດທັງໝົດຈະຮັບໃຊ້ລາວ, ພວກລູກ ແລະ ລູກຫລານຂອງລາວຈົນກວ່າຊົນຊາດຂອງລາວໄດ້ຫລົ້ມຈົມລົງ; ຫລັງຈາກນັ້ນ ກໍຈະມີຫລາຍຊົນຊາດ ແລະ ກະສັດຜູ້ຍິ່ງໃຫຍ່ຈະເອົາຊະນະລາວ.8“ ‘ເຖິງຢ່າງໃດກໍຕາມ, ຖ້າຊົນຊາດໃດ ຫລື ອານາຈັກໃດບໍ່ຮັບໃຊ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ຫລື ບໍ່ກົ້ມຫົວລົງຢູ່ພາຍໃຕ້ແອກຂອງລາວ, ເຮົາຈະລົງໂທດຊົນຊາດນັ້ນດ້ວຍສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດຈົນກວ່າເຮົາຈະທຳລາຍຊົນຊາດນັ້ນດ້ວຍມືຂອງເນບູກາດເນັດຊາ, ພຣະເຈົ້າຢາເວປະກາດດັ່ງນີ້.9ສະນັ້ນ ຢ່າສູ່ຟັງບັນດາຜູ້ທໍານວາຍ, ພວກໝໍດູ, ພວກຜູ້ທີ່ຕີຄວາມໝາຍຂອງຄວາມຝັນ ແລະ ພວກໝໍຜີ ຫລື ພວກໝໍມົນຂອງພວກເຈົ້າທີ່ບອກພວກເຈົ້າວ່າ, “ພວກເຈົ້າຈະບໍ່ໄດ້ຮັບໃຊ້ກະສັດແຫ່ງບາບີໂລນ”.10ພວກເຂົາທໍານວາຍຕົວະພວກເຈົ້າວ່າຈະເຮັດໃຫ້ພວກເຈົ້າຫ່າງໄກອອກຈາກດິນແດນຂອງພວກເຈົ້າໄປເທົ່ານັ້ນ; ເຮົາຈະຂັບໄລ່ພວກເຈົ້າໄປ ແລະ ພວກເຈົ້າຈະຈິບຫາຍ.11ແຕ່ຖ້າຊົນຊາດໃດຈະຍອມກົ້ມຫົວຢູ່ພາຍໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະ ຮັບໃຊ້ລາວ, ເຮົາຈະປ່ອຍໃຫ້ຊົນຊາດນັ້ນຍັງຢູ່ໃນດິນແດນຂອງຕົນເພື່ອເຮັດໄຮ່ໄຖນາ ແລະ ອາໄສຢູ່ທີ່ນັ້ນ, ພຣະເຈົ້າຢາເວປະກາດດັ່ງນີ້’ ”.12ຂ້າພະເຈົ້າໄດ້ບອກຂໍ້ຄວາມດຽວກັນນີ້ແກ່ເຊເດກີຢາກະສັດແຫ່ງຢູດາຍ. ຂ້າພະເຈົ້າໄດ້ເວົ້າວ່າ, “ຈົ່ງກົ້ມຫົວຂອງເຈົ້າລົງຢູ່ພາຍໃຕ້ແອກຂອງກະສັດແຫ່ງບາບີໂລນ; ຈົ່ງຮັບໃຊ້ເພິ່ນ ແລະ ປະຊາຊົນຂອງເພິ່ນ, ແລ້ວທ່ານຈະມີຊີວິດຢູ່.13ເປັນຫຍັງທ່ານ ແລະ ປະຊາຊົນຂອງທ່ານຈະຕ້ອງຕາຍດ້ວຍສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດ, ທີ່ພຣະເຈົ້າຢາເວໄດ້ຂົ່ມຂູ່ຊົນຊາດໃດກໍຕາມທີ່ບໍ່ຍອມຮັບໃຊ້ກະສັດແຫ່ງບາບີໂລນ?14ຢ່າໄປຟັງຄໍາເວົ້າຂອງບັນດາຜູ້ທໍານວາຍທີ່ໄດ້ບອກກັບທ່ານວ່າ, ‘ພວກເຈົ້າຈະບໍ່ໄດ້ຮັບໃຊ້ກະສັດແຫ່ງບາບີໂລນ’, ເພາະພວກເຂົາກໍາລັງທໍານວາຍຕົວະທ່ານ.15ພຣະເຈົ້າຢາເວປະກາດວ່າ, ‘ເຮົາບໍ່ໄດ້ສົ່ງພວກເຂົາໄປ. ພວກເຂົາກໍາລັງທໍານວາຍຕົວະໃນນາມຂອງເຮົາ. ເຫດສະນັ້ນ, ເຮົາຈະຂັບໄລ່ເຈົ້າອອກໄປ ແລະ ເຈົ້າຈະຈິບຫາຍ, ທັງເຈົ້າ ແລະ ບັນດາຜູ້ທຳນວາຍທີ່ໄດ້ທໍານວາຍໃຫ້ເຈົ້າ’ ”.16ແລ້ວຂ້າພະເຈົ້າໄດ້ເວົ້າກັບບັນດາປະໂລຫິດ ແລະ ປະຊາຊົນທັງໝົດເຫລົ່ານີ້ວ່າ, “ພຣະເຈົ້າຢາເວກ່າວວ່າ: ຢ່າຟັງພວກຜູ້ທໍານວາຍທີ່ເວົ້າວ່າ: ‘ບັດນີ້ ອີກບໍ່ດົນເຄື່ອງໃຊ້ຕ່າງໆທີ່ໄດ້ຖືກນໍາອອກຈາກວິຫານຂອງພຣະເຈົ້າຢາເວຈະຖືກນໍາກັບຄືນມາຈາກບາບີໂລນ’. ພວກເຂົາກຳລັງທໍານວາຍຕົວະພວກເຈົ້າ.17ຢ່າສູ່ໄປຟັງພວກເຂົາ. ຈົ່ງຮັບໃຊ້ກະສັດແຫ່ງບາບີໂລນ, ແລ້ວພວກເຈົ້າຈະມີຊີວິດຢູ່. ເປັນຫຍັງເມືອງນີ້ຕ້ອງກາຍເປັນຊາກຫັກເພພັງ?18ຖ້າພວກເຂົາເປັນຜູ້ທຳນວາຍ ແລະ ມີຖ້ອຍຄຳຂອງພຣະເຈົ້າຢາເວ, ກໍຈົ່ງໃຫ້ພວກເຂົາອະທິຖານອ້ອນວອນຂໍຕໍ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ບໍ່ໃຫ້ເຄື່ອງໃຊ້ຕ່າງໆທີ່ເຫລືອຢູ່ໃນວິຫານຂອງພຣະເຈົ້າຢາເວ, ແລະ ໃນວັງຂອງກະສັດແຫ່ງຢູດາຍ ແລະ ໃນເຢຣູຊາເລັມບໍ່ໃຫ້ຖືກນໍາເອົາໄປທີ່ບາບີໂລນ.19ເພາະພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວກ່ຽວກັບຕົ້ນເສົາ, ອ່າງທີ່ເປັນທອງສຳຣິດ, ແທ່ນເຄື່ອນທີ່ ແລະ ເຄື່ອງໃຊ້ອື່ນໆທີ່ຍັງເຫລືອຢູ່ໃນນະຄອນນີ້,20ເຊິ່ງກະສັດເນບູກາດເນັດຊາແຫ່ງບາບີໂລນບໍ່ໄດ້ເອົາໄປ ເມື່ອເພິ່ນໄດ້ຈັບເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມແຫ່ງຢູດາຍໄປເປັນຊະເລີຍທີ່ບາບີໂລນພ້ອມກັບບັນດາເຈົ້ານາຍທັງໝົດຂອງຢູດາຍ ແລະ ເຢຣູຊາເລັມນັ້ນ.21ພຣະເຈົ້າຢາເວ ອົງຜູ້ມີລິດອຳນາດຍິ່ງໃຫຍ່ ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບສິ່ງຂອງຕ່າງໆທີ່ເຫລືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ໃນວັງກະສັດແຫ່ງຢູດາຍ ແລະ ໃນເຢຣູຊາເລັມດັ່ງນີ້ວ່າ:22‘ສິ່ງຂອງຕ່າງໆເຫລົ່ານີ້ຈະຖືກນໍາເອົາໄປທີ່ບາບີໂລນ ແລະ ສິ່ງທັງໝົດນີ້ຈະຢູ່ທີ່ນັ້ນຈົນເຖິງວັນທີ່ເຮົາມາຫາພວກມັນ, ແລ້ວເຮົາຈະນຳພວກມັນກັບຄືນມາ ແລະ ສ້າງພວກມັນຂຶ້ນໃໝ່ຢູ່ໃນບ່ອນນີ້’ ພຣະເຈົ້າຢາເວປະກາດດັ່ງນີ້”.Biblica, Inc.