ເຢເຣມີຢາ25

ເຈັດ​ສິບ​ປີ​ຂອງ​ການ​ເປັນ​ຊະເລີຍ

1ໃນ​ປີ​ທີ​ສີ່​ຂອງ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ, ຖ້ອຍຄໍາ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ເຢເຣມີຢາ​ກ່ຽວກັບ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ, ເຊິ່ງ​ເປັນ​ປີ​ທຳອິດ​ທີ່​ເນບູກາດເນັດຊາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ.2ດັ່ງນັ້ນ ຜູ້ທໍານວາຍ​ເຢເຣມີຢາ​ໄດ້​ກ່າວ​ກັບ​ປະຊາຊົນ​ຢູດາຍ ແລະ ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ທັງໝົດ​ວ່າ:3ເປັນ​ເວລາ​ຊາວ​ສາມ​ປີ ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ໂຢສີຢາ ລູກຊາຍ​ຂອງ​ອາໂມນ​ກະສັດ​ແຫ່ງ​ຢູດາຍ​ຈົນ​ເຖິງ​ວັນນີ້, ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ພວກທ່ານ​ຫລາຍ​ຄັ້ງ​ແລ້ວ, ແຕ່​ພວກທ່ານ​ກໍ​ບໍ່​ຍອມ​ຟັງ.
4ແລະ ເຖິງແມ່ນວ່າ ພຣະເຈົ້າຢາເວ​ໄດ້​ສືບຕໍ່​ສົ່ງ​ບັນດາ​ຜູ້ທໍານວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ມາ​ຫາ​ພວກ​ທ່ານ​ຫລາຍ​ຄັ້ງ​ແລ້ວ​ກໍ​ຕາມ, ແຕ່​ພວກ​ທ່ານ​ກໍ​ບໍ່​ຟັງ ຫລື ບໍ່​ເອົາໃຈໃສ່.5ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ວ່າ, “ບັດນີ້ ພວກທ່ານ​ແຕ່ລະ​ຄົນ, ຈົ່ງ​ຫັນ​ໜີ​ຈາກ​ທາງ​ຊົ່ວຮ້າຍ ແລະ ການ​ປະພຶດ​ຊົ່ວຮ້າຍ​ຂອງ​ພວກທ່ານ, ແລ້ວ​ພວກທ່ານ​ຈະ​ໄດ້​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ພວກທ່ານ ແລະ ບັນພະບຸລຸດ​ຂອງ​ພວກທ່ານ​ຕະຫລອດໄປ.6ຢ່າ​ໄປ​ຕິດຕາມ​ບັນດາ​ພະ​ອື່ນ​ເພື່ອ​ຮັບໃຊ້ ແລະ ກາບໄຫວ້​ພວກມັນ; ຢ່າ​ຍົວະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ດ້ວຍ​ສິ່ງ​ທີ່​ມື​ຂອງ​ພວກທ່ານ​ໄດ້​ສ້າງ​ຂຶ້ນ​ມາ. ແລ້ວ​ເຮົາ​ກໍ​ຈະ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ພວກທ່ານ”.
7ພຣະເຈົ້າຢາເວ​ປະກາດ​ວ່າ, “ແຕ່​ພວກທ່ານ​ບໍ່​ຟັງ​ເຮົາ ແລະ ພວກທ່ານ​ໄດ້​ຍົວະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ດ້ວຍ​ສິ່ງ​ທີ່​ມື​ຂອງ​ພວກທ່ານ​ໄດ້​ສ້າງ​ຂຶ້ນ​ມາ, ແລະ ພວກທ່ານ​ໄດ້​ນໍາ​ໄພ​ອັນຕະລາຍ​ມາ​ສູ່​ຕົນ​ເອງ”.
8ເຫດສະນັ້ນ ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: “ເພາະ​ພວກທ່ານ​ບໍ່​ໄດ້​ຟັງ​ຖ້ອຍຄຳ​ຂອງ​ເຮົາ”,9ພຣະເຈົ້າຢາເວ​ປະກາດ​ວ່າ, “ເຮົາ​ກໍ​ຈະ​ເອີ້ນ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດ​ເໜືອ ແລະ ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງ​ເຮົາ​ມາ, ເຮົາ​ຈະ​ນຳ​ພວກເຂົາ​ມາ​ຕໍ່ສູ້​ດິນແດນ​ນີ້ ແລະ ປະຊາຊົນ​ໃນ​ດິນແດນ​ນີ້ ແລະ ຕໍ່ສູ້​ຊົນຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ທັງໝົດ. ເຮົາ​ຈະ​ທຳລາຍ ​ພວກເຂົາ​ໃຫ້​ໝົດ​ສິ້ນ ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ ແລະ ຖືກ​ດູໜິ່ນ, ແລະ ເປັນ​ຄວາມ​ຈິບຫາຍ​ຕະຫລອດໄປ.10ເຮົາ​ຈະ​ເຮັດ​ໃຫ້​ສຽງ​ແຫ່ງ​ຄວາມ​ຊື່ນຊົມ​ຍິນດີ ແລະ ຄວາມ​ຍິນດີ ແລະ ສຽງ​ຂອງ​ເຈົ້າ​ບ່າວ ແລະ ເຈົ້າ​ສາວ, ສຽງ​ໂມ້ແປ້ງ ແລະ ແສງ​ຕະກຽງ​ຫາຍ​ໄປ​ຈາກ​ພວກເຂົາ.11ດິນແດນ​ທັງໝົດ​ນີ້​ຈະ​ກາຍ​ເປັນ​ດິນແດນ​ທີ່​ຮົກຮ້າງ ແລະ ຊົນຊາດ​ເຫລົ່ານີ້​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ”.
12ພຣະເຈົ້າຢາເວ​ປະກາດ​ວ່າ, “ແຕ່​ເມື່ອ​ຄົບ​ເຈັດ​ສິບ​ປີ​ແລ້ວ, ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ບາບີໂລນ ແລະ ຊົນຊາດ​ຂອງ​ລາວ, ດິນແດນ​ຂອງ​ຊາວ​ບາບີໂລນ, ເພາະ​ຄວາມ​ຜິດ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຮົກຮ້າງ​ຕະຫລອດໄປ.13ເຮົາ​ຈະ​ນໍາ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ຕໍ່ສູ້​ດິນແດນ​ນັ້ນ​ມາ, ທຸກສິ່ງ​ຈະ​ຖືກ​ຂຽນ​ໄວ້​ໃນ​ໜັງສື​ນີ້ ແລະ ຕາມ​ທີ່​ເຢເຣມີຢາ​ໄດ້​ທໍານວາຍ​ຕໍ່ສູ້​ຊົນຊາດ​ທັງໝົດ.14ພວກເຂົາ​ເອງ​ຈະ​ເປັນ​ທາດ​ຂອງ​ຫລາຍ​ຊົນຊາດ ແລະ ບັນດາ​ກະສັດ​ຍິ່ງໃຫຍ່; ເຮົາ​ຈະ​ຕອບແທນ​ພວກເຂົາ​ຕາມ​ການ​ປະພຶດ​ຂອງ​ພວກເຂົາ ແລະ ການ​ງານ​ຈາກ​ມື​ຂອງ​ພວກເຂົາ”.

ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ

15ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ຈົ່ງ​ເອົາ​ຈອກ​ເຫລົ້າ​ອະງຸ່ນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ ແລະ ເຮັດ​ໃຫ້​ຊົນຊາດ​ທັງໝົດ​ທີ່​ເຮົາ​ສົ່ງ​ເຈົ້າ​ໄປ​ຫາ​ນັ້ນ​ດື່ມ​ຈາກ​ຈອກ​ນີ້.16ເມື່ອ​ພວກເຂົາ​ດື່ມ​ແລ້ວ, ພວກເຂົາ​ຈະ​ໂຊເຊ ແລະ ຈະ​ເສຍສະຕິ​ໄປ ເພາະ​ດາບ​ທີ່​ເຮົາ​ຈະ​ສົ່ງ​ມາ​ທ່າມກາງ​ພວກເຂົາ”.17ສະນັ້ນ ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ພຣະເຈົ້າຢາເວ ແລະ ໃຫ້​ຊົນຊາດ​ທັງໝົດ​ທີ່​ພຣະອົງ​ສົ່ງ​ຂ້າພະເຈົ້າ​ໄປ​ຫາ​ນັ້ນ​ດື່ມ​ຈາກ​ຈອກ​ນັ້ນ:
18ເຢຣູຊາເລັມ ແລະ ເມືອງ​ຕ່າງໆ​ຂອງ​ຢູດາຍ, ບັນດາ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ລາວຈະ​ຖືກ​ເຮັດ​ໃຫ້​ເປັນ​ຊາກ​ຫັກ​ເພພັງ ແລະ ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ ແລະ ການ​ດູໜິ່ນ ແລະ ການ​ສາບແຊ່ງ​ເໝືອນດັ່ງ​ທີ່​ພວກເຂົາ​ເປັນ​ຢູ່​ທຸກ​ວັນນີ້;19ກະສັດ​ຟາໂຣ​ແຫ່ງ​ເອຢິບ, ບັນດາ​ຄົນ​ຮັບໃຊ້, ບັນດາ​ຂ້າລາຊະການ ແລະ ປະຊາຊົນ​ທັງໝົດ​ຂອງ​ເພິ່ນ,20ແລະ ຕະຫລອດ​ຈົນ​ເຖິງ​ຄົນຕ່າງດ້າວ​ທັງໝົດ​ທີ່​ຢູ່​ທີ່​ນັ້ນ; ບັນດາ​ກະສັດ​ແຫ່ງ​ດິນແດນ​ອູເຊ​ທັງໝົດ; ແລະ ບັນດາ​ກະສັດ​ແຫ່ງ​ຟີລິດສະຕິນ​ທັງໝົດ (ບັນດາ​ຜູ້ປົກຄອງ​ຂອງ​ເມືອງ​ອາຊະເກໂລນ, ກາຊາ, ເອັກໂຣນ ແລະ ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ທີ່​ອາຊະໂດດ);21ປະຊາຊົນ​ເອໂດມ, ໂມອາບ ແລະ ອຳໂມນ22ບັນດາ​ກະສັດ​ແຫ່ງ​ຕີເຣ ແລະ ຊີໂດນ​ທັງໝົດ; ບັນດາ​ກະສັດ​ຂອງ​ແຖບ​ແຄມ​ຝັ່ງ​ທະເລ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ທະເລ;23ເດດານ, ເຕມາ, ບູຊະ ແລະ ທຸກຄົນ​ທີ່​ຢູ່​ບ່ອນ​ຫ່າງໄກ; 24ບັນດາ​ກະສັດ​ອາຣະເບຍ ແລະ ບັນດາ​ກະສັດ​ທັງໝົດ​ຂອງ​ຄົນຕ່າງ​ຊາດ​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ;25ບັນດາ​ກະສັດ​ແຫ່ງ​ສິມຣິ, ເອລາມ ແລະ ເມເດຍ​ທັງໝົດ;26ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ທາງ​ທິດ​ເໜືອ​ທັງ​ໃກ້ ແລະ ໄກ, ຈາກ​ດິນແດນ​ໜຶ່ງ​ໄປ​ຫາ​ອີກ​ດິນແດນ​ໜຶ່ງ ແລະ ອານາຈັກ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ. ແລະ ຫລັງຈາກ​ກະສັດ​ທັງໝົດ​ນັ້ນ​ແລ້ວ, ໃນ​ທີ່ສຸດ​ກະສັດ​ເຊຊັກ ​ກໍ​ຈະ​ດື່ມ​ຈາກ​ຈອກ​ນີ້​ຄື​ກັນ.
27“ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ຈົ່ງ​ດື່ມ, ຈົ່ງ​ເມົາ ແລະ ຮາກ​ອອກ​ມາ ແລະ ລົ້ມ​ລົງ​ຈົນ​ລຸກ​ຂຶ້ນ​ມາ​ອີກ​ບໍ່​ໄດ້ ເພາະ​ດາບ​ທີ່​ເຮົາ​ຈະ​ສົ່ງ​ມາ​ທ່າມກາງ​ພວກເຈົ້າ’.28ແຕ່​ຖ້າ​ພວກເຂົາ​ປະຕິເສດ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ເຈົ້າ​ມາ​ດື່ມ, ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: ພວກເຈົ້າ​ຕ້ອງ​ດື່ມ​ມັນ!29ເບິ່ງ​ແມ, ເຮົາ​ກຳລັງ​ເລີ່ມ​ຕົ້ນ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ນີ້​ເພື່ອ​ນາມ​ຂອງ​ເຮົາ, ແລະ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ບໍ່​ຖືກ​ລົງໂທດ​ໄປ​ໄດ້​ແທ້​ບໍ? ພວກເຈົ້າ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ, ເພາະ​ເຮົາ​ກໍາລັງ​ສັ່ງ​ໃຫ້​ດາບ​ມາ​ລົງໂທດ​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ’, ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນີ້.
30“ບັດນີ້​ຈົ່ງ​ທໍານວາຍ​ຖ້ອຍຄຳ​ທັງໝົດ​ເຫລົ່ານີ້​ແກ່​ພວກເຂົາ ແລະ ບອກ​ພວກເຂົາ​ວ່າ:“ ‘ພຣະເຈົ້າຢາເວ​ຈະ​ເປັ່ງ​ສຽງ​ຮ້ອງ​ມາ​ຈາກ​ເບື້ອງ​ເທິງ;ພຣະອົງ​ຈະ​ເປັ່ງ​ສຽງ​ຮ້ອງ​ດັງ​ສະ​ໜັ່ນ​ຈາກ​ບ່ອນ​ອັນ​ບໍລິສຸດ​ຂອງ​ພຣະອົງແລະ ເປັ່ງ​ສຽງ​ຮ້ອງ​ຕໍ່ສູ້​ດິນແດນ​ຂອງ​ພຣະອົງ.ພຣະອົງ​ຈະ​ເປັ່ງ​ສຽງ​ຮ້ອງ​ເປັນ​ເໝືອນ​ສຽງ​ຄົນ​ຢຽບ​ໝາກ​ອະງຸ່ນ,ຈະ​ເປັ່ງສຽງ​ຮ້ອງ​ຕໍ່ສູ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.31ສຽງ​ຄຶກຄະນອງ​ຈະ​ດັງ​ກ້ອງ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.ເພາະ​ພຣະເຈົ້າຢາເວ​ຈະ​ດຳເນີນ​ຄະດີ​ກັບ​ປະຊາຊາດ​ທັງຫລາຍ;ພຣະອົງ​ຈະ​ນໍາ​ການ​ພິພາກສາ​ມາ​ສູ່​ມວນ​ມະນຸດ​ທັງໝົດແລະ ຈະ​ປະຫານ​ຄົນ​ຊົ່ວຮ້າຍ​ດ້ວຍ​ດາບ’ ”ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
32ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:“ເບິ່ງ​ແມ! ໄພພິບັດ​ກຳລັງ​ແຜ່​ກະຈາຍ​ອອກ​ໄປຈາກ​ຊົນຊາດ​ໜຶ່ງ​ໄປ​ຫາ​ອີກ​ຊົນຊາດ​ໜຶ່ງ;ພະຍຸ​ໃຫຍ່​ກຳລັງ​ກໍ່​ຕົວ​ຂຶ້ນຈາກ​ສຸດປາຍ​ແຜ່ນດິນ​ໂລກ”.
33ໃນ​ເວລາ​ນັ້ນ ບັນດາ​ຄົນ​ທີ່​ພຣະເຈົ້າຢາເວ​ປະຫານ​ຈະ​ມີ​ຢູ່​ທຸກ​ບ່ອນ​ຈາກ​ສຸດປາຍ​ແຜ່ນດິນໂລກ​ດ້ານ​ໜຶ່ງ​ເຖິງ​ຈົນ​ສຸດປາຍ​ແຜ່ນດິນໂລກ​ອີກ​ດ້ານ​ໜຶ່ງ. ຈະ​ບໍ່​ມີ​ຜູ້ໃດ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ພວກເຂົາ ຫລື ຈະ​ບໍ່​ມີ​ຜູ້ໃດ​ຮວບຮວມ​ຊາກສົບ​ໄວ້ ຫລື ນໍາ​ເອົາ​ໄປ​ຝັງ, ແຕ່​ຈະ​ເປັນ​ເໝືອນ​ກອງ​ຂີ້ສັດ​ທີ່​ຖືກ​ປະໄວ້​ຢູ່​ເທິງ​ພື້ນດິນ.34ຈົ່ງ​ຮ້ອງໄຫ້ ແລະ ຄ່ຳຄວນ, ບັນດາ​ຄົນ​ລ້ຽງແກະ;ພວກ​ຜູ້ນໍາ​ຝູງ​ແກະ, ຈົ່ງ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ.ເພາະ​ເວລາ​ທີ່​ພວກເຈົ້າ​ຈະ​ຖືກ​ປະຫານ​ໄດ້​ມາ​ເຖິງ​ແລ້ວ;ພວກເຈົ້າ​ຈະ​ລົ້ມລົງ​ຕາຍ​ເໝືອນດັ່ງ​ແກະ​ເຖິກ​ໂຕ​ດີໆ​ທີ່​ຖືກ​ຂ້າ.35ພວກ​ຄົນ​ລ້ຽງແກະ​ບໍ່​ຮູ້​ວ່າ​ຈະ​ໜີ​ໄປ​ໃສ,ບັນດາ​ຜູ້ນໍາ​ຝູງ​ແກະ​ບໍ່ຮູ້​ວ່າ​ຈະ​ຫລົບ​ໜີ​ໄປ​ທາງ​ໃດ.36ຈົ່ງ​ຟັງ​ສຽງ​ຮ້ອງ​ຂອງ​ພວກ​ຄົນລ້ຽງແກະສຽງ​ຄ່ຳຄວນ​ຂອງ​ພວກ​ຜູ້ນຳ​ຂອງ​ຝູງ​ແກະ,ເພາະ​ພຣະເຈົ້າຢາເວ​ກຳລັງ​ທຳລາຍ​ທົ່ງຫຍ້າ​ຂອງ​ພວກເຂົາ.37ທົ່ງຫຍ້າ​ອັນ​ສະຫງົບສຸກ​ຈະ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮົກຮ້າງ.ເພາະ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າຢາເວ.38ພຣະອົງ​ຈະ​ອອກ​ມາ​ຈາກ​ບ່ອນ​ທີ່​ພຣະອົງ​ຢູ່​ເໝືອນດັ່ງ​ໂຕສິງແລະ ດິນແດນ​ຂອງ​ພວກເຂົາ​ຈະ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮົກຮ້າງເພາະ​ດາບ  ​ຂອງ​ຜູ້​ກົດຂີ່ແລະ ເພາະ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2