ເຢເຣມີຢາ24
ເລື່ອງໝາກເດື່ອສອງກະຕ່າ
1ຫລັງຈາກທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຢໂຮຍອາກິນ ລູກຊາຍຂອງເຈົ້າເຢໂຮຍອາກິມກະສັດແຫ່ງຢູດາຍ, ບັນດາຂ້າລາຊະການ, ພວກຊ່າງຊໍານິຊຳນານ ແລະ ພວກຊ່າງສີມືຂອງຢູດາຍຈາກເຢຣູຊາເລັມໄປເປັນຊະເລີຍທີ່ບາບີໂລນ. ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າວາງຢູ່ຕໍ່ໜ້າວິຫານຂອງພຣະເຈົ້າຢາເວ.2ກະຕ່າທີໜຶ່ງມີໝາກເດື່ອດີເໝືອນດັ່ງໝາກເດື່ອສຸກຕົ້ນປີ; ອີກກະຕ່າໜຶ່ງມີໝາກເດື່ອບໍ່ດີ, ບໍ່ດີຈົນພວກເຂົາກິນບໍ່ໄດ້.3ແລ້ວພຣະເຈົ້າຢາເວໄດ້ຖາມຂ້າພະເຈົ້າວ່າ, “ເຢເຣມີຢາ, ເຈົ້າເຫັນຫຍັງ?”ຂ້າພະເຈົ້າໄດ້ຕອບວ່າ, “ໝາກເດື່ອດີກໍດີຫລາຍ, ແຕ່ໝາກເດື່ອບໍ່ດີກໍບໍ່ດີຈົນກິນບໍ່ໄດ້”.4ແລ້ວຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,5“ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ເຮົາຖືວ່າການເປັນຊະເລີຍຂອງຢູດາຍເປັນດັ່ງໝາກເດື່ອທີ່ດີ, ທີ່ເຮົາສົ່ງອອກຈາກບ່ອນນີ້ໄປທີ່ດິນແດນຂອງຊາວບາບີໂລນ .6ຕາຂອງເຮົາຈະເຝົ້າເບິ່ງພວກເຂົາເພື່ອຜົນປະໂຫຍດຂອງພວກເຂົາ ແລະ ເຮົານຳພວກເຂົາກັບຄືນມາທີ່ດິນແດນນີ້. ເຮົາຈະສ້າງພວກເຂົາຂຶ້ນ ແລະ ຈະບໍ່ທໍາລາຍພວກເຂົາລົງ; ເຮົາຈະປູກພວກເຂົາໄວ້ ແລະ ຈະບໍ່ຖອນຮາກພວກເຂົາ.7ເຮົາຈະມອບຈິດໃຈໃຫ້ພວກເຂົາທີ່ຈະຮູ້ຈັກເຮົາວ່າເຮົາແມ່ນພຣະເຈົ້າຢາເວ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ, ເພາະພວກເຂົາຈະກັບຄືນມາຫາເຮົາຢ່າງໝົດໃຈຂອງພວກເຂົາ.8“ພຣະເຈົ້າຢາເວກ່າວວ່າ, ‘ແຕ່ເໝືອນດັ່ງໝາກເດື່ອບໍ່ດີ, ທີ່ບໍ່ດີຈົນກິນບໍ່ໄດ້, ເຮົາຈະຈັດການກັບກະສັດເຊເດກີຢາແຫ່ງຢູດາຍ, ບັນດາຂ້າລາຊະການຂອງລາວ ແລະ ພວກຜູ້ທີ່ລອດຊີວິດຈາກເຢຣູຊາເລັມແບບນັ້ນ, ບໍ່ວ່າພວກເຂົາຈະຍັງຢູ່ໃນດິນແດນນີ້ ຫລື ອາໄສຢູ່ໃນເອຢິບກໍຕາມ.9ເຮົາກໍຈະເຮັດໃຫ້ພວກເຂົາເປັນທີ່ໜ້າລັງກຽດ ແລະ ເປັນທີ່ໜ້າກຽດຊັງແກ່ອານາຈັກທັງໝົດໃນແຜ່ນດິນໂລກ, ຖືກດູຖູກ, ຖືກເວົ້ານິນທາ, ຖືກສາບແຊ່ງ ແລະ ເປັນເປົ້າຂອງການເຢາະເຢີ້ຍ, ໃນບ່ອນທີ່ເຮົາຂັບໄລ່ພວກເຂົາໄປນັ້ນ.10ເຮົາຈະສົ່ງສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດມາຕໍ່ສູ້ພວກເຂົາຈົນພວກເຂົາຖືກທຳລາຍອອກຈາກດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ແລະ ບັນພະບຸລຸດຂອງພວກເຂົາ’ ”.
Biblica, Inc.