ເຢເຣມີຢາ23
ກິ່ງອັນຊອບທຳ
1ພຣະເຈົ້າຢາເວປະກາດວ່າ “ວິບັດແກ່ບັນດາຄົນລ້ຽງແກະທີ່ກໍາລັງທໍາລາຍ ແລະ ເຮັດໃຫ້ລູກແກະໃນທົ່ງຫຍ້າຂອງເຮົາກະຈັດກະຈາຍໄປ!”.2ເຫດສະນັ້ນ ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວກັບບັນດາຄົນລ້ຽງແກະທີ່ລ້ຽງດູປະຊາຊົນຂອງເຮົາວ່າ: “ເພາະພວກເຈົ້າໄດ້ເຮັດໃຫ້ຝູງແກະຂອງເຮົາກະຈັດກະຈາຍໄປ ແລະ ພວກເຈົ້າໄດ້ຂັບໄລ່ພວກເຂົາໃຫ້ໜີໄປ ແລະ ບໍ່ໄດ້ເອົາໃຈໃສ່ເບິ່ງແຍງພວກເຂົາ, ເຮົາຈະລົງໂທດພວກເຈົ້າເພາະຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ”, ພຣະເຈົ້າຢາເວປະກາດດັ່ງນີ້.3“ເຮົາເອງຈະຮວບຮວມຝູງແກະທີ່ຍັງເຫລືອອອກມາຈາກປະເທດຕ່າງໆທີ່ເຮົາຂັບໄລ່ພວກເຂົາໄປ ແລະ ຈະນຳພວກເຂົາກັບມາທີ່ທົ່ງຫຍ້າຂອງພວກເຂົາ, ເຊິ່ງເປັນບ່ອນທີ່ພວກເຂົາຈະມີລູກຫລວງຫລາຍ ແລະ ເພີ່ມທະວີຂຶ້ນ.4ເຮົາຈະແຕ່ງຕັ້ງຄົນລ້ຽງແກະໃຫ້ຮັບຜິດຊອບພວກເຂົາລ້ຽງດູພວກເຂົາ ແລະ ພວກເຂົາຈະບໍ່ຢ້ານ ຫລື ຕົກໃຈຢ້ານກົວອີກຕໍ່ໄປ, ຫລື ຈະບໍ່ມີໂຕໃດສູນຫາຍໄປ”, ພຣະເຈົ້າຢາເວປະກາດດັ່ງນີ້.5ພຣະເຈົ້າຢາເວປະກາດວ່າ, “ວັນນັ້ນຈະມາເຖິງ”,ເມື່ອເຮົາຈະຍົກກິ່ງອັນຊອບທຳຂຶ້ນໃຫ້ແກ່ດາວິດ, ກະສັດຜູ້ໜຶ່ງທີ່ຈະປົກຄອງຢ່າງສະຫລາດແລະ ເຮັດສິ່ງທີ່ຍຸຕິທໍາ ແລະ ຖືກຕ້ອງໃນດິນແດນ.6ໃນສະໄໝຂອງເພິ່ນ ຢູດາຍຈະໄດ້ຮັບການຊ່ວຍໃຫ້ພົ້ນ.ແລະ ອິດສະຣາເອນຈະອາໄສຢູ່ຢ່າງປອດໄພ.ນີ້ແມ່ນນາມທີ່ເພິ່ນຈະຖືກເອີ້ນວ່າ:ພຣະເຈົ້າຢາເວ ອົງພຣະຜູ້ໄຖ່ທີ່ຊອບທຳຂອງພວກຂ້ານ້ອຍ.7ພຣະເຈົ້າຢາເວປະກາດວ່າ “ສະນັ້ນ ເມື່ອວັນນັ້ນມາເຖິງ, ປະຊາຊົນຈະບໍ່ເວົ້າອີກຕໍ່ໄປວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນສັນໃດ, ຜູ້ທີ່ໄດ້ນຳຊາວອິດສະຣາເອນອອກມາຈາກເອຢິບ’,8ແຕ່ພວກເຂົາຈະເວົ້າວ່າ, ‘ພຣະເຈົ້າຢາເວມີຊີວິດ, ຜູ້ທີ່ໄດ້ນຳເຊື້ອສາຍອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະ ຈາກທຸກປະເທດທີ່ພຣະອົງໄດ້ເນລະເທດພວກເຂົາໄປນັ້ນ’. ແລ້ວພວກເຂົາຈະອາໄສຢູ່ໃນດິນແດນຂອງພວກເຂົາເອງ”.ບັນດາຜູ້ທໍານວາຍປອມ
9ຖ້ອຍຄໍາຂອງພຣະເຈົ້າກ່ຽວກັບບັນດາຜູ້ທໍານວາຍວ່າ:ຈິດໃຈຂ້ານ້ອຍແຕກສະຫລາຍຢູ່ພາຍໃນຂ້ານ້ອຍ;ກະດູກທຸກຊີກຂອງຂ້ານ້ອຍກໍສັ່ນສະທ້ານ.ຂ້ານ້ອຍເປັນເໝືອນຄົນເມົາເຫລົ້າ,ເປັນເໝືອນຄົນແຂງແຮງທີ່ຖືກຄວບຄຸມດ້ວຍເຫລົ້າອະງຸ່ນ,ຍ້ອນພຣະເຈົ້າຢາເວແລະ ຖ້ອຍຄໍາອັນບໍລິສຸດຂອງພຣະອົງ.10ດິນແດນເຕັມໄປດ້ວຍຄົນຫລິ້ນຊູ້;ເພາະຄຳສາບແຊ່ງ ດິນແດນຈຶ່ງຖືກປະຖິ້ມໄວ້ໃຫ້ແຫ້ງແລ້ງ ແລະ ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານກໍຫ່ຽວແຫ້ງໝົດ.ບັນດາຜູ້ທຳນວາຍເຮັດຕາມວິຖີທາງອັນຊົ່ວແລະ ໃຊ້ອຳນາດຂອງຕົນຢ່າງບໍ່ຍຸຕິທໍາ.11“ທັງຜູ້ທໍານວາຍ ແລະ ປະໂລຫິດກໍບໍ່ນັບຖືພຣະເຈົ້າ;ແມ່ນແຕ່ຢູ່ໃນວິຫານຂອງເຮົາ ເຮົາເຫັນຄວາມຊົ່ວຮ້າຍຂອງພວກເຂົາ”,ພຣະເຈົ້າຢາເວປະກາດດັ່ງນີ້.12“ເຫດສະນັ້ນ ທາງຂອງພວກເຂົາຈະມື່ນ;ພວກເຂົາຈະຖືກຂັບໄລ່ອອກໄປສູ່ຄວາມມືດແລະ ພວກເຂົາຈະລົ້ມລົງຢູ່ທີ່ນັ້ນ.ເຮົາຈະນຳໄພພິບັດມາສູ່ພວກເຂົາໃນປີທີ່ພວກເຂົາຖືກລົງໂທດ”,ພຣະເຈົ້າຢາເວປະກາດດັ່ງນີ້.13“ໃນທ່າມກາງບັນດາຜູ້ທໍານວາຍຂອງຊາມາເຣຍເຮົາໄດ້ເຫັນສິ່ງທີ່ໜ້າລັງກຽດຄື:ພວກເຂົາໄດ້ທໍານວາຍໃນນາມພະບາອານແລະ ນຳປະຊາຊົນອິດສະຣາເອນຂອງເຮົາໃຫ້ຫລົງຜິດໄປ.14ແລະ ໃນທ່າມກາງບັນດາຜູ້ທໍານວາຍຂອງເຢຣູຊາເລັມເຮົາກໍເຫັນບາງສິ່ງທີ່ໜ້າຢ້ານກົວຄື:ພວກເຂົາໄດ້ຫລິ້ນຊູ້ ແລະ ດຳເນີນຊີວິດຢູ່ໃນການຫລອກລວງ.ພວກເຂົາສົ່ງເສີມມືຂອງພວກຄົນຊົ່ວ,ເພື່ອຈະບໍ່ມີຜູ້ໃດໃນພວກເຂົາຫັນໜີຈາກຄວາມຊົ່ວຮ້າຍຂອງຕົນ.ພວກເຂົາທຸກຄົນເປັນເໝືອນເມືອງໂຊໂດມ;ປະຊາຊົນເຢຣູຊາເລັມເປັນເໝືອນເມືອງໂກໂມຣາສໍາລັບເຮົາ”.15ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວກ່ຽວກັບບັນດາຜູ້ທໍານວາຍວ່າ:“ເຮົາຈະເຮັດໃຫ້ພວກເຂົາກິນອາຫານຂົມແລະ ດື່ມນ້ຳທີ່ມີພິດ,ຍ້ອນບັນດາຜູ້ທຳນວາຍຂອງເຢຣູຊາເລັມການບໍ່ນັບຖືພຣະເຈົ້າໄດ້ແຜ່ຂະຫຍາຍໄປທົ່ວດິນແດນ”.16ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວວ່າ:“ຢ່າຟັງສິ່ງທີ່ພວກຜູ້ທໍານວາຍກໍາລັງທໍານວາຍໃຫ້ພວກເຈົ້າ;ພວກເຂົາເຮັດໃຫ້ພວກເຈົ້າເຕັມໄປດ້ວຍຄວາມຫວັງທີ່ຈອມປອມ.ພວກເຂົາເວົ້ານິມິດຕ່າງໆຈາກຄວາມຄິດຂອງຕົນເອງ,ບໍ່ແມ່ນຈາກປາກຂອງພຣະເຈົ້າຢາເວ.17ພວກເຂົາກໍສືບຕໍ່ບອກບັນດາຄົນທີ່ດູໝິ່ນເຮົາວ່າ,‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ພວກເຈົ້າຈະມີສັນຕິສຸກ’.ແລະ ບອກກັບຄົນທຸກໃຫ້ເຮັດຕາມຄວາມດື້ດ້ານແຫ່ງໃຈຕົນເອງພວກເຂົາເວົ້າວ່າ ‘ຈະບໍ່ມີໄພອັນຕະລາຍໃດເກີດຂຶ້ນກັບພວກເຈົ້າ’.18ແຕ່ມີຜູ້ໃດໃນພວກເຂົາທີ່ໄດ້ຢືນຢູ່ໃນບ່ອນຊຸມນຸມຂອງພຣະເຈົ້າຢາເວທີ່ໄດ້ເຫັນ ຫລື ໄດ້ຍິນຖ້ອຍຄຳຂອງພຣະອົງບໍ?ມີຜູ້ໃດໄດ້ຟັງ ແລະ ໄດ້ຍິນຖ້ອຍຄຳຂອງພຣະອົງບໍ?19ເບິ່ງແມ, ພາຍຸແຫ່ງພຣະເຈົ້າຢາເວຈະເກີດຂຶ້ນໃນຄວາມໂກດຮ້າຍນັ້ນ,ເປັນລົມພະຍຸໝຸນພັດລົງມາໃສ່ຫົວຂອງບັນດາຄົນຊົ່ວຮ້າຍ20ຄວາມໃຈຮ້າຍຂອງພຣະເຈົ້າຢາເວຈະບໍ່ກັບຄືນມາຈົນກວ່າພຣະອົງຈະໃຫ້ສຳເລັດຕາມຄວາມປະສົງຂອງພຣະອົງ.ໃນວັນນັ້ນມາເຖິງsplit paraເຈົ້າຈະເຂົ້າໃຈສິ່ງນີ້ຢ່າງຊັດເຈນ.21ເຮົາບໍ່ໄດ້ໃຊ້ຜູ້ທໍານວາຍເຫລົ່ານີ້ໄປແຕ່ພວກເຂົາໄດ້ກ່າວດ້ວຍຖ້ອຍຄຳຂອງຕົນອອກມາ;ເຮົາບໍ່ໄດ້ກ່າວກັບພວກເຂົາ,ແຕ່ພວກເຂົາກໍໄດ້ທໍານວາຍ.22ແຕ່ຖ້າພວກເຂົາໄດ້ຢືນຢູ່ໃນບ່ອນຊຸມນຸມຂອງເຮົາ,ພວກເຂົາຈະໄດ້ປະກາດຖ້ອຍຄຳຂອງເຮົາໃຫ້ປະຊາຊົນຂອງເຮົາແລະ ຈະເຮັດໃຫ້ປະຊາຊົນຫັນໜີຈາກວິຖີທາງອັນຊົ່ວຂອງຕົນແລະ ການກະທຳອັນຊົ່ວຮ້າຍຂອງພວກເຂົາ”.23ພຣະເຈົ້າຢາເວປະກາດວ່າ,“ເຮົາເປັນພຣະເຈົ້າຜູ້ທີ່ຢູ່ພຽງແຕ່ບ່ອນໃກ້ໆເທົ່ານັ້ນບໍ?ແລະ ບໍ່ໄດ້ເປັນພຣະເຈົ້າຜູ້ທີ່ຢູ່ຫ່າງໄກບໍ?”24ພຣະເຈົ້າຢາເວປະກາດວ່າ“ມີຜູ້ໃດສາມາດຫລົບລີ້ໃນບ່ອນເລິກລັບເພື່ອບໍ່ໃຫ້ເຮົາເຫັນພວກເຂົາໄດ້?”.“ເຮົາບໍ່ໄດ້ຢູ່ທຸກບ່ອນທົ່ວຟ້າສະຫວັນແລະ ແຜ່ນດິນໂລກບໍ?”ພຣະເຈົ້າຢາເວປະກາດດັ່ງນີ້.25“ເຮົາໄດ້ຍິນສິ່ງທີ່ບັນດາຜູ້ທໍານວາຍທີ່ທໍານວາຍຕົວະໃນນາມຂອງເຮົາ. ພວກເຂົາເວົ້າວ່າ, ‘ຂ້າພະເຈົ້າໄດ້ຝັນເຫັນ! ຂ້າພະເຈົ້າໄດ້ຝັນເຫັນ!’26ສິ່ງນີ້ຈະຍັງຢູ່ໃນໃຈຂອງຜູ້ທໍານວາຍປອມເຫລົ່ານີ້ອີກດົນປານໃດ, ເຊິ່ງທໍານວາຍພາບຫລອນໃນຄວາມຄິດຂອງຕົນ?27ພວກເຂົາຄິດວ່າຄວາມຝັນທີ່ພວກເຂົາບອກກັນນັ້ນຈະເຮັດໃຫ້ປະຊາຊົນຂອງເຮົາລືມນາມຂອງເຮົາ, ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ລືມນາມຂອງເຮົາໂດຍການກາບໄຫວ້ພະບາອານ.28ຈົ່ງໃຫ້ຜູ້ທໍານວາຍທີ່ໄດ້ຝັນນັ້ນເລົ່າຄວາມຝັນຂອງລາວ ແຕ່ໃຫ້ຜູ້ທີ່ມີຖ້ອຍຄຳຂອງເຮົາກ່າວຢ່າງສັດຊື່. ເພາະເຟືອງເຂົ້າຄືກັນກັບເມັດເຂົ້າບໍ?” ພຣະເຈົ້າຢາເວປະກາດດັ່ງນີ້.29ພຣະເຈົ້າຢາເວປະກາດວ່າ, “ຖ້ອຍຄຳຂອງເຮົາເປັນເໝືອນໄຟ ແລະ ເປັນເໝືອນຄ້ອນຕີທີ່ທຸບກ້ອນຫີນໃຫ້ແຕກເປັນປ່ຽງໆບໍ່ແມ່ນບໍ?”30ພຣະເຈົ້າຢາເວປະກາດວ່າ, “ເຫດສະນັ້ນ ເຮົາເປັນສັດຕູກັບບັນດາຜູ້ທໍານວາຍທີ່ລັກຄໍາເວົ້າຂອງກັນແລ້ວອ້າງວ່າເປັນຖ້ອຍຄຳມາຈາກເຮົາ”.31ພຣະເຈົ້າຢາເວປະກາດວ່າ “ຖືກແລ້ວ ເຮົາເປັນສັດຕູກັບບັນດາຜູ້ທໍານວາຍທີ່ໃຊ້ລິ້ນຂອງຕົນເອງ ແຕ່ກໍຍັງປະກາດວ່າ, ‘ພຣະເຈົ້າຢາເວປະກາດວ່າ’ ”.32“ແທ້ຈິງແລ້ວ, ເຮົາເປັນສັດຕູກັບບັນດາຜູ້ທີ່ທໍານວາຍຄວາມຝັນປອມ, ພວກເຂົາບອກປະຊາຊົນ ແລະ ນໍາປະຊາຊົນຂອງເຮົາໃຫ້ຫລົງຜິດໄປດ້ວຍຄຳຕົວະແບບບໍ່ຄິດຂອງພວກເຂົາ, ແຕ່ເຮົາບໍ່ໄດ້ໃຊ້ພວກເຂົາໄປ ຫລື ແຕ່ງຕັ້ງພວກເຂົາ. ພວກເຂົາບໍ່ໄດ້ເປັນປະໂຫຍດແກ່ປະຊາຊົນເຫລົ່ານີ້ແມ່ນແຕ່ໜ້ອຍດຽວ” ພຣະເຈົ້າຢາເວປະກາດດັ່ງນີ້.ຄຳທໍານວາຍປອມ
33“ເມື່ອປະຊາຊົນເຫລົ່ານີ້ ຫລື ຜູ້ທໍານວາຍ ຫລື ປະໂລຫິດມາຖາມເຈົ້າວ່າ, ‘ມີຖ້ອຍຄຳຫຍັງຈາກພຣະເຈົ້າຢາເວ?’ ເຈົ້າຈົ່ງກ່າວກັບພວກເຂົາວ່າ, ‘ຖ້ອຍຄຳຫຍັງ? ພຣະເຈົ້າຢາເວປະກາດວ່າ, ເຮົາຈະປະຖິ້ມພວກເຈົ້າ’.34ຖ້າຜູ້ທໍານວາຍ ແລະ ປະໂລຫິດ ຫລື ຜູ້ໃດຜູ້ໜຶ່ງອ້າງວ່າ ‘ນີ້ແມ່ນຖ້ອຍຄໍາຈາກພຣະເຈົ້າຢາເວ’ ເຮົາຈະລົງໂທດພວກເຂົາ ແລະ ຄອບຄົວຂອງພວກເຂົາ.35ພວກເຈົ້າແຕ່ລະຄົນສືບຕໍ່ເວົ້າກັບໝູ່ເພື່ອນຂອງພວກເຈົ້າ ແລະ ຊາວອິດສະຣາເອນຄົນອື່ນວ່າ: ‘ພຣະເຈົ້າຢາເວໃຫ້ຄຳຕອບຢ່າງໃດ?’ ຫລື ‘ພຣະເຈົ້າຢາເວໄດ້ກ່າວຫຍັງແດ່?’36ແຕ່ພວກເຈົ້າຢ່າກ່າວເຖິງ ‘ຖ້ອຍຄຳຂອງພຣະເຈົ້າຢາເວອີກ’, ເພາະເມື່ອພວກເຈົ້າເອົາຄຳເວົ້າຂອງແຕ່ລະຄົນມາເປັນຂອງຕົນເອງ. ສະນັ້ນ ພວກເຈົ້າກໍບິດເບືອນຖ້ອຍຄໍາຂອງພຣະເຈົ້າຜູ້ມີຊີວິດຢູ່, ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າຂອງພວກເຮົາ.37ພວກເຈົ້າຍັງເວົ້າກັບຜູ້ທໍານວາຍວ່າ: ‘ພຣະເຈົ້າຢາເວຕອບພວກເຈົ້າວ່າແນວໃດ?’ ຫລື ‘ພຣະເຈົ້າຢາເວໄດ້ກ່າວຫຍັງ?’38ເຖິງແມ່ນວ່າພວກເຈົ້າອ້າງວ່າ, ‘ນີ້ແມ່ນຖ້ອຍຄໍາມາຈາກພຣະເຈົ້າຢາເວ’ ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ພວກເຈົ້າໄດ້ໃຊ້ຄຳເວົ້າວ່າ, ‘ນີ້ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວ’ ທັງທີ່ເຮົາບໍ່ໄດ້ບອກໃຫ້ພວກເຈົ້າອ້າງວ່າ ‘ນີ້ແມ່ນຖ້ອຍຄໍາມາຈາກພຣະເຈົ້າຢາເວ’.39ເຫດສະນັ້ນ, ເຮົາຈະລືມພວກເຈົ້າ ແລະ ໂຍນພວກເຈົ້າອອກໄປໃຫ້ພົ້ນຈາກໜ້າເຮົາຢ່າງແນ່ນອນພ້ອມທັງນະຄອນນີ້ເຮົາໄດ້ມອບໃຫ້ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ.40ເຮົາຈະນຳຄວາມອັບອາຍອັນຕະຫລອດໄປມາສູ່ພວກເຈົ້າຄື ຄວາມອັບອາຍອັນຕະຫລອດໄປທີ່ຈະບໍ່ມີວັນລືມໄດ້”.Biblica, Inc.