ເຢເຣມີຢາ22
ການພິພາກສາຕໍ່ບັນດາກະສັດທີ່ຊົ່ວຮ້າຍ
1ພຣະເຈົ້າຢາເວກ່າວວ່າ: “ຈົ່ງໄປວັງຂອງກະສັດຢູດາຍ ແລະ ປະກາດຖ້ອຍຄໍານີ້ຢູ່ທີ່ນັ້ນວ່າ:2‘ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວກ່າວກັບເຈົ້າ, ກະສັດແຫ່ງຢູດາຍຜູ້ທີ່ນັ່ງເທິງບັນລັງຂອງດາວິດ ເຈົ້າເອງ, ບັນດາຂ້າລາຊະການ ແລະ ປະຊາຊົນຂອງເຈົ້າທີ່ຜ່ານເຂົ້າມາທາງປະຕູເຫລົ່ານີ້.3ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງເຮັດສິ່ງທີ່ຍຸຕິທໍາ ແລະ ຖືກຕ້ອງ. ຈົ່ງຊ່ວຍເຫລືອຄົນທີ່ຖືກປຸ້ນຈາກມືຂອງຜູ້ທີ່ກົດຂີ່. ຢ່າເຮັດສິ່ງທີ່ຜິດ ຫລື ສິ່ງທີ່ຮຸນແຮງຕໍ່ຄົນຕ່າງດ້າວ, ລູກກຳພ້າ ຫລື ແມ່ໝ້າຍ ແລະ ຢ່າເຮັດໃຫ້ເລືອດຂອງຄົນບໍລິສຸດໄຫລນອງໃນບ່ອນນີ້.4ເພາະຖ້າພວກເຈົ້າເອົາໃຈໃສ່ປະຕິບັດຕາມຄຳສັ່ງເຫລົ່ານີ້, ແລ້ວບັນດາກະສັດທີ່ນັ່ງເທິງບັນລັງຂອງດາວິດຈະເຂົ້າມາຜ່ານປະຕູຕ່າງໆຂອງເມືອງນີ້, ໂດຍການຂີ່ລົດຮົບ ແລະ ຂີ່ມ້າພ້ອມທັງບັນດາຂ້າລາຊະການ ແລະ ປະຊາຊົນຂອງພວກເຂົາທີ່ໄດ້ຕິດຕາມມານໍາ.5ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຄຳສັ່ງເຫລົ່ານີ້, ພຣະເຈົ້າຢາເວປະກາດວ່າ, ເຮົາຂໍສາບານໃນນາມຂອງເຮົາເອງວ່າວັງນີ້ຈະກາຍເປັນຊາກຫັກເພພັງ’ ”.6ເພາະພຣະເຈົ້າຢາເວກ່າວກ່ຽວກັບວັງຂອງກະສັດແຫ່ງຢູດາຍວ່າ:“ແມ່ນແຕ່ເຈົ້າເອງກໍຈະເປັນເໝືອນກີເລອາດສຳລັບເຮົາ,ເປັນເໝືອນຍອດພູແຫ່ງເລບານອນເຮົາຈະເຮັດໃຫ້ເຈົ້າເປັນເໝືອນດິນຫວ່າງເປົ່າ,ເປັນເໝືອນເມືອງທີ່ບໍ່ມີຜູ້ໃດອາໄສຢູ່ຢ່າງແນ່ນອນ.7ເຮົາຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ພວກເຈົ້າ,ແຕ່ລະຄົນຖືອາວຸດຂອງຕົນມາ,ແລ້ວພວກເຂົາຈະຮື້ຄານຕົ້ນໄມ້ສີດາຊັ້ນດີຂອງເຈົ້າອອກແລະ ໂຍນພວກມັນໃສ່ກອງໄຟ.8“ຄົນມາຈາກຫລາຍຊົນຊາດຈະຍ່າງຜ່ານຊາກຫັກເພພັງຂອງນະຄອນນີ້ ແລະ ຈະຖາມກັນວ່າ, ‘ເປັນຫຍັງພຣະເຈົ້າຢາເວ ຈຶ່ງໄດ້ເຮັດເຊັ່ນນີ້ກັບນະຄອນທີ່ໃຫຍ່ຫລວງເຖິງປານນີ້?’9ແລ້ວຄຳຕອບຈະເປັນດັ່ງນີ້: ‘ເພາະພວກເຂົາໄດ້ປະຖິ້ມຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ແລະ ໄດ້ໄປກາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນ’ ”.10ຢ່າຮ້ອງໄຫ້ໃຫ້ແກ່ການຕາຍຂອງກະສັດ ຫລື ຄ່ຳຄວນເຖິງການສູນເສຍເພິ່ນ;ແຕ່ຈົ່ງຮ້ອງໄຫ້ຢ່າງຂົມຂື່ນໃຫ້ຜູ້ທີ່ໄດ້ຕົກເປັນຊະເລີຍ,ເພາະເພິ່ນຈະບໍ່ໄດ້ກັບຄືນມາອີກຫລື ເຫັນດິນແດນທີ່ເພິ່ນໄດ້ເກີດມາອີກ.11ເພາະພຣະເຈົ້າຢາເວກ່າວກ່ຽວກັບຊໍລູມ ລູກຊາຍຂອງໂຢສີຢາ, ຜູ້ທີ່ໄດ້ຂຶ້ນເປັນກະສັດແຫ່ງຢູດາຍແທນພໍ່ຂອງຕົນ ແຕ່ເພິ່ນຕ້ອງໄດ້ໄປຈາກບ່ອນນີ້ວ່າ: “ເພິ່ນຈະບໍ່ໄດ້ກັບຄືນມາອີກ.12ເພິ່ນຈະຕາຍໃນບ່ອນທີ່ພວກເຂົາໄດ້ຈັບເພິ່ນໄປເປັນຊະເລີຍ; ເພິ່ນຈະບໍ່ໄດ້ເຫັນດິນແດນນີ້ອີກ”.13“ວິບັດແກ່ລາວຜູ້ທີ່ສ້າງວັງຂອງຕົນໂດຍຄວາມບໍ່ຊອບທຳ,ສ້າງຫ້ອງຊັ້ນເທິງໂດຍຄວາມບໍ່ຍຸຕິທຳ,ເຮັດໃຫ້ປະຊາຊົນຂອງເພິ່ນເອງເຮັດວຽກໂດຍບໍ່ມີຄ່າຈ້າງອັນໃດເລີຍ,ບໍ່ຈ່າຍຄ່າແຮງງານໃຫ້ພວກເຂົາ.14ເພິ່ນເວົ້າວ່າ, ‘ຂ້ອຍຈະສ້າງວັງໃຫຍ່ສໍາລັບຂ້ອຍເອງພ້ອມທັງມີຫ້ອງຊັ້ນເທິງທີ່ກວ້າງຂວາງ’.ດັ່ງນັ້ນ ລາວຈຶ່ງສ້າງປ່ອງຢ້ຽມໃຫຍ່ໃສ່ໃນຫ້ອງນັ້ນ,ແອ້ມດ້ວຍໄມ້ສີດາແລະ ປະດັບປະດາດ້ວຍການທາສີແດງ.15“ເຈົ້າໄດ້ຂຶ້ນເປັນກະສັດເພື່ອເຈົ້າຈະມີຕົ້ນໄມ້ສີດາຫລາຍບໍ?ພໍ່ຂອງເຈົ້າບໍ່ໄດ້ກິນອາຫານ ແລະ ດື່ມນໍ້າບໍ?ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ,ສະນັ້ນ ທຸກສິ່ງທີ່ເພິ່ນເຮັດກໍຢູ່ເຢັນເປັນສຸກ.16ເພິ່ນໄດ້ຕັດສິນຄະດີຂອງຄົນທຸກຈົນ ແລະ ຄົນຂັດສົນຢ່າງຍຸຕິທຳ,ແລ້ວກໍຢູ່ເຢັນເປັນສຸກ.ນັ້ນແມ່ນສິ່ງທີ່ໝາຍເຖິງການຮູ້ຈັກເຮົາບໍ?”ພຣະເຈົ້າຢາເວປະກາດດັ່ງນີ້.17“ແຕ່ຕາ ແລະ ໃຈຂອງເຈົ້າປັກໃຈຢູ່ກັບແຕ່ການຫາຜົນປະໂຫຍດ,ຢູ່ກັບການເຮັດໃຫ້ເລືອດຂອງຄົນບໍລິສຸດໄຫລນອງແລະ ການກົດຂີ່ ແລະ ການຂູດຮີດ”.18ເຫດສະນັ້ນ ພຣະເຈົ້າຢາເວກ່າວກ່ຽວກັບເຢໂຮຍອາກິມລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍວ່າ:“ພວກເຂົາຈະບໍ່ໄວ້ທຸກໃຫ້ລາວວ່າ:‘ວິບັດແກ່, ອ້າຍນ້ອງ! ວິບັດແກ່, ເອື້ອຍນ້ອງຂອງຂ້ານ້ອຍ!’ພວກເຂົາຈະບໍ່ໄວ້ທຸກໃຫ້ລາວວ່າ:‘ວິບັດແກ່, ເຈົ້ານາຍ! ວິບັດແກ່, ກະສັດຜູ້ທີ່ສະຫງ່າງາມຂອງຂ້ານ້ອຍ!’19ລາວຈະຖືກຝັງໄວ້ເໝືອນດັ່ງລໍໂຕໜຶ່ງຄືຖືກລາກອອກໄປຖິ້ມຢູ່ນອກປະຕູເມືອງເຢຣູຊາເລັມ”.20“ຈົ່ງຂຶ້ນໄປທີ່ເລບານອນ ແລະ ຮ້ອງຂຶ້ນວ່າ,ຈົ່ງໃຫ້ສຽງຮ້ອງຂອງພວກເຈົ້າໄດ້ຍິນເຖິງບາຊານ,ຈົ່ງໃຫ້ສຽງຮ້ອງໄຫ້ດັງອອກມາຈາກອາບາຣິມ,ເພາະພັນທະມິດທັງໝົດຂອງພວກເຈົ້າຖືກຍ່ອງແລ້ວ.21ເຮົາໄດ້ເຕືອນພວກເຈົ້າເມື່ອພວກເຈົ້າຮູ້ສຶກປອດໄພ,ແຕ່ພວກເຈົ້າໄດ້ເວົ້າວ່າ ‘ພວກຂ້ານ້ອຍຈະບໍ່ຟັງ!’ພວກເຈົ້າໄດ້ເປັນແບບນີ້ມາຕັ້ງແຕ່ພວກເຈົ້າຍັງໜຸ່ມ;ພວກເຈົ້າໄດ້ບໍ່ເຊື່ອຟັງເຮົາ.22ລົມຈະພັດຄົນລ້ຽງແກະທຸກຄົນຂອງພວກເຈົ້າໄປ,ແລະ ພັນທະມິດຂອງພວກເຈົ້າຈະໄປເປັນຊະເລີຍ.ແລ້ວພວກເຈົ້າຈະລະອາຍໃຈ ແລະ ອັບອາຍຍ້ອນຄວາມຊົ່ວຮ້າຍທັງໝົດຂອງພວກເຈົ້າ.23ເຈົ້າຜູ້ທີ່ອາໄສໃນ ‘ເລບານອນ ’,ຜູ້ທີ່ນອນພັກຜ່ອນໃນຕຶກຕ່າງໆທີ່ເຮັດດ້ວຍຕົ້ນໄມ້ສີດາ,ພວກເຈົ້າຈະຮ້ອງຄວນຄາງຢ່າງໃດ ເມື່ອຄວາມເຈັບປວດມາເຖິງພວກເຈົ້າ,ທີ່ເຈັບປວດເໝືອນດັ່ງຜູ້ຍິງທີ່ກໍາລັງເກີດລູກ!”24“ພຣະເຈົ້າຢາເວປະກາດວ່າ, ເຮົາມີຊີວິດຢູ່ແນ່ນອນຢ່າງໃດ, ເຖິງແມ່ນວ່າເຢໂຮຍອາກິນ ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍເປັນແຫວນຕາປະທັບໃນມືຂວາຂອງເຮົາ, ເຮົາກໍຈະຖອດເຈົ້າອອກສັນນັ້ນ.25ເຮົາຈະມອບເຈົ້າໄວ້ໃນມືບັນດາຜູ້ທີ່ຢາກຈະຂ້າເຈົ້າ, ພວກທີ່ເຈົ້າຢ້ານກົວຄື ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ຊາວບາບີໂລນ ທັງຫລາຍ.26ເຮົາຈະໂຍນເຈົ້າ ແລະ ແມ່ຂອງເຈົ້າຜູ້ທີ່ໃຫ້ກໍາເນີດເຈົ້າໄປປະເທດອື່ນ, ເຊິ່ງເປັນບ່ອນທີ່ພວກເຈົ້າທັງສອງບໍ່ໄດ້ເກີດ ແລະ ຈະຕາຍຢູ່ທີ່ນັ້ນ.27ພວກເຈົ້າຈະບໍ່ໄດ້ກັບຄືນມາດິນແດນທີ່ເຈົ້າປາຖະໜາຢາກຈະກັບຄືນມາອີກຕໍ່ໄປ”.28ເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກທີ່ຖືກດູຖູກ,ເປັນດັ່ງສິ່ງຂອງທີ່ບໍ່ມີຜູ້ໃດຕ້ອງການແລ້ວບໍ?ເປັນຫຍັງລາວ ແລະ ພວກລູກຊາຍຂອງລາວຈະຖືກໂຍນອອກໄປ,ໂຍນເຂົ້າໄປດິນແດນທີ່ພວກເຂົາບໍ່ຮູ້ຈັກ?29ໂອ, ດິນແດນ, ດິນແດນ, ດິນແດນ,ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ!30ພຣະເຈົ້າຢາເວກ່າວວ່າ:“ຈົ່ງບັນທຶກເຖິງຊາຍຄົນນີ້ດັ່ງຄົນບໍ່ມີລູກ.ເປັນຄົນທີ່ຈະບໍ່ຈະເລີນຮຸ່ງເຮືອງຕະຫລອດຊົ່ວຊີວິດຂອງລາວ,ເພາະບໍ່ມີຜູ້ໃດໃນເຊື້ອສາຍຂອງລາວຈະເລີນຮຸ່ງເຮືອງຂຶ້ນ,ຈະບໍ່ມີຜູ້ໃດຈະນັ່ງເທິງບັນລັງຂອງດາວິດຫລື ປົກຄອງໃນຢູດາຍອີກຕໍ່ໄປ”.Biblica, Inc.