ເຢເຣມີຢາ21
ພຣະເຈົ້າບໍ່ຕອບຄໍາອ້ອນວອນຂໍຂອງເຊເດກີຢາ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາເມື່ອກະສັດເຊເດກີຢາໄດ້ສົ່ງປັດຊູ ລູກຊາຍຂອງມັນກີຢາ ແລະ ປະໂລຫິດເຊຟານີຢາລູກຊາຍຂອງມາອາເສອີຢາມາຫາເຢເຣມີຢາ ແລະ ພວກເຂົາໄດ້ເວົ້າວ່າ:2“ບັດນີ້ ຈົ່ງຖາມພຣະເຈົ້າຢາເວເພື່ອພວກເຮົາ ເພາະກະສັດເນບູກາດເນັດຊາແຫ່ງບາບີໂລນ ກໍາລັງໂຈມຕີພວກເຮົາ. ບາງທີພຣະເຈົ້າຢາເວຈະເຮັດການອັດສະຈັນເພື່ອພວກເຮົາເໝືອນດັ່ງໃນອະດີດ ເພື່ອວ່າເນບູກາດເນັດຊາຈະໄດ້ຖອນກອງທັບອອກໄປຈາກພວກເຮົາ”.3ແຕ່ເຢເຣມີຢາໄດ້ຕອບພວກເຂົາວ່າ, “ຈົ່ງໄປບອກເຊເດກີຢາວ່າ4‘ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາຈະຫັນອາວຸດສົງຄາມທີ່ຢູ່ໃນມືຂອງເຈົ້າຕໍ່ສູ້ເຈົ້າ, ເຊິ່ງເຈົ້າກໍາລັງໃຊ້ຕໍ່ສູ້ກັບກະສັດແຫ່ງບາບີໂລນ ແລະ ຊາວບາບີໂລນ ທີ່ກຳລັງປິດລ້ອມເຈົ້າຢູ່ທາງນອກກໍາແພງນັ້ນ. ແລະ ເຮົາຈະຮວບຮວມພວກເຂົາເຂົ້າມາໃນນະຄອນນີ້.5ເຮົາເອງຈະສູ້ຮົບກັບເຈົ້າດ້ວຍການຢຽດມືອອກ ແລະ ດ້ວຍແຂນອັນມີລິດອຳນາດໂດຍຄວາມໃຈຮ້າຍອັນຮຸນແຮງ ແລະ ໂດຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ.6ເຮົາຈະຂ້າບັນດາຄົນທີ່ອາໄສຢູ່ໃນນະຄອນນີ້ ທັງຄົນ ແລະ ສັດດ້ວຍ ແລະ ພວກເຂົາຈະຕາຍດ້ວຍໂລກລະບາດອັນໜ້າຢ້ານກົວ.7ຫລັງຈາກນັ້ນ, ພຣະເຈົ້າຢາເວປະກາດວ່າ, ເຮົາຈະມອບກະສັດເຊເດກີຢາແຫ່ງຢູດາຍ, ບັນດາຂ້າລາຊະການຂອງລາວ ແລະ ປະຊາຊົນໃນນະຄອນນີ້ທີ່ລອດຈາກໂລກລະບາດ, ສົງຄາມ ແລະ ການອຶດຢາກອາຫານໄວ້ໃນມືກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ໃນມືບັນດາສັດຕູຂອງພວກເຂົາຜູ້ທີ່ຢາກຂ້າພວກເຂົາ. ເນບູກາດເນັດຊາຈະຂ້າພວກເຂົາ; ລາວຈະບໍ່ສະແດງຄວາມເມດຕາ, ຄວາມກະລຸນາ ຫລື ຄວາມສົງສານຕໍ່ພວກເຂົາ’.8“ນອກຈາກນີ້, ຈົ່ງບອກປະຊາຊົນວ່າ ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາກໍາລັງວາງທາງແຫ່ງຊີວິດ ແລະ ທາງແຫ່ງຄວາມຕາຍຢູ່ຕໍ່ໜ້າພວກເຈົ້າ.9ຜູ້ໃດທີ່ອາໄສຢູ່ໃນນະຄອນນີ້ຈະຕາຍໃນສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດ. ແຕ່ຜູ້ໃດທີ່ອອກໄປ ແລະ ຍອມຈໍານົນຕໍ່ຊາວບາບີໂລນທີ່ກໍາລັງປິດລ້ອມພວກເຈົ້າກໍຈະມີຊີວິດຢູ່; ພວກເຂົາຈະໜີໄປໂດຍທີ່ຍັງມີຊີວິດຢູ່.10ພຣະເຈົ້າຢາເວປະກາດວ່າ, ເຮົາໄດ້ຕັ້ງໃຈທີ່ຈະທໍາລາຍນະຄອນນີ້ ແລະ ບໍ່ແມ່ນເຮັດສິ່ງທີ່ດີ. ນະຄອນນີ້ຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບີໂລນ ແລະ ລາວຈະທໍາລາຍມັນດ້ວຍໄຟ’.11“ຫລາຍກວ່ານັ້ນ, ຈົ່ງກ່າວກັບເຊື້ອວົງຂອງຢູດາຍວ່າ, ‘ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ.12ເຊື້ອວົງຂອງດາວິດ, ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ ‘ຈົ່ງປົກຄອງຢ່າງຄວາມຍຸຕິທຳໃນແຕ່ລະວັນ;ຈົ່ງຊ່ວຍເຫລືອຄົນທີ່ໄດ້ຖືກປຸ້ນຈາກມືຂອງຜູ້ທີ່ກົດຂີ່,ບໍ່ດັ່ງນັ້ນ ຄວາມໂກດຮ້າຍຂອງເຮົາຈະລຸກຂຶ້ນ ແລະ ເຜົາເໝືອນໄຟ.ລຸກໄໝ້ໂດຍບໍ່ມີຜູ້ໃດດັບມັນໄດ້ຍ້ອນຄວາມຊົ່ວທີ່ພວກເຈົ້າໄດ້ເຮັດ.13ເຢຣູຊາເລັມ, ເຮົາເປັນສັດຕູກັບເຈົ້າ,ຜູ້ທີ່ອາໄສຢູ່ເໜືອຮ່ອມພູນີ້ຢູ່ເທິງທົ່ງພຽງຫີນ,ພຣະເຈົ້າຢາເວປະກາດວ່າ:ເຈົ້າຜູ້ທີ່ເວົ້າວ່າ, “ຜູ້ໃດຈະມາສູ້ພວກເຮົາໄດ້?ຜູ້ໃດຈະເຂົ້າມາບ່ອນລີ້ໄພຂອງພວກເຮົາໄດ້?”14ເຮົາເອງຈະລົງໂທດເຈົ້າໃຫ້ສົມກັບຄວາມປະພຶດຂອງເຈົ້າ,ພຣະເຈົ້າຢາເວປະກາດດັ່ງນີ້.ເຮົາຈະຈູດໄຟໃນປ່າຂອງເຈົ້າເພື່ອຈະເຜົາທຸກສິ່ງທຸກຢ່າງທີ່ຢູ່ອ້ອມເຈົ້າ’ ”.Biblica, Inc.