ເຢເຣມີຢາ20
ເຢເຣມີຢາ ແລະ ປັດຊູ
1ເມື່ອປະໂລຫິດປັດຊູລູກຊາຍຂອງອິມເມ, ເຊິ່ງເປັນຫົວໜ້າເຈົ້າໜ້າທີ່ໃນວິຫານຂອງພຣະເຈົ້າຢາເວໄດ້ຍິນເຢເຣມີຢາກຳລັງທໍານວາຍສິ່ງເຫລົ່ານີ້ຢູ່,2ປັດຊູກໍໄດ້ທຸບຕີຜູ້ທໍານວາຍເຢເຣມີຢາ ແລະ ຈັບລາວລ່າມໂສ້ໄວ້ທີ່ປະຕູຊັ້ນເທິງຂອງເບັນຢາມິນໃນວິຫານຂອງພຣະເຈົ້າຢາເວ.3ມື້ຕໍ່ມາ, ເມື່ອປັດຊູໄດ້ແກ້ໂສ້ລ່າມເຢເຣມີຢາ, ເຢເຣມີຢາໄດ້ເວົ້າກັບລາວວ່າ, “ຊື່ທີ່ພຣະເຈົ້າຢາເວຕັ້ງໃຫ້ເຈົ້າບໍ່ແມ່ນປັດຊູ, ແຕ່ແມ່ນຄວາມຢ້ານກົວຢູ່ທຸກດ້ານ 4ເພາະພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະເຮັດໃຫ້ເຈົ້າຢ້ານກົວຕໍ່ຕົນເອງ ແລະ ຕໍ່ໝູ່ເພື່ອນທັງໝົດຂອງເຈົ້າ; ເຈົ້າຈະເຫັນພວກເຂົາລົ້ມລົງຕາຍດ້ວຍດາບຂອງບັນດາສັດຕູຂອງພວກເຂົາດ້ວຍຕາຂອງເຈົ້າເອງ. ເຮົາຈະມອບປະຊາຊົນຢູດາຍທັງໝົດໄວ້ໃນມືຂອງກະສັດແຫ່ງບາບີໂລນ, ຜູ້ທີ່ຈະຈັບພວກເຂົາໄປທີ່ບາບີໂລນ ຫລື ຂ້າພວກເຂົາຖິ້ມເສຍ.5ເຮົາຈະມອບຊັບສົມບັດທັງໝົດຂອງນະຄອນນີ້ໄວ້ໃນມືຂອງສັດຕູຂອງພວກເຂົາຄື ຜົນລະປູກ, ສິ່ງຂອງທີ່ມີຄ່າ ແລະ ຊັບສົມບັດທັງໝົດຂອງບັນດາກະສັດແຫ່ງຢູດາຍ. ບັນດາສັດຕູຈະປຸ້ນເອົາສິ່ງຂອງທັງໝົດເຫລົ່ານີ້ ແລະ ເອົາໄປທີ່ບາບີໂລນ.6ສ່ວນເຈົ້າ, ປັດຊູ ແລະ ທຸກຄົນທີ່ອາໄສຢູ່ໃນເຮືອນຂອງເຈົ້າຈະຕ້ອງໄປເປັນຊະເລີຍທີ່ບາບີໂລນ, ເຈົ້າຈະຕາຍ ແລະ ຈະຖືກຝັງໄວ້ຢູ່ທີ່ນັ້ນ, ເຈົ້າ ແລະ ໝູ່ເພື່ອນຂອງເຈົ້າທີ່ໄດ້ທໍານວາຍຕົວະ’ ”.ຄໍາຈົ່ມທຸກຂອງເຢເຣມີຢາ
7ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ຫລອກລວງຂ້ານ້ອຍ ແລະ ຂ້ານ້ອຍກໍຖືກຫລອກລວງແລ້ວ;ພຣະອົງໄດ້ເອົາຊະນະຂ້ານ້ອຍ ແລະ ມີກຳລັງເໜືອກວ່າຂ້ານ້ອຍ.ຂ້ານ້ອຍຖືກຫົວຂວັນໃສ່ຕະຫລອດວັນທຸກຄົນກໍເຢາະເຢີ້ຍຂ້ານ້ອຍ.8ເມື່ອໃດກໍຕາມທີ່ຂ້ານ້ອຍເວົ້າ, ຂ້ານ້ອຍກໍຮ້ອງໄຫ້ເພາະການປະກາດຄວາມຮຸນແຮງ ແລະ ຄວາມພິນາດ.ສະນັ້ນຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ນໍາການດູຖູກ ແລະ ການຕຳໜິມາສູ່ຂ້ານ້ອຍຕະຫລອດວັນ.9ແຕ່ຖ້າຂ້ານ້ອຍເວົ້າວ່າ, “ຂ້ານ້ອຍຈະບໍ່ກ່າວເຖິງຖ້ອຍຄໍາຂອງພຣະອົງຫລື ບໍ່ເວົ້າອັນໃດໃນນາມຂອງພຣະອົງ”,ຖ້ອຍຄໍາຂອງພຣະອົງທີ່ຢູ່ໃນຈິດໃຈຂອງຂ້ານ້ອຍກໍເປັນດັ່ງໄຟ,ເປັນໄຟເກັບໄວ້ໃນກະດູກຂອງຂ້ານ້ອຍ.ແລະ ຂ້ານ້ອຍອິດເມື່ອຍທີ່ຈະເກັບມັນໄວ້;ທີ່ຈິງແລ້ວ, ຂ້ານ້ອຍເກັບມັນໄວ້ບໍ່ໄດ້.10ຂ້ານ້ອຍໄດ້ຍິນຫລາຍຄົນຊີ່ມໃສ່ກັນວ່າ,“ມີຄວາມຢ້ານຢູ່ທຸກດ້ານ!ຈົ່ງລາຍງານລາວ! ລາຍງານລາວໃຫ້ຮູ້!”ໝູ່ເພື່ອນຂອງຂ້ານ້ອຍທັງໝົດກໍກໍາລັງລໍຖ້າໃຫ້ຂ້ານ້ອຍລົ້ມ, ພວກເຂົາກໍາລັງເວົ້າວ່າ,“ບາງທີລາວອາດຈະຖືກຫລອກລວງ;ແລ້ວເຮົາຈະຊະນະລາວແລະ ພວກເຮົາແກ້ແຄ້ນລາວໄດ້”.11ແຕ່ພຣະເຈົ້າຢາເວຢູ່ກັບຂ້ານ້ອຍເປັນເໝືອນນັກຮົບຜູ້ຍິ່ງໃຫຍ່;ສະນັ້ນ ພວກທີ່ກົດຂີ່ຂົ່ມເຫັງຂ້ານ້ອຍຈະສະດຸດລົ້ມ ແລະ ຈະບໍ່ຊະນະ.ພວກເຂົາຈະລົ້ມເຫລວ ແລະ ຈະຖືກອັບອາຍຂາຍໜ້າຢ່າງແນ່ນອນ;ກຽດຂອງພວກເຂົາຈະເສື່ອມສູນຕະຫລອດໄປ.12ຂ້າແດ່ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະອົງຜູ້ທີ່ກວດສອບຢ່າງຊອບທຳແລະ ພິສູດເບິ່ງຈິດໃຈ ແລະ ຄວາມຄິດ,ໃຫ້ຂ້ານ້ອຍເຫັນການແກ້ແຄ້ນຂອງພຣະອົງຕໍ່ພວກເຂົາ,ເພາະຂ້ານ້ອຍໄດ້ມອບຄະດີຂອງຂ້ານ້ອຍໄວ້ກັບພຣະອົງແລ້ວ.13ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ!ຈົ່ງສັນລະເສີນພຣະເຈົ້າຢາເວ!ພຣະອົງກອບກູ້ຊີວິດຂອງຄົນຂັດສົນຈາກມືຂອງຄົນຊົ່ວຮ້າຍ.14ໂຜດສາບແຊ່ງມື້ທີຂ້າພະເຈົ້າໄດ້ເກີດມາ!ຂໍຢ່າໃຫ້ມື້ທີ່ແມ່ຂອງຂ້ານ້ອຍເກີດຂ້ານ້ອຍມານັ້ນໄດ້ຮັບພອນ!15ຂໍສາບແຊ່ງຄົນທີ່ນຳຂ່າວໄປບອກພໍ່ຂອງຂ້ານ້ອຍ,ຄົນທີ່ເຮັດໃຫ້ລາວດີໃຈຫລາຍ, ລາວກໍາລັງບອກວ່າ,“ເຈົ້າໄດ້ລູກຊາຍແລ້ວ!”16ຂໍໃຫ້ຄົນນັ້ນເປັນເໝືອນເມືອງຕ່າງໆທີ່ພຣະເຈົ້າຢາເວທໍາລາຍໂດຍບໍ່ມີຄວາມເມດຕາສົງສານ.ຂໍໃຫ້ລາວໄດ້ຍິນສຽງຮ້ອງໄຫ້ໃນຕອນເຊົ້າ,ສຽງໂຫ່ຮ້ອງສູ້ຮົບໃນຕອນທ່ຽງຄືນ.17ເພາະລາວໄດ້ບໍ່ຂ້າຂ້ານ້ອຍຕັ້ງແຕ່ຢູ່ໃນມົດລູກ.ໃຫ້ທ້ອງຂອງແມ່ຂ້ານ້ອຍເປັນຂຸມຝັງສົບຂອງຂ້ານ້ອຍ,ໃຫ້ທ້ອງຂອງນາງໃຫຍ່ຢູ່ແບບນັ້ນຕະຫລອດໄປ.18ເປັນຫຍັງຂ້ານ້ອຍຈຶ່ງອອກມາຈາກທ້ອງແມ່ເພື່ອເຫັນຄວາມເດືອດຮ້ອນ ແລະ ຄວາມໂສກເສົ້າແລະ ເພື່ອໃຫ້ຂ້ານ້ອຍຈົບຊີວິດລົງດ້ວຍຄວາມອັບອາຍ?Biblica, Inc.