ເຢເຣມີຢາ1
1ຖ້ອຍຄຳຂອງເຢເຣມີຢາ ລູກຊາຍຂອງຮິນກີຢາ, ເຊິ່ງເປັນປະໂລຫິດຄົນໜຶ່ງຢູ່ທີ່ອານາທົດໃນເຂດແດນຂອງເບັນຢາມິນ.2ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງລາວໃນປີທີສິບສາມຂອງການປົກຄອງຂອງກະສັດໂຢສີຢາ ລູກຊາຍຂອງກະສັດອາໂມນແຫ່ງຢູດາຍ,3ແລະ ຕະຫລອດການປົກຄອງຂອງເຢໂຮຍອາກິມ ລູກຊາຍຂອງກະສັດໂຢສີຢາແຫ່ງຢູດາຍ, ຈົນເຖິງເດືອນທີຫ້າຂອງປີທີສິບເອັດຂອງການປົກຄອງຂອງເຊເດກີຢາ ລູກຊາຍຂອງກະສັດໂຢສີຢາແຫ່ງຢູດາຍ, ເມື່ອປະຊາຊົນນະຄອນເຢຣູຊາເລັມໄດ້ຖືກຈັບໄປເປັນຊະເລີຍ.
ຂ້າພະເຈົ້າໄດ້ຕອບວ່າ, “ຂ້ານ້ອຍເຫັນງ່າຂອງຕົ້ນອັນມອນ”,12ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຢ່າງຖືກຕ້ອງແລ້ວ, ເພາະເຮົາກຳລັງເຝົ້າເບິ່ງ ໃຫ້ຖ້ອຍຄໍາຂອງເຮົາສໍາເລັດເປັນຈິງ”.13ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າອີກວ່າ: “ເຈົ້າເຫັນຫຍັງແດ່?”
ຂ້າພະເຈົ້າໄດ້ຕອບວ່າ, “ຂ້ານ້ອຍເຫັນໝໍ້ໜ່ວຍໜຶ່ງທີ່ກຳລັງຟົດຢູ່, ປາກໝໍ້ປິ່ນມາຫາພວກເຮົາຈາກທາງທິດເໜືອ”.14ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ໄພພິບັດຈາກທາງທິດເໜືອຈະຖືກເທລົງມາໃສ່ທຸກຄົນທີ່ອາໄສຢູ່ໃນດິນແດນນີ້.15ເຮົາກຳລັງຈະເອີ້ນປະຊາຊົນທັງໝົດຂອງອານາຈັກເໜືອມາ”, ພຣະເຈົ້າຢາເວປະກາດດັ່ງນີ້.“ບັນດາກະສັດຂອງພວກເຂົາຈະມາ ແລະ ຕັ້ງບັນລັງຂອງພວກຕົນຂຶ້ນທີ່ທາງເຂົ້າປະຕູເມືອງທັງຫລາຍຂອງເຢຣູຊາເລັມ;ພວກເຂົາຈະມາຕໍ່ສູ້ກຳແພງເມືອງທັງໝົດທີ່ອ້ອມນະຄອນເຢຣູຊາເລັມແລະ ຕໍ່ສູ້ເມືອງທັງໝົດຂອງຢູດາຍ.16ເຮົາຈະປະກາດການພິພາກສາຂອງເຮົາຕໍ່ປະຊາຊົນຂອງເຮົາຍ້ອນຄວາມຊົ່ວຮ້າຍຂອງພວກເຂົາທີ່ໄດ້ປະຖິ້ມເຮົາ,ໂດຍການເຜົາເຄື່ອງຫອມຖວາຍແກ່ບັນດາພະອື່ນແລະ ໂດຍການນະມັດສະການສິ່ງທີ່ມືຂອງພວກເຂົາໄດ້ສ້າງຂຶ້ນມາ.17“ຈົ່ງຕຽມຕົວໃຫ້ພ້ອມ! ລຸກຢືນຂຶ້ນ ແລະ ເວົ້າກັບພວກເຂົາຕາມສິ່ງທີ່ເຮົາສັ່ງເຈົ້າ. ຢ່າຢ້ານພວກເຂົາເລີຍ, ບໍ່ດັ່ງນັ້ນເຮົາຈະເຮັດໃຫ້ເຈົ້າຢ້ານເມື່ອຢູ່ຕໍ່ໜ້າພວກເຂົາ.18ບັດນີ້ເຮົາໄດ້ເຮັດໃຫ້ເຈົ້າເປັນດັ່ງເມືອງທີ່ມີປ້ອມປ້ອງກັນ, ມີເສົາເຫລັກ ແລະ ກຳແພງທອງສຳລິດທີ່ຢືນຕ້ານທານທົ່ວດິນແດນຄືບັນດາກະສັດແຫ່ງຢູດາຍ, ບັນດາຂ້າລາຊະການ, ບັນດາປະໂລຫິດ ແລະ ປະຊາຊົນທັງໝົດໃນດິນແດນຂອງຢູດາຍ.19ພວກເຂົາຈະຕໍ່ສູ້ເຈົ້າ ແຕ່ຈະບໍ່ຊະນະເຈົ້າ, ເພາະເຮົາຢູ່ກັບເຈົ້າ ແລະ ຈະຊ່ວຍກອບກູ້ເຈົ້າ,” ພຣະເຈົ້າຢາເວປະກາດດັ່ງນີ້.
ພຣະເຈົ້າເອີ້ນເຢເຣມີຢາ
4ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,5“ເຮົາຮູ້ຈັກເຈົ້າ, ກ່ອນທີ່ເຮົາໄດ້ປັ້ນເຈົ້າຢູ່ໃນທ້ອງ,ກ່ອນເຈົ້າໄດ້ເກີດມາ ເຮົາໄດ້ແຍກເຈົ້າໄວ້ແລ້ວ;ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ທໍານວາຍແກ່ຊົນຊາດທັງຫລາຍ”.6ຂ້າພະເຈົ້າໄດ້ຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ຂ້ານ້ອຍບໍ່ຮູ້ວ່າຈະເວົ້າແນວໃດ; ຂ້ານ້ອຍຍັງໜຸ່ມເກີນໄປ”.7ແຕ່ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ‘ຂ້ານ້ອຍຍັງໜຸ່ມເກີນໄປ’. ເຈົ້າຕ້ອງໄປຫາທຸກຄົນທີ່ເຮົາສົ່ງເຈົ້າໄປ ແລະ ກ່າວສິ່ງທີ່ເຮົາສັ່ງເຈົ້າ.8ຢ່າຢ້ານພວກເຂົາເລີຍ, ເພາະເຮົາຢູ່ກັບເຈົ້າ ແລະ ຈະຊ່ວຍກູ້ເຈົ້າ”, ພຣະເຈົ້າຢາເວປະກາດດັ່ງນີ້.9ແລ້ວພຣະເຈົ້າຢາເວກໍເດ່ມືອອກ ແລະ ແຕະທີ່ປາກຂອງຂ້າພະເຈົ້າ ແລະ ໄດ້ກ່າວກັບຂ້າພະເຈົ້າວ່າ, “ບັດນີ້ ເຮົາໄດ້ເອົາຖ້ອຍຄຳຂອງເຮົາໃສ່ໄວ້ໃນປາກຂອງເຈົ້າແລ້ວ.10ເບິ່ງແມ, ວັນນີ້ເຮົາແຕ່ງຕັ້ງເຈົ້າໄວ້ເໜືອບັນດາປະຊາຊາດ ແລະ ອານາຈັກຕ່າງໆເພື່ອຖອນຮາກ ແລະ ພັງລົງ, ເພື່ອທຳລາຍ ແລະ ໂຄ່ນລົ້ມ, ເພື່ອກໍ່ສ້າງ ແລະ ປູກ”.11ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, “ເຢເຣມີຢາ, ເຈົ້າເຫັນຫຍັງແດ່?”ຂ້າພະເຈົ້າໄດ້ຕອບວ່າ, “ຂ້ານ້ອຍເຫັນງ່າຂອງຕົ້ນອັນມອນ”,12ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຢ່າງຖືກຕ້ອງແລ້ວ, ເພາະເຮົາກຳລັງເຝົ້າເບິ່ງ ໃຫ້ຖ້ອຍຄໍາຂອງເຮົາສໍາເລັດເປັນຈິງ”.13ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າອີກວ່າ: “ເຈົ້າເຫັນຫຍັງແດ່?”

Biblica, Inc.